ທະນາຄານກາງ ແຈ້ງເຕືອນ ລະວັງເງິນຢວນ ປອມ
2024.12.30
ວັນທີ 27 ທັນວາ 2024 ທີ່ຜ່ານມາ, ທະນາຄານແຫ່ງສປປລາວ ພາກເໜືອ ແຂວງຫຼວງພຣະບາງ ໄດ້ແຈ້ງການເຖິງ ພໍ່ແມ່ປະຊາຊົນ, ພໍ່ຄ້າ-ຊາວຂາຍ, ພະນັກງານ ລັດຖະກອນ, ນັກຮຽນ, ນັກສຶກສາ, ທະຫານ ແລະ ຕໍາຫຼວດ ພາຍໃນແຂວງຫຼວງພຣະບາງ ໃຫ້ຊື້-ຂາຍສິນຄ້າ ດ້ວຍເງິນກີບລາວ ແລະ ຫຼີກລ້ຽງກັບ ການຮັບເງິນຕາ ຕ່າງປະເທດ, ໂດຍສະເພາະ ເງິນຢວນຈີນ, ຫຼັງກວດພົບ ມີກຸ່ມຄົນບໍ່ດີ ປອມແປງ ແລະ ນໍາເອົາທະນະບັດ ສະກຸນເງິນຢວນ ຈີນ ປະເພດໃບ 100 ຢວນ ອອກມາໃຊ້ຈ່າຍ ຊື້ສິນຄ້າ ພາຍໃນແຂວງ, ໂດຍສະເພາະແມ່ນ ຕະຫຼາດກາງຄືນ ແລະ ບັນດາຫ້າງຮ້ານຕ່າງໆ ພາຍໃນ ນະຄອນຫຼວງພຣະບາງ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທະນາຄານແຫ່ງສປປລາວ ພາກເໜືອ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນວັນທີ 30 ທັນວາ ນີ້ວ່າ:
“ມີແຕ່ໃຫ້ລະດົມກັນ ບໍ່ໃຫ້ເອົາເງິນຢວນ ຫຼືວ່າ ເງິນຕາ, ວ່າຊັ້ນສາ. ໜຶ່ງມາ ກໍຫຼີກລ້ຽງ ການປອມແປງ ເງິນປອມ ເງິນຫຍັງນີ້ແຫຼະ ເວລາເຮົາຮັບ ບໍລິການລູກຄ້າ ພວກທ່ານ ກໍແນະນໍາໃຫ້ເຂົາ ໄປປ່ຽນ ແລກປ່ຽນ ຢູ່ທະນາຄານກ່ອນ. ແຕ່ຄືວ່າແຫຼະ ປະຊາຊົນ, ບາງເທື່ອ ເຂົາຢາກໄດ້ເງິນຕາ ເງິນຫຍັງ ເຂົາກໍບໍ່ທັນ ບໍ່ຫຍັງແລ້ວ ເຂົາກໍເອົາເລີຍ, ຫັ້ນນ່າ. ຍັງເຫັນເປັນຈຸດອ່ອນຢູ່ ທຸກມື້ນີ້ນ່າ.”
ກ່ອນໜ້ານີ້, ເຈົ້າໜ້າທີ່ ທະນາຄານແຫ່ງສປປລາວ ພາກເໜືອ ແຂວງຫຼວງພຣະບາງ ໄດ້ກວດພົບເຫັນທະນະບັດ ສະກຸນເງິນຢວນ ຈີນ ປະເພດໃບ 100 ຢວນປອມ ຜ່ານເຄື່ອງກວດ ທະນະບັດປອມ ຈຶ່ງແນະນໍາວ່າ ຫາກຜູ້ໃດ ມີທະນະບັດຢວນ ຈີນ ຢູ່ໃນມື ແລ້ວບໍ່ໝັ້ນໃຈວ່າ ແມ່ນທະນະບັດ ແທ້ບໍ່ ກໍສາມາດ ນໍາທະນະບັດນັ້ນ ມາໃຫ້ທະນາຄານ ກວດສອບໄດ້. ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງສປປລາວ ພາກເໜືອ ແຂວງຫຼວງພຣະບາງ ຜູ້ດຽວກັບຂ້າງເທິງ ທ່ານກ່າວວ່າ:
“ເຮົາຜ່ານຈັກແລ້ວ ກໍເບິ່ງ, ສ່ອງ UV ເບິ່ງ ແລ້ວຈະເຫັນລາຍເຊັນອີ່ຫຍັງ, ສ່ອງແສງສີຟ້າ. ທີ່ຈິງ ເອົາມາຜ່ານຈັກ ມາທາງເຮົາກ່ອນ ໃຫ້ກ່ອນກໍໄດ້ ເພາະວ່າ ເພື່ອຄວາມໝັ້ນໃຈ. ມີແຕ່ວ່າ ມາໃຫ້ເຮົາກວດສອບກ່ອນ ແລ້ວຈຶ່ງໄປແຈ້ງເສຍຫາຍ ນໍາຕໍາຫຼວດນັ້ນສາ.”
