ສໍາພາດພຣະອາຈານ ອຸໄທ ສຸດທິຄຸນ

ສົມເນ
2014.07.31
f-Outhai ພຣະອາຈານ ອຸໄທ ສຸດທິຄຸນ ເຈົ້າ ອາວາດວັດ ບ້ານ ທັບໄຂ່
RFA

 

ພຣະອາຈານ ອຸໄທ ສຸດທິຄຸນ ເຈົ້າ ອາວາດວັດ ບ້ານ ທັພຄ່າຍ ເລົ່າ ໃຫ້ຟັງວ່າ ຊາວລາວວຽງ ບ້ານ ທັພຄ່າຍ ເມືອງ ບ້ານໄຮ່ ຈັງຫວັດ ອຸໄທທານີ ມີເຊື້ອສາຍ ໄປຈາກ ວຽງຈັນ ແລະ ຫລວງພະບາງ. ຫລັງຈາກ ບັນພະບຸຣຸດ ຂອງເພິ່ນ ທີ່ ຕົກເປັນ ສະເລີຍເສິກ ແລະ ຖືກ ກວາດຕ້ອນ ມາຢູ່ ປະເທດ ສຍາມ ແຕ່ອະດີດ ເມື່ອ 200 ກວ່າ ປີ ກ່ອນ.

ພຣະອາຈານ ອຸທັຍ ສຸດທິຄຸນ ເຈົ້າ ອາວາດວັດ ເລົ່າເລື້ອງ ຄວາມເປັນມາ ຂອງ ວັດ ຂອງບ້ານ ແລະ ຮີດຄອງ ປະເພນີ ຂອງ ຊາວບ້ານ ຢູ່ ບ້ານ ທັພຄ່າຍ ເມືອງບ້ານໄຮ່ ຈັງຫວັດ ອຸໄທທານີ ໃຫ້ນັກຂ່າວ ວິທຍຸ ເອເຊັຽ ເສຣີ  ທີ່ໄດ້ເດີນທາງ ໄປຢ້ຽມຢາມ ເມື່ອ ວັນທີ່ 28 ມີນາ ປີ 2014 ວ່າ ບັນພະບຸຣຸດ ຂອງ ຊຸມຊົນ ລາວບ້ານ ທັພຄ່າຍ ນີ້ ເປັນຊົນຊາຕ ລາວວຽງ ທີ່ ມາຈາກ ວຽງຈັນ ແລະ ຫຼວງພຣະບາງ ທີ່ຖືກ ກວາດຕ້ອນ ມາຢູ່ ປະເທດໄທ ທີ່ຕົກເປັນ ສະເລີຍເສິກ ເມື່ອ 200 ກ່ວາ ປີກ່ອນ.

ໃນສະໄໝ ນັ້ນ ຊຸມຊົນ ນີ້ ເຮັດໜ້າທີ່ ເປັນທະຫານ ສອດແນມ ການເຄື່ອນໄຫວ ຂອງ ກອງທະຫານ ພະມ້າ ແລະ ຣາຍງານ ໃຫ້ກອງ ທະຫານ ສຍາມຊາບ ກ່ອນ ຈະສາມາດ ປັກຫລັກ ຕັ້ງຖິ່ນຖານ ຢູ່ ແຫ່ງນີ້ໄດ້. ໃນຖານະ ເປັນນັກຂ່າວ ທີ່ໄດ້ເດີນທາງ ໄປຢ້ຽມຢາມ ຫລາຍບ້ານ ໃນເຂດ ອໍາເພີ ບ້ານໄຮ່ນີ້ ເຮົາເອງ ແລະ ຄນະ ມີຄວາມ ປະທັບໃຈ ທຸກຢ່າງ ນໍາ ຄວາມເປັນຢູ່ ຂອງ ຊາວບ້ານ ນັບແຕ່ ອຸປນິສັຍ ການຕ້ອນຮັບ ຂອງກໍານັນ ຜູ້ໃຫຍ່ບ້ານ ຕຣອດຮອດ ພຣະອາຈານ ອຸໄທ ທີ່ເລົ່າ ຄວາມເປັນມາ ຂອງ ຊຸມຊົນ ໃຫ້ຟັງ.

