ເປີດທົດລອງ ສນາມບິນສາກົລ ບໍຣິສັດດອກງິ້ວຄຳ
2021.12.23

ສນາມບິນສາກົນບໍ່ແກ້ວ ຂອງກຸ່ມບໍຣິສັດດອກງິ້ວຄໍາຂອງຈີນ ທີ່ສ້າງຢູ່ເຂດບ້ານສີເມືອງງາມ ແລະບ້ານສີບຸນເຣືອງ, ໃກ້ກັບເຂດເສຖກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ເລີ້ມທົດລອງໃຫ້ເຮືອບິນຂອງສາຍການບິນລາວ ແລະ ລາວສະກາຍເວ ລົງຈອດແລ້ວໃນມື້ວັນທີ 21 ທັນວານີ້. ເຈົ້າໜ້າທີ່ຢູ່ເຂດເສຖກິດພິເສດສາມຫລ່ຽມຄໍາເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 23 ທັນວານີ້ວ່າ ໃນເບື້ອງຕົ້ນນີ້ ເປັນການທົດລອງໃຫ້ເຮືອບິນລົງຈອດຊື່ໆ ຍ້ອນວ່າ ສນາມບິນແຫ່ງນີ້ຍັງຢູ່ໃນລະຫວ່າງການກໍ່ ສ້າງ, ຈະສ້າງສໍາເລັດ ແລະເປີດໃຊ້ໃນປີ 2022.
“ຕາມເຂົາໄປສໍາຣວດຫວ່າງກ່ອນ ກະສໍາເຣັດໂດຍສ່ວນໃຫຍ່ແລ້ວ ເພິ່ນກໍທົດລອງຕິເບາະ ບໍ່ທັນເປີດເປັນທາງການເທື່ອ.”
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບຄວາມຄືບໜ້າຂອງໂຄງການສນາມບິນສາກົລດັ່ງກ່າວ ວິທຍຸເອເຊັຍເສຣີ ພະຍາຍາມຕິດຕໍ່ໄປຫາຜູ້ຮັບຜິດຊອບໂຄງການນີ້, ແຕ່ທ່ານຍັງບໍ່ສະດວກທີ່ຈະໃຫ້ຄວາມເຫັນ. ແຕ່ຊາວບ້ານຫລາຍຄົນ ທີ່ຢູ່ໃກ້ກັບສນາມບິນສາກົລດັ່ງກ່າວ ກໍເຫັນເຮືອບິນມາລົງຈອດຢູ່ສນາມບິນນັ້ນແລ້ວ ແລະກໍໄດ້ຍິນຂ່າວວ່າ ສນາມບິນຈະຖືກສ້າງໃຫ້ສໍາເຣັດປະມານເດືອນມິນາ 2022 ທີ່ຈະມາເຖິງນີ້, ແຕ່ກໍຍັງບໍ່ມີພາກສ່ວນໃດຢືນຢັນຢ່າງຄັກ ແນ່ເທື່ອ, ດັ່ງຊາວບ້ານທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ເພິ່ນກະບາງທີກະຕຽມເປີດ ໃນຊ່ວງເດືອນມີນານີ້ແຫລະ ຖືວ່າທຸກຢ່າງກໍເກືອບເສັດແລ້ວ ບິນສໍາຣວດ.”
ຊາວບ້ານຢູ່ເມືອງຕົ້ນເຜິ້ງ ອີກຄົນນຶ່ງ ທີ່ຂໍສງວນຊື່ ແລະສຽງ ກໍເວົ້າໃນມື້ວັນທີ 23 ທັນວານີ້ວ່າ ຕົນເຫັນເຮືອບິນ 2 ລໍາ ບິນມາລົງຈອດຢູ່ສນາມບິນນີ້ ຊຶ່ງກໍເປັນສັນຍານໃກ້ຈະສ້າງສໍາເຣັດແລ້ວ. ແລະໄດ້ຍິນຂ່າວວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບຈາກໂຄງການດັ່ງກ່າວ ເມື່ອກ່ອນໜ້ານີ້ ກໍໄດ້ຮັບຄ່າຊົດເຊີຍໄປຄົບຖ້ວນແລ້ວ ແລະບໍ່ມີໃຜອອກມາຮຽກຮ້ອງອີກ. ປະຊາຊົນຢູ່ແຂວງບໍ່ແກ້ວຫລາຍຄົນ ຮວມທັງຜູ້ຢູ່ເມືອງຫ້ວຍຊາຍ ກໍຕິດຕາມຂ່າວກ່ຽວກັບການກໍ່ສ້າງສນາມບິນສາກົລນັ້ນມາໂດຍຕລອດ ແລະກໍຫວັງວ່າ ຈະໄດ້ໄປໃຊ້ການບໍຣິການ ຢູ່ສນາມບິນແຫ່ງນີ້ ຍ້ອນສນາມບິນຢູ່ເມືອງຫ້ວຍຊາຍ ຍັງປິດປັບປຸງ ໂດຍບໍ່ມີກໍານົດເທື່ອວ່າ ຈະເປີດໃຊ້ເມື່ອໃດ ດັ່ງຊາວບ້ານຢູ່ເມືອງຫ້ວຍຊາຍທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ທັນວານີ້ວ່າ:
“ເອີ໋ ກະຕ້ອງໄດ້ໃຊ້ຫັ້ນແຫລະ ເຮັດຈັ່ງໃດ ໂອ໋ ຢູ່ຫ້ວຍຊາຍຂະເຈົ້າມັນເຮັດບໍ່ແລ້ວເດ໋ ຂະເຈົ້າກະຕ້ອງໄດ້ໄປໃຊ້ພຸ້ນແຫລະ ດຽວນີ້ເພິ່ນທົດລອງຊື່ໆ ຍັງບໍ່ທັນແລ້ວດີເທື່ອ.”
