ໂຮງງານເຈັ້ຽ ຊັນ ເປເປີ້ ມີແຜນຂຍາຍໂຮງງານຕື່ມ

ມະນີຈັນ
2018.08.17
F-Sun-Paper ທາງດ້ານໜ້າ ຂອງໂຮງງານຜລິດເຈັ້ຽ ຊັນເປເປີ ເມືອງເຊໂປນ ແຂວງສວັນນະເຂດ
Screen captured : ໂທຣະພາບເຊໂປນ

ໂຮງງານປຸງແຕ່ງ ເຈັ້ຽເກົ່າ ແລະ ເປື້ອນແລ້ວ ທີ່ນໍາເຂົ້າ ມາຈາກຢູໂຣບ ແລະ ສະຫະຣັຖອາເມຣິກາ ຊຶ່ງຕັ້ງຢູ່ບ້ານ ມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ຊຶ່ງມີແຜນທີ່ຈະຂຍາຍໂຮງງານນັ້ນ ຢູ່ຣະຫວ່າງ ການຕິດຕາມຢ່າງໃກ້ຊິດ ຈາກທາງການທ້ອງຖິ່ນ ຂອງລາວ ຍ້ອນ ສົ່ງກິ່ນເໝັນ ແລະ ປ່ອຍນໍ້າເສັຽໄຫລລົງນໍ້າ ຫ້ວຍລ່ອງ ແລະເຊບັ້ງຫຽງ ພາຍຫລັງທີ່ ທາງໂຮງງານ ໃຫ້ຄໍາໝັ້ນວ່າ ຈະພຍາມແກ້ໄຂໃຫ້ໄດ້ ພາຍໃນອີກ 15 ມື້ ຄື ແຕ່ມື້ວັນທີ 6 ກໍຣະກະດາ ເປັນຕົ້ນໄປ.

ການຕິດຕາມ ການເຄື່ອນໄຫວ ຂອງທາງການມີຂຶ້ນ ພາຍຫລັງທີ່ທາງການ ເມືອງເຊໂປນ ໄດ້ຮັບການຮ້ອງຮຽນຈາກຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກການສົ່ງກິ່ນເໝັນ ແລະ ປ່ອຍນໍ້າເສັຽຈາກໂຮງງານ Sun Paper ຂອງຈີນ ທີ່ເຮັດໃຫ້ປາໃນໜອງຕາຍ ແລະ ສັດລ້ຽງ ເຊັ່ນງົວຄວາຍຂອງພວກຕົນ ທີ່ກິນນໍ້າໃນໜອງທີ່ວ່ານັ້ນ ຕາຍຫຼາຍໂຕ. ຫລັງຈາກນັ້ນ ທາງຄນະປົກຄອງເມືອງເຊໂປນ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ກໍໄດ້ປະຊຸມ ກັບເຈົ້າຂອງໂຮງງານ ດັ່ງກ່າວ ເມື່ອວັນທີ 6 ກໍຣະກະດານີ້ ເພື່ອຫາສ່ອງທາງແກ້ໄຂບັນຫາ ຢ່າງຮີບດ່ວນ.

ໃນນັ້ນທາງໂຮງງານ ໄດ້ຂໍເວລາ 15 ມື້ ໃນການແກ້ໄຂ. ແຕ່ກໍປາກົດວ່າທາງໂຮງງານ ບໍ່ສາມາດແກ້ໄຂໄດ້ ຊຶ່ງມາຮອດວັນທີ 23 ມິຖຸນາ ນີ້ ກໍຍັງສົ່ງກິນເໝັນແຮງ ແລະ ປ່ອຍນໍ້າເສັຽ ລົງຫ້ວຍ ທີ່ຢູ່ ໃກ້ຄຽງໂຮງງານນັ້ນ ຢູ່ຄືເກົ່າ, ປາໃນໜອງ ກໍຕາຍ ແລະ ຊາວບ້ານ ທີ່ຖືກນໍ້າ ກໍເປັນຕຸ່ມຄັນ ຕາມຕົນໂຕ ຕາມຄໍາເວົ້າຂອງຊາວບ້ານ ທ່ານນຶ່ງ ໃນເຂດໃກ້ຄຽງ ຕໍ່ວິທຍຸເອເຊັຍເສຣີວ່າ:

