ໂຄວິດ-19 ກະທົບແຜນພົ້ນ ດ້ອຍພັທນາ

ໄຊຍາ
2020.06.04
F-Tonpheung ຊາວບ້ານຊົນເຜົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ນັກຂ່າວພົລເມືອງ

ເມື່ອຕົ້ນປີ 2019 ອາດີດ ຣັຖມົນຕຼີ ກະຊວງແຜນການ ແລະ ການລົງທຶນ ທ່ານ ສຸພັນ ແກ້ວມີໄຊ ໄດ້ຣາຍງານຕໍ່ສະພາແຫ່ງຊາດລາວວ່າ ສປປ ລາວ ບໍ່ສາມາດປະກາດຫລຸດພົ້ນ ອອກຈາກປະເທດດ້ອຍພັທນາ ໄດ້ຍ້ອນບໍ່ຜ່ານການກວດກາ ດັຊນີ ຄວາມບອບບາງທາງດ້ານ ເສຖກິດ ທີ່ອົງການສະຫະປະຊາຊາດ ວາງອອກ. ໃນຂນະທີ່ ດັຊນີ ຣາຍຮັບ ແລະ ຊັບສິນມະນຸດ ນັ້ນຜ່ານມາຕຖານ.

"ມາຕຖານທີ 03 ຄວາມບອບບາງທາງດ້ານເສຖກິດ ແມ່ນບໍ່ຕໍ່າກວ່າ 32 ພວກເຮົາຍັງຢູ່ 33,7 ຖືວ່າພວກເຮົາບໍ່ທັນໄດ້ ເຣຶ່ອງຄວາມບອບ ບາງຄວາມສ່ຽງທາງ ດ້ານເສຖກິດຖືວ່າພວກເຮົາ ຍັງບໍ່ທັນຜ່ານໄດ້ ສອງເງື່ອນໄຂ ໃນສາມຂໍຣາຍງານເທົ່ານັ້ນແຫລະ."

ທ່ານໄດ້ກ່າວຕື່ມວ່າ, ສ່ວນໃນສອງເງື່ອນໄຂ ທີ່ຜ່ານການປະເມີນນັ້ນ ກໍມີຣາຍຮັບ ຂອງປະຊາຊົນມາຕຖານວາງ ໄວ້ 1,362 ແຕ່ລາວໄດ້ 1,900 ໂດລາ ສະຫະຣັຖ ແລະມາຕຖານດັຊນີ ຊັບສິນມະນຸດ ຢູ່ທີ່ 66 ແຕ່ລາວໄດ້ 52,8, ພ້ອມກັນນີ້ ໃນປີ 2021 ອົງການສະຫະປະ -ຊາຊາດ ຈະມາປະເມີນອີກເທື່ອນຶ່ງ ວ່າຈະຜ່ານໄດ້ບໍ່ ຖ້າໄດ້ຣັຖບານລາວ ພ້ອມທີ່ຈະປະກາດ ເປັນປະເທດຫລຸດພົ້ນ ອອກຈາກປະເທດ
ດ້ອຍພັທນາ ບໍ່? ໃນປິີ 2024 ເຊິ່ງເປັນການສມັກໃຈ, ບໍ່ແມ່ນການບັງຄັບ.

ປັດຈຸບັນຣັຖບານລາວ ກຳລັງປະເຊີນກັບບັນຫາ ພຍາດໂຄວິດ-19 ເຊິ່ງເປັນຜົລກະທົບ ທີ່ຄາດບໍ່ເຖິງວ່າມັນກະທົບໃສ່ ການຂຍາຍໂຕຂອງ ເສຖກິດໂດຍກົງ. ດັ່ງສະຖາບັນຄົ້ນຄວ້າ ເສຖກິດແຫ່ງຊາດ ໄດ້ຄາດຄະເນ ວ່າພາຍຫລັງຄວບຄຸມ ພຍາດໂຄວິດ-19 ໄດ້ ເສຖກິດ ແລະ ສັງຄົມຈະໄດ້ຮັບການຈັດຣະບຽບ ແລະຮູບການດຳລົງຊີວິດ ຂອງຄົນຄືນໃໝ່ທີ່ເອີ້ນ ກັນວ່າສະພາບປົກກະຕິແບບໃໝ່ ຫຼື New Normal. ການຟື້ນຟູເສຖກິດອາດໃຊ້ເວລາຫຼາຍປີ ເຊິ່ງມັນກໍໃຫ້ເກີດຄວາມສ່ຽງຕໍ່ເງື່ອນໄຂ ຫຼຸດພົ້ນອອກຈາກປະເທດດ້ອຍພັທນາ ຫລື LDC ອີກ 04 ປີ ຂ້າງໜ້າ ກໍຄືປີ 2024.

