ພິທີເກັບກະດູກ ຂອງຊາວໄທດຳ ຜູ້ທີ່ເສັຽຊີວິຕ ແລະ ນໍາເອົາຜີ ຂຶ້ນເຮືອນ: ຕອນທີ່ ໑໑

0:00 / 0:00

ໄທດໍາ ເປັນຊົນກຸ່ມນ້ອຍ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດ​ນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາ​ປ່າ​ໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.

ໃນສັປດານີ້, ວຽງໄຊ ຈະສເນີ ປະເພນີ ອັນສໍາຄັນ ອີກຢ່າງນຶ່ງ ຂອງຊາວໄທດໍານັ້ນ ກໍຄື ພິທີ ເກັບກະດູກ ຜູ້ທີ່ເສັຽຊີວິຕ ໄປແລ້ວ ແລະ ນໍາເອົາຜີຂຶ້ນເຮືອນ. ເຊີນທ່ານຮັບຟັງ ຕອນ​ທີ່ ໑໑ ໄດ້​ເລີຍ.