ວຽດນາມຈະສຳຣວດ ບໍ່ຄຳ

ໄຊຍາ
2020.09.11
F-Xaisomboun ແຂວງໄຊສົມບູນ ອະນຸມັດໃຫ້ບໍຣິສັດ ລຸກຢາວ ຈຳກັດ ຂອງວຽດນາມ ທີ່ຮ່ວມກັບ ບໍຣິສັດ ເອັສດີ ໄຊສົມບູນ ຈຳກັດ ສຳຣວດ ບໍ່ແຮ່ຄຳ ຢູ່ເຂດບ້ານນໍ້າຊານ ເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ.
Wikipedia

ອົງການປົກຄອງແຂວງໄຊສົມບູນ ໄດ້ອະນຸມັດ ໃຫ້ບໍຣິສັດ ລຸກຢາວ ຈຳກັດ ຂອງວຽດນາມ ທີ່ຮ່ວມກັບບໍຣິສັດເອັສດີ ໄຊສົມບູນຈຳກັດ ສຳຣວດບໍ່ແຮ່ຄຳ ແລະ ບໍ່ແຮ່ຕິດພັນ ຢູ່ເຂດ ບ້ານນໍ້າຊານ ເມືອງລ່ອງແຈ້ງ ແລະ ເມືອງອານຸວົງ ແຂວງໄຊສົມບູນ ຮວມເນື້ອທີ່ 15,64 ກິໂລແມັດ. ໂດຍໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ເມື່ອວັນທີ 09 ກັນຍາ 2020 ຜ່ານມາ. ພາຍຫຼັງ ສຳຣວດພົບວ່າມີບໍ່ແຮ່ ຈະໄດ້ຮັບ ສັມປະທານ ໃນການຂຸດຄົ້ນຕໍ່ໄປ. ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທືນ ແຂວງໄຊສົມບູນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 11 ກັນຍາ ວ່າ:

"ເຊັນມັນແມ່ນແຂວງ ອະນຸຍາດ ຢູ່ເມືອງລ່ອງແຈ້ງ ແລະ ສຶກສາຄວາມ ເປັນໄປໄດ້ຊື່ໆເດີ້. ສຳຣວດຊອກຄົ້ນບໍ່ໄດ້ ໃຫ້ສັມປະທານເທື່ອ, ຊອກສຳຣວດ ແລ້ວຄັນມີແຮ່ມີຫຍັງແລ້ວ ຈັ່ງຄ່ອຍໃຫ້ສັມປະທານ."

ເນື້ອໃນບົດບັນທຶກຄວາມເຂົ້າໃຈ ຣະບຸວ່າ ມີໄລຍະ 24 ເດືອນ. ພາຍຫຼັງເຊັນບົດບັນທຶກ ບໍຣິສັດຕ້ອງໄດ້ດຳເນີນການຊອກຄົ້ນ, ສຳຣວດ, ສ້າງ ບົດວິພາກເສຖກິຈ ເຕັກນິກ ແລະ ບົດ ຜົລກະທົບ ຕໍ່ສີ່ງແວດລ້ອມ ສັງຄົມ ແລະ ທັມມະຊາດ.

ພ້ອມນີ້ຕ້ອງໄດ້ຈ່າຍພັນທະໃນການພັທນາສັງຄົມ, ພັທນາທ້ອງຖີ່ນ ຂອງເມືອງລ່ອງແຈ້ງ ແລະ ອານຸວົງ ແລະ ອື່ນໆ ຮວມມູນຄ່າ ປະມານ 30 ພັນ ໂດລາ ສະຫະຣັຖ ຕໍ່ປີ.

ໃນໄລຍະຜ່ານມາການຂຸດຄົ້ນບໍ່ແຮ່ ຢູ່ແຂວງໄຊສົມບູນ ທີ່ມີຫຼາຍບໍຣິສັດເຂົ້າໄປສັມປະທານ ນັ້ນປະຊາຊົນກ່າວວ່າ ສ່ວນຫຼາຍມີຜົລກະທົບ ຕໍ່ຊາວບ້ານ ທັງສຽງດັງ, ບ້ານເຮືອນ ແຕກແຫງ, ຂີ້ຝຸ່ນ ແລະ ຂີວກີ່ນສານເຄມີ.

"ສ່ວນຫຼາຍມັນກາແມ່ນຜົລກະທົບ ຫຼາຍກ່ວາທຸກບ້ານແຫຼະ ທີ່ມັນມີ, ມັນມີດິນເຈື່ອນ, ຂອງຢູ່ຂອງປູກ ເຂົາກາຂຸດເຂົາກາອັນນັ້ນທັງໝົດ, ກາບໍ່ດີ ເຄມີແດ່ເພາະ ອ່າງນໍ້າເສັຍ ມັນຈະຢູ່ໄດ້ ນໍາບ້ານສູດອາກາດບໍ່ດີ ເນາະ ທຸກມື້ທຸກມື້ ເຂົ້າໄປໃນຮ່າງກາຍກາ ບໍ່ດີແນວນຶ່ງແຫຼະ. ເຂົາວ່າສານເຄມີ ທີ່ມັນຮຸນແຮງເຂົ້າເຈົ້າສາມາດ ຈັບແຍກເປັນເງິນ ເປັນຄຳ ເປັນສັງກະສີ ແລ້ວມັນ ອອກມາມັນກໍຂີວ."