ນອກຈາກນັ້ນຍັງເປັນສິ່ງທ້າທາຍ ທີ່ໜັກໜ່ວງຕໍ່ການບັນລຸເປົ້າໝາຍ ການພັທນາແບບຍືນຍົງ ຫລື SDG ແລະ ຍົກຣະດັບຣາຍໄດ້ ຂອງ ປະຊາຊົນລາວໃຫ້ເປັນຣາຍຮັບ ປານກາງ ໄປຫາຣາຍຮັບສູງ ໃນປີ 2030.

"ພວກເຮົາຄາດຄະເນວ່າ ເສຖກິດໃນ ປີ 2020 ຈະໄດ້ຮັບຜົລກະທົບ ບໍ່ເປັນໄປຕາມແຜນການເລີຍ ທີ່ສະພາໄດ້ຮັບຮອງ ໃນ ປີ 2020 ຈະບັນລຸຈະໃຫ້ໄດ້ 6,7% ແຕ່ມາຮອດດຽວນີ້ ຕາມຄາດຄະເນ ຂອງ ພວກເຮົາຜົລເສັຽຫາຍ ປັດຈຸບັນນີ້ຄາດວ່າ ເດືອນ 06 ເສຖກິດ ຫຼຸດລົງຈາກ 6,7% ມາເປັນ 6% ດຽວນີ້ທະນາຄານໂລກ ເຂົາເຈົ້າກໍໄດ້ມີການປະເມີນ ແລ້ວວ່າ ອາດຈະລົງມາເຖິງ 3,8% ເຊິ່ງດຽວນີ້ ການຄ້າ ຣະຫວ່າງປະເທດຄູ່ການຄ້າ ຂອງລາວ ເຊິ່ງຖືກໂຈະ ຖືກເລື່ອນໄປໝົດ ເຊິ່ງເປັນຄັ້ງທີ່ຮ້າຍແຮງທີ່ສຸດ."

ນອກຈາກນີ້ສະຖາບັນຄົ້ນຄວ້າເສຖກິດ ຍັງໄດ້ປະເມີນການຂຍາຍໂຕ ຂອງເສຖກິດລາວ ເມື່ອເດືອນກຸມພາ ທີ່ຜ່ານມາພົບວ່າການຂຍາຍໂຕ ເສຖກິດຂອງລາວ ໃນປີນີ້ແມ່ນໄດ້ຮັບຜົລກະທົບມາຕັ້ງແຕ່ປີ 2019 ເຊິ່ງມີປັດຈັຍຖ່ວງດຶງ ເຊັ່ນ, ພັຍທັມມະຊາດ ເຊັ່ນນໍ້າຖ້ວມ, ພັຍແລ້ງ, ພຍາດສັດຣະບາດ, ແຜ່ນດິນໄຫວ, ພະຍຸຖະລົ່ມ ເປັນຕົ້ນ ທີ່ສ້າງຜົລກະທົບ .ໂດຍທາງຣັຖບານປະກາດວ່າ ຕ້ອງໃຊ້ງົບປະມານ ເຖິງ 4,400 ຕື້ກີບ ເພື່ອມາຟື້ນຟູ ແຕ່ນັ້ນແມ່ນຢູ່ໃນໄລຍະ ປົກກະຕິ.

