ສລອງ ປີໃໝ່ລາວປີນີ້ ຄຶກຄື້ນ ຕາມແບບ ຮີດຄອງ ປະເພນີ

ຈຳປາທອງ
2022.04.14
ສລອງ ປີໃໝ່ລາວປີນີ້ ຄຶກຄື້ນ ຕາມແບບ ຮີດຄອງ ປະເພນີ ການຫລິນນ້ຳ ປີໃໝ່ລາວ ຢູ່ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ, ວັນທີ 14 ເມສາ 2022.
RFA

ການສລອງບຸນປີໃໝ່ລາວ ພ.ສ. 2565 ນີ້ ຢູ່ຫລາຍເຂດຂອງລາວ ບໍ່ຄຶກຄື້ນປານໃດ ຍ້ອນທາງການສັ່ງຫ້າມບໍ່ໃຫ້ຈັດງານສັງສັນ ແລະພົບພໍ້ກັນຫລາຍຄົນ, ເຮັດໃຫ້ຫລາຍຄອບຄົວ ພາກັນສລອງພາຍໃນຄອບຄົວ ຂອງຕົນເອງ ເພື່ອປ້ອງກັນ ການຣະບາດຂອງ ໂຄວິດ -19, ແຕ່ກໍເຫັນວ່າ ຢູ່ບາງເຂດກກໍມ່ວນຊື່ນດີ, ຜູ້ຄົນພາກັນໄປວັດ ສົງພຣະ ຕາມທີ່ເຄີຍໄດ້ປະຕິບັດກັນມາ.

ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ເມສານີ້ວ່າ ງານບຸນປີໃໝ່ລາວປີນີ້ ຢູ່ນະຄອນຫລວງເປັນໄປຕາມທັມມະດາ, ຄົນແຂວງອື່ນ ຫລາຍຄົນກໍພາກັນເດີນທາງກັບ ໄປສລອງຢູ່ບ້ານຂອງຕົນ ເພາະຮູ້ວ່າ ຢູ່ນະຄອນຫລວງວຽງຈັນ ເພິ່ນບໍ່ໃຫ້ຈັດງານສັງສັນ ແລະພົບພໍ້ກັນເປັນຈໍານວນຫລາຍຄົນ.

“ມັນກະທັມມະດາແຫລະ ເຂົາບໍ່ໄດ້ສາດນໍ້າສາດໃນ ເຮົາກະນັ່ງຢູ່ຊື່ໆນີ້ ໂອ໋ຍງຽບ ບໍ່ໄດ້ມີຄົນນີ້ແຫລະ ມີແຕ່ໃຫ້ສົງພຣະຢູ່ວັດ ຜູ້ບໍ່ມີເງິນເຂົາກະບໍ່ໄດ້ໄປນໍ (ທ່ອງທ່ຽວ) ຫາເງິນຍາກໃດ໋ລະ ເຂົາກໍເມືອບ້ານໃຜບ້ານມັນໂລດແຫລະ.”   

ທ່ານເວົ້າຕື່ມວ່າ ຢູ່ໃນຮ້ານອາຫານ ກໍບໍ່ຄຶກຄັກປານໃດ ຍ້ອນຄອບຄົວຈໍານວນນຶ່ງ ສັ່ງຊື້ອາຫານຜ່ານທາງອອນລາຍນ໌ ແລະຫລາຍຄອບຄົວກໍບໍ່ໄດ້ມີການສັງສັນ ແລະບໍ່ໄດ້ອອກໄປທ່ຽວໃສ ຍ້ອນສະພາບເສຖກິຈຫຍຸ້ງຍາກ ບໍ່ມີເງິນພໍທີ່ຈະໄດ້ໄປທ່ຽວ.

