ADB ແນະນໍາລາວ ໃຊ້ເງິນກີບເທົ່ານັ້ນ ປ້ອງກັນເງິນອ່ອນຄ່າ
2023.12.23
ທນາຄານພັທນາເອເຊັຽ ຫຼື ADB ປະຈໍາລາວ ແນະນໍາໃຫ້ຣັຖບານລາວ ເອົາໃຈໃສ່ ແລະ ເຂັ້ມງວດ ໃນການໃຊ້ເງິນກີບ ເພື່ອຊື້-ຂາຍສິນຄ້າ ພາຍໃນປະເທດ ແລະ ຫຼຸດຜ່ອນການນໍ້າໃຊ້ ເງິນຕຣາຕ່າງປະເທດ ໂດຍບໍ່ຈໍາເປັນ ເພື່ອສ້າງສະຖຽນລະພາບ ໃຫ້ເງິນກີບ ບໍ່ໃຫ້ອ່ອນຄ່າ ລົງກວ່ານີ້. ເຈົ້າໜ້າທີ່ ທນາຄານພັທນາເອເຊັຽ ຫຼື ADB ປະຈໍາລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ທັນວາ ວ່າ:
“ທິດທາງຊິໄປ ກະຄືຢາກໃຫ້ ມີແຕ່ເງິນກີບ, ໃຊ້ຈ່າຍເງິນກີບ, ພໍໃຈບໍ່ພໍໃຈ ມັນກກະຕ້ອງໄດ້ຈໍາເປັນ. ບໍ່ຢາກໃຫ້ໄປຊື້-ຂາຍ ຢູ່ໃນຕລາດມືດ ວ່າຊັ້ນສາ, ຕ້ອງຂາຍເຂົ້າໃນ ລະບົບທນາຄານ ກະຄື ເປົ້າໝາຍຫຼັກກະຄືບໍ່ຢາກໃຫ້ເຈົ້າ ໄປເກງກໍາໄລ ຢູ່ໃນຕລາດມືດຫັ້ນ. ຄັນມັນມີສະຖຽນລະພາບ ໃນການແປກປ່ຽນເງິນກັນແລ້ວ ມັນກະຈະງ່າຍຂຶ້ນ, ຫັ້ນນ່າ.”
ທ່ານກ່າວອີກວ່າ ປັດຈຸບັນ, ຣັຖບານລາວ ບໍ່ໄດ້ເອົາໃສ່ ແລະ ບໍ່ເຂັ້ມງວດ ເທົ່າທີ່ຄວນ ໃນການຈັດຕັ້ງປະຕິບັດ ແລະ ໂຄສະນາ ເພື່ອເຮັດໃຫ້ປະຊາຊົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ຫັນມາໃຊ້ເງິນກີບ ໃນການຊື້-ຂາຍສິນຄ້າ ຢູ່ປະເທດ, ເຊິ່ງເຮັດໃຫ້ສະຖຽນລະພາບ ຂອງເງິນກີບ ອ່ອນຄ່າລົງ. ຂະນະທີ່ ເງິນຕຣາຕ່າງປະເທດ ເຊັ່ນ: ເງິນບາທ, ເງິນໂດລ້າຣ໌, ແລະ ເງິນດົ້ງ ມີການນໍາໃຊ້ ຢ່າງກວ້າງຂວາງ ໃນລາວ.
ຄົນລາວເອງ ກໍຢາກໃຫ້ ມີການໃຊ້ເງິນກີບກັນ, ແຕ່ມັນເປັນສິ່ງ ທີ່ຫຼີກລ້ຽງບໍ່ໄດ້ ໃນການໃຊ້ເງິນ ເງິນສະກຸນຕ່າງປະເທດ ໂດຍບໍ່ຜ່ານທນາຄານ. ຊາວລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ທັນວາ ວ່າ:
“ທີ່ຈິງຢູ່ເຮົານີ້, ອັນເຂົາໃຫ້ໃຊ້ກີບແຫຼະ ແຕ່ຄັນມີບາທ, ໂດລ້າຣ໌ ກະຕາມກົດໝາຍ ເຂົາກະບໍ່ຢາກໃຫ້ໃຊ້. ແຕ່ໃນຄວາມເປັນຈິງ ມັນກະຫຼີກລ້ຽງບໍ່ໄດ້ ທີ່ຊິໃຊ້.”
ຊາວລາວ ມີຄວາມຄຸ້ນເຄີຍ ກັບການໃຊ້ເງິນບາທ ຍ້ອນວ່າ ສິນຄ້າສ່ວນຫຼາຍ ມາຈາກປະເທດໄທຍ. ສະນັ້ນ, ຈຶ່ງເຮັດໃຫ້ຜູ້ປະກອບການ ຕ້ອງຕິດລາຄາສິນຄ້າ ເປັນເງິນບາທ. ໃນເວລາທີ່ ເງິນກີບອ່ອນຄ່າລົງ ແລະ ເຟີ້, ທາງການລາວ ກໍໄດ້ລະດົມ ໃຫ້ປະຊາຊົນ ໃຊ້ເງິນກີບ ແລະ ຜູ້ປະກອບການ ຕ້ອງຕິດລາຄາສິນຄ້າ ເປັນເງິນກີບ. ຜູ້ປະກອບການ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຕະກີ້ຫັ້ນເຫັນ, ເຫັນມີແຕ່ເງິນບາທເນາະ ແຕ່ວ່າ ດຽວນີ້ ແຕ່ຄ່າເງິນຂຶ້ນແລ້ວ ກະບໍ່ຄ່ອຍມີ. ບໍ່, ສ່ວນຫຼາຍກະເປັນເງິນກີບ ກະເວົ້າເປັນເງິນກີບໝົດໄດ໋.”