ອີກດ້ານນຶ່ງ ທະນາຄານໂລກໄດ້ອອກບົດຣາຍງານ ເມື່ອວັນທີ 01 ມິຖຸນາ ວ່າຜົລກະທົບຈາກພຍາດໂຄວິດ-19 ຈະເຮັດໃຫ້ການຂາດດຸນ ທາງດ້ານຣາຍຮັບປະຈຳປີ ຂອງລາວ ເພີ່ມຈາກປີ 2019 ຢູ່ທີ່ 5,1% ຂອງ ຈີດີພີ ມາເປັນ 7,8 ແລະ 8,5% ຂອງ ຈີດີພີ ໃນປີ 2020. ກ່ອນໜ້ານັ້ນການຄາດຄະເນ ຂອງ ທະນາຄານໂລກ ໃນເດືອນພືສພາ ວ່າດ້ວຍສະພາບເສຖກິດ ທີ່ຂຍາຍໂຕຊ້າເກັບຣາຍຮັບ ບໍ່ໄດ້ຕາມ ເປົ້າໝາຍ ມີການກູ້ຢືມເງິນ ຈະສົ່ງຜົລ ໃຫ້ຣະດັບໜີ້ສີນ ຈະເພີ່ມຂຶ້ນເປັນ 65 ຫາ 68% ຂອງ ຈີດີພີ.

"ພຍາດໂຄວິດ-19 ມັນມີຜົລຕໍ່ເສຖກິດ ຍ້ອນວ່າມັນມີຜົລຕໍ່ການຄ້າເນາະ Service Sector ອີຫຍັງຕ່າງໆ ມັນມີຜົລແລ້ວມັນກະແຮງມາ ຊໍ້າຕື່ມ Economics ທີ່ມັນກຳລັງ ອ່ອນແອຢູ່ແລ້ວຫັ້ນນ່າ ເສຖກິດມັນ ຍັງບໍ່ໄດ້ແບບແຂງແຮງພໍ ແຕ່ມາເຈິໂຄວິດ ມັນກະແຮງຊໍ້າໄປອີກ ແລ້ວໜີ້ສີນມາເຈິ ເສິກໂຄວິດ ມັນກະແຮງໜັກຕື່ມອີກຫັ້ນນ່າ."

ໃນສະພາບທີ່ເສຖກິດຝືດເຄືອງ ໃນປັດຈຸບັນ ປະຊາຊົນທີ່ຫາເຊົ້າກິນຄໍ່າ ປະເຊີນກັບຄວາມ ລໍາບາກ ໃນການຊອກຫາຣາຍຮັບມາລ້ຽງຊີບ ດັ່ງປະຊາຊົນໄດ້ກ່າວສະແດງ ຄວາມເຫັນຕໍ່ເອເຊັຽເສຣີ ໃນທ້າຍ ພຶສພາ ວ່າ: ບໍ່ຮູ້ວ່າຈະກັບມາປົກກະຕິເມື່ອໃດ ປະຊາຊົນລຳບາກຫຼາຍ.

"ຄັນເວົ້າແທ້ເຣື່ອງຂອງປະຊາຊົນ ກະຍັງຄືເກົ່າຫັ້ນແຫຼະໄປເຮັດງານຫັ້ນໄດ້ເງິນແຕ່ 35 ພັນກີບ, 40 ພັນກີບ ການອອກແຮງງານຫັ້ນນ່າ ມັນພັດສິຫລຸດ ຄວາມທຸກຍາກໄດ້ແນວໃດ ອັນນີ້ປະຊາຊົນບໍ່ມີສວນ ທໍາການຜລິດມັນຫາຊິຍາກ."

ສ່ວນບັນຫາການຖືກເລີກຈ້າງ ເປັນບັນຫາໃຫຍ່ທີ່ຣັຖບານກຳລັງປະເຊີນຢູ່ ເນື່ອງຈາກມາຕການປ້ອງກັນການຣະບາດ ຂອງພຍາດໂຄວິດ -19 ເຮັດໃຫ້ທຸຣະກິດ ທຸກປະເພດ ໄດ້ຮັບຜົລກະທົບ.