ໃນຂະນະດຽວກັນ ປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນເວົ້າວ່າ ປີໃໝ່ລາວປີນີ້ ຄົນສ່ວນຫລາຍພາກັນສລອງຢູ່ເຮືອນໃຜ ເຮືອນລາວ, ບາງຄອບຄົວກໍພາກັນໄປທ່ຽວ ຕາມສະຖານທີ່ທ່ອງທ່ຽວຕ່າງໆ, ເຮັດໃຫ້ການສລອງບຸນປີໃໝ່ລາວປີນີ້ ບໍ່ຄຶກຄື້ນ.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ໜ້າໜ່າຍຢູ່ ຍາມບຸນນໍ ເພິ່ນກະບໍ່ໃຫ້ເຮັດໃຫ້ງັນນໍ ນາຍົກເພິ່ນສັ່ງ ກິນທັມມະດາ ເຮືອນໃຜເຮືອນມັນ ບໍ່ໃຫ້ຄົບໃຫ້ງັນ.”

ຢູ່ແຂວງຫລວງພຣະບາງ ເຈົ້າຂອງໂຮງແຮມແຫ່ງນຶ່ງເວົ້າວ່າ ບຸນປີໃໝ່ປີນີ້ ເມື່ອບໍ່ມີການສລອງໃຫຍ່, ບໍ່ມີການແຫ່ນາງສັງຂານ ບັນຍາກາດກໍບໍ່ຄຶກຄື້ນ, ມີແຕ່ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດໜ້ອຍນຶ່ງມາທ່ຽວ. ໂຮງແຮມ ແລະບ້ານພັກ ບໍ່ມີລູກຄ້າ. ຫລາຍຄອບຄົວພາກັນໄປທ່ຽວ, ກິນເຂົ້າ, ໄປໄຫວ້ພຣະ ແລ້ວກໍພາກັນກັບບ້ານ ສລອງບຸນປີໃໝ່ກັນໃນຄອບຄົວ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ລາວທ່ຽວລາວ ກະມີແຕ່ທ່ຽວຕາມປົກກະຕິຫັ້ນ ບໍ່ໃດ້ມີຫຍັງ ບໍ່ໄດ້ແຫ່ຂະບວນອີ່ຫຍັງ 2 ປີ, 3 ປີມາແລ້ວ ກະງຽບເຫງົາ ແລ້ວປີນີ້ເພິ່ນກໍບໍ່ໃຫ້ເຮັດເລີຍ ເຮັດເປັນພິທີການ 10 ປາຍຄົນຈັ່ງຊີ້ ຕາມຮີດປະເພນີ ຕາມຄອງ.”

ແລະເຈົ້າຂອງຮ້ານອາຫານ ແຫ່ງນຶ່ງຢູ່ນະຄອນຫລວງພຣະບາງ ກໍເວົ້າວ່າ ບຸນປີໃໝ່ລາວປີນີ້ງຽບຫລາຍ, ແຕ່ກໍໄດ້ເປີດຮ້ານອາຫານ ຂາຍຕາມປົກກະຕິ, ມີແຕ່ຄົນໃນພື້ນທີ່ມາກິນ, ບໍ່ມີນັກທ່ອງທ່ຽວຈາກຕ່າງແຂວງ ຫລືຄົນຕ່າງປະເທດມາ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ເອີ! ເປີດຮ້ານ. ເອີ! ກະຄືທັມມະດານີ້ແລ້ວ ບໍ່ຄືແຕ່ກີ້ແລ້ວ ຂະເຈົ້າບໍ່ໄດ້ຈັດງານ.”

ແຕ່ສໍາລັບຢູ່ແຫລ່ງທ່ອງທ່ຽວວັງວຽງ ແຂວງວຽງຈັນ ແມ່ນມີນັກທ່ອງທ່ຽວໄປທ່ຽວຫລາຍ ໃນແຕ່ລະມື້ ຊຶ່ງສ່ວນໃຫຍ່ກໍແມ່ນຄົນ ໄປຈາກນະຄອນຫລວງວຽງຈັນ ເຮັດໃຫ້ບັນຍາກາດບຸນປີໃໝ່ຄຶກຄື້ນກວ່າ ຢູ່ເມືອງອື່ນໆ, ຜູ້ປະກອບການຮ້ານອາຫານ ມີຣາຍໄດ້ດີຂຶ້ນ.

