ພາສາລາວໃນຣະບອບ ໃໝ່-3

ຈເຣີນສຸຂ
2016.02.17
F-alphabet ພຍັນຊນະລາວ ພາສາລາວ ຮັກສາໄວ້ ໃຫ້ ອະນຸຊົນ ລຸ້ນຫລັງ
Laos people

ພວກເຮົາ ໄດ້ເລົ່າ ແລະ ຊີ້ແຈງ ປວັດຄວາມເປັນມາ ຂອງ ພາສາລາວ ລວມແລ້ວ 58 ບົດ. ໄດ້ນັບເອົາ ຕັ້ງແຕ່ ພາສາເວົ້າ ເລົ່າເລື້ອງ ຕ່າງໆ ສືບທອດກັນມາ ຈົນເຖິງ ພາສາຂຽນ ໃນສມັຍ ທີ່ລາວ ມີໂຕໜັງສືໃຊ້ ເພື່ອບັນທຶກ ພາສາເວົ້າ ດັ່ງກ່າວ. ພວກເຮົາ ໄດ້ກ່າວມາຮອດ ສະກົດ ຕາມສຽງເວົ້າ ທຽບຄຽງ ກັນໄປກັບ ສະກົດ ຕາມຫຼັກ ແມ່ອັກຂຣະ. ເຖິງແມ່ນວ່າ ການ ປະຕິຮູບ ຄັ້ງໃຫຍ່ ປະກາດໃຊ້ ວິທີສະກົດ ຕາມສຽງ ພາສາເວົ້າ ຢ່າງເປັນທາງການ ກໍຕາມ, ແຕ່ກໍຍັງຫຼີກ ວິທີສະກົດ ຕາມ ແມ່ອັກຂຣະ ນັ້ນບໍ່ໄດ້ ຢ່າງເດັດຂາດ.

ສະກົດຕາມ “ແມ່ອັກຂຣະ” ນັ້ນ, ຫຼັກໃຫຍ່ ແມ່ນອີງໃສ່ ໂຕສະກົດ ທັມມະດາ ໘ ໂຕ ຄື ກ-ງ-ຍ-ດ-ນ-ບ-ມ-ວ ແລະ ການປະກອບ ໂຕ “ສຣະ” ໒໘ ໂຕ ເຂົ້າກັບ ໂຕ “ພຍັນຊນະ” ໓໔ ໂຕ. ວິທີປະກອບ ສຣະ ເຂົ້າກັບ ພຍັນຊນະນີ້ ເພິ່ນໃຫ້ຊື່ວ່າ “ແມ່ກະກາ” ເພາະ ບໍ່ທັນມີ ໂຕສະກົດ ເຂົ້າມາແຊກ. ສ່ວນ ວີທີເອົາ ໂຕສະກົດ ໘ ໂຕ ມາປະກອບ ກັບ “ແມ່ກະກາ” ດັ່ງກ່າວນີ້ ເອີ້ນວ່າ “ແມ່ສະກົດທັງ ໘”. ສະນັ້ນ ຈິ່ງສລູບໄດ້ວ່າ ເຮົາປະກອບເປັນ ຄຳເວົ້າ ຫຼື ຄຳສັບ ໄດ້ຢ່າງ ສົມບູນແລ້ວ. ຍັງມີສ່ວນນຶ່ງ ປະກອບເຂົ້າ ກັນອີກ ເອີ້ນວ່າ “ສະກົດພິເສດກາງຄຳ”, ໂຕຢ່າງ ຄຳວ່າ ພັທນາ, ພຍັນຊນະ “ທ” ມີສອງໜ້າທີ່ ຄື ເປັນໂຕສະກົດ ທ້າຍພຍາງ ໃນສຽງວ່າ “ພັດ” ແລະ ເປັນພຍັນຊນະ ຕົ້ນພຍາງ ໃນສຽງວ່າ “ທະ”. ໝາຍຄວາມວ່າ ໂຕ “ທ” ແທນໂຕ “ດ” ໃນຄຳສັບ ພັທນາ. ອັນນີ້ ແມ່ນ ວິທິສະກົດ ພິເສດກາງຄຳ ທີ່ໃຊ້ກັນ ກ່ອນປີ ໑໙໗໕. ທັງ ໓ ວິທີການນີ້ ເອີ້ນລວມວ່າ ວິທີສະກົດ ຕາມຫຼັກ ແມ່ອັກຂຣະ.

ນອກນັ້ນ ສິ່ງທີ່ບໍ່ໄດ້ ນຳມາກ່າວ ກໍຄື ພຍັນຊນະຈູງ ຫຼື ພຍັນຊນະນຳ ທີ່ທາງລາວ ປັດຈຸບັນ ໄດ້ຕັດອອກຄືກັນ. ມີການຕັດອອກ  ໓ ຢ່າງ ຄື ສະກົດພິເສດ ກາງຄຳ ພຍັນຊນະ “ຣ” ຫັນລີ້ນ ແລະ ພຍັນຊນະຈູງ. ອັນນີ້ ໝາຍເຖິງຄຳສັບ ທີ່ອອກສຽງ “ສຣະ” ລະຫວ່າງ ພຍັນຊນະສອງໂຕ ແຕ່ບໍ່ຕ້ອງການ ຂຽນໂຕ “ສຣະ” ນັ້ນ ອອກເປັນຮູບ ໂດຍສະເພາະ ແມ່ນ ສຣະ “xະ”. ໂຕຢ່າງ ຄຳວ່າ “ສງວນ”, ໃນນີ້ ບໍ່ຂຽນ “ສະ” ຕ່າງຫາກ ຄື ໂຕ “ສຣະ” ນັ້ນ ອອກແຕ່ສຽງ ແລະ ບໍ່ມີຮູບ. ນີ້ແມ່ນ “ພຍັນຊນະຈູງ”. ໂຕຢ່າງອີກວ່າ ຊນະ, ສເນີ, ສນອງ, ຕລາດ, ຖແລງ, ປລາດ, ພນະທ່ານ ດັ່ງນີ້ເປັນຕົ້ນ. ຖ້າຂຽນ ໃນປັດຈຸບັນ  ໜ່ວຍສຽງ “ສຣະ” ຈະອອກເປັນຮູບ ເຊັ່ນ “ຕະ-ຫຼາດ”, “ສະ-ໜອງ” ທີ່ເປັນໄປ ຕາມສຽງ ພາສາເວົ້າ ບໍ່ແມ່ນຕາມຫຼັກ ແມ່ອັກຂຣະ.

ຍັງມີ ຄຳສັບນຶ່ງອີກ ທີ່ທາງກົມ ວັນນະຄະດີ ສມັຍ ກ່ອນປີ ໑໙໖໐ ປະກາດອອກໃຊ້ ເປັນທາງການ ຫຼັງຈາກ ສຽງສ່ວນຫຼາຍ ຊີ້ມືຮັບເອົາ. ແຕ່ສຽງ ສ່ວນໜ້ອຍ ກໍນຳເອົາໄປໃຊ້ ໃນໜັງສືພິມ ແລະ ໃນການສອນ ຢູ່ໂຮງຮຽນ. ບາງຄົນ ທີ່ສັງກັດ ໃນກຸ່ມສຽງ ສ່ວນໜ້ອຍນັ້ນ ກໍເປັນ ທັງອາຈານສອນ ແລະ ສະມາຊິກກົມ ວັນນະຄະດີ. ຄຳນັ້ນ ກໍຄື “ຜູ່” ໂຕ “ຜ” ທີ່ໃສ່ ວັນນະຍຸດ “ເອກ” ແລະ ຜູ້ ໂຕ “ຜ” ທີ່ໃສ່ວັນນະຍຸດ “ໂທ”, ຝ່າຍນຶ່ງ ເວົ້າວ່າ ຄຳທີ່ມີ “ໄມ້ເອກ” ນັ້ນ ໃຫ້ໃຊ້ ສະເພາະ ມະນຸດ ເຊັ່ນ “ຜູ່ນັ້ນ”, “ຜູ່ນີ້”, ເຊິ່ງໃຫ້ໝາຍເຖິງ ຄົນ ຫຼື ມະນຸດ. ສ່ວນຄຳວ່າ “ຜູ້” ທີ່ມີໄມ້ໂທນັ້ນ, ໃຫ້ໃຊ້ ກັບພວກສັດຕ່າງໆ ເພື່ອບອກເພດ ເຊັ່ນ “ໄກ່ຜູ້” “ປາຜູ້” “ໂຕຜູ້” ດັ່ງນີ້ເປັນຕົ້ນ. ຝ່າຍນຶ່ງ ພັດເວົ້າວ່າ ຈະຊີ້ບອກ ມະນຸດ ຫຼື ສັດ ກໍແລ້ວແຕ່ ຄວນນຳໃຊ້ ຄຳວ່າ “ຜູ້” ມີໄມ້ໂທທໍ່ນັ້ນ ບໍ່ຈຳເປັນໄຈ້ແຍກ. ບັນດິດສອງຝ່າຍ ພາກັນ ລົງມະຕິເອົາ.  ຝ່າຍເລືອກເອົາ “ໄມ້ໂທ” ຊນະ. ຝ່າຍນີ້ ຍັງໃຫ້ເຫດຜົນວ່າ ຄວາມໝາຍນັ້ນ ມາຕາມຫຼັງ ຂຶ້ນກັບ ການນຳໃຊ້ ປໂຍກ ທີ່ກ່ຽວພັນ ກັບ ເຣື່ອງນັ້ນໆ.