"ຈະເລີນພອນ ນັກຂ່າວ ສະຖານີ ວິທຍຸ ເອເຊັຽ ເສຣີ ໄດ້ມາຖ່າຍທໍາ ກ່ຽວກັບ ຮີດຄອງ ປະເພນີ ວັທນະທັມ ຂອງ ຊຸມຊົນ ຂອງ ບ້ານທັພຄ່າຍ. ວັດທັບຄ່າຍ ຕັ້ງຢູ່ ເລກທີ 31/1 ໝູ່ 6 ຕໍາບົນ ທັບຫລວງ ອໍາເພີ ບ້ານໄຮ່ ຈັງຫວັດ ອຸໄທທານີ ເປັນ ຊຸມຊົນນຶ່ງ ທີ່ມີຄວາມ ເປັນຢູ່ ພໍພຽງ ພໍຢູ່ ພໍກິນ ພໍໃຊ້ ບໍ່ຕ້ອງໄປ ຂົນຂວາຍ ອີ່ຫຍັງ ແຕ່ວ່າ ມີຄວາມ ເປັນຢູ່ ສະດວກສະບາຍ ພໍສົມຄວນ. ບັດນີ້ ເຣື້ອງ ວັທນະທັມ ນີ້ມັນ ກໍເປັນ ເຣື້ອງ ມັນກໍເປັນ ຂອງ ຊຸມຊົນ ທີ່ ຜູກຕິດມາ ແຕ່ອະດີດ ຕັ້ງແຕ່ ອະດີດ ຂອງ ຊົນຊາວລາວ ທີ່ ຕິດມາ ກັບກຸ່ມຊົນ ທີ່ ອົພຍົບ ກັນມາ ແຕ່ເຮົາ ກໍບໍ່ໄດ້ ເອົາມາເປັນ ເຣື້ອງເປັນລາວ.  ທີ່ບໍ່ໄດ້ ເອົາມາ ເປັນເຣື້ອງ ເປັນລາວ ກໍຄືບໍ່ມີ ຄົນສົນໃຈ ບໍ່ມີຄົນ ສົນໃຈ ເຮົາກໍເລີຍ ເຮັດເປັນ ທັມມະດາໆ. ຕໍ່ມາ ພາຍຫລັງ ມີຄົນສົນໃຈ ຂືຶ້ນມາ ບັດນີ້ ກໍເກີດ ປະເພນີ ວ່າ ໄດ້ອອກໄປ ສູ່ຕ່າງ ຈັງຫວັດ ໃນຣະດັບ ປະເທດ ມີຄົນສົນໃຈ ເຣື້ອງ ວັທນະທັມ. ບັດນີ້ ກໍຄົງໄປ ຣະດັບໂລກ ຖ້າຣະດັບໂລກ ມີຄວາມສົນໃຈ ໂດຍ ສະເພາະ ມື້ນີ້ ສະຖານີ ວິທຍຸ ເອເຊັຽ ເສຣີ ມາຈາກ ວໍຊິງຕັນ ດີຊີ ໄດ້ມາ ບັນທຶກ ຂໍ້ມູນ. ບັດນີ້ ກໍຈະໃຫ້ ຂໍ້ມູນ ຕາມທີ່ ວິທຍຸ ຫລືວ່າ ຕົວແທນ ມີ ຄວາມສົນໃຈ ເຣື້ອງໃດ ກໍຈະ ໃຫ້ຂໍ້ມູນ ຕາມທີ່ ຕ້ອງການ".

ອັນທີ່ນຶ່ງ ທີ່ ຂ້ານ້ອຍ ຢາກຖາມ ກ່າຢາກໃຫ້ ພຣະອາຈານ ເລົ່າປວັດ ຄວາມເປັນມາ ຂອງລາວວຽງ ຢູ່ ໃນຊຸມຊົນ ນີ້ ໃຫ້ຟັງແດ່ ຄັນວ່າ ເລົ່າໄດ້ ກັບຫລັງ ຕັ້ງແຕ່ 200 ປີ ຫລັງພຸ້ນ ກໍຍິ່ງເປັນ ການດີ ເພື່ອໃຫ້ ຜູ້ຟັງ ຢູ່ເມືອງລາວ ພຸ້ນ ທີ່ມີ ຄວາມສົນໃຈ.

