ປ້າຍໂຄສະນາສ່ວນໃຫຍ່ ຢູ່ເມືອງແບງ ເປັນພາສາຈີນ ຜິດກົດໝາຍ

0:00 / 0:00

ຍັງມີການຕິດຕັ້ງປ້າຍໂຄສະນາ ແບບຊະຊາຍ ແລະທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ເມືອງແບງ ແຂວງອຸດົມໄຊ ຫຼາຍ ຊຶ່ງສ່ວນໃຫຍ່ ເປັນປ້າຍໂຄສະນາ ທີ່ຂຽນພາສາຕ່າງປະເທດ ກ່ອນພາສາລາວ ເປັນຕົ້ນ ພາສາຈີນ ແລະພາ ສາອັງກິດ.

ແຕ່ເດືອນກໍລະກົດ ຫາເດືອນສິງຫາ 2024 ນີ້ ເຈົ້າໜ້າທີ່ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເມືອງແບງ ໄດ້ຮື້ຖອນປ້າຍໂຄສະນາທີ່ຜິດກົດລະບຽບອອກ ຫຼາຍກວ່າ 200 ປ້າຍ. ໃນຈໍານວນປ້າຍທີ່ວ່ານັ້ນ ປ້າຍຈໍານວນນຶ່ງ ຂຽນພາສາຕ່າງປະເທດ ໃຫຍ່ກວ່າພາສາລາວ ແລະປ້າຍຈໍານວນນຶ່ງ ເປັນສີ ແລະຂະໜາດ ທີ່ບໍ່ຖືກຕ້ອງຕາມລະບຽບການ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງແບງ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ສິງຫານີ້.

“ໂຕຮື້ຖອນແມ່ນປ້າຍທີ່ ມັນບໍ່ຖືກຕາມກົດໝາຍເຮົາ ກົດໝາຍວ່າດ້ວຍປ້າຍຫັ້ນນ່າ ຍົກໂຕຢ່າງວ່າພາສາຕ່າງປະເທດ ພາສາສາກົນ ໃຫຍ່ກວ່າພາສາລາວຫັ້ນນ່າ ມັນຈະມີພາສາອັງກິດ ແລ້ວກະພາສາຈີນ ທໍາມະດາມັນຕ້ອງໄດ້ຜ່ານແບບເນາະ ຄັວ່າຖືກຕ້ອງເຮົາກະອະນຸຍາດໃຫ້ຕິດແລ້ວກໍບໍ່ມີບັນຫາ ຈະຕິດຢູ່ຮ້ານໃດກະຕິດໄດ້ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ປ້າຍໂຄສະນາ ຊຶ່ງສ່ວນໃຫຍ່ ເປັນພາສາຕ່າງປະເທດນັ້ນ ເຈົ້າຂອງຮ້ານ ບໍ່ໄດ້ນໍາມາຕິດເອົາເອງ, ແຕ່ມັກຈະເປັນກຸ່ມບໍລິສັດຕ່າງໆ ເຊັ່ນ ບໍລິສັດຄອລເກດ, ບໍລິສັດເບຽ, ບໍລິສັດເຄື່ອງສໍາອາງ ທີ່ນໍາມາຕິດຕາມຫ້າງຮ້ານ, ຕາມຖະໜົນຫົນທາງ ແລະເສັ້ນທາງຫຼວງ ໂດຍບໍ່ໄດ້ຮັບອະນຸຍາດຈາກທາງການທີ່ກ່ຽວຂ້ອງ.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງແບງອີກຜູ້ນຶ່ງ ກໍເວົ້າເຖິງປ້າຍໂຄສະນາ ທີ່ຖືກຮື້ຖອນນັ້ນວ່າ ສ່ວນຫຼາຍ ຈະຈັດວາງພາສາບໍ່ຖືກຕ້ອງ ເຊັ່ນ ເອົາພາສາຈີນ ຂຶ້ນກ່ອນພາສາລາວ ຊຶ່ງຕາມລະບຽບການຂອງລາວແລ້ວ ແມ່ນຕ້ອງເອົາພາສາລາວ ຂຶ້ນກ່ອນທຸກພາສາ. ໃນໄລຍະທີ່ຜ່ານມາ ເຈົ້າໜ້າທີ່ກໍໄດ້ແຈ້ງ ແລະສັ່ງໃຫ້ແກ້ໄຂ, ແຕ່ກໍຍັງບໍ່ມີການແກ້ໄຂ. ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໄດ້ຮື້ຖອນ ປ້າຍນັ້ນຖີ້ມ ແລະບາງກໍລະນີ ກໍໄດ້ປັບໄໝພ້ອມ ດັ່ງທີ່ທ່ານກ່າວວ່າ:

“ສ່ວນຫລາຍເຂົາມັກເຮັດພາສາບໍ່ຖືກ ເຂົາຈຶ່ງຮື້ຖອນ ສັງປ່ຽນແລ້ວເຂົາບໍ່ປ່ຽນຫັ້ນນ່າ ຕາມທໍາມະດາມັນຕ້ອງເອົາພາສາລາວຂຶ້ນກ່ອນເອົາພາສາຈີນໃສ່ຕາມຫລັງ ຫັ້ນນ່າ ບາງເອທື່ອກໍປັບໃໝ.”

ນອກຈາກນັ້ນແລ້ວ ກໍຍັງມີຫຼາຍຫ້າງຮ້ານ ທີ່ນໍາໃຊ້ປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ ເປັນຕົ້ນ ປ້າຍໂຄສະນາເບຽ ທີ່ນໍາໃຊ້ພາສາອັງກິດຂຶ້ນກ່ອນ ໂດຍບໍ່ໄດ້ຂໍອະນຸຍາດກ່ອນການຕິດຕັ້ງ ຊຶ່ງເຈົ້າໜ້າທີ່ ກໍໄດ້ສຶກສາອົບຮົມ ແລະກ່າວເຕືອນຜູ້ປະກອບການ ແລະຮື້ຖອນປ້າຍນັ້ນອອກ ດັ່ງຊາວບ້ານຜູ້ນຶ່ງ ເວົ້າກ່ຽວກັບເລື້ອງນີ້ວ່າ ທີ່ຜ່ານມາ ສ່ວນໃຫຍ່ ກໍເຫັນປ້າຍໂຄສະນາ ທີ່ບໍ່ຖືກ ຕ້ອງນີ້ ເປັນຈໍານວນຫຼວງຫຼາຍ ໂດຍສະເພາະຢູ່ຕາມຫ້າງຮ້ານຂອງຄົນຈີນ ທີ່ມັກຈະຕິດປ້າຍ ທີ່ຂຽນເປັນພາສາຈີນ ໃຫຍ່ກວ່າພາສາລາວ.

“ກໍເຫັນຫລາຍຢູ່ ຮ້ານຈີນຮ້ານຫຍັງ ພາສາອາດຈະໃຫຍ່ກວ່າເນາະ ດີແທ້ກໍຢາກໃຫ້ພາສາລາວເຮົາໃຫຍ່ກວ່າຕ່າງຊາດຫັ້ນແຫລະ.”

ແລະຊາວບ້ານອີກນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ສິງຫານີ້ວ່າ ຕົນເຫັນດີ ນໍາເຈົ້າໜ້າທີ່ ທີ່ໄປຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມກົດລະ ບຽບ ອອກເປັນຈໍານວນຫຼວງຫຼາຍ ເພາະພວກເຂົາເຈົ້ານໍາມາຕິດແບບຊະຊາຍ ແລະ ກໍບໍ່ໄດ້ເສຽຄ່າຫຍັງ ໃຫ້ແກ່ທາງການ.

“ເປັນເລື້ອງດີປ້າຍໂຄສະນາພາສາຈີນ ອິຫຍັງເຂົາເອົາອອກໝົດ ເພາະວ່າບໍ່ໄດ້ອະນຸຍາດຈາກຮູບການເຂົາເດ້ ເຂົາເອົາອອກໝົດ ມັນໂຄສະນາສິນຄ້າສ່ວນຫລາຍແຫລະ ເຂົາບໍ່ໄດ້ເສຽຄ່າຫຍັງ ແລ້ວເຂົາມາຕິດໃສ່ ຜິດກົດໝາຍ ເຂົາເຈົ້າກໍ່ເອົາອອກ.”