ເຖິງແມ່ນວ່າ ຝ່າຍ ໄມ້ເອກ ຜິດຫວັງ, ແຕ່ ກໍຍັງບໍ່ຍອມ ນຳໄປໃຊ້, ຝ່າຍສຽງໜ້ອຍ ເອົາໄປໃຊ້ທັງສອງ  ແບບໄຈ້ແຍກ ສັດ ແລະ ມະນຸດ. ໃນຄນະກັມມະການ ຮຽບຮຽງ ວັຈນານຸກົມນັ້ນ ກໍພັດມີແຕ່ ຝ່າຍນິຍົມຂຽນ ສອງຢ່າງ ແຍກຄວາມໝາຍ ລະຫວ່າງ ສອງຄຳສັບ ດັ່ງກ່າວ, ເຮົາຈິ່ງເຫັນ ສອງຄຳສັບນັ້ນ ອອກມາ ໃນວັຈນານຸກົມ ກະຊວງ ສຶກສາ ປີ ໑໙໖໐. ອັນນີ້ ບໍ່ສອດຄ່ອງ ກັບ ສຽງສ່ວນຫຼາຍ ທີ່ໄດ້ຕົກລົງກັນແລ້ວ ໂດຍຜ່ານມະຕິ ແບບຍຸຕິທັມ. ໃນປັດຈຸບັນ ວົງການສຶກສາລາວ ໄດ້ໃຊ້ຄຳວ່າ “ຜູ້” ໄມ້ໂທ ຢ່າງດຽວທໍ່ນັ້ນ. ເມື່ອມາສັງເກດເບິ່ງ ໃນປຶ້ມຕ່າງໆ ຈະເປັນນິຍາຍ, ປຶ້ມແບບຮຽນ, ປຶ້ມສາລະຄະດີຕ່າງໆ ແລະ ອື່ນໆອີກ ການໃຊ້ “ຜູ້” ໄມ້ໂທ ເຕັມໄປທົ່ວ ຈະເປັນ ສັດ ຫຼື ມະນຸດ ກໍຄືກັນ. ແຕ່ກໍຍັງມີຢູ່  ຜູ້ທີ່ໃຊ້ ສອງຢ່າງແຍກກັນ ຫາກເຫັນໜ້ອຍທີ່ສຸດ. ຄຳວ່າ “ຜູ່” ໄມ້ເອກ ເສັຽຊັຍ ຕໍ່ໜ້າ “ໄມ້ໂທ”.