"ຊຸຸມຊົນ ລາວວຽງ ເປັນຫຍັງ ຈຶ່ງເອີ້ນວ່າ ລາວວຽງ ແຕ່ກອນ ມັນກ່າ ບໍ່ມີດອກ ທີ່ມັນບໍ່ມີ ກໍຄືບໍ່ມີໃຜ ສົນໃຈ ເພາະບໍ່ມີ ຜູ້ໃດຄົ້ນຄວ້າ. ຕໍ່ມາພາຍຫລັງ ເລີຍມີຄົນ ຄົ້ນຄວ້າ ແລະ ບັນທຶກ ຂໍ້ມູນ ເອົາໄວ້ ວ່າ ເອີ້ ຊົນຊາຕ ບ້ານເຮົານີ້ ນ່າສີ່ມີ ມາຈາກບ່ອນໃດ ບ່ອນນຶ່ງ ໃນໂລກໃບນີ້ ມັນບໍ່ແມ່ນ ວ່າເກີດຂຶ້ນ ບ່ອນນີ້ ບັດນີ້ ກ່າເລີຍ ມີຄົນສົນໃຈ ຈຶ່ງສ້າງ ຂໍ້ມູນໄວ້. ຢ້ອນຫລັງໄປ ເມື່ອ 20 ປີ ກ່ອນ ຕອນທີ່ມາ ເປັນເຈົ້າ ອາວາດ ໃໝ່ໆ. ບັດນີ້ຄົນທີ່ ຄົ້ນຄວ້າ ຫາຂໍ້ມູນນີ້ ກໍຄື ຄູວໍຣະວຸດ ທອງສີ ຄື ຄູລີ ແຕ່ມື້ນີ້ ບໍ່ຢູ່ ໄປສຶກສາ ສມຸນໄພ ຢູ່ ກຸງເທບ ແຕ່ສີ່ໃຫ້ ຂໍ້ມູນ ຕາມທີ່ໄດ້ ສຶກສາໄວ້ ໂດຍ ອາຈານ ວໍຣະວຸດ ໄດ້ ຄົ້ນຄວ້າ ວ່າ ກ່າຄື ເດີມທີ ດຽວ ໄປສືບຊອກຫາ ປວັດ ຂອງ ຄົນບ້ານນີ້ ວ່າ ເປັນຈັ່ງໃດ ແລ້ວກໍເປັນ ຍັ່ງວ່າ ລາວວຽງນີ້ ມັນສີ່ ກ່ຽວຂ້ອງ ກັນຢ່າງໃດ ກັບໄປ ສຶກສາ ໃນ ຫໍສະມຸດ ໃນກຸງເທບ. ໄປຄົ້ນຄວ້າ ແລ້ວ ກ່າໄປສືບ ປວັດເດີມໆ ຂອງ ຄົນບ້ານ ນີ້ ມັນບໍ່ແມ່ນ ວ່າ ຢູ່ດີໆ ມັນເກີດຂຶ້ນ ເພາະສັງເກດ ມາຈາກ ພາສາ ປະເພນີ ວັທນະທັມ ທີ່ ປະຕິບັດ ສືບທອດ ກັນມານີ້. ມັນກ່ານ່າ ຈະມາຈາກ ບ່ອນໃດ ບ່ອນນຶ່ງ ໂດຍສະເພາະ ເຣື້ອງ ຂອງການ ກ່ອມລູກ ຂອງ ແມ່ ທີ່ກ່ອມລູກ ຍາມໃດ ກໍເວົ້າເຖິງ ເຣື້ອງ ຂອງ ວຽງຈັນ ຊວນກັນໄປ ວຽງຈັນ ເລື້ອຍໆ ເຂົາເອີ້ນວ່າ ແມ່ນຫຍັງເກາະ? ເຂົາເອີ້ນວ່າ ເພງກ່ອມລູກ ຊວນກັນໄປ ວຽງຈັນ".

