ຊາວຄຣິສຕຽນລາວ 10 ຄອບຄົວ ຢູ່ສາຣະວັນ ໄດ້ຮັບຈັດສັນທີ່ດິນ ພາຍຫຼັງຖືກໄລ່ອອກບ້ານ

ສຸພັດຕາ
2023.11.29
ຊາວຄຣິສຕຽນລາວ 10 ຄອບຄົວ ຢູ່ສາຣະວັນ ໄດ້ຮັບຈັດສັນທີ່ດິນ ພາຍຫຼັງຖືກໄລ່ອອກບ້ານ ຮູບໂຕຢ່າງ ຊາວຄຣິສຕຽນ ທີ່ຖືກ ອຳນາດການປົກຄອງບ້ານ ມ້າງເຮືອນຖິ້ມ ຍັງບໍ່ທັນໄດ້ ເຮືອນຫຼັງໃໝ່ເທື່ອ ພາຍຫຼັງ ທີ່ເຈົ້າໜ້າທີ່ເມືອງ ໄດ້ສັ່ງໃຫ້ ຂັ້ນບ້ານ ປຸກເຮືອນຫຼັງໃໝ່ແທນ.
ພາບຈາກ ວີດີໂອ ນັກຂ່າວ ພົລເຮືອນ

ຊາວຄຣິສຕຽນລາວ ຈໍານວນ 10 ຄອບຄົວ ທີ່ມາຈາກຫຼາຍບ້ານ ຢູ່ເມືອງສະໝ້ວຍ ແຂວງສາຣະວັນ ເປັນຕົ້ນ ບ້ານຕາປົ່ງ, ບ້ານອາຈິ້ນ ແລະບ້ານອາຈື້ງ ທີ່ຖືກອໍານາດການປົກຄອງຂັ້ນບ້ານ ມ້າງເຮືອນ ແລະຂັບໄລ່ອອກຈາກບ້ານ, ແຕ່ໃນປີນີ້ ອໍານາດການປົກຄອງຂັ້ນເມືອງ ໄດ້ຈັດສັນທີ່ດິນບ່ອນໃໝ່ໃຫ້ ຢູ່ໃນເຂດບ້ານອາຈື້ງ ເພື່ອໃຫ້ຍ້າຍໄປສ້າງເຮືອນໃໝ່, ໂຮມຢູ່ຮ່ວມກັນ, ສ່ວນເຣື່ອງການແກ້ໄຂບັນຫາ ຢ່າງຈິງຈັງ ແລະເອົາຜູ້ກະທໍາຜິດ ໄປດໍາເນີນຄະດີຕາມກົດໝາຍນັ້ນ ຍັງບໍ່ທັນມີການປະຕິບັດເທື່ອ.

ດັ່ງຊາວຄຣິສຕຽນລາວ ທີ່ຮູ້ເຣື່ອງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ພຶສຈິກາ ນີ້ວ່າ:

“ເຂົາໄປເຮັດເຮືອນຕ່າງຫາກ ດຽວນີ້ ແມ່ນຈໍານວນ 10 ຄອບບຄົວ. ດຽວນີ້ 3 ໝູ່ບ້ານນີ້ ເຂົາໄລ່ໜີ ອອກໄປຢູ່ບ່ອນດຽວ. ພີ່ນ້ອງ ກໍບໍ່ສາມາດຕັ້ງໂຕ ຫຼືວ່າ ແກ້ໄຂໄດ້ ກະເລີຍວ່າ. ພີ່ນ້ອງຍ້າຍນ່າ ເງິນກະບໍ່ມີ ແຕ່ວ່າພີ່ນ້ອງກະຍ້າຍ ຈາກບ້ານເກົ່າໄປຢູ່ບ່ອນໃໝ່.”

ໃນຂະນະທີ່ ຊາວຄຣິສຕຽນລາວ ຢູ່ພາກໃຕ້ ອີກທ່ານນຶ່ງ ຢືນຢັນວ່າ ຊາວຄຣິສຕຽນລາວ 10 ຄອບຄົວດັ່ງກ່າວ ໄດ້ຮັບບ່ອນຈັດສັນຊື່ໆ ແຕ່ວ່າ ແຕ່ລະຄອບຄົວ ກໍຕ້ອງໄດ້ອອກເງິນ ດ້ວຍໂຕເອງສໍາລັບກໍ່ສ້າງເຮືອນ ເຊິ່ງດຽວນີ້ ຫຼາຍຄອບຄົວ ປະສົບບັນຫາທຸກຍາກ ເພາະຂາດລາຍໄດ້ ເຂົ້າສູ່ຄອບຄົວ ແລະບໍ່ມີວຽກເຮັດງານທໍາ ອີກທັງ ຍັງຖືກຊາວບ້ານໃກ້ຄຽງ ເວົ້າຂົ່ມເຫັງຢູ່ຕລອດ.