ດັ່ງເຈົ້າຂອງຮ້ານອາຫານ ແຫ່ງນຶ່ງຢູ່ເມືອງວັງວຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ເມສານີ້ວ່າ:

ໂດຍ ກະຄຶກຄັກຢູ່ ຍັງວ່າ ຄົນກະດຽວນີ້ເຣີ່ມຫລາຍແລ້ວ ເພາະວ່າບ້ານເຮົາກະຄ່ອຍຜ່ອນຜັນໄປ ຫລາຍຢ່າງແລ້ວຫັ້ນນະ ກະມີແຕ່ຄົນລາວເຮົາທ່ຽວລາວນີ້ແຫລະ ແມ່ນກະພໍແບບໝຸນໄປ ວຽນໄປ ມີເງິນດໍ້າ ເງິນເດືອນໃຫ້ເຂົາ (ພະນັກງານ) ຫັ້ນແຫລະ.”  

ແລະຢູ່ເມືອງຈໍາປາສັກ ແຂວງຈໍາປາສັກ ປະຊາຊົນຜູ້ນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວບ້ານພາກັນສລອງບຸນປີໃໝ່ລາວມ່ວນຊື່ນ, ພາກັນໄປວັດ, ໄປສົງນໍ້າພຣະກັນຫລາຍຄຶກຄື້ນດີ, ບາງຄອບຄົວກໍຈັດບາສີ ສູ່ຂວັນ ຜູກແຂນອວຍພອນປີໃໝ່ໃຫ້ກັນ ແລະກັນ ຕາມປະເພນີທີ່ສືບທອດກັນມາ ແຕ່ດຶກດໍາບັນ.

ຮ້ວຍວ່າຄຶກຄື້ນໃດ໋ ຄົນກະຫລາຍໃດ໋ ໄປວັດສົງນໍ້າພຣະນີ້ ໄປນໍາເຂົາສົງພຣະນີ້.”

ບຸນປີໃໝ່ລາວປີນີ້ ທາງການລາວຫ້າມບໍ່ໃຫ້ສໍານັກງານ ອົງການທັງຂັ້ນສູນກາງ ແລະທ້ອງຖິ່ນ ຈັດງານລ້ຽງສັງສັນ ແລະອວຍພອນກັນເດັດຂາດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ ແລະເປັນການປະຢັດເງິນຣັຖ.

ໃນໂອກາດສົ່ງທ້າຍປີເກົ່າ ພ.ສ. 2564 ຕ້ອນຮັບປີໃໝ່ ພ.ສ. 2565 ນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍຣິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ສປປ ລາວ ໄດ້ສົ່ງຄໍາອວຍພອນປະຊາຊົນລາວທົ່ວປະເທດ, ປະຊາ ຊົນລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ແລະຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ ສປປ ລາວ ຈົ່ງມີສຸຂພາບເຂັ້ມແຂງ, ມີຄວາມຜາສຸກ, ມີໂຊກໄຊ ແລະປາຖນາສິ່ງໃດ ກໍຂໍໃຫ້ໄດ້ດັ່ງຄວາມມຸ້ງຫວັງທຸກປະການ.

ພ້ອມກັນນັ້ນ ທ່ານກໍຂໍໃຫ້ທຸກຄົນ ມີສະຕິໃນການສລອງບຸນປີໃໝ່ລາວປີນີ້ ຢ່າງລະມັດ, ລະວັງ ແລະໃຫ້ປະຕິບັດຕາມຄໍາສັ່ງແນະນໍາ ຂອງທາງການຢ່າງເຂັ້ມງວດ ເພື່ອຄວາມປອດພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.