ຄົນງານວຽດນາມຈະສ້າງ ເດີ່ນຍົນອັດຕະປື

0:00 / 0:00

ໂຄງການ ສ້າງເດີ່ນ ຍົນ ຢູ່ແຂວງ ອັດຕະປື ຈະນໍາເອົາ ຄົນງານ ວຽດນາມ ເຂົ້າມາ ເຮັດວຽກງານ ກໍ່ສ້າງ ເປັນສ່ວນ ຫລາຍ.

ການສ້າງ ເດີ່ນຍົນ ຢູ່ເມືອງ ໄຊເສດຖາ ແຂວງ ອັດຕະປື ຂອງ ບໍຣິສັດ Hoang Anh Gai Lai ຈະນໍາເອົາ ຄົນງານ ວຽດນາມ ເຂົ້າມາ ເປັນຈໍານວນ ຫລວງຫລາຍ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ອັດຕະປື ໃນວັນທີ 17 ກໍຣະກະດາ 2013 ນີ້. ນາງວ່າ:

"ບໍຣິສັດ ເຂົາເປັນ ຜູ້ເອົາ ເຂົ້າມາ ລະເຂົາ ຜ່ານມາ ຜ່ານແຂວງ ໂດຍສ່ວນຫລາຍ ເພີ່ນເອົາຄົນ ວຽດນາມນະ ເຂົ້າມາ ເຂົາ ບໍ່ທັນໄດ້ ລົງມືນະ ເຂົາພວມ ສໍາຫລວດ ທາງ".

ນາງເວົ້າຕໍ່ ໄປວ່າ ຫາກມີ ການເລີ່ມສ້າງ ຢ່າງເປັນ ທາງການ ຄາດວ່າ ຈະນໍາເອົາ ຄົນງານ ວຽດນາມ ເຂົ້າມາປະມານ ໃນທ້າຍໆ ປີນີ້ ເພາະຈະມີ ການເລີ່ມສ້າງ ແບບຈິງຈັງ ຫລັງ ຣະດູຝົນ ນີ້. ແລະ ເຈົ້າໜ້າທີ່ ເມືອງ ໄຊເສດຖາ ກໍວ່າ ບໍຣິສັດ ຈະເອົາຄົນງານ ວຽດນາມ ເຂົ້າມາ. ຄົນງານລາວ ໃນແຂວງນີ້ ບໍ່ສາມາດ ຕອບສນອງ ຄວາມຕ້ອງການ ຂອງ ໂຄງການ ນັ້ນໄດ້ ທາງດ້ານ ສີມື ເນື່ອງຈາກວ່າ ສ່ວນຫລາຍ ເປັນຄົນງານ ຢູ່ ສວນ ຢາງ ພາລາ ຂອງ ວຽດນາມ. ທ່ານວ່າ:

"ທາງ ບໍຣິສັດ ເພີ່ນຈະເອົາ ແຮງງານ ເພີ່ນພຸ້ນມາ ພວກເຮົາ ກໍບໍ່ເຂົ້າໄປ ກ້າວກ່າຍ ມັນແມ່ນ ຄວາມຮັບຜິດຊອບ ຂອງພວກ ບໍຣິສັດ ເພີ່ນ ວຽກ ບໍຣິສັດ ເພີ່ນ ເວົ້າເຣື່ອງ ແຮງງານ ເວົ້າເຣື່ອງ ເຮັດສວນ ຢາງພາລາ ພຸ້ນ ສິມີເຂົາເຈົ້າ ໃນການເຮັດ ເປັນນາຍຊ່າງ ຈະບໍ່ໄດ້".

ກ່ອນໜ້ານີ້ ກໍມີຂ່າວວ່າ ໂຄງການ ສ້າງເດີ່ນຍົນ ຢູ່ ເມືອງຊໍາເໜືອ ແຂວງ ຫົວພັນ ບໍຣິສັດ ດຽວກັນນີ້ ກໍຈະນໍາເອົາ ຄົນງານ ວຽດນາມ ເຂົ້າມາ ຫລາຍຄືກັນ ຊຶ່ງ ປັດຈຸບັນ ເອົາເຂົ້າມາ ແລ້ວ 100 ກວ່າຄົນ.