ດັ່ງທ່ານກ່າວວ່າ:

“ກະຢູ່ສະໝ້ວຍຫັ້ນແຫຼະ ພີ່ນ້ອງໄດ້ຍ້າຍແລ້ວ ຍ້າຍໄປຢູ່ບ່ອນເຂົາຈັດສັນ. ພີ່ນ້ອງກະຢູ່ລໍາບາກຫັ້ນແຫຼະ ເພາະວ່າ ຢູ່ກະບໍ່ໄດ້ສົມບູນປານໃດ ຢູ່ຍັງມີການເວົ້າແນວນີ້ ແນວນັ້ນ. ຄົນແຖວບ້ານຫັ້ນແຫຼະ ໄປຂົ່ມເຫັງ ແຕ່ວ່າ ເມືອງໂດຍກົງ ເຂົາກະບໍ່ໄປຂົ່ມເຫັງ.”

ທາງດ້ານເຈົ້າໜ້າທີ່ ເມືອງສະໝ້ວຍ ທ່ານນຶ່ງ ທີ່ຮູ້ກ່ຽວກັບເຣື່ອງນີ້ ໄດ້ຊີ້ແຈງວ່າ ທາງອໍານາດການປົກຄອງ ເມືອງສະໝ້ວຍ ໄດ້ໃຫ້ການຊ່ອຍເຫຼືອ ໂດຍການມອບດິນຈັດສັນ ໃຫ້ແກ່ຊາວຄຣິສຕຽນລາວ ຈໍານວນດັ່ງກ່າວ ພ້ອມທັງໄດ້ມີການແກ້ໄຂບັນຫາ ໂດຍມີການຫ້າມ ບໍ່ໃຫ້ເຈົ້າໜ້າທີ່ ຂັ້ນບ້ານ ຫຼືຊາວບ້ານ ໄປຂົ່ມເຫັງຊາວຄຣິສຕຽນລາວ ນັ້ນອີກ.

ດັ່ງທ່ານກ່າວວ່າ:

“ເອີ່ ແກ້ໝົດແລ້ວເດ້. ເອີ່ໆ....ຄືວ່າ ແລ້ວໆເດ້. ເຂົາແກ້ໄຂໝົດແລ້ວ. ເອີ່ ຍ້າຍໝົດໆ ກະບໍ່ເປັນຫຍັງ.”

ແຕ່ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນ ການຂົ່ມເຫັງຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ຂອງລາວ ໂດຍສະເພາະ ແຂວງສາຣະວັນ ແລະ ແຂວງສວັນນະເຂດ ຍັງສືບຕໍ່ມີຢູ່ເລື້ອຍໆ ເຊິ່ງຊາວຄຣິສຕຽນລາວ ມັກຖືກເຈົ້າໜ້າທີ່ ຂັ້ນບ້ານຂົ່ມເຫັງ ແລະເອົາປຽບຫຼາຍຢ່າງ ເພື່ອກົດດັນໃຫ້ຍ້າຍອອກ ຈາກບ້ານ ເພາະວ່າຫຼາຍບ້ານ ບໍ່ມັກຜູ້ເຊື່ອຖືສາສນາຄຣິສຕຽນ.

ດັ່ງຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ທ່ານນຶ່ງກ່າວວ່າ:

“ຂະນ້ອຍນີ້ ກະຖືກເຂົາບໍ່ຮັບຢູ່ໃນບ້ານ ປກສ ເຂດໃຫ້ອອກຈາກບ້ານ ກະຢູ່ນໍາພວກເຂົາແຫຼະ ເຂົາບໍ່ຢູ່ນໍາພວກເຮົາ ຄຣິສຕຽນເຮົາ ງານດອງງານຫຍັງກະບໍ່ໄດ້ ຄັນເປີດເຂົາໃຫ້ເສັຍນັ້ນ ຄັນພວກເຂົາລະເປີດ ກິນເຫຼົ້າເມົາສຸຣາໝົດຄືນ ງານຫຍັງເຂົາກະເປີດໄດ້.”

