ຫົວໜ້າການເງິນຖືກປົດ ຍ້ອນ ສໍ້ຣາສບັງຫຼວງ

0:00 / 0:00

ກະຊວງການເງິນ ໄລ່ພະນັກງານແປດຄົນ ທີ່ຍັກຍອກຊັບສີນຂອງຣັຖ ອອກຈາກການ ໃນນັ້ນມີທັງຫົວໜ້າຂແນງ ທີ່ກ່ຽວຂ້ອງກັບການເງິນ.

ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງການເງິນ ຣາຍງານ ຢູ່ກອງປະຊຸມ ເປີດກວ້າງຄົບຄນະບໍຣິຫານງານ ພັກກະຊວງການເງິນເມື່ອກາງເດືອນ ກໍຣະກະດາທີ່ຜ່ານມາວ່າ ຄະນະກວດກາ ໄດ້ກວດກາວຽກງານ ການເງິນ-ງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ ແລະໄດ້ພົບເຫັນ ໃນເວລານຳເຂົ້ານໍ້າມັນເຊື້ອໄຟ ຮັບໃຊ້ໂຄງການ ທາງຣົດໄຟ ລາວ-ຈີນ, ເຈົ້າໜ້າທີ່ເຫລົ່ານີ້ ໄດ້ປອມແປງ ເອກະສານ, ເກັບເງິນແລ້ວບໍ່ມອບເຂົ້າຣັຖ, ມອບເງິນເຂົ້າບໍ່ຄົບຖ້ວນ, ມີການສົມຮູ້ຮ່ວມຄິດກັບຜູ້ປະກອບການ, ຈ່າຍເງິນລ່ວງໜ້າ ໃນຣະບົບ ຄັງເງິນ ບໍ່ຖືກຕ້ອງ ແລະ ຈ່າຍນອກແຜນ. ເຮັດໃຫ້ງົບປະມານເສັຍຫາຍ 10 ຕື້ກີບ ເປັນເງິນໂດລາສະຫະຣັຖ 135,631 ໂດລາ ເຊີ່ງໃນ ກໍຣະນີນີ້ ມີພະນັກງານຮ່ວມກັນ ທຸຈລິດ ຈຳນວນ 13 ຄົນ ແລະ ກໍ່ຖືກສອບສວນເລື້ອຍມາ.

ຄວາມຈິງເຣື່ອງນີ້ ມີດງຽບມາ ເປັນເວລາສອງເດືອນແລ້ວ ກະແສສັງຄົມຕ່າງກໍ່ຄິດວ່າກໍ່ຄົງເປັນຄືກັບກໍຣະນີທີ່ຜ່ານມາ ເຊັ່ນການປົດ ເຈົ້າແຂວງ ອັດຕະປື ແລະ ແຂວງຊຽງຂວາງ ດ້ວຍຂໍ້ຫາ ມີສ່ວນພົວພັນໃນການຄ້າໄມ້ຜິດກົດໝາຍ ໂດຍທັງສອງກໍຣະນີມີແຕ່ຍ້າຍໜ້າທີ່ ແຕ່ບໍ່ມີຂ່າວວ່າລົງໂທດຕໍ່ຜູ້ກະທຳຜິດດັ່ງກ່າວ.

ແຕ່ກໍຣະນີນີ້ ຍ້ອນຊື່ສັງຄົມອອນລາຍ ໂດຍເຈົ້າຂອງເຟສບຸກ ທີ່ເປັນຄົນພາຍໃນ ໄດ້ຫລັກຖ່າຍໃບແຈ້ງການ ແລະເປີດເຜີຍອອກສູ່ສັງຄົມ ຈຶ່ງເຮັດໃຫ້ ເຣື່ອງນີ້ແຜ່ອອກໄປຢ່າງໄວວາ. ພະນັກງານການເງິນ ສ່ວນຫຼາຍຈະຮັ່ງມີ ຜິດປົກກະຕິ ແຕ່ວ່າ ຜູ້ຖືກລົງໂທດເທື່ອນີ້ ຍັງເປັນ ປານ້ອຍ ບໍ່ແມ່ນປາໃຫຍ່ ດັ່ງຜູ້ໃຊ້ເຟສບຸກ ຕິດຕາມຂໍ້ນີ້ໄດ້ ໃຫ້ຄວາມເຫັນວ່າ ນີ້ແຫລະ ທີ່ອອກ ມາເວົ້າແຕ່ລະເທື່ອ ບໍ່ແມ່ນຄັດຄ້ານຫຍັງ ພຽງແຕ່ຢາກໃຫ້ ເປັນຫູເປັນຕານຳກັນ ເພື່ອບໍ່ຢາກໃຫ້ພວກນີ້ ເຮັດຕາມໃຈໂຕເອງ ບາງທີສິ່ງ ທີ່ພວກພະນັກງານເຮັດສິ່ງບໍ່ດີລົງໄປ. ຂັ້ນເທິງ ພັກລັດ ກະບໍ່ຮູ້ນຳ ວ່າພວກເຂົາເຮັດຫຍັງ ເພາະຂັ້ນເທິງຮັບຮູ້ຂໍ້ມູນ ແຕ່ພວກເຂົາສເນີ ແຕ່ສິ່ງດີໆຂຶ້ນໄປ ນອກຈາກນັ້ນ ຍັງມີຄວາມເຫັນ ນັບໝື່ນ ທີ່ແຕກຕ່າງກັນໄປ ແຕ່ທີ່ເປັນ ເອກະພາບກັນ ຄືໃຫ້ຢືດຊັບ ໃຫ້ລົງໂທດ ຕິດຄຸກ ແລະ ນໍາເອົາຂ່າວມາເຜີຍແຜ່ ແລະ ຂໍໃຫ້ຣັຖ ເຮັດແທ້ທຳຈິງ ບໍ່ຕົວະປະຊາຊົນ.