ສ່ວນປະຊາຊົນທີ່ບ້ານນໍາຊານ ໄດ້ຮັບຜົລກະທົບ ຂອງ ບໍຣິສັດຂຸດຄົ້ນແຮ່ ໃນແຂວງໄຊສົມບູນ ໄດ້ກ່າວວ່າປະຊາຊົນ ໃນເຂດແຖວນັ້ນ ເວລາເຂົາແລ່ນຣົດ ຜ່ານບ້ານ ປະຊາຊົນ ກໍຕຳເອົາງົວ ທາງກາເປເພ ຍ້ອນຣົດແກ່ດິນແລ່ນ ເຂົ້າ-ອອກ.

"ກະທົບຢູ່ຕໍ່ປະຊາຊົນ ກະບໍ່ດີຫັ້ນແລ້ວ ອ້ອມແອ້ມແຖວນັ້ນ ເວລາເຂົາ ແລ່ນຣົດຜ່ານບ້ານ ປະຊາຊົນຫັ້ນນ່າ ຕຳງົວ ຢຽບງົວຫຼາຍໂຕແລ້ວ, ທາງກາເປເພ ທາງເຊາະ ທາງເຈື່ອນ ເປັນຂຸມ ກາຍ້ອນ ຣົດແກ່ແຮ່ແກ່ດິນນີ້ແຫຼະ ຣັຖແກ້ໄຂມັນກາ ບໍ່ທົ່ວເຖີງຫັ້ນນ່າເຂົາກາບໍ່ປູບໍ່ແປງ ຫັ້ນນ່າ. ຜູ້ມັນກະທົບນ່າ ຈະຕາຍແລ້ວ ຕອນມັນຫຍຸ້ງຍາກຫັ້ນນ່າ."

ຊາວບ້ານນາຕານ ໄດ້ກ່າວຕື່ມວ່າ ຄົນຈີນ ຄົນວຽດ ມັນກາເຮັດໄປຊະຊາຍ ບໍ່ມີການຈັດຣະບຽບ ຍ້ອນຄິດວ່າເສັຍເງິນ ໄປແລ້ວ:

"ເວົ້າເຣື່ອງຄົນຈີນຄົນວຽດ ມັນກາເຮັດໄປຕະພືດຕະພື ໂລດແລ້ວ.ຄິດວ່າ ເປັນຜູ້ເສັຍເງິນ ເສັຍສັມປະທານແລ້ວ ກາເຮັດໄປຕາມໃຈມັນ ໂລດນ່າ. ເຣື່ອງກັມມະກອນຄົນ ລາວມັນບໍ່ຢາກ ເອົາຊໍ້ານ່າ ເຣື່ອງໂຊເຟີຣົດ ນີ້ຄົນລາວ ກາພໍເຮັດໄດ້ຢູ່ຄົນລາວ ກາເປັນຫຼາຍຢູ່ ແຕ່ມັນ ກາບໍ່ເອົາ ມັນກເອົາຄົນວຽດ ຄົນຈີນ ເປັນແນວນັ້ນ ກໍຢາກໃຫ້ຄົ້ນຄວ້າ ຄືນຫັ້ນນ່າ."

ອີງຕາມການຣາຍ ຂອງຜແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ເມື່ອເດືອນ ກໍຣະກະດາ ຜ່ານມາ. ຂແນງບໍ່ແຮ່ພາຍໃນແຂວງ ໄຊສົມບູນມີທັງໝົດ 9 ໂຄງການ 11 ກິຈການ ໃນນີ້ ໂຄງການສເນີ ຂໍເຊັນບົດບັນທຶກ ຄວາມເຂົ້າໃຈ 5 ບໍຣິສັດ 6 ກິຈການ.

ນອກຈາກນີ້ ຂແນງພະລັງງານ ນັ້ນພາຍໃນແຂວງໄຊສົມບູນ ມີ 16 ໂຄງການ ເຂື່ອນໄຟຟ້າ ໃນນີ້ ເຂື່ອນຂນາດໃຫຍ່ ມີ 8 ໂຄງການ, ສຳເຣັດການກໍ່ສ້າງແລ້ວ 7 ເຂື່ອນ ແລະ ກຳລັງ ກໍ່ສ້າງ 1 ເຂື່ອນ. ສ່ວນເຂື່ອນໄຟຟ້າ ຂນາດນ້ອຍມີ 11 ໂຄງການ, ສຳເຣັດການກໍ່ສ້າງ ແລ້ວ 3 ເຂື່້ອນ ແລະ ກຳລັງກໍ່ສ້າງ 8 ເຂື່ອນ. ໂຄງການກໍ່ສ້າງຕາຂ່າຍ ໄຟຟ້າມີ 11 ໂຄງການ, ໂຄງການສເນີໃໝ່ມີ 3 ໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.