ສ່ວນເຈົ້າໜ້າທີ່ຂັ້ນບ້ານ ຢູ່ແຂວງພາກໃຕ້ ທ່ານນຶ່ງ ພັດເຫັນວ່າ ປັດຈຸບັນ ອໍານາດການປົກຄອງຫຼາຍບ້ານ ເຄົາຣົບສິດທິ ຂອງຜູ້ທີ່ເຊື່ອຖືສາສນາຄຣິສຕຽນ ແລະ ສາມາດຢູ່ນໍາກັນໄດ້ ຢ່າງສັນຕິສຸຂ ອີກທັງບໍ່ໄດ້ມີການຂົ່ມເຫັງຊາວຄຣິສຕຽນລາວ ມີພຽງແຕ່ບາງສ່ວນເທົ່ານັ້ນ ທີ່ຍັງປະຕິບັດບໍ່ດີ ຕໍ່ຊາວຄຣິສຕຽນລາວ.

ດັ່ງທ່ານ ກ່າວວ່າ:

“ເຂົາກະດີໝົດ. ເຍຊູກະດີ ພຸທກະດີ ແຕ່ວ່າ ເປັນລວມໝູ່. ຫຼາຍສາສນາ, ຫຼາຍຄົນ, ຫຼາຍຄອບຄົວ. ບ້ານເຮົາ ລະເປັນສາສນາພຸທ ເຂົາຮູ້ບ້ານເຮົານີ້.”

ຢ່າງໃດກໍຕາມ ບັນຫາການຂົ່ມເຫັງ ຊາວຄຣິສຕຽນລາວ ທີ່ເກີດຂຶ້ນໃນກ່ອນໜ້ານີ້ ຍັງມີຫຼາຍກໍຣະນີ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ເປັນຕົ້ນ ເຫດການ ຊາວຄຣິສຕຽນລາວ ຄອບຄົວນຶ່ງ ທີ່ມີສະມາຊິກໃນຄອບຄົວທັງໝົດ 6 ຄົນ ຢູ່ບ້ານຕັ່ງຫວາຍນໍ້າ ເມືອງຊົນນະບູລີ ແຂວງສວັນນະເຂດ ທີ່ໄດ້ຖືກຜູ້ບໍ່ຫວັງດີກຸ່ມນຶ່ງ ມາລັກມ້າງຕູບ ແລະຖຽງນາ ຂອງຄອບຄົວຖິ້ມ ເມື່ອເດືອນກໍຣະກະດາ ທີ່ຜ່ານມາ ຍ້ອນບໍ່ພໍໃຈ ທີ່ຄອບຄົວດັ່ງກ່າວເຊື່ອຖືສາສນາຄຣິສຕຽນ ແລະເຫດການຄຣູສອນ ສາສນາຄຣິສຕຽນ ທ່ານນຶ່ງ ພ້ອມກັບຊາວຄຣິສຕຽນລາວ ອິີກ 15 ຄອບຄົວ ເຊິ່ງເປັນຊົນເຜົ່າອາຂ່າ ຢູ່ບ້ານໃໝ່ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຖືກເຈົ້າໜ້າທີ່ ຂັ້ນບ້ານ ຂັບໄລ່ອອກຈາກບ້ານ ເມື່ອເດືອນມົກກະຣາ ປີນີ້ ຍັງບໍ່ທັນໄດ້ຮັບການແກ້ໄຂ.

ອີກທັງ ເຫດການຄາຕກັມ ອາຈານ ສີ ແສງມະນີ ຄຣູສອນສາສນາ ຄຣິສຕຽນ ຊາວເມືອງນາກາຍ ແຂວງຄໍາມ່ວນ ເມື່ອເດືອນຕຸລາ ປີ 2022 ທີ່ຖືກພົບເປັນສົບ ຢູ່ໃນປ່າແຫ່ງນຶ່ງ ໃນເຂດເມືອງທ່າແຂກ ຍ້ອນມີຜູ້ບໍ່ພໍໃຈ ທີ່ເຂົາເຈົ້າ ມີການເຄື່ອນໄຫວ ດ້ານສາສນາຄຣິສຕຽນຢ່າງໜັກ ແລະພຍາຍາມເຜີຍແຜ່ສາສນາຄຣິສຕຽນນັ້ນ ມາຮອດປັດຈຸບັນ ບໍ່ມີຄວາມຄືບໜ້າ ໃນການຕິດຕາມຈັບໂຕ ຄົນກໍ່ເຫດມາລົງໂທດ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.