ສ່ວນການລົງໂທດ ໄລ່ພະນັກງານກະຊວງການເງິນອອກເປັນການໃຊ້ມາຕການຄັ້ງທຳອິດ ທີ່ີຣະດັບກະຊວງໄດ້ລົງໂທດ. ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງການເງິນ ໄດ້ລົງລາຍເຊັນ ໃນແຈ້ງການ ສະບັບເລຂທີ 2830 ລົງວັນທີ 06 ກັນຍາ 2018 ວ່າດ້ວຍ ການປະຕິບັດວິນັຍພະນັກງານ-ຣັຖກອນ ທີ່ສັງກັດກະຊວງການເງິນ ເຊີ່ງມີມະຕິໄລ່ພະນັກງານຣັຖຈຳນວນ 08 ຄົນອອກຈາກການ ອີງຕາມກົດໝາຍອາດຍາ ແລະ ກົດໝາຍວ່າດ້ວຍ ຣັຖກອນ ມາດຕາ 68 ດ້ວຍຮູບການລົງວິນັຍຂັ້ນ 4 ລຶບຊື່ອອກຈາກ ເປັນຣັຖກອນ ການເງິນໂດຍບໍ່ມີນະໂຍບາຍ. ເຊີ່ງປະກອບມີລາຍຊື່ດັ່ງນີ້:

1. ທ້າວ ສາຍສະໝອນ ໄຊຊູລຽນ ອາດີດຜູ້ຊ່ວຍວຽກງານຄະນະນຳກະຊວງ.

2. ນາງ ບຸນໄທ ເລືອງວິໄລ ອາດີດຮອງຫົວໜ້າສະຖາບັນເສຖກິສການເງິນ.

3. ນາງ ບຸດສະບາ ໄຊຍະສິດ ອາດີດຫົວໜ້າຜແນກກົມງົບປະມານ.

4. ທ້າວ ອາລັດ ຈັນທະວົງ ອາດີດຫົວໜ້າຜແນກຫ້ອງການ.

5. ທ້າວ ສຸທົດ ໂສດາຈັນ ອະດີດຫົວໜ້າຜແນກກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ.

6.ທ້າວ ສົມໃຈ ສີຫານຸວົງ ອະດີດຮອງຫົວໜ້າຜແນກ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ.

7.ທ້າວ ບົວໄລ ຫຼວງອາໄພ ຮອງອະດີດຫົວໜ້າຜແນກກົມງົບປະມານແຫ່ງຣັດ ແລະ

8. ທ້າວ ພູຄຳ ແສງສຸລິຈັນ ວິຊາການກົມຄຸ້ມຄອງວິສາຫະກິດຣັຖລົງທຶນ ແລະ ປະກັນໄພ. ທັງໝົດ 8 ຄົນ ຈະບໍ່ໄດ້ຮັບນະໂຍບາຍ ແລະ ຖືກຢືດຊັບສິນຈຳນວນນຶ່ງໃຫ້ຣັຖ ເຊີ່ງຈະເຣີ້ມຕັ້ງວັນທີ 01 ຕຸລາ 2018 ເປັນຕົ້ນໄປ.

