ເຂື່ອນນ້ຳອູ 1 ຂອງນັກລົງທຶນຈີນ ເຂົ້າມາ, ນັກຂັບເຮືອ ຕ້ອງປ່ຽນວິຖີຊີວິດ

ຊາວບ້ານ ໃນເຂດເມືອງປາກອູ ແຂວງຫຼວງພຣະບາງ ທີ່ເຄີຍຍຶດອາຊີບ ເປັນຄົນຂັບເຮືອ ຈາກແມ່ນ້ຳຂອງ ລ່ອງຂຶ້ນໄປຕາມສາຍນ້ຳອູ ຈົນເຖິງແຂວງຜົ້ງສາລີ ນັ້ນ, ຈຳນວນນຶ່ງ ຕ້ອງມາຍຶດອາຊີບຫາປາແທນແລ້ວ ເນື່ອງຈາກເຂື່ອນໄຟຟ້ານ້ຳອູ 1 ເຂົ້າມາຕັນສາຍນ້ຳອູ. ຂະນະດຽວກັນ, ກໍມີການສ້າງເຂື່ອນໄຟຟ້າ ໃສ່ສາຍນ້ຳອູແລ້ວ ເຖິງ 7 ເຂື່ອນດ້ວຍກັນ ຈາກແຂວງຫຼວງພຣະບາງ ໄປຈົນຮອດແຂວງຜົ້ງສາລີ