ອີງຕາມການຄາດຄະເນ ຂອງອົງການແຮງງານສາກົລ ອັດຕຣາການຫວ່າງງານຂອງລາວ ຈະເພີ່ມຂຶ້ນ 25% ໃນສ່ວນຂອງແຮງງານລາວ ທີ່ກັບມາແຕ່ໄທ ທາງຣັຖບານ ຍັງບໍ່ທັນມີແຜນຮອງຮັບ ທີ່ແນ່ນອນ ເທື່ອ.

ຕໍ່ກໍຣະນີດັ່ງກ່າວ ວິຊາການທ່ານນຶ່ງ ໄດ້ຂຽນບົດວິເຄາະ ເມື່ອເດືອນພືສພາ ຜ່ານມາໂດຍຣະບຸວ່າ ການຫລຸດພົ້ນອອກຈາກ ປະເທດດ້ອຍ ພັທນາ ບໍ່ໝາຍຄວາມວ່າ ເສຖກິດ-ສັງຄົມ ຂອງລາວ ເຂັ້ມແຂງພໍ ແລະ ບໍ່ຕ້ອງການ ການຊ່ອຍເຫລືອແລ້ວ. ການທີ່ລາວຈະຍັງມີຊື່ໃນ ກຸ່ມປະເທດດ້ອຍພັທນາ ຈົນຮອດ ປີ 2024 ຫລື 2025 ເປັນການດີຫລາຍກວ່າ ຖືກປົດໃນມືຶ້ນີ້ ເພາະວ່າຜົລປໂຍດຕ່າງໆ ທີ່ມາກັບຖານະ ດ້ອຍພັທນາ ຂອງສະຫະປະຊາຊາດ ກໍຖືກປົດໄປນໍາ. ຜົລປໂຍດເລົ່ານັ້ນ ແມ່ນສິດພິເສດ ສຳລັບສິນຄ້າສົ່ງອອກສ່ວນນຶ່ງສູ່ຫຼາຍປະເທດ ໂດຍສະເພາະສິນຄ້າປະເພດເຄື່ອງນຸ່ງຫົ່ມ ທີ່ລາວສົ່ງໄປກຸ່ມປະເທດ ສະຫະພາບຢູໂຣບ, ການຊ່ອຍເຫຼືອລ້າ ແລະ ເງີນກູ້ຢືມໄລຍະຍາວ, ດອກເບັ້ຍຕໍ່າ.

ລາວຈະອອກຈາກຣາຍຊື່ ກຸ່ມປະເທດດ້ອຍພັທນາ ໄດ້ຕາມກຳນົດເວລາ ໂດຍບໍ່ມີບັນຫາ ຖ້າການພັທນາ ມີການຕໍ່ເນື່ອງຕາມແນວທາງ ປັດຈຸບັນ. ສຳຄັນກວ່າການອອກປະເທດດ້ອຍພັທນາແມ່ນ ການພັທນາ ເສຖກິດ-ສັງຄົມ ແບບທຸກຄົນມີສ່ວນຮ່ວມ ຕາມເສັ້ນທາງສີຂຽວ ແລະ ຄວາມຍືນຍົງຮອບດ້ານ ເຊິ່ງມັນເປັນເສັ້ນທາງຮັບປະກັນກ່ວາ.

ສອງບັນຫາແນວໜ້າ ນອກເໜືອຈາກການປະຕິບັດເສັ້ນທາງສີຂຽວ ທີ່ສຳຄັນທີ່ສຸດລາວ ຈະຕ້ອງສຸມກຳລັງໃສ່ ກັບຊັພຍາກອນທັມມະຊາດ ທີ່ມີສຳລັບຕໍ່ສູ້ກັບບັນຫາ ການດ້ອຍພັທນາ, ຄວາມທຸກຈົນ ແລະ ບັນຫາສັງຄົມຕ່າງໆ ແມ່ນການພັທນາ ຊັພຍາກອນມະນຸດ ແລະ ການກະຈາຍຂຍາຍໂອກາດທາງເສຖກິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.