ຕາມລະບຽບກົດໝາຍ ຂອງປະເທດລາວ, ບຸກຄົນ, ນິຕິບຸກຄົນ ແລະ ບໍຣິສັດຕ່າງໆ ຕ້ອງນໍາໃຊ້ເງິນກີບ ເປັນຫຼັກ ໃນການຊື້-ຂາຍສິນຄ້າ, ຈ່່າຍຄ່າບໍຣິການ, ຈ່າຍເງິນເດືອນ ເພື່ອເຮັດໃຫ້ເງິນກີບ ມີສະຖຽນລະພາບ ແລະ ບໍ່ໃຫ້ເງິນກີບອ່ອນຄ່າ. ແຕ່ປັດຈຸບັນ, ການນໍາໃຊ້ ເງິນຕຣາຕ່າງປະເທດ ໃນລາວ ຍັງມີຢ່າງກວ້າງຂວາງ. ທາງການລາວ ຈຶ່ງມີການກໍານົດໃຫ້ ຜູ້ທີ່ມີ ເງິນຕຣາຕ່າງປະເທດ ຈະຕ້ອງໄປແລກ ເປັນເງິນກີບ ຢູ່ຮ້ານແລກປ່ຽນ ກ່ອນທີ່ຈະໃຊ້. ເຈົ້າໜ້າທີ່ທນາຄານ ແຫ່ງ ສປປລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ທັນວາ ວ່າ:
“ຖ້າເປັນການຊື້-ຂາຍ ສິນຄ້າ, ບໍຣິການ ລົງທຶນຢູ່ພາຍໃນ ເຣື່ອງການ ເບີກ-ຈ່າຍເງິນເດືອນ ແມ່ນໃຫ້ກໍານົດ ເປັນເງິນກີບ. ຜູ້ທີ່ຖືຄອງເງິນສົດ ກ່ອນຈະນໍາໃຊ້ ຢູ່ສປປລາວ ແມ່ນຕ້ອງໄດ້ແລກປ່ຽນ ເປັນເງິນກິີບກ່ອນ, ຖືວ່າກົດໝາຍເຮົາ ໄດ້ກໍານົດເນາະ.”
ສະມາຊິກ ສະພາແຫ່ງຊາຕ ກໍຮຽກຮ້ອງ ໃຫ້ມີການແກ້ໄຂ ບັນຫານີ້, ທ່ານ ສາຍທອງ ໄຊຍະວົງ, ສະມາຊິກ ສະພາແຫ່ງຊາຕ ແຂວງຈໍາປາສັກ ໄດ້ກ່າວຢູ່ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຕອນນຶ່ງວ່າ:
“ບັນຫາດັ່ງກ່າວ ພວກເຮົາຈະຕ້ອງເຂັ້ມງວດ ເຄັ່ງຄັດ ຄັນພວກເຮົາ ບໍ່ພາກັນເຮັດ ນະເວລານີ້ ພວກເຮົາຈະມີບັນຫາ. ແມ່ນທຸກຄົນ ໃນສັງຄົມ ຈະຕ້ອງພ້ອມກັນ ຈັດຕັ້ງປະຕິບັດ ບັນຫາດັ່ງກ່າວນີ້. ແລ້ວສະນັ້ນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະຕ້ອງໄດ້ມີ ມາຕການ ໃນການແກ້ໄຂ ບັນຫາດັ່ງກ່າວ ຍ້ອນພວກເຮົາ ທັງໝົດນີ້ ບໍ່ເຊື່ອໝັ້ນ ໃນເງິນກີບ ຂອງເຮົາ ເຮົາຈຶ່ງໄປຖືເງິນບາທ ເຮົາຈຶ່ງໄປຖືເງິນໂດລ້າຣ໌.”
ທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ ຄຸ້ມຄອງ ເງິນຕຣາປະເທດ ລົງວັນທີ 14 ກໍຣະກະດາ 2023 ເພື່ອໃຫ້ການຄຸ້ມຄອງ ເງິນຕຣາປະເທດ ປະຕິບັດຢ່າງເຂັ້ມງວດ ຕາມກົດໝາຍ ວ່າດ້ວຍການຄຸ້ມຄອງ ເງິນຕຣາປະເທດ.
ຄໍາສັ່ງດັ່ງກ່າວ ຍັງລະບຸວ່າ ຫ້າມຄອບຄອງ ເງິນຕຣາຕ່າງປະເທດ. ຖ້າມີ, ໃຫ້ຝາກໄວ້ກັບທນາຄານ ໃຫ້ໃຊ້ແຕ່ເງິນກີບ ລວມທັງ ໃນເຂດເສຖກິຈພິເສດ ແລະ ຄາສິໂນ ໃຫ້ຕິດປ້າຍສິນຄ້າ ເປັນເງິນກີບ ໂຄສະນາຂາຍ ແລະ ຊື້ທຸກຢ່າງ ຕ້ອງເປັນເງິນກີບ. ໃນນັ້ນ, ລວມທັງການຊື້ຣົຖ, ເຮືອນ ແລະ ດິນ. ຮ້ານຄ້າ, ຮ້ານອາຫານ ແລະ ໂຮງແຮມ ໃຫ້ເກັບເປັນເງິນກີບ ແລະ ນາຍຈ້າງ ຕ້ອງຈ່າຍຄ່າຈ້າງ ເປັນເງິນກີບ.