ເມື່ອທ້າຍເດືອນ ມົກກະຣາ 2018 ນີ້ ອົງການຄຸ້ມຄອງ, ກວດກາ ແລະ ກັກກັນ ເພື່ອກວດກາຄຸນນະພາບ AQSIQ ຂອງຈີນ ໄດ້ອອກ ແຈ້ງ ການກ່ຽວກັບ ການນຳເຂົ້າ ແລະ ສົ່ງກ້ວຍ ທີ່ປູກຢູ່ລາວ ອອກໄປ ຈີນ. ໃນແຈ້ງການນັ້ນ ບົ່ງໄວ້ວ່າ ຈີນ ແລະ ສປປລາວ ໄດ້ລົງນາມ ໃນຂໍ້ ຕົກລົງ ທີ່ກຳນົດເຖິງ ຄວາມຈຳເປັນ ໃນການກວດກາ ແລະ ການກັກກັນ ເພື່ອກວດກາ ການສົ່ງກ້ວຍ ອອກຂອງລາວ. ແລະ ທັງກຳນົດວ່າ ມີພຽງແຕ່ ກ້ວຍທີ່ປູກຢູ່ ສປປລາວ ເທົ່ານັ້ນ ທີ່ຈຳເປັນ ຕ້ອງໄດ້ກວດກາ ກ່ອນຈະສົ່ງ ໄປຈີນ, ຕາມຣາຍງານ ຂອງ website Produce Report ຂອງຈີນ ວັນທີ 12 ມິນາ 2018 ນີ້. ມັນເປັນເທື່ອທຳອິດ ຂອງມາຕຖານ ການສົ່ງຜົລປູກ ໃນລາວ ອອກໄປ ຕ່າງປະເທສ ຊຶ່ງ 2 ປະເທສ ໄດ້ຕັ້ງຂຶ້ນ ນັບຕັ້ງແຕ່ ກ້ວຍລາວ ໄດ້ຮັບອະນຸຍາດ ໃຫ້ສົ່ງໄປຈີນ ຜ່ານການຄ້າທົ່ວໄປ ແຕ່ປີ 2013 ເປັນຕົ້ນມາ.
ຂໍ້ຕົກລົງດັ່ງກ່າວ ບົ່ງເອົາໄວ້ວ່າ ກ້ວຍທີ່ຈະນຳຈາກ ສປປລາວ ເຂົ້າໄປຈີນ ຕ້ອງປະຕິບັດ ຕາມຂໍ້ກຳນົດ ດັ່ງຕໍ່ໄປນີ້ ຄື:
1. ໄລຍະເວລາ ການຕັດກ້ວຍ ຕ້ອງແມ່ນ 10 ຫາ 11 ອາທິດ ພາຍຫລັງ ກ້ວຍອອກໜ່ວຍ. ຫ້າມຕັດກ້ວຍຂຽວ ຫລື ກ້ວຍທີ່ຍັງອ່ອນ ແລະ ກ້ວຍສຸກ ຈະບໍ່ໄດ້ຮັບ ອະນຸຍາດ ໃຫ້ສົ່ງເຂົ້າໄປຈີນ.
2. ກ້ວຍ ທີ່ຈະສົ່ງອອກໄປນັ້ນ ຕ້ອງສອດຄ່ອງ ກັບກົດຣະບຽບ ດ້ານສຸຂອະນາມັຍ ຂອງຈີນ ຄື ກ້ວຍ ທີ່ຖືກ ກວດພົບວ່າ ມີສານພິດອັນຕະຣາຍເຈືອປົນ ຈະບໍ່ອະນຸຍາດ ໃຫ້ນຳເຂົ້າຈີນ.
3. ການສົ່ງກ້ວຍ ອອກຈາກລາວ ຈະຕ້ອງບໍ່ມີກ້ານ ບໍ່ມີໃບ ຫລື ມີດິນຕິດຢູ່ ໃນຣະຫວ່າງການຂົນສົ່ງນັ້ນ.
4. ການຈັດສົ່ງກ້ວຍ ຕ້ອງສົ່ງໄປຍັງ ສະຖານທີ່ ທີ່ກົດຣະບຽບຈີນ ກຳນົດເອົາໄວ້.