“ກິ່ນເໝັນຫັ້ນຍັງໃດ໋ ຊໍ່າເກົ່າ ບໍ່ຫລຸດລົງຈັກຢ່າງ ນໍ້າຫ້ວຍລ່ອງທີ່ມັນຜ່ານ ໂຮງງານຫັ້ນ ເຮົາຂ້າມໄປຂ້າມມາຫັ້ນ ມັນຖືກຄັນ ປາກະບໍ່ມີ ຈັກໂຕ ສະເພາະຫ້ວຍລ່ອງຫັ້ນນະ ນໍ້າມັນອຸ່ນຕລອດ ປະມານ 60 ອົງສາ ກະທົບຫັ້ນແຫລະ ຄັນມັນລົງລ່ອງລົງມານີ້ ໝາຍຄວາມວ່າ ກິນເຂົ້າບໍ່ໄດ້ລະ.”

ທ່ານເວົ້າວ່າ ນອກຈາກ ບ້ານນຈິ ແລ້ວ ຍັງມີອີກ 8 ບ້ານ ທີ່ໄດ້ຮັບກິ່ນເໝັນ ຈາກໂຮງງານ Sun Paper ຂອງຈີນ ຮວມທັງບ້ານ ເຊໂປນ ບ້ານນາບໍ່ ບ້ານໂພນມ່ວງ ນໍາດ້ວຍ ຍ້ອນລົມພັດເອົາກິ່ນເໝັນ ໄປໃນລັດສມີກ້ວາງໄກ ເຮັດໃຫ້ຊາວບ້ານ ຫຼາຍຮ້ອຍຄອບຄົວ ຕ້ອງໄດ້ທົນ ຕໍ່ກິນເໝັນນັ້ນ ໄປຕາມໆກັນ. ບາງຄັ້ງບາງຍາມ ຢູ່ເຮືອນເກືອບວ່າບໍ່ໄດ້ເລີຍ ຍ້ອນກິ່ນເໝັນແຮງ ຊຶ່ງຊາວບ້ານ ກໍໄດ້ພາກັນໄປຮ້ອງຮຽນ ຕໍ່ຫ້ອງການ ປົກຄອງບ້ານ ເພື່ອສເນີ ໃຫ້ແກ້ໄຂ ຢ່າງຮີບດ່ວນ ແຕ່ທາງໂຮງງານ ກໍປາກົດວ່າ ບໍ່ເອົາໃຈໃສ່ ແກ້ໄຂບັນຫາໃຫ້ ເທົ່າທີຄວນ.

ກ່ຽວກັບການສົ່ງກິ່ນເໝັນ ແລະ ປ່ອຍນໍ້າເສັຽຈາກໂຮງງານ ລົງໜອງນໍ້ານັ້ນ ທາງວິທຍຸເອເຊັຍເສຣີ ກໍໄດ້ພຍາມຕິດຕໍ່ໄປຍັງຄນະຮັບຜິດຊອບ ຂອງທາງການ ເມືອງເຊໂປນ ແຕ່ໄດ້ຮັບຄໍາຕອບວ່າ ກໍາລັງປະຊຸມກັນຢູ່ ແລະຄາດວ່າ ຈະຕອບໃຫ້ຮູ້ຄັກແນ່ ວ່າຈະເຮັດແນວໃດຕໍ່ໂຮງງານ Sun Paper ໃນມື້ຕໍ່ມາ.

