ຊາວລາວຈັດບຸນຊ່ວງເຮືອ ຢູ່ ມ.ລໍຕັນ

0:00 / 0:00

ຄນະກັມມະການ ອຸປຖັມວັດລາວ ເວີຈິເນັຽ ແລະຄນະກັມມະການ ຈັດງານ ບຸນຊ່ວງເຮືອ ຮ່ວມກັນ ຈັດບຸນຊ່ວງເຮືອ ຄັ້ງທີ 4 ຂຶ້ນ ທີ່ສວນ ສາທາຣະນະ ອ່າວໂພຫິກ, ເມືອງລໍຕັນ, ຣັຖເວີຈິເນັຽ ໃນຂົງເຂດນະຄອນຫຼວງ ວໍຊິງຕັນດີຊີ ສະຫະຣັຖອະເມຣິກາ ໃນມື້ວັນທີ 10 ກັນຍາ 2017 ແຕ່ເວລາ 10 ໂມງເຊົ້າ ເຖິງ 4 ໂມງແລງ.

ທ່ານ ຈຳປາ ຈັນທະວົງ ປະທານຄນະກັມມະການ ອຸປຖັມວັດລາວ ເວີຈິເນັຽ ກ່າວຕໍ່ວິທຍຸເອເຊັຍເສຣີ ເຖິງຄວາມສຳຄັນ ຂອງງານບຸນ ຊ່ວງເຮືອ ຄັ້ງນີ້ວ່າ:

ທ່ານ ຈອນ ຄຳພູມີ ຊາວລາວ ຈາກຣັຖເພັນຊີເວເນັຍ ທີ່ມາຮ່ວມງານບຸນ ແລະທັງເປັນຜູ້ນຶ່ງ ທີ່ລົງເຮືອແຂ່ງຂັນ ກໍສະແດງຄວາມຮູ້ສຶກ ຂອງຕົນອອກມາວ່າ:

ບຸນຊ່ວງເຮືອຄັ້ງນີ້ ເລີ້ມຕົ້ນດ້ວຍພິທີທາງສາສນາ, ໄຫວ້ພຣະ, ສະມາທານສີລ ຖວາຍສັງຄະທານ ໃນເວລາ 10 ໂມງເຊົ້າ:

ພຣະອາຈານ ທອງວັນ ດາລາວົງ ເຈົ້າອະທິການວັດລາວເວີຈິເນັຍ ກ່າວເຖິງຄວາມໝາຍ ຂອງບຸນຊ່ວງເຮືອນີ້ວ່າ:

ການຊ່ວງເຮືອຄັ້ງທີ 4 ທີ່ອ່າວໂພຫິກ, ເມືອງລໍຕັນ ໃນຂົງເຂດນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນມື້ວັນທີ 10 ກັນຍາ 2017 ນີ້ ເລີ້ມຂຶ້ນແຕ່ເວລາ 12 ໂມງ 30 ນາທີ ແລະມີກຳນັດຈົບລົງ ເວລາບ່າຍ 4 ໂມງແລງ. ເວລາທີ່ ລາຍງານຢູ່ນີ້ ແມ່ນກຳລັງມີການ ຊ່ວງເຮືອກັນຢູ່ ແລະບັນດາ ຜູ້ເຂົ້າຮ່ວມ ຈຳນວນຫລວງຫລາຍ ທັງຊຸມຊົນລາວ ແລະຊາວຕ່າງປະເທສ ໃນຂົງເຂດ ວໍຊິງຕັນ ດີຊີ ແລະທັງ ມາຈາກຣັຖອ້ອມແອ້ມ ກຳລັງພາກັນ ເບິ່ງການແຂ່ງຂັນ ຊ່ວງເຮືອຢ່າງເບີກບານມ່ວນຊື່ນ..ສ່ຽງໃນງານບຸນ:

ໃນປີ້ນີ້ 2017 ນີ້ ວັດລາວເວິຈິເນັຍ ແລະອອກຕົນຍາດໂຍມ ໄດ້ພ້ອມພຽງກັນສ້າງເຮືອຊ່ວງ 4 ລຳ ທີ່ເຮັດໃຫ້ ບຸນຊ່ວງເຮືອ ຊຶ່ງເປັນບຸນ ປະເພນີ ອັນດີງານ ຂອງຊາວລາວ ທີ່ສືບທອດກັນມາແຕ່ ດົນນານ ເພື່ອຄວາມສາມັກຄີ, ຮັກແພງ ແລະຊ່ວຍເຫຼືອ ຊຶ່ງກັນແລະກັນ ເປັນ ຢ່າງດີ ຕລອດມານັ້ນ ມີສີສັນຂື້ນຕື່ມ.