ສະພາບໂຕຈິງ ພໍ່ຄ້າ-ຊາວຂາຍ ຢູ່ຕະຫຼາດກາງຄືນ ນະຄອນຫຼວງພຣະບາງ ຈໍານວນໜຶ່ງ ກໍຄິດຢ້ານ ຈະໄດ້ເງິນຢວນ ຈີນ ປອມ ຈາກລູກຄ້າ ຈຶ່ງບໍ່ຮັບເງິນຢວນ ຈີນ ໃນການຊື້-ຂາຍສິນຄ້າແລ້ວ ພາຍຫຼັງມີກໍລະນີ ຮ້ານຂາຍຜ້າ ຢູ່ຕະຫຼາດກາງຄືນ ໄດ້ເງິນຢວນ ຈີນ ປອມ ຈາກລູກຄ້າ. ດັ່ງແມ່ຄ້າຂາຍອາຫານ ຢູ່ຕະຫຼາດກາງຄືນ ນາງໜຶ່ງ ກ່າວວ່າ:
“ຊ່ວງນີ້ແບບວ່າ ເງິນຢວນ ມັນເງິນປອມ, ຫັ້ນນ່າ ມັນມີຫຼາຍ ແລ້ວເຮົາຈະບໍ່ຮັບ. ເຮົາຈະເອົາແຕ່ເງິນກີບ, ແຕ່ວ່າ ຢູ່ຕະຫຼາດຂອງກິນສຸກ ສ່ວນຫຼາຍ ເຮົາບໍ່ຄ່ອຍຮັບເດ້, ມີແຕ່ເຈິເງິນຢວນ ມັນເງິນປອມ, ຫັ້ນນ່າ. ທີ່ເຂົາເຈົ້າ ຂາຍຜ້າແພພຸ້ນ ຊ່ອງຊ້າງ, ເກີບຊ້າງ, ເປັນຜ້າພັນຄໍ, ພັນຄໍເດ້.”
ເຖິງຢ່າງໃດກໍຕາມ, ພໍ່ຄ້າ-ຊາວຂາຍ ຢູ່ຕະຫຼາດກາງຄືນ ນະຄອນຫຼວງພຣະບາງ ອີກຈໍານວນໜຶ່ງ ກໍຍັງສືບຕໍ່ ຮັບເງິນຢວນ ຈີນ ເພື່ອຊື້-ຂາຍສິນຄ້າ ເນື່ອງຈາກຕົນເອງ ມີຄວາມຮູ້-ຄວາມເຂົ້າໃຈ ໃນການກວດເບິ່ງ ທະນະບັດປອມ ແລະ ແທ້, ແຕ່ຫາກ ເປັນທະນະບັດຢວນ ຈີນ ປະເພດໃບ 100 ຢວນ ກໍຈະໃຫ້ລູກຄ້າ ໄປແລກປ່ຽນເງິນກີບ ເພື່ອມາຊື້. ດັ່ງພໍ່ຄ້າຂາຍເຄື່ອງ ຢູ່ຕະຫຼາດກາງຄືນ ທ່ານໜຶ່ງ ກ່າວວ່າ:
“ເພາະວ່າ ເຮົາກໍແຍກອອກວ່າ ແບ໊ງປອມ, ແບ໊ງບໍ່ປອມ ເພາະວ່າ ເຮົາຢູ່ເບື້ອງຄວາມສ່ຽງເນາະ ເຮົາກໍຕ້ອງມີຄວາມຮູ້ ໜ້ອຍໜຶ່ງ ຄັນເຮົາຊິຮັບເງິນຕາ ຕ່າງປະເທດ. ຄັນເຮົາບໍ່ສະດວກຮັບ ເຮົາໃຫ້ເຂົາເຈົ້າ ໄປປ່ຽນຢູ່ໜ້າທາງເຂົ້າ-ອອກ ມັນກໍມີ, ຫັ້ນນ່າ. ເປັນແບ໊ງນ້ອຍບໍ່, ແບ໊ງ 50 ແບ໊ງ 20 ຈັ່ງຊີ້, ເຮົາກໍເອົາ. ຄັນເປັນແບ໊ງ 100 ຂຶ້ນໄປ, ເຮົາກໍໃຫ້ເຂົາເຈົ້າ ໄປປ່ຽນ.”
ກ່ອນໜ້ານີ້, ວັນທີ 24 ທັນວາ 2024 ຕໍາຫຼວດ ແຂວງຫຼວງພຣະບາງ ຈັບຊາຍຊາວຈີນ 1 ຄົນ ບໍ່ຮູ້ຊື່ ແລະ ອາຍຸ ຢ່າງຄັກແນ່ ພາຍຫຼັງຜູ້ກ່ຽວ ໃຊ້ຈ່າຍເງິນຢວນປອມ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ເຮັດໃຫ້ພໍ່ຄ້າ-ແມ່ຄ້າ ຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນ.
ຂະນະທີ່, ປີ 2019 ມີຄົນຈີນ ຈໍານວນ 3 ຄົນ ນໍາເອົາເງິນກີບປອມ ປະເພດໃບ 100,000 ກີບ ຈໍານວນຫຼາຍ ມາໃຊ້ຈ່າຍ ຢູ່ພາຍໃນ ແຂວງຫຼວງພຣະບາງ ແລະ ຖືກເຈົ້າໜ້າທີ່ ຈັບມາດໍາເນີນຄະດີໄດ້.