ມາດຕະການ ທີ່ວ່ານີ້ ກໍານົດການໃຊ້ສານເຄມີ, ການຈັດຫີບຫໍ່ ແລະ ທັງການຫ້າມ ນໍາເອົາສ່ວນຕ່າງໆ ຂອງກ້ວຍ ຮວມທັງໃບ ຫລື ກ້ານ ບັນຈຸ ໄປດ້ວຍ. ກ້ວຍ ຈະຕ້ອງ ບໍ່ມີສານເຄມີ, ບໍ່ມີແມງໄມ້, ບໍ່ມີໄຂ່ແມງໄມ້ ຕົກຄ້າງ ແລະ ເຊື້ອໂຣກໃດໆ ຕິດ ໄປນໍາດ້ວຍ. ຫາກກວດກາພົບ ສິ່ງເຫລົ່ານັ້ນ ຝ່າຍຈີນ ຈະທໍາລາຍກ້ວຍ ຢູ່ບ່ອນກວດພົບນັ້ນ. ນອກຈາກນັ້ນແລ້ວ ກ່ອນຣະດູຕັດກ້ວຍ ໃນແຕ່ລະຄັ້ງ ຝ່າຍຈີນ ຈະສົ່ງ ທີມນັກວິຊາການ ດ້ານກັກກັນພືດ ຈາກແຂວງຫຍຸນຫນັນ ມາລາວ ລ່ວງໜ້າ ເພື່ອຮ່ວມ ສໍາຣວດ ວິເຄາະພື້ນທີ່ ເພື່ອກວດກາ ແລະ ປະເມີນຜົລ ການປູກກ້ວຍ, ການແປຮູບ, ການເກັບຮັກສາ ຕລອດເຖິງ ຣະບົບ ການສົ່ງອອກຈາກລາວ ນໍາດ້ວຍ.
ການສົ່ງກ້ວຍ ຂອງລາວ ອອກໄປຈີນ ເພີ້ມຂຶ້ນຢ່າງຫຼວງຫຼາຍ ມີມາຕັ້ງແຕ່ ປີ 2013. ກະຊວງກະສິກັມ ແລະ ປ່າໄມ້ ຂອງ ສປປລາວ ເວົ້າວ່າ ການສົ່ງກ້ວຍ ໄປຂາຍຕ່າງປະເທສ ກາຍເປັນແຫລ່ງທີ່ມາ ຂອງເງິນຕຣາຕ່າງປະເທສ ຫຼາຍທີ່ສຸດ. ຕາມຂໍ້ມູນ ຂອງທາງພາສີ, ໃນປີ 2014 ລາວ ໄດ້ຂາຍກ້ວຍໄປຈີນ ຈຳນວນ 43,000 ຕັນ ເປັນມູນຄ່າ 31 ລ້ານໂດລາສະຫະຣັຖ. ໃນປີ 2017 ໄດ້ຂາຍເພີ້ມຂຶ້ນ ເປັນ 220,000 ຕັນ ເປັນມູນຄ່າ 162 ລ້ານໂດລາ. ໃນປີ 2016 ໄດ້ຂາຍ ຫຼາຍທີ່ສຸດ ຄືເຖິງ 250,000 ຕັນ ເປັນມູນຄ່າ 183 ລ້ານໂດລາ. ປັດຈຸບັນ ລາວ ເປັນປະເທສ ທີ 2 ທີ່ຂາຍກ້ວຍໃຫ້ຈີນ ຫຼາຍທີ່ສຸດ.
ໃນປີ 2017 ການສົ່ງກ້ວຍ ອອກໄປຂາຍໃຫ້ຈີນ ຫລຸດລົງ ຍ້ອນວ່າ ຣັຖບາລ ສປປລາວ ບໍ່ໃຫ້ເພີ້ມ ການປູກກ້ວຍຫລາຍ ແລະ ເຂັ້ມງວດ ຫຼາຍຂຶ້ນ ຕໍ່ສວນກ້ວຍ ທີ່ເປັນມົລພິດ ຊຶ່ງເຮັດໃຫ້ ສວນກ້ວຍຫຼາຍແຫ່ງ ທີ່ບໍ່ສອດຄ່ອງ ກັບ ມາຕຖານ ປົກປ້ອງ ສິ່ງແວດລ້ອມ ໃໝ່ນັ້ນ ຕ້ອງປິດໄປ. ເຈົ້າໜ້າທີ່ ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ທີ່ຜ່ານມານີ້ວ່າ:
"ມັນຈະມີ ຜົນກະທົບຫລາຍແນວຫັ້ນແຫລະ ມັນມີ ບັນຫາເລື້ອງສິ່ງແວດລ້ອມ ໃຊ້ສານເຄມີຫລາຍ ແລ້ວກໍຢາກຈະເອົາປຽບຄົນລາວບໍ່ ມີຫຍັງ ຕ່າງໆຫັ້ນແຫລະ ແລະ ມັນຈະເຮັດໃຫ້ມັນ ບໍ່ເປັນໄປຕາມແຂວງ ຂອງເມືອງກຳນົດໄວ້."
