ປະຊາຊົນບໍ່ດີໃຈເຣື່ອງ ເງິນ ປະຈໍາປີ

ຈໍາປາທອງ
2020.05.27
F-Houaphanh ແຂວງຫົວພັນ
RFA

ຊາວບ້ານ ບ້ານທາດເມືອງ ເມືອງຊໍາເໜືອ ແຂວງຫົວພັນ ບໍ່ເຫັນດີນໍາການຈ່າຍເງິນອຸດໜູນ ພັນທະ ປະຈໍາປີ 2020 ໃຫ້ອໍານາດການປົກ ຄອງບ້ານ ຄອບຄົວນຶ່ງ 165 ພັນກີບ ຍ້ອນເຫັນວ່າມັນຫລາຍເກີນໄປ, ຢາກໃຫ້ເກັບນໍາຄອບຄົວປີລະ 50 ພັນກີບ ເນື່ອງຈາກວ່າເວລາ ມີງານບຸນຊ່ວງເຮືອ ຫລື ມີງານສິລປະ ກໍເກັບເງິນສະເພາະນໍາຊາວບ້ານ ຕື່ມອີກ, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານທາດເມືອງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 26 ພຶສພາ ວ່າ:

“ບໍ່ຢາກເຫັນດີຫັ້ນລະ ແຕ່ວ່າຈໍາເປັນຕ້ອງໄດ້ຈ່າຍ. ມັນກໍຕ້ອງໄດ້ມີນາຍໜ່ວຍມາເກັບເນາະ ມີງານມີຫຍັງເຂົາກໍມາເກັບ ເຮົາກໍໄດ້ຢູ່ນໍາບ້ານ ນໍາເຮືອນ ເຮົາກໍຕ້ອງໄດ້ຈ່າຍ ຖືວ່າປີນຶ່ງເກັບ 50 ພັນ ຕໍ່ຄົວເຮືອນ ມັນກໍຫລາຍໆຮ້ອຍຄົວເຮືອນ ມັນກໍຫລາຍແລ້ວ. ເງິນບໍຣິຫານ ສອງມາ ມີບຸນງານ ບໍ່ເກັບກໍໄດ້ບໍ່, ໂຕຢ່າງວ່າ ມີງານຫຍັງຕ່າງໆນ່າ ກໍຕ້ອງໄດ້ມາເກັບນໍາ 50 ພັນອີກ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຕົນຈໍາເປັນຕ້ອງໄດ້ຈ່າຍເງິນອຸດໜູນພັນທະ ປະຈໍາປີທຸກປີ ໃນຈໍານວນດັ່ງກ່າວ ຍ້ອນອໍານາດການປົກຄອງບ້ານ ມາເລາະເກັບເອົານໍາເຮືອນແຕ່ລະຫລັງ ໄປເປັນເງິນອຸດໜູນ ກອງຫລອນ ແລະ ບໍຣິຫານບ້ານ ແລະວ່າ ສະພາບເສຖກິດ ປັດຈຸບັນແມ່ນ ຫຍຸ້ງຍາກ, ຄ່າໄຟ ແລະຄ່າຄອງຊີບແພງ ຍ້ອນຜົລກະທົບ ຈາກເຊື້ອພຍາດໂຄວິດ-19.

ແລະຊາວບ້ານ ບ້ານທາດເມືອງ ເມືອງຊໍາເໜືອ ອີກທ່ານນຶ່ງ ກໍເວົ້າວ່າ ບໍ່ເຫັນດີນໍາການເກັບເງິນອຸດໜູນພັນທະ ປະຈໍາປີ 2020 ໃຫ້ການ ຈັດຕັ້ງບ້ານ 165 ພັນກີບ ນັ້ນຄືກັນ ຍ້ອນວ່າມັນແພງຫຼາຍ, ໃນໄລຍະໂຄວິດ-19 ນີ້ ຕົນເອງຂາຍຜັກ ຂາຍໜໍ່ໄມ້ກໍລໍາບາກ ໄປໃສມາໃສ ກໍຍາກ, ດັ່ງນັ້ນຈຶ່ງຢາກສເນີໃຫ້ເກັບປີລະ 110 ພັນກີບ ຫາກວ່າ ຂັ້ນເທິງຫລຸດໃຫ້ຊາວບ້ານໄດ້, ດັ່ງທີ່ທ່ານກ່າວວ່າ:

“ກໍແພງເຕີບເດ໋ ແສນປາຍພຸ້ນ ຫລຸດກໍຫລຸດໄດ້ເລັກໆນ້ອຍໆ ກໍໂອເຄຢູ່ ແສນສີບແສນຊາວນີ້ບໍ່ ປະມານນີ້ກໍໄດ້ ເພາວ່າຂາຍຜັກ ຂາຍໜໍ່ ນີ້ຫັ້ນ ຣາຍໄດ້ກໍບໍ່ດີເລີຍ ເພາະວ່າໂຕພຍາດນີ້ເນາະ ໄປໃສມາໃສ ກໍຍາກນະ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ອໍານາດການປົກຄອງບ້ານ ບໍ່ເຄີຍອະທິບາຍຈະແຈ້ງ ໃຫ້ຕົນແລະຊາວບ້ານຄົນອື່ນໆຊາບວ່າ ເງິນອຸດໜູນ ພັນທະປະຈໍາປີນັ້ນ ເອົາໄປໃຊ້ຈ່າຍຫຍັງແດ່, ມີແຕ່ເລາະເກັບນໍາເຮືອນ ເທົ່ານັ້ນ ອັນເປັນອີກສາເຫດນຶ່ງ ທີ່ຢາກໃຫ້ພາກສ່ວນທາງການ ທີ່ກ່ຽວຂ້ອງ ພິຈາຣະນາ ບັນຫາດັ່ງກ່າວເພິ່ມຕື່ມ.

ແຕ່ໃນຂນະດຽວກັນ ຊາວບ້ານບ້ານທາດເມືອງນາງນຶ່ງ ເວົ້າວ່າ ຕົນເຫັນດີທີ່ຈະຈ່າຍເງິນ ຈໍານວນທີ່ວ່ານັ້ນ ຕາມການຕົກລົງຂອງຂັ້ນເທິງ, ແຕ່ກໍເຫັນໃຈຜູ້ທີ່ຫາເຊົ້າກິນຄໍ່າ ທີ່ຢາກໃຫ້ຫລຸດຄ່າ ເງິນອຸດໜູນ ພັນທະ ປະຈໍາປີນັ້ນລົງ ເພາະພວກເຂົາເຈົ້າ ຜູ້ບໍ່ມີກໍບໍ່ມີແທ້ໆ,

“ຂັ້ນເທິງວ່າແນວໃດ ເອື້ອຍກໍໃຫ້ຕາມແນວນັ້ນ ເອື້ອຍນະຈ່າຍແຕ່ທໍ່ນັ້ນແຫລະ ເອື້ອຍນະ ບາງເຮືອນເຂົາກໍບໍ່ເຫັນດີເນາະ ຢາກໃຫ້ຫລຸດລົງ ໜ້ອຍນຶ່ງ ບໍ່ມີກໍບໍ່ມີແຫ້ໆເນາະ.”

ແລະຊາວບ້ານ ບ້ານທາດເມືອງ ອີກນາງນຶ່ງ ທີ່ເປັນພະນັກງານຣັຖ ກໍເຫັນດີທີ່ຈະຈ່າຍເງິນອຸດໜູນພັນທະ ປະຈໍາປີ 2020 ນີ້ ໃຫ້ການຈັດ ຕັ້ງບ້ານ ຕາມຈໍານວນທີ່ທາງຂັ້ນເທິງວາງອອກ ຍ້ອນຕົນເອງເປັນ ພະນັກງານຣັຖ, ແຕ່ກໍເຫັນໃຈ ຜູ້ຫາເຊົ້າກິນຄໍ່າ ໂດຍສະເພາະຄອບຄົວ ຊົນເຜົ່າມົ້ງພາຍໃນບ້ານ ທີ່ມີລູກຫລາຍຄົນ ແລ້ວຕ້ອງມາເສັຽ ພັນທະ ໃຫ້ບ້ານຕື່ມອີກ ດັ່ງທີ່ນາງກ່າວວ່າ:

“ໂຕນີ້ແທ້ ເອື້ອຍກໍບໍ່ຂັດຂ້ອງ ສ່ວນຫລາຍກໍຜູ້ຫາເຊົ້າກິນຄໍ່າ ຂັດຂ້ອງເນາະເພາະວ່າລູກຫລາຍຄົນ ຕ້ອງໄດ້ຮຽນໜັງສື ແດ່ຫັ້ນນ່າ ໄດ້ເສັຽ ພັນທະບ້ານແດ່ ໂຕເອງກໍຫາເຊົ້າກິນຄໍ່າ ຫາຜັກຫາໜໍ່ມາຂາຍ ຫັ້ນນ່າ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການເມືອງຊໍາເໜືອ ກ່າວວ່າ ຍັງບໍ່ທັນໄດ້ແກ້ໄຂບັນຫາ ນີ້ເທື່ອ, ຍັງຢູ່ໃນຂັ້ນຕອນຄົ້ນຄວ້າ ແລະວ່າ ຂໍ້ຕົກລົງເກັບຄ່າ ພັນທະ ອຸດໜູນປະຈໍາປີ 2020 ຄອບຄົວນຶ່ງ 165ພັນກີບ ນັ້ນເປັນຂໍ້ຕົກລົງ ທີ່ເປັນເອກກະພາບ ຂອງຂັ້ນເມືອງ ແລະ 12 ບ້ານ ມາຕັ້ງແຕ່ມື້ວັນທີ 3 ຕຸລາ 2018 ທີ່ຜ່ານມາ ແລະຍັງຈະເກັບຢູ່ຕໍ່ໄປ ຫາກບໍ່ມີການລົບລ້າງ ຂໍ້ຕົກລົງນັ້ນ ດັ່ງທີ່ທ່ານກ່າວວ່າ:

“ປີ 2020 ນີ໊ຖືວ່າຍັງສືບຕໍ່ ເພາະທາງເມືອງຍັງບໍ່ທັນໄດ້ມີອັນໃດ ລຶບລ້າງ. ບາງເທື່ອພວກເຮົາ ກໍຈະສືບຄົ້ນຂໍ້ມູນຜູ້ກ່ຽວກັບ ຜູ້ທີ່ລົງເຟສບຸກ ລົງໂທລະໂຄ່ງນີ້ນ່າ ໄດ້ແລ້ວມາສຶກສາອົບຮົມ ເພາະວ່າມັນເປັນ ບຸກຄົນ ມັນບໍ່ແມ່ນປະຊາຊົນໝົດບ້ານ. ຈໍານວນເກັບເງິນນີ໊ມີຢູ່ 12 ບ້ານ ທີ່ທ່ານເຈົ້າເມືອງ ຕົກລົງເກັບແນວນັ້ນ.”

ທ່ານກ່າວຕື່ມວ່າ ການເກັບເງິນພັນທະອຸດໜູນ ປະຈໍາປີ 2020 ທີ່ຊາວບ້ານທາດເມືອງ ເມືອງຊໍາເໜືອ ທີ່ຈະຕ້ອງໄດ້ຈ່າຍຄວບຄົວນຶ່ງ 165 ພັນກີບ ນັ້ນແມ່ນເກັບເທື່ອດຽວ ແລະວ່າ ສໍາລັບບຸນຊ່ວງເຮືອ ຫລື ງານກິລາ ວັນນະຄະດີ ຖ້າມີແມ່ນບໍ່ໄດ້ເກັບເງິນ ນໍາຊາວບ້ານ ມາແຕ່ ປີ 2010 ມີແຕ່ວ່າ ອໍານາດການປົກຄອງ ແຈ້ງໃຫ້ລູກບ້ານຂອງຕົນຮູ້, ຜູ້ໃດຢາກປະກອບສ່ວນ ກໍປະກອບຕາມຄວາມສມັກໃຈ ຂອງ ໃຜລາວ ບໍ່ໄດ້ບົ່ງວ່າ ຈະຕ້ອງຈ່າຍເທົ່ານັ້ນເທົ່ານີ້ ດັ່ງທີ່ທ່ານກ່າວວ່າ:

“ລົງໄປແຈ້ງໄປວ່າມື້ນັ້ນມື້ນີ້ ມີເທສການແນ່ ບຸນຊ່ວງເຮືອບໍ່ ແລ້ວແຕ່ນໍ້າອົກນໍ້າໃຈ ຄວາມສັດທາຂອງຜູ້ກ່ຽວ ຄັນເພິ່ນສິປະກອບສ່ວນ ນັກກິລາ ກໍຊ່ວຍ ເທົ່ານັ້ນແລ້ວ ບໍ່ໄດ້ເກັບອີກແລ້ວ.”

ທ່ານກ່າວຕື່ມອີກວ່າ ສໍາລັບບ້ານທາດເມືອງ ເມືອງຊໍາເໜືອ ແຂວງຫົວພັນນີ້ ແມ່ນເປັນເທື່ອທໍາອິດ ທີ່ເກີດປາກົດການ ຊາວບ້ານບໍ່ເຫັນດີນໍາ ຂໍ້ຕົກລົງ ເກັບຄ່າພັນທະ ອຸດໜູນປະຈໍາປີ ແລະວ່າ ບ້ານທາດເມືອງ ນີ້ຖືວ່າເປັນບ້ານພັທນາແລ້ວ, ມີແຕ່ຄອບຄົວທຸກຍາກ 4 ຫລັງຄາເຮືອນ ຊຶ່ງອໍານາດການປົກຄອງບ້ານ ກໍຍົກເວັ້ນຄ່າພັນທະ ອຸດໜູນ ປະຈໍາປີ ໃຫ້ພວກເຂົາເຈົ້າທຸກປີ ຂນະທີ່ຊາວບ້ານອີກ 500 ປາຍຄອບຄົວ ຢູ່ບ້ານນີ້ ມີອາຊີບ ແລະມີຣາຍໄດ້ ທີ່ສາມາດຈ່າຍຄ່າພັນທະອຸດໜູນ ປະຈໍາປີໄດ້, ອີງຕາມຂໍ້ມູນຈາກການສໍາຣວດຂອງເມືອງຊໍາເໜືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.