ສາເຫດເຂື່ອນແຕກຍັງບໍ່ ຈະແຈ້ງ

0:00 / 0:00

ເປັນເວລາກວ່າຫົກເດືອນແລ້ວ, ນັບແຕ່ມື້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກເປັນຕົ້ນມາ, ປະຊາຊົນລາວ ໂດຍສະເພາະຜູ້ໄດ້ຮັບຜົນກະທົບ ຍັງບໍ່ທັນຮູ້ຄຳຕອບວ່າ, ເປັນຫຍັງຫລືຍ້ອນສາເຫດຫຍັງເຂື່ອນນີ້ ຈຶ່ງແຕກ.

ຕໍ່ຄຳຖາມນີ້, ນັກຂ່າວວິທຍຸເອເຊັຍເສຣີ ຜແນກເກົາຫລີ ໄດ້ຕິດຕໍ່ຖາມເຈົ້າໜ້າທີ່ບໍຣິສັດ SK ຂອງເກົາຫລີໃຕ້ ທີ່ເປັນເຈົ້າການໃນການສ້າງ ເຂື່ອນແຫ່ງດັ່ງກ່າວ, ແລະໄດ້ຮັບຄຳຕອບເມື່ອອາທິດທີ່ແລ້ວວ່າ:

“ດັ່ງທີ່ພວກເຮົາຮູ້ ປັດຈຸບັນ ການສືບສວນກຳລັງດຳເນີນຢູ່; ຜົນອາດຈະອອກມາພາຍໃນໄຕຣມາດທຳອິດ ຂອງປີ 2019 ນີ້, ຈົນເຖິງ ປັດຈຸບັນ ບໍຣິສັດຂອງພວກເຮົາ ຍັງບໍ່ທັນໄດ້ຮັບຂໍ້ມູນວ່າ ຜົນຂອງການສືບສວນນັ້ນ ຈະອອກມາເວລາໃດແທ້ ເພາະຣັຖບານລາວ ກຳລັງສືບສວນຢູ່. ສື່ມວນຊົນທ້ອງຖິ່ນຮູ້ພຽງແຕ່ວ່າ ຜົນຈະອອກມາພາຍໃນຫົກເດືອນແລກ ຂອງປີນີ້.”

ບໍຣິສັດ SK ເປັນບໍຣິສັດທີ່ຖືຫຸ້ນສ່ວນຫລາຍກວ່າໝູ່ໃນສີ່ບໍຣິສັດ, ທີ່ຮ່ວມລົງທຶນສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ, ໃນເຂດເມືອງສນາມໄຊ ແຂວງອັດຕະປື ໃນພາກໃຕ້ຂອງລາວ. ສ່ວນເຈົ້າໜ້າທີ່ ບໍຣິສັດພລັງງານເຊປຽນ-ເຊນ້ຳນ້ອຍ, ຊຶ່ງເປັນເຈົ້າຂອງ ໂຄງການ ສ້າງເຂື່ອນ ດັ່ງກ່າວ, ຕອບຄຳຖາມນັ້ນກັບວິທຍຸເອເຊັຍເສຣີ ເມື່ອອາທິດທີ່ຜ່ານມາວ່າ:

“ມົກກະຣາ ເຂົາເຮັດ Interim report; ຂະເຈົ້າກໍຍັງມີແຜນເໝືອນເດີມຢູ່ ແລ້ວກໍທ້າຍເດືອນສາມ ກໍຈະເປັນ Final report ປັດຈຸບັນ ແຜນຍັງເໝືອນເດີມ ບໍ່ມີຍັງເລີຍວ່າຈະປ່ຽນແປງ.”

ໝາຍຄວາມວ່າ ຄນະສືບສວນຫາສາເຫດເຂື່ອນແຕກ, ຍັງມີແຜນສົ່ງຣາຍງານເບື້ອງຕົ້ນໃຫ້ຣັຖບານລາວພາຍໃນເດືອນມົກກະຣານີ້, ແລະ ຈະສົ່ງບົດຣາຍງານສະບັບສຸດທ້າຍ ໃນເດືອນສາມ ຫລືເດືອນມິນາປີນີ້.

ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ, ພ້ອມທັງເປັນປະທານອົງການກວດກາຣັຖບານ, ຊຶ່ງມີໜ້າທີ່ຮັບຜິດຊອບໂດຍກົງ, ໃນການກວດກາຫາສາເຫດເຂື່ອນແຕກ, ໄດ້ຣາຍງານຕໍ່ກອງປະຊຸມສະພາແຫ່ງຊາດ, ເມື່ອເດືອນທັນວາທີ່ຜ່ານມາວ່າ:

“ເວົ້າແທ້ໆລະແມ່ນ ເລິ້ມແຕ່ການກວດກາຄັ້ງທຳອິດ, ພວກເຮົາກະເຫັນແຫລະເຣື່ອງລາວຂອງບັນຫາ, ແຕ່ຊ່ຽວຊານເພິ່ນບໍ່ໃຫ້ປະກາດ ຕ້ອງໄດ້ສຶກສາເບິ່ງໃຫ້ລະອຽດເລິກເຊິ່ງຕື່ມ, ໃນແຕ່ລະອັນແຕ່ລະອັນ ແຕ່ລະຂອດແຕ່ລະມຸມ ຕໍ່ກັບບັນຫາຕ່າງໆ, ປັດຈຸບັນນີ້ ພວກເຮົາ ເຈາະດິນ ວິຈັຍດິນຄືນໃໝ່ ບ່ອນທີ່ມັນແຕກພັງຫັ່ນ.”

ທ່ານ ບຸນທອງ ຈິດມະນີ ກ່າວຕື່ມວ່າ, ຄນະກວດກາ ໄດ້ເຈາະເອົາດິນຈາກສັນເຂື່ອນແຕກ ຕື່ມອີກຫ້າຈຸດ, ເພິ້ມຂຶ້ນຈາກ 7 ຈຸດ ເປັນ 12 ຈຸດ, ເພື່ອນຳໄປວິຈັຍຕື່ມຢູ່ວຽດນາມ ແລະໄທ, ໃຫ້ຄັກແນ່ຕື່ມ. ແຕ່ທ່ານ ບຸນທອງ ຈິດມະນີ ບໍ່ໄດ້ໃຫ້ຣາຍລະອຽດວ່າ ຄນະກວດກາຈະ ສຳເຣັດການວິຈັຍມື້ໃດ, ແລະຣັຖບານລາວຈະປະກາດຜົນສລຸບ ຂອງການກວດກາຫາສາເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກນີ້ ພາຍໃນ ເດືອນໃດ.

ເຖິງຢ່າງໃດກໍດີ ປະມານສອງອາທິດຫລັງຈາກເຂື່ອນແຕກ, ນັກຊ່ຽວຊານທ່ານນຶ່ງ ທີ່ບອກຊື່ພຽງແຕ່ວ່າ ດຣ. ຄິມ ອາຈານສອນ ຈາກ ສະຖາບັນ ການສຶກສາເອເຊັຍຕາວັນອອກ ປະຈຳມະຫາວິທຍາໄລເຊກັງ ປະເທດເກົາຫລີໃຕ້ ກໍໄດ້ພຍາຍາມຄົ້ນຫາ ສາເຫດ ເຂື່ອນແຕກ ທີ່ເມືອງສນາມໄຊນັ້ນວ່າ:

“ອັນທີ່ນຶ່ງ, ພວກເຮົາພົບເຫັນວ່າ ການອອກແບບເຂື່ອນ ບໍ່ເປັນໄປຕາມມາດຕະຖານ; ອັນທີ່ສອງ, ການຫລຸດເວລາການສ້າງເຂື່ອນ ໃຫ້ສັ້ນລົງ, ແລະໄດ້ຕັດມູນຄ່າການກໍ່ສ້າງລົງ; ຖ້າຫລຸດຄ່າກໍ່ສ້າງ ຄຸນນະພາບຂອງເຂື່ອນກໍຈະຕ່ຳລົງ.”