ພຣະອາຈານ ວ່າ ເພງນີ້ ອາຈານ ເວົ້າເອງ ບໍ່ໄດ້ ແຕ່ມີ ບັນທຶກ ໄວ້ຢູ່. ແຕ່ເຮົາເອງ ກໍຟ້າວໄປ ສັມພາດ ປວັດ ເຣື້ອງເພງ ກ່ອມລູກ ເພື່ອ ນໍາມາໃຫ້ ທ່ານໄດ້ຟັງ ແລະເຂົ້າໃຈ ເຖິງ ຄວາມໝາຍ..

"ຕອນ ກ່ອມລູກ ອັນນີ້ ຄືວ່າ ຫວນຄິດເຖິງ ເນາະ ລ້ຽງລູກ ລ້ຽງຫລານ ຕອນຄິດເຖິງ ແລ້ວ ເຮົາກໍວ່າ ເຮົາມາຈາກ ໃສ ເນາະ".

ລໍາໝົດ ກອນດຸ...

"ໂອ່ນໂນນນົກ ໂອ່ນໂນນໄນ ຕົກຖຽງໄຮ່ ກິນແຕງໂມ ລາຍ ຕົກປ່າຫວາຍ ລ້ຽງຊ້າງ ຊ້າງມາແລ້ວ ໂອກໂອນ ມາແລ້ວ ໄກ່ຜູ່ແສດ ເດືອຍເງິນ ເດືອຍຄໍາ ໄກ່ຜູ່ດໍາ ເດືອຍກ່ອງ ກ່ອງກ່າກ່ອງ ຄັນນາ ປຸກອີ່ອູ ອີ່ອາ ຕີເຂົ້າ ປຸກຜູ້ເຖົ້າ ຕີກອງ ຕີກອງຫຍັງ ຕີກອງຊາຕ ຈັບເອົາສາດ ມາປູ ຈັບເອົາຍູ ມາແຜ່ວ ເຕົ້ານໍ້າແກ້ວ ເອົາຂັນໝາກ ມາຮຽງ ບັກຊຽງ ຕາຍແລ້ວ".

ອະທິບາຍ ຕອນສຸດທ້າຍ ເບິ່ງດູ “ບັກຊຽງຕາຍແລ້ວ“

"ບັກຊຽງ ຕາຍແລ້ວ ກໍໝາຍເຖິງ ວ່າບໍ່ໄດ້ ກັບ ວຽງຈັນ. ໂອ່ນໂນນົກ ກໍຄືວ່າ ຍ້າຍໄປ ຍ້າຍມາ ໂອ່ນໂຍ່ນໄປ ໂອ່ນໂຍມາ ພັດ ຢູ່ທີ່ເກົ່າ ບັດນີ້ມາ ພັກເຊົາ ກໍເລີຍວ່າ ກ່ອມ ລູກຫລານ ໃຫ້ຟັງໄວ້ ບັດນີ້ ໂອ່ນໂຍນໄປ ໂອ່ນໂຍນມາ ຈັບເອົາສາດ ມາປູ ກ່າຄື ພີ່ນ້ອງມາຢາມ ຈັບເອົາຍູ ມາແຜ່ວ ກ່າຄື ແຜ່ວເຮືອນ ແຜ່ວຊານ ພີ່ນ້ອງມາ ກ່າສີ່ບໍ່ໄດ້ ຮົກຫູ ຮົກຕາ ເຕົ້ານໍ້າແກ້ວ ເອົາຂັນໝາກ ມາຮຽງ ບັກຊຽງ ຕາຍແລ້ວ ກໍຄືວ່າ ຕາຍແລ້ວ ບໍ່ໄດ້ກັບ ໄປບ້ານເກີດ ເມືອງນອນ ນັ້ນລະຄໍາ ວ່າບໍ່ໄດ້ ກັບ ວຽງຈັນ ລະ".

ໃນເວລາ ທີ່ປ້າຫວາດ ລໍາກອນ ກ່ອມລູກ ຕອນທີ່ວ່າ ບັກຊຽງ ຕາຍແລ້ວ ນັ້ນ ຊຶ່ງ ໝາຍຄວາມວ່າ ບໍ່ໄດ້ກັບ ວຽງຈັນ ອີກແລ້ວ ປ້າຫວາດ ກໍອົດກັ້ນ ສະອື້ນບໍ່ໄດ້ ສອງສາມຄັ້ງ ເມື່ອເບິ່ງໜ້າ ປ້າຫວາດ ແລ້ວ ເຮົາເອງ ຜູ້ໃຈອ່ອນແດ່ ກໍເລີຍ ນໍ້າຕາ ຜ່ານ ໜ່ວຍ.

