ສະແກມເມີ-ຈີນເທົາ ເຂົ້າມາລາວ ດ້ວຍລະຫັດລົດສົ່ງໝູ

ສະແກມເມີ ຫຼາຍ 1,000 ຄົນ ເຂົ້າມາລາວ

ມີຂະບວນການຂົນສົ່ງ ກຸ່ມສະແກມເມີ-ຈີນເທົ່າ ທີ່ໜີມາຈາກກໍາປູເຈ້ຍ ເຂົ້າມານະຄອນຫລວງວຽງຈັນຫຼາຍ 1,000​ ຄົນ ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ. ຄົນຂັບລົດ ຜູ້ທີ່ເຄີຍຂັບລົດນໍາສົ່ງຄົນຈີນ ທີ່ເຮັດວຽກເປັນສະແກມເມີ ຢູ່ກໍາປູເຈ້ຍ ໄດ້ກ່າວຕໍ່ເອເຊັຍເສລີວ່າ: ຈົນຈີນຂ້າມມາທາງດ່ານສາກົນໜອງນົກຂຽນ ລາວ-ກໍາປູເຈ້ຍ ແລະ ບາງຄົນ ກໍຂ້າມຊາຍແດນຕາມເສັ້ນທາງທໍາມະຊາດ.

ສະແກມເມີ-ຈີນເທົາ ເຂົ້າມາລາວ ກຸ່ມສະແກມເມີ-ຈີນເທົ່າ ທີ່ໜີມາຈາກກໍາກໍາປູເຈ້ຍ (RFA Video)

ຄົນຂັບລົດຄົນນີ້ ກ່າວຕື່ມວ່າ: ລາວໄດ້ຮັບຄ່າຈ້າງ 1,000​ ໂດລາ ຕໍ່ຄົນ ແລະ ໃນແຕ່ລະຄັ້ງຈະນໍາສົ່ງຄົນຈີນປະມານ 7-8 ຄົນ ຂຶ້ນມານະຄອນຫລວງວຽງຈັນ ແລ້ວເອົາເຂົາເຈົ້າລົງ ຢູ່ເຂດສະໜາມກິລາແຫ່ງຊາດຫຼັກ 16.

ເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມ ຜູ້ທີ່ເຮັດວຽກຕ້ານການຄ້າມະນຸດ ໄດ້ກ່າວຕໍ່ເອເຊັຍເສລີ ວ່າ:

ອີງຕາມຂໍ້ມູນຈາກຄົນຂັບລົດ, ຄົນຈີນບາງຄົນໃຊ້ໜັງສືເດີນທາງ ຫຼື ພາສະປອດ ປອມ ບາງຄົນ ກໍບໍ່ມີພາປອດ ແລະ ບາງຄົນເບິ່ງຄືວ່າ ຖືຕົວະມາ ແລະ ບໍ່ຮູ້ເລື່ອງຫຍັງ.

ເຖິງຢ່າງໃດກໍຕາມ, ຄົນຂັບລົດຂົນສົ່ງຈະຕ້ອງໄດ້ເສັຍເງິນໃຫ້ເຈົ້າໜ້າທີ່ຕໍາຫຼວດທີ່ຍາມເສັ້ນທາງຢູ່ 18 ຈຸດ ນັບແຕ່ແຂວງຈໍາປາສັກ ຜ່ານແຂວງສາລະວັນ, ສະຫວັນນະຂດ, ຄໍາມ່ວນ, ບໍລິຄໍາໃຊ້ ແລະ ນະຄອນຫລວງວຽງຈັນ.

ຄົນຂັບລົດສົ່ງຄົນຈີນ ໃນເວລາຈ່າຍເງິນໃຫ້ເຈົ້າໜ້າທີ່ຕໍາຫຼວດປະຈໍາແຕ່ລະດ່ານ ຈະໃຊ້ລະຫັດ ວ່າ ລົດຂົນໝູ່ມາຮອດແລ້ວ ຈໍານວນໝູຈັກໂຕ ກໍໝາຍເຖິງ ຈໍານວນຄົນ ແລ້ວຈ່າຍໄປຕາມທີ່ຕົກລົງກັນ.