ໃນຂະນະດຽວກັນ ປະຊາຊົນຢູ່ແຂວງໃກ້ຄຽງ ຫລາຍຄົນກໍດີໃຈ ທີ່ໂຄງການ ກໍ່ສ້າງສນາມບິນນີ້ ໃກ້ຈະສໍາເລັດ ແລະເປີດໃຊ້ແລ້ວ ແລະຈະໄດ້ໃຊ້ການບໍຣິການສໍາລັບເດີນທາງໄປຕ່າງປະເທດ ແທນທີ່ຈະໄປຂີ່ເຮືອບິນຢູ່ ສນາມບິນສາກົລແຂວງຫລວງພຣະບາງ ແລະສນາມບິນວັດໄຕທີ່ນະຄອນຫລວງວຽງຈັນ ດັ່ງຊາວແຂວງຫລວງນໍ້າທາທ່ານນຶ່ງ ເວົ້າວ່າ:
“ຖ້າມີໂອກາດໄດ້ໄປ ກະໄປໃຊຄືກັນ ນ້ອງຂາຍປີ້ຍົນຢູ່ບ້ານນ້ອງນີ້ນ່າ ຢູ່ຫລວງນໍ້າທາພີ້ນ່າ ຂີ່ຣົດ 2-3 ຊົ່ວໂມງ ເຈົ້າ ດຽວນີ້ຂະເຈົ້າຍັງສ້າງຢູ່ຕິເບາະ.
ໃນຂະນະດຽວກັນ ນັກທຸຣະກິດລາວທ່ານນຶ່ງ ກໍກ່າວໂດຍເຊື່ອວ່າ ສນາມບິນສາກົລແຫ່ງນີ້ ມີເປົ້າໝາຍຮອງຮັບຊາວຕ່າງປະເທດ ໂດຍສະເພາະຊາວຈີນ ທີ່ຈະມາທ່ຽວ ແລະຫລິ້ນການພະນັນ ຢູ່ກາສິໂນຄິງໂຣມັນ ໃນເຂດເສຖກິດພິເສດສາມຫລ່ຽມຄໍາ.
“ແນ່ນອນແຫລະ ຂອງເຂົາຈະຫລາຍກວ່າແຫລະ ຄົນຈີນອາຈຫລາຍກວ່າ ເພາະວ່າພົລເມືອງຫລາຍກວ່າ ເສຖີຫລາຍກວ່າເດ໋ ເປົ້າໝາຍກະຢາກເປີດໃຫ້ມັນໃຊ້ໄດ້ໝົດທຸກປະເທດຫັ້ນແຫລະ ປະເທດໃດບ້ານໃດເມືອງໃດແຂວງໃດ ມີຄວາມສາມາດກະໄປຫລີ້ນໂລດແຫລະ ຄັນວ່າເພິ່ນເປີດເປັນທາງການ.”