ແຕ່ເຖິງຢ່າງໃດກໍ່ຕາມ ການຄວບຄຸມ ແລະອະນຸຍາດ ເລື່ອງການຕິດປ້າຍໂຄສະນາ ຢູ່ເມືອງແບງ ນີ້ ກໍຍັງມີບັນຫາຫຍຸ້ງຍາກຫຼາຍຢ່າງ ໃນໄລຍະທີ່ຜ່ານມາ ເນື່ອງຈາກມີຜູ້ປະກອບການທຸລະກິດຈໍານວນຫລາຍ ຍັງບໍ່ເອົາໃຈໃສ່ ແລະບໍ່ໃຫ້ຄວາມຮ່ວມມື ນໍາແຈ້ງການຂອງທາງການ ກ່ຽວກັບການຂໍຕິດປ້າຍໂຄສະ ນານັ້ນ. ດັ່ງນັ້ນ ຈຶ່ງເຮັດໃຫ້ມີການຕິດປ້າຍໂຄສະນາ ແບບຊະຊາຍ, ບໍ່ເປັນລະບຽບ ແລະປ້າຍກໍບໍ່ໄດ້ມາດຕະຖານ ຕາມທີ່ທາງການກ່ຽວຂ້ອງກໍານົດໄວ້. ແລະເລື່ອງການປັບໄໝ ກໍບໍ່ໄດ້ມີການປັບໄໝຢ່າງຈິງຈັງ ເພາະປ້າຍບໍ່ມີເຈົ້າຂອງ, ມີການລັກຕິດປ້າຍໂຄສະນາສິນຄ້າຫຼາຍຢູ່.

ເວົ້າເລື່ອງການຕິດປ້າຍໂຄສະນາແບບຊະຊາຍ ແມ່ນມີຢູ່ຕາມເມືອງຕ້າງໆໃນທົ່ວປະເທດລາວ, ບໍ່ແມ່ນມີແຕ່ຢູ່ເມືອງແບງ ແຂວງອຸດົມໄຊ ທີ່ມີປ້າຍໂຄສະນາຜິດກົດລະບຽບ, ຢູ່ແຂວງອື່ນໆອີກຫຼາຍແຂວງ ກໍມີຕິດເຊັ່ນກັນ ເຊັ່ນ ເມື່ອວັນທີ 6 ສິງຫາ ທີ່ຜ່ານມານີ້ ເຈົ້າໜ້າທີ່ນະຄອນຫລວງວຽງຈັນ ກໍໄດ້ຮື້ຖອນ ປ້າຍໂຄ ສະນາຕາມເຮືອນພັກ, ໂຮງແຮມ, ຮ້ານອາຫານ, ບໍລິສັດຂົນສົ່ງ, ຮ້ານບໍລິການ ແລະສະຖານທີ່ອື່ນໆ ຫຼາຍກວ່າ 300 ອັນ ຍ້ອນເປັນປ້າຍ ທີ່ບໍ່ຖືກຕ້ອງຕາມລະບຽບການ.

ແລະເມື່ອກ່ອນໜ້ານັ້ນ ຄືໃນມື້ວັນທີ 6 ກຸມພາ 2024 ທາງການແຂວງບໍ່ແກ້ວ ກໍໄດ້ຮື້ຖອນ ປ້າຍໂຄສະນາ, ປ້າຍບອກຊື່ ທີ່ເປັນພາສາຈີນ ແລະພາສາຕ່າງ ປະເທດ ແລະປ້າຍ ທີ່ຕິດລາຄາສິນຄ້າ ເປັນເງິນຕາຕ່າງປະເທດ ທີ່ຜິດກົດລະ ບຽບນັ້ນອອກ ຈໍານວນ 30 ປາຍປ້າຍ.