ເວົ້າເຖິງ ການໃຊ້ສານເຄມີ ໃນສວນກ້ວຍຈີນ ຫລາຍນັ້ນ ຊາວລາວ ຢູ່ພາຍໃນປະເທສ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 13 ມິນານີ້ວ່າ:
"ເຂົາເຊົາໃຫ້ປູກແລ້ວໃດ໋ ທາງເໜືອຫັ້ນ ມັນໃຊ້ເຄມີ ພິລຶກອີ່ຫລີນີ້ແຫລະ."
ແຕ່ເຖິງຢ່າງໃດກໍຕາມ, ປັດຈຸບັນ ນັກລົງທຶນຈີນ ກໍຍັງໄດ້ຮັບອະນຸຍາດ ໃຫ້ປູກກ້ວຍ ຢູ່ລາວໄດ້ຕໍ່ໄປ ແຕ່ຕ້ອງ ຢູ່ພາຍໃຕ້ ມາຕການ 9 ຂໍ້ ຕາມ ການຕົກລົງຮ່ວມກັນ ຣະຫວ່າງ ທາງການ ສປປລາວ ແລະ ຈີນ ຜູ້ນໍາກ້ວຍເຂົ້າປະເທສ ທີ່ເປັນຕລາດໃຫຍ່ ຂອງລາວ, ຕາມຣາຍງານ ຂອງ MGR Online ວັນທີ 25 ພຶສພາ 2017. ເຈົ້າໜ້າທີ່ ຣະດັບສູງ ຂອງແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ແຂວງບໍ່ແກ້ວ ບ່ອນທີ່ຈີນ ເຮັດສວນກ້ວຍຫຼາຍທີ່ສຸດນັ້ນ ໄດ້ຮ່ວມປະຊຸມ ກັບທາງການຈີນ ນໍາໂດຍ ຮອງຫົວໜ້າ ຜແນກ ສຸຂອະນາມັຍພືດ ແຂວງຫຍຸນຫນັນ ຊຶ່ງທັງສອງຝ່າຍ ໄດ້ວາງມາຕການ 9 ຂໍ້ ທີ່ຄວບຄຸມ ຕັ້ງແຕ່ ການປູກກ້ວຍ ທີ່ຫ້າມໃຊ້ສານເຄມີ ຕ້ອງຫ້າມ, ສານເຄມີ ອັນຕະຣາຍຮ້າຍແຮງ ແລະ ອື່ນໆ ທີ່ເປັນພິດພັຍ ຮວມໄປເຖິງ ການກໍານົດເວລາຕັດກ້ວຍ ແລະ ຄຸນລັກສະນະ ຂອງກ້ວຍ ທີ່ສົ່ງອອກ ເພື່ອຄວບຄຸມຄຸນນະພາບ.
ມາດຕຣາການ ທີ່ວາງອອກມານັ້ນ ຫຼາຍຄົນເວົ້າວ່າ ເກືອບທັງໝົດ ແມ່ນເອົາຕາມຂໍ້ກໍານົດ ໃນກົດໝາຍ ວ່າດ້ວຍ ການນໍາໃຊ້ພືດ ແລະ ກົດໝາຍວ່າດ້ວຍ ສຸຂອະນາມັຍພືດ ຂອງຈີນ ຊຶ່ງແມ່ນຕລາດຮັບຊື້ ເປັນຜູ້ກໍານົດ ແຕ່ ສົ່ງຜົລຊ່ອຍແກ້ບັນຫາ ການປູກພືດ ບໍ່ຖືກວີທີ ຢູ່ ສປປລາວ ຊຶ່ງທີ່ຜ່ານມາ ຂາດການຄວບຄຸມດູແລ. MGR ອອນໄລນ໌ ຣາຍງານ ເມື່ອກ່ອນນັ້ນວ່າ ແຂວງພາກເໜືອ ຂອງລາວ ທີ່ໃຫ້ ພວກນັກລົງທຶນຈີນ ເຊົາ ການປູກກ້ວຍຊົ່ວຄາວ ແຕ່ທ້າຍປີ 2015 ເປັນຕົ້ນມາ ແມ່ນເລີ້ມ ຈາກ ແຂວງບໍ່ແກ້ວ ທີ່ມີສວນກ້ວຍຈີນ ໃນເນື້ອທີ່ ຮວມກັນປະມານ 9,600 ເຮັກຕາ. ຫລັງຈາກນັ້ນ ກໍແມ່ນ ແຂວງໃກ້ຄຽງ ຮວມທັງ ແຂວງອຸດົມໄຊ ຊຶ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງແບງ ໄດ້ກ່າວ ເມື່ອກ່ອນນັ້ນວ່າ:
"ເຂົ້າຊ່ວງປີກາຍ ມາຫາປີນີ້ເນາະ ຈຳນວນນຶ່ງ ກໍໝົດສັນຍາແລ້ວ ຈຳນວນນຶ່ງ ເຂົາກໍປູກເຂົ້າປີ ທີ 4 ທີ 5 ກໍໃຫ້ຜົນບໍ່ດີປານໃດນະ."