ຄຳສັບ ທີ່ບໍ່ເປັນເອກພາບໄດ້ເທື່ອ ກໍຍັງມີຫຼາຍຢູ່, ໂຕຢ່າງ ຊື່ ເມືອງ ຊື່ປະເທດ ໃນໂລກ. ອັນນີ້ ຍັງສັບສົນ ຢູ່ແທ້. ເປັນຫຍັງ ຈິ່ງວ່າ ສັບສົນ ຫຼື ບໍ່ເປັນເອກພາບກັນ ຫຼື ວ່າ ບໍ່ມີຫຼັກອີງ. ເຫດຜົນນຶ່ງ ກໍມາຈາກ ຊາວລາວ ຜູ້ໄດ້ເຂົ້າຮຽນຂຽນອ່ານ ມາຈາກ ຫຼາຍແຫ່ງ ວັທນະທັມ ເຊັ່ນ ໄປສຶກສາຢູ່ ປະເທດຝຣັ່ງ,  ອະເມຣິກາ, ອັງກິດ ແລະອື່ນໆ. ຝ່າຍມາຈາກ ພາສາອັງກິດ ກໍນຳໃຊ້ສຽງ ອັງກິດ ຈາກຝຣັ່ງ ກໍນຳໃຊ້ ສຽງຝຣັ່ງ. ປັນຍາຊົນ ໒ ຝ່າຍນີ້ ຂັດແຍ່ງກັນໄປ ໃນຕົວ ຢ່າງບໍ່ຮູ້ສຶກ.

ເຮົາຍົກໂຕຢ່າງ ຊື່ປະເທດ “ຊີຣີ” ນີ້ ແມ່ນລອກສຽງຝຣັ່ງ, ຖ້າລອກສຽງອັງກິດ ກໍວ່າ “ຊີເຣັຽ”. ໃນສອງຄຳນີ້ ຈະໃຊ້ຄຳໃດ ເພາະເຫັນໃຊ້ ຕ່າງກັນ. ປະເທດລາວ ປັດຈຸບັນ ເຂົ້າກຸ່ມ ພາສາຝຣັ່ງ ຫຼື ຝຣັ່ງໂກໂຟນີ ລວມເອົາ ໑໕໐ ປາຍປະເທດ. ໃນຂໍ້ສັນຍາ ລະຫວ່າງ ກຸ່ມດັ່ງກ່າວ, ສ່ວນທີ່ເປັນ ປ້າຍການປົກຄອງ, ປ້າຍໂຮງຮຽນ, ແລະ ປ້າຍຖນົນເມືອງໃຫຍ່ ກໍຕ້ອງຂຽນ ເປັນພາສາຝຣັ່ງ ຢູ່ລຸ່ມພາສາຊາດ. ນອກນັ້ນ ບໍ່ກ່ຽວຂ້ອງ ເພາະ ໃຜຢາກຂຽນ ພາສາຫຍັງ ກໍໄດ້. ແຕ່ສັງເກດໄດ້ວ່າ ໃນ ສປປ ລາວ ນັບແຕ່ ປີ ໑໙໗໕ ມາເຖິງ ຂີດລະຍະເປີດກວ້າງ ກໍມີແຕ່ປ້າຍ ພາສາລາວ ທັງນັ້ນ ໂດຍບໍ່ມີພາສາອື່ນ ເຂົ້າມາປົນ. ເຫັນໄດ້ອີກ ຢູ່ ສປ ຈີນ ໂດຍນັບ ເອົາແຕ່ ໑໙໔໙ ເປັນຕົ້ນມາ ຮອດສມັຍ ເປີດກວ້າງ ລ້ວນແຕ່ ມີປ້າຍພາສາຈີນ ຈະເປັນ ຖນົນຫົນທາງ ແລະອື່ນໆ. ນອກຈາກ ປ້າຍໂຮງແຮມສາກົນ, ໂຮງແຮມມິຕພາບ, ພາສາຝຣັ່ງ ເສັຽອິດທິພົນ ໃນແຫຼມອິນໂດຈີນ. ແຕ່ ເຖິງຢ່າງໃດ ກໍສູ້ ພາສາອັງກິດເດີມ ແລະ ອັງກິດ ອະເມລິກັນ ບໍ່ໄດ້ ເພາະເປັນພາສາ ທຸຣະກິດ ໄປແລ້ວ.  ການສອບເສັງ ເອົາປະຣິຍະບັດ ວິທຍາລັຍ ຕອນປາຍ ແບບຝຣັ່ງ ທີ່ເຄີຍເອີ້ນວ່າ “ເສັງບັກ” ຝຣັ່ງ ກໍຖືກຈັດຂຶ້ນ ຢູ່ບາງກອກ. ຄົນລາວ ຜູ້ໃດເສັງເອົາ ຊັ້ນສຶກສາແບບຝຣັ່ງ ດັ່ງກ່າວ ກໍຕ້ອງໄປ ບາງກອກ, ປະເທດໄທ. ຜູ້ທີ່ເຊື່ອຖືໄດ້ ທ່ານນຶ່ງ ໃນວຽງຈັນເວົ້າວ່າ ຝ່າຍຝຣັ່ງ ມີໂຄງການຍົກຍ້າຍ ມາຢູ່ວຽງຈັນ ຄືແຕ່ກ່ອນ.