ທ່ານເວົ້າຕື່ມວ່າ ໃນອີກແງ່ນຶ່ງ ກໍເປັນໄປໄດ້ວ່າ ສນາມບິນດັ່ງກ່າວອາຈເປັນຊ່ອງທາງນຶ່ງ ທີ່ພວກຄ້າຢາເສບຕິດ ຈະສວຍໂອກາດໃຊ້ຂົນສົ່ງຢາເສບຕິດຂ້າມປະເທດ ເນື່ອງຈາກກ່ອນໜ້ານີ້ ທາງເຈົ້າໜ້າທີ່ແຂວງບໍ່ແກ້ວ ກໍຈັບຜູ້ຄ້າຢາເສບຕິດລາຍໃຫຍ່ໄດ້ຫລາຍຄົນ ແລະຍຶດຢາບ້າໄດ້ຫລາຍລ້ານເມັດ ຊຶ່ງສະແດງໃຫ້ເຫັນເຖິງການແຜ່ຣະບາດຂອງຢາເສບຕິດ ຢູ່ເຂດສາມຫລ່ຽມຄໍາ ແລະນັກຊ່ຽວຊານຊາວໄທ ທີ່ສຶກສາກ່ຽວກັບປະເທດລາວໂດຍສະເພາະທ່ານນຶ່ງກໍກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 23 ທັນວານີ້ວ່າ ອາຈເປັນໄປໄດ້ຍາກ ທີ່ສາຍການບິນໃຫຍ່ຂອງປະເທດຈີນ ຈະເປີດຖ້ຽວບິນ ຣະຫວ່າງຈີນ ແລະສນາມບິນສາກົລແຫ່ງນີ້ ຍ້ອນຜູ້ໂດຍສານອາຈມີໜ້ອຍ ແລະບໍ່ກຸ້ມທຶນກັບການເປີດຖ້ຽວບິນ. ແລະອີກຢ່າງນຶ່ງ ທາງການຈີນ ກໍຍັງກັງວົນເຣື່ອງຄວາມປອດພັຍ ແລະບັນຫາຢາເສບຕິດໃນເຂດສາມຫລ່ຽມຄໍາຢູ່. ດັ່ງນັ້ນ ຖ້າຈະມີຖ້ຽວບິນຈາກຈີນ ມາສນາມບິນແຫ່ງນີ້ ກໍອາຈເປັນຖ້ຽວບິນແບບເຊົ່າເໝົາລໍາ.
“ທ່ານກ່າວວ່າ ມັນເປັນໄປໄດ້ຍາກ ທີ່ສາຍການບິນ ຣາຍໃຫຍ່ຂອງຈີນ ເປັນຕົ້ນສາຍການບິນ China Southern ແລະສາຍການ ບິນຕ່າງໆ ຈະເປີດຖ້ຽວບິນມາລົງ ນອກຈາກເປີດຖ້ຽວບິນແບບເຊົ່າເໝົາລໍາ ຍ້ອນຈໍານວນຜູ້ໂດຍສານ ອາຈບໍ່ຫລາຍ ພໍທີ່ຈະເປັນສນາມບິນປາຍທາງ ແລະທາງການຈີນເອງກໍຮູ້ວ່າ ຢູ່ເຂດສາມຫລ່ຽມຄໍາ ມັກມີບັນຫາດ້ານຢາເສບຕິດແລະເຣື່ອງຄວາມປອດພັຍຕ່າງໆ ດັ່ງນັ້ນຈຶ່ງບໍ່ມີຄວາມໄວ້ວາງໃຈເຂດນີ້.”
ເມື່ອປີ 2014 ຊາວບ້ານຢູ່ເຂດບ້ານສີເມືອງງາມ ແລະບ້ານໃກ້ຄຽງຫລາຍຄົນ ໄດ້ພາກັນຄັດຄ້ານໂຄງການສ້າງສນາມບິນດັ່ງກ່າວ ແລະມີຂໍ້ຂັດແຍ່ງຢ່າງຮຸນແຮງ ກັບພະນັກງານ ທີ່ໄປບຸກເບີກທີ່ດິນຂອງພວກເຂົາເຈົ້າ. ມາຮອດປີ 2017 ໂຄງການນີ້ກໍໄດ້ຍຸຕິໄປ ໂດຍໃຫ້ເຫດຜົລວ່າ ຈະໄປປັບປຸງສນາມບິນເມືອງຫ້ວຍຊາຍແທນ. ແຕ່ມາຮອດປີ 2019 ໂຄງການນີ້ໄດ້ກັບມາມີແຜນກໍ່ສ້າງຄືນອີກ ແລະໄດ້ໄກ່ເກັ່ຍເຣື່ອງຄ່າຊົດເຊີຍທີ່ດິນກັບຊາວບ້ານສໍາເຣັດໝົດແລ້ວ. ມູນຄ່າການກໍ່ສ້າງ150 ລ້ານໂດລາສະຫະຣັຖ, ມີທາງເຮືອບິນແລ່ນ ຍາວ 2,500 ແມັດ, ສາ ມາດຮອງຮັບເຮືອບິນຂນາດນ້ອຍ ແລະຂນາດກາງ, ແຕ່ບໍ່ມີການຣະບຸຄັກແນ່ວ່າ ບໍຣິສັດໃດ ເປັນຜູ້ຮັບເໝົາກໍ່ສ້າງ.