ຕໍ່ລົງມາເຖິງ ແຂວງຫລວງພຣະບາງ, ໄຊຍະບູຣີ, ວຽງຈັນ ແລະ ນະຄອນຫລວງວຽງຈັນ ທີ່ປະສົບ ກັບຜົລກະທົບ ຮ້າຍແຮງ ຈາກການໃຊ້ສານພິດ ເຄມີ ໃນສວນກ້ວຍ ຂອງຈີນນັ້ນ ກໍສັ່ງໃຫ້ເຊົາປູກ ເຊັ່ນກັນ. ສານເຄມີ ທີ່ເປັນພັຍ ຕໍ່ສຸຂພາບ ແລະ ສິ່ງແວດລ້ອມ ຊຶ່ງຈີນ ໃຊ້ຢູ່ໃນສວນກ້ວຍ ທີ່ວ່ານັ້ນ ມີພິດຮ້າຍແຮງ ຫຼາຍຊນິດ, ບາງຊນິດ ເປັນສານພິດ ທີ່ທົ່ວໂລກ ຫ້າມໃຊ້ ມາເປັນເວລາຫຼາຍປີແລ້ວ.
ເພື່ອຫລຸດຜ່ອນຜົລຮ້າຍ ຈາກການໃຊ້ ສານຜິດເຄມີ ຄືທີ່ວ່ານັ້ນ ສໍາລັບ ຢູ່ເມືອງຫີນເຫີບ ກໍຫ້າມ ບໍ່ໃຫ້ໃຊ້. ສານພິດນັ້ນ ຖືກປ່ອຍລົງສູ່ ຫ້ວຍ ໜອງຄອງບຶງ ແລະ ແມ່ນໍ້າລໍາທານ, ເກີດພິດຕົກຄ້າງ ໃນແຫລ່ງນໍ້າ ທີ່ປະຊາຊົນ ໃຊ້ອຸປະໂພກບໍຣິໂພກ ແລະ ເປັນແຫຼ່ງອາຫານສໍາຄັນ ໃນທ້ອງຖິ່ນຕ່າງໆ ຈົນເຮັດໃຫ້ ຣັຖບາລ ສປປລາວ ອອກຄໍ່າສັ່ງ ໃຫ້ເຊົາການປູກກ້ວຍ ໃນເນື້ອທີ່ກວ້າງ ຢູ່ທົ່ວປະເທສ ແລະ ບໍ່ໃຫ້ ອະນຸຍາດ ຂຍາຍເນື້ອທີ່ປູກກ້ວຍ ເມື່ອປີ 2017 ດັ່ງເຈົ້າໜ້າທີ່ ຫ້ອງການລົງທຶນ ເມືອງລອງ ແຂວງຫຼວງນໍ້າທາ ກ່າວຜ່ານມາວ່າ:
"ດຽວນີ້ ຂະເຈົ້າ ມີຄຳສັ່ງ ຂອງຣັຖບານ ໃຫ້ໂຈະແລ້ວເນາະ ດຽວນີ້ ຂະເຈົ້າກຳລັງຢຸດເຊົາ ຢຸດລົງ ຫລາຍແລ້ວ ແຕ່ວ່າ ເຫັນຂະເຈົ້າວ່າ ໃນປີ 2017 ນີ້ຈະໃຫ້ລົບລ້າງໃຫ້ໝົດວ່າຊີ້ ຂະເຈົ້າ ໃຫ້ເອົາກ້ວຍອອກແມ່ນສຸດທ້າຍ ແມ່ນຫຍັງນີ້ນະ."