ພ້ອມດຽວກັນນີ້ ໃນໄລຍະເວລາໄລ່ເລັ່ຽກັນ ອີກເຫດການນຶ່ງ ທາງການລາວ ໄດ້ປະກາດ ເລື່ອນການຈັດການແຂ່ງຂັນກິລາແຫ່ງຊາດ ອອກໄປເປັນປີ 2019 ໂດຍໃຫ້ເຫດຜົນວ່າ ແຂວງຊຽງຂວາງ ປະສົບໄພນໍ້າຖ້ວມຢ່າງໜັກ ພື້ນຖານໂຄງຮ່າງ ເສັຽຫາຍ ແລະ ງົບປະມານບໍ່ຽງພ້ອມ ທີ່ຈິງເຣື່ອງນີ້ ມັນພົວພັນເຖິງ ອົງການກວດກາແຫ່ງຣັຖ ທີ່ກຳລັງກວດສອບ ງົບປະມານປີ 2017 ທັງໝົດ 15 ເປົ້າໝາຍ ກໍ່ຄືຫ້ອງວ່າການ, ຫ້ອງການງົບປະມານ, ຄັງເງິນປະຈຳແຂວງ, ຫ້ອງການຄຸ້ມຄອງຊັບສິນຂອງຣັຖ, ຜແນກ ສ່ວຍສາອາກອນ, ຜແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ຜແນກແຜນການ ແລະ ການລົງທຶນ, ຜແນກໂຍທາທິການ ແລະ ຂົນສົ່ງ, ຜແນກກະສິກຳ ແລະ ປ່າໄມ້, ຜແນກອຸດສະຫະກຳ ແລະ ການຄ້າ, ຜແນກແຮງງານ ແລະ ສວັດດີການສັງຄົມ, ຜແນກສຶກສາທິການ ແລະ ກິລາ, ຜແນກສາທາຣະນະສຸກ, ຜແນກພລັງງານ ແລະ ບໍ່ແຮ່ ແລະ ຜແນກຍຸດຕິທັມ.

ກ່ຽວກັບເຣື່ອງນີ້ ວິຊາການທ່ານນຶ່ງ ໄດ້ກ່າວວ່າ:

“ເພິ່ນກຳລັງມາຜ່ານບົດຣາຍງານຂາດຕົວ ກ່ຽວກັບໜ້າວຽກ 15 ເປົ້າໝາຍຫັ້ນ ຜແນກການທີ່ກ່ຽວຂ້ອງ ກຽມລົງກວດກາໃນ 30 ວັນເນາະ ມັນມີໂຕຍາກໂຕງ່າຍ ບາງອັນມີບັນຫາເງີນຄຸມເຄືອກັນ ມີຫລາຍຫ່ວງ ມັນໃຊ້ເວລາເນາະກັບ 15 ເປົ້າໝາຍໄປຂັດແລ້ວ ຕົວຢ່າງ ວ່າສົ່ງໄປ ໃຫ້ຜແນກການເງິນແຂວງ 10 ໂຄງການ ເພື່ອນຳເງິນກັບຄືນມາເນາະຖ້າວ່ານຳບໍ່ໄດ້ ຊິສົ່ງມາໃຫ້ກວດກາເປັນຜູ້ສືບຕໍ່ຕິດຕາມຕໍ່.”

ການສໍ້ຣາດບັງຫລວງ ມີຢູ່ທຸກຫົນແຫ່ງໃນລາວ ຈົນກາຍເປັນປະເພນີໄປແລ້ວ. ລ້າສຸດ ການຈັດອັນດັບ ການສໍ້ຣາດບັງຫລວງ ຂອງ 10 ປະເທດອາຊ່ຽນໃນປີ 2017 ລາວ ເປັນປະເທດທີ່ ມີການສໍ້ຣາສບັງຫລວງຫລາຍທີ່ສຸດອັບດັບສອງຮອງຈາກກຳພູຊາ.

ໃນປີ 2017 ຄນະກັມມະການ ກວດກາຂອງສູນກາງພັກ ກວດເຫັນການສໍ້ຣາດບັງຫລວງ 146 ກໍຣະນີ ລວມມີ 994 ຄົນ ໃນນັ້ນ ພະນັກງານຣັຖ 908 ຄົນ ແລະ ຜູ້ປະກອບການ 86 ຄົນ ພົບເຫັນຄວາມເສັຍຫາຍ 120 ລ້ານໂດລາສະຫະຣັຖ ໂດຍຍັກຍອກ ຜ່ານໂຄງການນອກແຜນ ທີ່ມີການຣະເມີດຫຼາຍໂຄງການ.

ປັດຈຸບັນ ທາງຄນະກັມມະການກວດກາ ກຳລັງດຳເນີນການສອບສວນ 420 ຄົນ ປະຕິບັດວິໄນໄປແລ້ວ 414 ຄົນ ກຳລັງດຳເນີນຂະດີ 84 ຄົນ ນອກນັ້ນຍັງໄດ້ສລຸບຄະດີໃຫ້ອັຍການປະຊາຊົນແລ້ວ 62 ຄົນ ແລະ ສານຕັດສິນລົງໂທດກ່ອນໜ້ານີ້ໄປແລ້ວ 14 ຄົນ.