ເຖິງແມ່ນວ່າ ເມືອງລາວ ເຄີຍເປັນ ຫົວເມືອງຂຶ້ນ ປະເທດອື່ນ ມາແລ້ວກໍຕາມ, ແຕ່ ພາສາລາວ ຍັງບໍ່ເສື່ອມສູນໄດ້, ເຊິ່ງນັບວ່າ ຊາວລາວ ມີຄວາມສາມາດສູງ ທີ່ພາກັນຕ້ານທານ ແລວວັທນະທັມອື່ນ ແລະ ກໍບໍ່ຍອມ ໃຫ້ເຂົ້າແຊກ ຊຶມງ່າຍໆ. ບາງປະເທດ ກໍໄດ້ເສັຽສົ້ນເງື່ອນ ຂອງພາສາຕົນ ກໍມີຫຼາຍ ໃນກຸ່ມ ຝຣັ່ງໂກໂຟນີ ໂດຍສະເພາະ ຢູ່ທະວີບອັຟຣິກາ. ພາສາລາວ ຍັງຖືກຊາວຢູໂຣບ ຍ້ອງຍໍວ່າ ເປັນພາສາດົນຕຣີ. ແມ່ນແຕ່ ເດັກນ້ອຍ ໕-໖ ປີ ກໍຍັງ ສາມາດ ຮ້ອງລຳໄດ້ ເປັນກອນ ເປັນຜຍາ ໂດຍບໍ່ໄດ້ ແຕ່ງໄວ້ກ່ອນ ເພາະມັນເກີດ ຈາກສັນຊາດຍານພາສາ.

ໃນປີ ໑໙໔໖, ສອງອານາຈັກລ້ານຊ້າງ ເອກຣາດ ຄື ຫຼວງພຣະບາງ ແລະ ຈຳປາສັກ ທ້ອນໂຮມກັນ ເປັນເອກພາບ ຊື່ວ່າ ພຣະຣາອານາຈັກລາວ. ພາສາລາວ ເກືອບເສັຽ ລັກສນະແທ້ ຂອງມັນ. ສະພາ ໄດ້ລົງມະຕິກັນ ໃຫ້ປະດິດ ໂຕໜັງສືລາວ ເສັຽໃໝ່ ໂດຍອີງໃສ່ “ອັກສອນໂຣມັນ” ເປັນພື້ນຖານ. ຝ່າຍສເນີ ໃຫ້ໃຊ້ “ໂຕໂຣມັນ” ແບບໂຕກົກຫງື້ ໃນວຽດນາມ ກໍເສັຽທ້າຍ. ສຽງສ່ວນຫຼາຍ ຖ້ວມລົ້ນ ບໍ່ເຫັນດີ. ອັນນີ້ ກໍຍ້ອນ ຝ່າຍອະນຸຮັກນິຍົມ ນັ້ນເອງ. ຝ່າຍດັ່ງກ່າວ ກໍມີຢູ່ ໃນວົງຣາຊການ ຜູ້ແທນຣາສດອນ ແລະ ວົງການສາສນາ ໂດຍສະເພາະ ພຣະສົງ ອົງຄະເຈົ້າ ທີ່ເປັນຮາກພື້ນຖານ ສ່ວນໃຫຍ່ ແຫ່ງ ວັທນະທັມລາວ.

ທ່ານຜູ້ຟັງ ຮັກແພງ, ບົດສລູບ ຂອງຣາຍການ ພາສາລາວ ກໍສິ້ນສຸດລົງ ພຽງທໍ່ນີ້ ສັປດາຕໍ່ໄປ ແມ່ນຣາຍການ ວິຈັຍປວັດສາດ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.