ຂໍເຊີນທ່ານ ຟັງການ ເລົ່າເຣື້ອງ ຂອງ ພຣະອາຈານ ອຸທັຍ ຕໍ່...

"ດຽວນີ້ ກໍເອົາ ຄວາມນີ້ ມາສືບມາ ເປັນຫຍັງ ຈຶ່ງວ່າ ຊວນກັນໄປ ແຕ່ວຽງຈັນ ກໍເລີຍໄປຫາ ຂໍ້ມູນມາ ໄດ້ຂໍ້ມູນ ມາວ່າ ເດີມທີ ຊຸມຊົນ ທັບໄຄ່ ນີ້ ໃກ້ຄຽງກັນ ແລ້ວມາ ຈາກວຽງຈັນ ຫຼວງພຣະບາງ ຄື ປະເທດລາວ. ດຽວນີ້ ມາໃນ ຊ່ວງໃດ ກໍໄດ້ ຂໍ້ມູນວ່າ ມາໃນຊ່ວງ ຂອງ ປາຍກຸງທົນ ແລະ ກ່າຕົ້ນ ຣັຕຕະນະ ໂກສິນ ໃນສອງຊ່ວງ ຕໍ່ກັນ. ໃນຊ່ວງ ຂອງປາຍ ກຸງທົນ ນີ້ ເຣື້ອງການ ແພ້ສົງຄາມ ເນາະ ກ່າເປັນ ຊະເລີຍມາ ມາຢູ່ໃນ ປະເທດໄທ ແລ້ວມາຢູ່ ໃນຊ່ວງ ຂອງຕົ້ນ ຣັຕຕະນະ ໂກສິນ ມັນກໍທໍາໃຫ້ ເກີດສົງຄາມ ໃນ ປະເທດໄທ ເກີດສົງຄາມ ໃນ ປະເທດໄທ ທົ່ວ ປະເທດເລີຍ. ໃນສົ້ນນຶ່ງ ດ້ານທີ່ ມາຕັ້ງບ້ານ ຢູ່ນີ້ ມັນກ່າມີ ສົງຄາມ ມີກອງທັບ ທີ່ ທາງພະມ້າ ມາຕັ້ງຢູ່ ທັບໄທ ກໍເລີຍ ຕ້ອງເກນຄົນ ທີ່ ເປັນຊະເລີຍ ນີ້ ຊາວລາວ ມານີ້ ຊຶ່ງເດີມ ກໍມາຢູ່ບ້ານ ນອກກຸງເທບ ແລ້ວກໍເອົາ ມາເປັນ ລູກຮັກ ເອົາມາເປັນ ລູກຮັກ ແລ້ວ ກໍມາກັບ ທະຫານໄທ ເພື່ອທີ່ຈະ ມາຕໍ່ຕ້ານ ກັບກອງທັບ ພະມ້າ ໃນ ບໍຣິເວນ ຂອງ ຊຸມຊົນ ທັບຄ້າຍ ປັດຈຸບັນ ນີ້ 200 ຮ້ອຍປີ ທີ່ແລ້ວໆ ກໍເປັນອັນວ່າ ການເດີນທາງ ຈາກ ເວລານັ້ນ ປັດຈຸບັນ ນີ້ ກໍ ເປັນຊຸມຊົນ ທີ່ເກີດຂຶ້ນ ມາເຖິງ ປັດຈຸບັນນີ້. ດຽວນີ້ ພໍມາເຖິງ ບໍຣິເວນ ນີ້ ທັບພະມ້າ ໄດ້ເດີນທາງ ກັບໄປແລ້ວ ເດີນທາງ ກັບໄປ ບັດນີ້ມັນ ກໍເຫລືອແຕ່ວ່າ ສະຖານທີ່ ມີຮ່ອງຮອຍ ຂອງທະຫານ ພະມ້າ ມີຢູ່ ມີຢູ່ຄື ຈັ່ງໃດ ພະມ້າ ເວລາເຂົາ ໄປຕັ້ງຄ້າຍ ພັກ ທີ່ໃດ ກໍແລ້ວແຕ່ ເຂົາມັກ ຈະເອົາ ສັນຍາລັກ ປັກໄວ້. ສັນຍາລັກ ທີ່ ເຂົາປັກໄວ້ ນີ້ ເປັນຕົວຫົງ. ຫົງ ເປັນຕົວແທນ ຂອງ ພະມ້າ ຊື່ວ່າ ຫົງສາວະດີ ເປັນ ເສົາຫົງປັກໄວ້ ເສົາຫົງ ສະໄໝ ກ່ອນນີ້ ມີຢູ່ ແຕ່ ປັດຈຸບັນ ນີ້ ເລີ້ມສລາຍ ໄປແລ້ວ. ບັດນີ້ ພໍທັບ ພະມ້າ ອອກໄປແລ້ວ ທັບໄທມາ ພະມ້າ ໄປແລ້ວ ບໍ່ໄດ້ລົບ ກັນແລ້ວ ກໍເປັນອັນວ່າ ລໍຢູ່ພັກນຶ່ງ ເຫັນວ່າທັບ ພະມ້າ ບໍ່ ກັບມາແລ້ວ ທັບໄທນີ້ ກໍກັບ ເມືອງຫລວງ ຄືກຸງເທບ, ແຕ່ວ່າ ສ່ວນນຶ່ງ ຜູ້ທີ່ເປັນ ສະເລີຍນີ້ ກ່າຄື ບໍ່ຢາກກັບ ມາ ຈາກວຽງຈັນ ຫຼວງພຣະບາງ ລໍາບາກມາ ຂນາດໃດ ມາຢູ່ ກຸງເທບ ແລ້ວກ່າມາຢູ່ ປັດຈຸບັນ ນີ້. ຈາກກຸງເທບ ມາຊຸມຊົນ ທັບໄຄ່ ປະມານ 200 ກິໂລ ແຕ່ຈາກ ວຽງຈັນ ມາ ກຸງເທບນີ້ ມັນບໍ່ແມ່ນ 200 ກິໂລ ລໍາບາກ. ຄວາມລໍາບາກ ນີ້ມັນ ເກີດຂຶ້ນ ໂດຍ ອາຍຸ ຂອງຄົນ ຕອນເປັນ ຫນຸ່ມນີ້ ມັນກ່າດີ ແຕ່ຕອນ ອາຍຸຫລາຍ ນີ້ໂອຍ ໝົດແຮງກ່ອນ ບັດນີ້ ກ່າເລີຍວ່າ ບໍ່ກັບ ແຫລະ ຂໍຢູ່ ຕັ້ງຫລັກ ປັກຖານ ຢູ່ບ່ອນນີ້ເທິະ ໂດຍທີ່ ຈະເປັນຜູ້ ໃຫ້ ຂໍ້ມູນ ຫລືວ່າ ສົ່ງຂ່າວ ຄວາມເປັນໄປ ເປັນມາ ຂອງ ທະຫານ ທີ່ຈະກັບມາ ຫລືບໍ່ກັບມາ ຂອງ ພະມ້ານີ້ ໃຫ້ກັບ ກອງທັບໄທ ນີ້ຮູ້ຈັກ ກ່າເປັນ ກອງທັບ ຫລືວ່າ ເປັນຊຸມຊົນ ທີ່ສອດແນມ ຫາຂໍ້ມູນ ໄປໃຫ້ ໂດຍເອົາເຣື້ອງ ນີ້ມາເປັນ ເຫດ ໃນການ ຈະຢູ່ ບໍ່ຢາກກັບໄປ ເມືອງຫລວງ ລໍາບາ".

ເຮົາຍັງມີ ຫລາຍພາກ ຕໍ່ໆໄປ ກ່ຽວກັບ ການ ສັມພາດ ພຣະອາຈານ ສໍາພາດ ຊາວບ້ານ ແລະ ຫົວໜ້າບ້ານ ບ້ານຕ່າງໆມາ ສະເໜີທ່ານ ໃນ ໂອກາດ ໜ້າ ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.