ແຕ່ເຖິງຢ່າງໃດກໍຕາມ, ເມື່ອຫລັງໆມານີ້ ກໍມີ ຂ່າວວ່າ ນັກລົງທຶນປູກກ້ວຍຈີນ ກໍໄດ້ຮັບ ອະນຸຍາດໃຫ້ປູກໄດ້ຕໍ່ໄປ ແຕ່ຕ້ອງ ປະຕິບັດຕາມ ມາຕການ 9 ຂໍ້ ທີ່ 3 ແຂວງພາກເໜືອ ຂອງລາວ ໄດ້ຕົກລົງ ກັບທາງການແຂວງຫຍຸນຫນັນ ຂອງຈີນ ໃນມື້ວັນທີ 22 ພຶສຈິກາ 2017 ທີ່ແຂວງຫລວງນໍ້າທາ ຄືທີ່ວ່າ ມານັ້ນ, ຕາມຣາຍ ງານຂອງ MGR ອອນໄລນ໌. ປັດຈຸບັນ ເນື້ອທີ່ປູກກ້ວຍ ໃນລາວທັງໝົດ ປະມານ 26,678 ເຮັກຕາຣ໌, ຕາມຂໍ້ມູນຂອງ website Produce Report.
ການປູກກ້ວຍ ຢູ່ ສປປລາວ ສ່ວນໃຫຍ່ ແມ່ນນັກລົງທຶນຈີນ ເປັນເຈົ້າຂອງ. ການລົງທຶນ ຂອງຕ່າງປະເທສ ລັ່ງໄຫລ ເຂົ້າມາຫຼາຍ ພາຍຫຼັງ ປີ 2014 ເມື່ອພວກນັກລົງທຶນຈີນ ຈໍານວນຫຼາຍ ເຫັນວ່າ ດິນປູກຝັງ ຢູ່ລາວ ອຸດົມສົມບູນ ແລະ ຄ່າແຮງງານ ໃນການປູກກ້ວຍຖືກ. ການລົງທຶນ ຂອງຈີນຫຼາຍ ເຮັດໃຫ້ເສຖກິດ ຂອງລາວເຕີບໂຕ ຂະນະທີ່ ທາງການທ້ອງຖິ່ນ ຂອງ ສປປລາວ ໄດ້ຍົກຍ້ອງ ການລົງທຶນ ດັ່ງກ່າວ ຍ້ອນວ່າ ປະຊາຊົນ ມີວຽກເຮັດງານທໍາ ແລະ ຄ່າແຮງງານສູງຂຶ້ນ ຢູ່ພາກເໜືອ ຂອງລາວ ແຕ່ໃນຂະນະດຽວກັນ ກໍປະນາມ ການຂາດມາຕການ ຕ່າງໆ ໃນການປົກປ້ອງ ດິນປູກຝັງ ແລະ ການໃຊ້ສານພິດເຄມີ ກໍາຈັດ ສັດຕຣູພືດ ເປັນຈໍານວນຫຼວງຫຼາຍ ແລະ ຕົ້ນທຶນ ການປູກກ້ວຍສູງ.
ໃນປີ 2016, ຣາຍງານ ຂອງວາຣະສານ ຄົ້ນຄວ້າ ທາງເພດ ແຫ່ງຊາດລາວ ພົບວ່າ ມີການໃຊ້ສານພິດເຄມີ ຢ່າງບໍ່ເໝາະສົມ ເຮັດໃຫ້ຄົນງານ ທີ່ເຮັດວຽກ ໃນສວນກ້ວຍ ເຈັບປ່ວຍຫຼາຍຂຶ້ນ ແລະ ນໍ້າ ເປັນມົລພິດ. ຣັຖບາລ ສປປລາວ ແກ້ໄຂບັນຫາດັ່ງກ່າວ ດ້ວຍການຫ້າມ ບໍ່ໃຫ້ປູກ ກ້ວຍໃໝ່ຕື່ມ ແລະ ການປູກກ້ວຍເກົ່າ ກໍຍັງອະນຸຍາດ ໃຫ້ປູກຕໍ່ໄປ ແຕ່ຕ້ອງປະຕິບັດ ກົດຣະບຽບ ກ່ຽວກັບ ການປົກປ້ອງສິ່ງແວດລ້ອມ ຢ່າງເຂັ້ມງວດ ເຮັດໃຫ້ການພັທນາ ອຸດສາຫະກັມກ້ວຍ ແລະ ການສົ່ງກ້ວຍຂອງລາວ ອອກໄປຂາຍໃຫ້ຈີນ ຍັງບໍ່ແນ່ນອນໃນອະນາຄົດ.