ຢ່າງໃດກໍຕາມ ຕາມຄໍາເວົ້າຂອງທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ ຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ 9 ກໍຣະກະດານີ້, ຫາກກາຍ 15 ມື້ນັ້ນແລ້ວ ຫາກພົບວ່າ ທາງໂຮງງານ ຍັງເຮັດກິ່ນເໝັນ ແຮງຢູ່ຄືເກົ່າ ທາງການ ກໍຈະຣາຍງານ ເຖິງຂັ້ນເທິງ ເພື່ອໃຫ້ພິຈາຣະນາ ໃຊ້ມາຕ ການເດັດຂາດຕໍ່ໄປ:

“ບໍ່ແກ້ໄຂໄດ້ ອັນນີ້ກໍສິສເນີໃຫ້ທາງ ຂັ້ນເທິງເພິ່ນພິຈາຣະນາ ຕາມຣະບຽບການ ທາງເມືອງໄທເຮົາ ກະມີແຕ່ຈະຕິດຕາມກາງຄືນຫລືກາງເວັນ ມັນເໝັນພວກເຮົາຈະໄດ້ ປະສານກັບຄະນະທີມງານ ຂອງບໍຣິສັດ ວ່າມີກິ່ນແລ້ວ ຢູ່ຈຸດນັ້ນໆ.”

ແລະວ່າ ການກວດກາເບື້ອງຕົ້ນ ຂອງຝ່າຍເທັກນິກ ຂອງທາງໂຮງງານ ຣາຍງານວ່າ ສາເຫດ ທີ່ເຮັດໃຫ້ມີກິ່ນເໝັນ ເປັນຍ້ອນນໍ້າເສັຽທີ່ໄຫລ ເຂົ້າສູ່ອ່າງບໍາບັດ ຜ່ານຄວາມຮ້ອນ ສູງເກີນໄປ ຈຶ່ງເຮັດໃຫ້ມີກິ່ນເໝັນແຮງ ເກີນກວ່າ ທີ່ຈະຄວບຄຸມໄດ້ ເຮັດໃຫ້ທາງໂຮງງານ ຕ້ອງໄດ້ປັບ ຄວາມຮ້ອນນັ້ນລົງ ມາຢູ່ທີ່ 35 ຫາ 40 ອົງສາ ເພື່ອຫວັງຈະເຮັດໃຫ້ນໍ້າເສັຽ ສົ່ງກິ່ນເໝັນໜ້ອຍລົງ. ແລະກ່ອນໜ້ານັ້ນ ທາງໂຮງງານກໍເຄີຍ ຊີ້ແຈງວ່າ ສາເຫດທີ່ນໍ້າເສັຽ ເໝັນແຮງ ຍ້ອນເກີດຈາກ ກະແສໄຟຟ້າໃນໂຮງງານ ບໍ່ພຽງພໍ ເຮັດໃຫ້ຣະບົບ ຄວບຄຸມກິ່ນ ເຮັດວຽກ ບໍ່ເຕັມ ຄວາມສາມາດ.

ໂຮງງານ Sun Paper ຂອງຈີນ ເລີ່ມຜລິດໃນຣະຍະທົດລອງ ແຕ່ວັນທີ 21 ພຶສພາ ເຖິງທີ 20 ສິງຫາປີນີ້. ແຕ່ເຮັດມາໄດ້ ຕົ້ນເດືອນ ມີຖຸນາ ກໍເລີ່ມສົ່ງກິ່ນເໝັນແຮງ ໃນຣັດສມີ 7 ກິໂລແມັດ. ແລະເມື່ອເດືອນທີ່ແລ້ວ ເຈົ້າຂອງ ໂຮງງານ ກໍເຄີຍຂໍເວລາ 10 ມື້ ເພື່ອແກ້ໄຂ ບັນຫານີ້ ແຕ່ກໍບໍ່ສາມາດເຮັດໄດ້. ເວົ້າເຖິງເຣື່ອງກິ່ນເໝັນ ເຈົ້າໜ້າທີ່ສາທາຣະນະສຸຂ ເມືອງເຊໂປນ ກໍຍັງບໍ່ຮູ້ຄັກ ແນ່ວ່າ ຈະເປັນອັນຕຣາຍ ຕໍ່ສຸຂພາບຂອງປະຊາຊົນ ໜ້ອຍຫຼາຍສໍ່າໃດ ຍ້ອນບໍ່ມີເຄື່ອງວັດແທກ, ຮູ້ພຽງແຕ່ວ່າ ສົ່ງຜົລເສັຽຫຼາຍຕໍ່ສຸຂພາບຈິດ ຂອງຊາວບ້ານນັ້ນ ແມ່ນ ຫລີກລ່ຽງບໍ່ໄດ້ ດັ່ງທີ່ທ່ານກ່າວວ່າ:

“ກະບໍ່ຮູ້ຄືກັນ ວ່າຂັ້ນຕອນ ການກວດກາຫັ້ນ ເຮົາບໍ່ໄດ້ເອົາ ເອົາຕົວໃດມາວັດແທກ ຫັ້ນນະມັນກະຍາກ ຢູ່ໃດ໋ ກະບໍ່ທັນຮູ້ວ່າມັນອັນຕຣາຍ ຊໍ່າໃດໆ ຫັ້ນນະແຕ່ວ່າມັນສິມີ ລົບກວນຫັ້ນແຫລະ.”

ຢ່າງໃດກໍຕາມ ຂ່າວຊິນຮົວຂອງທາງການຈີນ ຣາຍງານໃນມື້ວັນທີ 19 ກໍຣະກະດາ 2018 ນີ້ວ່າ ບໍຣິສັດຕລາດຮຸ້ນ ຮ່ວມອຸດສາຫະກັມ Shandong Sun Paper ຂອງຈີນ ຈະລົງທຶນເພີ່ມ ອີກ ເພື່ອປັບປຸງ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ການຜລິດຂອງຕົນ ໃນລາວ ຂະນະທີ່ ຫາຊ່ອງທາງມີຜົລກໍາໄຣດີ ດ້ວຍການນໍາເຈັ້ຽ ທີ່ຖືກຖິ້ມ ແລະເປິະເປື້ອນ ເຂົ້າມາຈາກ ສະຫະຣັຖອາເມຣິກາ ແລະຢູໂຣບ ເພື່ອ recycle ຫລືຜລິດຄືນໃໝ່. ຄນະບໍຣິຫານບໍຣິສັດ Sun Paper ໄດ້ຮັບຜ່ານ ການລົງທຶນເພິ່ມ ຈໍານວນ 673 ລ້ານໂດລາສະຫະຣັຖ ເພື່ອໃຊ້ເຂົ້າໃນໂຮງງານ Sun Paper ຢູ່ແຂວງສວັນນະເຂດນັ້ນ ຖືເປັນການເພີ່ມ ການລົງທຶນຫຼາຍກວ່າເມື່ອກ່ອນ ເຖິງ 2 ເທົ່າປາຍ ນັບແຕ່ການສ້າງຕັ້ງໂຮງງານ ໃນປີ 2010 ມາ.

ການຂຍາຍໂຮງງານ ຈະເຮັດໃຫ້ ສາມາດຜລິດເຈັ້ຽໄດ້ປີລະ 1 ຈຸດ 2 ລ້ານຕັນ ຊຶ່ງເກືອບວ່າ ທັງໝົດ ຈະເປັນການຜລິດເຈັ້ຽເສດເຫຼືອ ທີ່ນໍາເຂົ້າມາຈາກ ສະຫະຣັຖ ອາເມຣິກາແລະຢູໂຣບ. ໃນນັ້ນຈະມີຮວມທັງ 1 ຂແນງ ການຜລິດ ເຈັ້ຽກາກຕົ້ງ ໄດ້ 4 ແສນຕັນ ແລະມີ 2 ຂແນງທີ່ສາມາດຜລິດເຈັ້ຽຫໍ່ເຄື່ອງ ໄດ້ໃນປາຣິມານທີ່ເທົ່າກັນນັ້ນ.