ທາງຝ່າຍຣັຖບານລາວ, ຫລັງຈາກເຂື່ອນແຕກບໍ່ດົນ, ທ່ານ ຄຳມະນີ ອິນທິຣາຊ ຣັຖມົນຕຣີກະຊວງພະລັງງານແລະບໍ່ແຮ່, ກໍໄດ້ໃຫ້ ຄຳຄິດຄຳເຫັນໃນເວລາໃຫ້ສຳພາດແກ່ວິທຍຸເອເຊັຍເສຮີວ່າ:

“ສາເຫດກະ, ນຶ່ງ ກໍແມ່ນແທກນິກການກໍ່ສ້າງແນ່, ຖືວ່າເພິ່ນໄດ້ສ້າງຄູດິນປົນຫີນ ການກໍ່ສ້າງເຂື່ອນບໍ່ດີນີ້ແຫລ້ວ, ເຮັດໃຫ້ມັນກະທົບ ໃນເວລາຟ້າຝົນລົງມາ; ອັນທີ່ສອງ, ກໍແມ່ນສະພາບດິນຟ້າອາກາດຫັ່ນແຫລ້ວ ແຮງຫລາຍຫັ່ນໜ໋າ.”

ຢູ່ເກົາຫລີໃຕ້, ທ່ານ ກິມຈ່ວງຊອບ ສະມາຊິກສະພາເກົາຫລີໃຕ້, ສັງກັດພັກປະຊາທິປະໄຕ ໃຫ້ຄຳເຫັນວ່າ, ເຂື່ອນຢູ່ລາວແຕກ ເພາະບໍຣິສັດ SK ຢາກປະຢັດ ຢາກຫລຸດມູນຄ່າການກໍ່ສ້າງ ເຂື່ອນເຊປຽນ-ເຊນ້ຳນ້ອຍ ລົງ, ໂດຍໄດ້ປ່ຽນການອອກແບບໃໝ່ ຕົວຢ່າງໄດ້ສ້າງຄັນຄູ ກັນນ້ຳຕ່ຳລົງ ເຖິງຫົກແມັດເຄິ່ງ, ຄື ຕ່ຳຈາກຣະຫວ່າງສິບແມັດ ແລະ 25 ແມັດ ລົງເປັນພຽງແຕ່ຣະຫວ່າງ ສາມແມັດເຄິ່ງແລະ 18 ແມັດເຄິ່ງ.

ສ່ວນ ທ່ານ Richard Meehan, ອາຈານຈາກມະຫາວິທະຍາໄລ Stanford ໃນສະຫະຣັຖອະເມຣິກາ, ໄດ້ສຶກສາເບິ່ງພື້ນທີ່ອ້ອມແອ້ມ ເຂື່ອນເຊປຽນ-ເຊນ້ຳນ້ອຍ ຜ່ານທາງດາວທຽມ ແລະໄດ້ສ້າງເຂື່ອນຈຳລອງ ຢູ່ບາງກອກ ແລະສລຸບວ່າ ສາເຫດເຂື່ອນ ລາວແຕກກໍ ເພາະວ່າ, ເຂື່ອນຖືກສ້າງໃສ່ໃນບໍຣິເວນພື້ນດິນບໍ່ແໜ້ນໜາ, ໃຕ້ພື້ນດິນຕອນນັ້ນ, ເປັນໂອ່ງທີ່ວ່າງເປົ່າ, ເມື່ອຝົນຕົກມາແຮງ ນ້ຳກໍໄຫລລົງ ໂອ່ງ ແລະສຸດທ້າຍເຂື່ອນກໍຍຸບລົງ.

ສລຸບແລ້ວ ຕໍ່ຄຳຖາມທີ່ວ່າ ຍ້ອນສາເຫດຫຍັງເຂື່ອນເຊປຽນ-ເຊນ້ຳນ້ອຍ ຈຶ່ງແຕກ, ປັດຈຸບັນ ທາງຣັຖບານລາວ ແລະບໍຣິສັດສ້າງເຂື່ອນ, ກໍຍັງບໍ່ທັນຮູ້ຄຳຕອບເທື່ອ ເພາະກຳລັງກວດກາສືບສວນ ແລະວິຈັຍເພິ້ມຕື່ມຢູ່.

ກ່ອນໜ້ານີ້, ຣັຖມົນຕຣີກະຊວງພລັງງານແລະບໍ່ແຮ່ຂອງລາວ ຕີຣາຄາວ່າ, ເປັນຍ້ອນຝົນຕົກໜັກ ແລະການກໍ່ສ້າງບໍ່ໄດ້ມາດຕະຖານ, ສ່ວນນັກຊ່ຽວຊານອະເມຣິກັນເຊື່ອວ່າ, ເປັນຍ້ອນເຂື່ອນຖືກສ້າງໃນພື້ນທີ່ ທີ່ບໍ່ແໜ້ນໜາ.