SK ຕ້ອງຮັບຜິດຊອບ ເຂື່ອນແຕກ

ຈໍາປາທອງ
2019.05.30
F-SK ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ເປັນຍ້ອນ ໂຄງສ້າງເຂື່ອນ ບໍ່ໄດ້ມາຕຖານ: ນັກວິຊາການເກົາຫລີ
RFA/PN

ບໍຣິສັດ SK ຜູ້ກໍ່ສ້າງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະຫນາມໄຊ ແຂວງອັດຕະປື ຕ້ອງໄດ້ຮັບຜິດຊອບ ກໍຣະນີເຂື່ອນແຕກພາຍຫຼັງ ຜົນສະຫລຸບ ຂອງຄນະສືບສວນ ສອບສວນ ອອກມາວ່າ ສາເຫດເຂື່ອນແຕກ ບໍ່ແມ່ນເຫດສຸດວິສັຍ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ຂັ້ນສູງ ກະຊວງພລັງງານ ແລະບໍ່ແຮ່ ສປປລາວ ຜູ້ບໍ່ປະສົງອອກ ຊື່ແລະສຽງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶສພາ ວ່າ

ກໍຕ້ອງໃຫ້ຜູ້ພັທນາຮັບຜິດຊອບ ຕາມຂໍ້ຕົກລົງຕາມສໍາປະທານຫັ້ນແຫຼະ ປະຕິບັດຕາມເງື່ອນໄຂ ຂໍ້ຕົກລົງຫັ້ນແຫຼະ ເງື່ອນໄຂຂໍ້ຕົກລົງ ຕາມສັນຍາ ສໍາປະທານ ເປັນແນວໃດກໍຕ້ອງ ປະຕິບັດ ຕາມນັ້ນ.

ແຕ່ໃນຄໍາຖແລງຂອງ ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາຣັຖບານ ໃນມື້ວັນທີ 28 ພຶສພາ ນີ້ ບໍ່ໄດ້ເວົ້າເຖິງ ຜູ້ຮັບຜິດຊອບ ເຣຶ່ອງທີ່ວ່ານັ້ນ, ເຮັດໃຫ້ປະຊາຊົນພາກັນ ຕັ້ງຄໍາຖາມຂຶ້ນມາວ່າ; ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ເປັນຄວາມຮັບຜິດຊອບ ຂອງໃຜ? ດັ່ງ ປະຊາຊົນລາວທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

"ຂະເຈົ້າບໍ່ກ້າເວົ້າອອກມານະວ່າ ການກໍ່ສ້າງຂອງຂະເຈົ້າຫັ້ນນະ ຂາດມາຕຖານ ແມ້ແຕ່ກະທັ້ງຄັນວ່າມີຜົນສະຫລຸບ ອີ່ຫຍັງນໍ ເວົ້າເຣຶ່ອງ ຜູ້ຮັບຜິດຊອບແທ້ໆ ກໍຍັງບໍ່ເຫັນມີ ຂະເຈົ້າບໍ່ໄດ້ເວົ້າເຣຶ່ອງ ນີ້ເລີຍຈັກໜ້ອຍດຽວ."

ທີ່ຜ່ານມາ ບໍຣິສັດ SK ຂອງເກົາຫລີໃຕ້ ຊຶ່ງເປັນຜູ້ສ້າງເຂື່ອນນັ້ນ ບໍ່ເຄີຍອອກມາຖແລງຍອມຮັບວ່າ ສາເຫດທີ່ເຮັດໃຫ້ເຂື່ອນແຕກນັ້ນ ເປັນຍ້ອນຄວາມຜິດພາດ ຂອງຕົນ. ແຕ່ເຖິງຢ່າງໃດກໍຕາມ ພາຍຫຼັງເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກແລ້ວໃນເບື້ອງຕົ້ນທາງບໍຣິສັດ SK ກໍມອບເງິນຈໍານວນ 10 ລ້ານໂດລາສະຫະຣັຖ ໃຫ້ ຣັຖບານ ສປປລາວ ເພື່ອຊ່ອຍປະຊາຊົນ ຜູ້ໄດ້ຮັບຜົນກະທົບ ແລະຕໍ່ມາກໍໃຫ້ຄ່າຫົວ ຜູ້ເສັຽຊີວິດ ແລະ ຫາຍສາບສູນຄົນລະ 10 ພັນໂດລາ ສະຫະຣັຖ.

ກ່ຽວກັບສາເຫດຂອງເຂື່ຶອນແຕກນັ້ນ ວິທຍຸກະຈາຍສຽງແຫ່ງຊາດລາວ ກໍໄດ້ຣາຍງານ ໂດຍອີງໃສ່ຄໍາຖແລງຂອງ ທ່ານ ສິງເພັດ ບຸນສະຫວັດທິພັນ ໃນມື້ວັນທີ 28 ພຶສພາ ຕອນນຶ່ງວ່າ:

ຕາມຜົນການກວດກາຫາສາເຫດ ການແຕກພັງຂອງຄູກັນນໍ້າ D ທີ່ຄນະຊ່ຽວຊານ ເອກກະຣາດ ໄດ້ສະຫລຸບໃນບົດຣາຍງານສຸດທ້າຍ ສະແດງໃຫ້ເຫັນວ່າ ການແຕກພັງຂອງຄູກັນນໍ້າ D ຢູ່ໃນຣະຍະ ເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າມີຝົນຕົກ ຕິດຕໍ່ກັນຫຼາຍວັນ ກ່ອນມື້ ຄູກັນນໍ້າແຕກ ພັງກໍຕາມ. ແຕ່ໃນເວລາທີ່ການແຕກພັງໄດ້ເລິ່ມຂຶ້ນນັ້ນ ຣະດັບນໍ້າໃນອ່າງເກັບນໍ້າ ຍັງຕໍ່າກວ່າຣະດັບ ສັນເຂື່ອນຫລາຍ. ສະນັ້ນບໍ່ສາມາດເອີ້ນເຫດການ ແຕກພັງຄັ້ງນີ້ວ່າ ເປັນເຫດສຸດວິສັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.