ບໍຣິສັດ Sun Paper ກ່າວໂດຍຄາດຫວັງວ່າ ການລົງທຶນເພີ່ມນັ້ນ ຈະສາມາດ ຕ່າວປີ້ນສະພາບ ການສູນເສັຽ ຜົລກໍາໄຣ ຂອງໂຮງງານ ຢູ່ແຂວງສວັນນະເຂດ ຄືທີ່ເປັນຢູ່ໃນຂະນະນີ້ໄດ້. ເມື່ອປີກາຍ ໂຮງງານ Sun Paper ໄດ້ຣາຍງານເຖິງ ການຂາດທຶນຂອງຕົນ 14 ລ້ານ 5 ແສນຢັວນ ຫລື 2 ລ້ານ 150 ພັນໂດລາສະຫະຣັຖ ແລະມີຣາຍຮັບພຽງ 144 ພັນປາຍຢັວນ.

ແຕ່ທາງບໍຣິສັດ ໄດ້ປະເມີນວ່າ ໂຄງການໃໝ່ນີ້ ຈະສາມາດເຮັດໃຫ້ ມີຣາຍໄດ້ 641 ລ້ານ 5 ແສນຢັວນ ເຂົ້າໃນຣາຍຮັບໃນແຕ່ລະປີ ຂອງ ບໍຣິສັດຕົນແລະຈະມີກໍາໄຣເຖິງ 84 ລ້ານ 2 ແສນຢັວນ. ຂ່າວຊິນຮົວ ຂອງທາງການຈີນ ຣາຍງານຕື່ມວ່າ ການຂຍາຍໂຮງງານນີ້ ຈະຕ້ອງ ຖືກຮັບຜ່ານ ໂດຍຜູ້ຖືຮຸ້ນຂອງບໍຣິສັດ ຮວມເຖິງ ທາງການ ທີ່ກ່ຽວຂ້ອງ ທັງຢູ່ລາວ ແລະຈີນນໍາດ້ວຍ.

ໂຄງການນີ້ ເປັນສ່ວນນຶ່ງ ຂອງການລົງທຶນ ລຸ້ນໃໝ່ ໃນຕ່າງປະເທດ ຂອງບໍຣິສັດຈີນ ຕາມຂໍ້ລິເລີ່ມ ແລວທາງ ແລະ ເສັ້ນທາງ Belt and Road ຂອງຣັຖບານຈີນ ທີ່ສນັບສນູນ ໃຫ້ບໍຣິສັດຂອງຈີນ ທີ່ກ່ຽວຂ້ອງ ກັບໂຄງຮ່າງ ພື້ນຖານນັ້ນ ໄດ້ສົ່ງຄວາມຮູ້ ຄວາມສາມາດ ໃນການ ກໍ່ສ້າງ ແລະ ການຜລິດ ອຸດສາຫະກັມ ຂອງຈີນ ໄປຍັງປະເທດຕ່າງໆ ທີ່ຢູ່ໃນເຂດ ທາງເດີນທະເລ ເກົ່າແກ່ ແລະເສັ້ນທາງບົກ ເສັ້ນທາງ ສາຍໄໝ ທີ່ເຊື່ອມຕໍ່ຈີນ ກັບທະວີບ ຢູໂຣບ. ແລະ ບໍຣິສັດຜລິດເຈັ້ຽທີ່ວ່ານີ້ ກໍເປັນນຶ່ງ ໃນກຸ່ມບໍຣິສັດທີ່ວ່ານັ້ນ ໂດຍໄດ້ເລີ່ມຫຼາຍໂຄງການ ໃນຫຼາຍປະເທດ Scandinavia ຊຶ່ງເປັນເຂດ ທີ່ອຸດສາຫະກັມ ມີການພັທນາໄປ ເປັນຢ່າງດີນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.