ຄົນຂີ້ລັກຢູ່ ເມືອງວຽງຈັນ

0:00 / 0:00

ຄະດີ ລັກຊັບ ໃນ ນະຄອນຫລວງ ວຽງຈັນ ນັບມື້ ນັບມີ ຫລາຍຂືຶ້ນ

ປັຈຈຸບັນ ຄະດີລັກຊັບ ຕາມເຮືອນ ຂອງ ປະຊາຊົນ ໃນ ນະຄອນຫລວງ ວຽງຈັນ ມີນັບມື້ນັບ ຫລາຍຂືຶ້ນ ເນື່ອງຈາກ ປະຊາຊົນ ຕ່າງແຂວງ ພາກັນ ຫລັ່ງໄຫລ ເຂົ້າມາຢູ່ ໃນຕົວເມືອງ ຫລາຍຣາຍ ເມື່ອບໍ່ມີ ວຽກເຮັດ ງານທຳ ກໍພາກັນ ຫາລັກຊັບ ເພື່ອ ຄວາມຢູ່ລອດ ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ປ້ອງກັນຄວາມ ສງົບ ທ່ານນຶ່ງ ໃນມື້ວັນທີ່ 7 ພືສພາ ນີ້:

" ຄະ ດີ ສ່ວນ ຫລາຍ ແມ່ນ ຂີ້ ລັກ ນີ້ ລະ ແມ່ນ ອັນ ດັບ ນຶ່ງ ຫລາຍ ກ່ ວາ ທຸກ ຄະ ດີ ວ່າ ຊັ້ນ ຊະ ຄົນ ທີ່ ບໍ່ ມີ ວຽກ ເຮັດ ງານ ທຳ ເຂົ້າ ມາ ຢູ່ ນະ ຄອນ ຫລວງ ນັບ ມື້ ນັບ ຫລາຍ ຂຶ້ນ ເຮັດ ໃຫ້ ສະ ພາບ ປະ ກົດ ການ ຍໍ້ທໍ້ ທາງ ດ້ານ ຂີ້ ລັກ ນີ້ ເກີດ ຂືຶ້ນ ຖ້າ ທຽບ ໃສ່ ຊຸມ ປີ ຜ່ານ ມາ ກັບ ປີນີ້ ກໍ ຖື ວ່າ ຄ່ອນ ຂ້າງ ຫລາຍ "

ເຈົ້າ​ໜ້າ​ທີ່ ທ່ານນີ້ ​ເວົ້າ​ຕໍ່​ໄປ​ວ່າ ​ນັບ​ຕັ້ງ​ແຕ່ ​ເດືອນ ມົກກະ​ຣາ ປີ 2013 ຈົນ​ຮອດ​ເດືອນ ພຶ​ສ​ພາ ນີ້ ມີ​ການ​ຮ້ອງ​​ຮຽນ ກໍ​ຮະ​ນີ​ ລັກ​ຊັບ​ ແລ້ວ ຫລາຍ​ກ່​ວາ 100 ຄະ​ດີ ແລະ​ວ່າ ໃນ​ຊ່ວງ ເດືອນ ​ມົກກະ​ຣາ ຫາ​ເດືອນ ພຶ​ສ​ພາ ປີ 2012 ມີ​ຢູ່ ​ປະ​ມານ 30 ເທົ່າ​ນັ້ນ ຊຶ່ງ​ທາງ​ເຈົ້າ​ໜ້າ​ທີ່ ກໍ​ໄດ້​ເພີ້ມ​ການ ກວດ​ກາ ຕາມ ສ​ຖານ​ທີ່​ຕ່າງໆ ຫລາຍ​ຂຶ້ນ ແລະ​ ກໍ​ສາ​ມາດ ຈັບ ຜູ້​ກໍ​ເຫດ ໄດ້ ເກືອບ​ທຸກ​ ຄະ​ດີ ທີ່​ມີ​ການ ​ຮ້ອງ​ຮຽນ.

ນອກ​ຈາກ ຄົນ​ລາວ ທີ່​ເປັນຜູ້​ ກໍ່​ເຫດ​ການ ​ແລ້ວ ​ຍັງ​ພົບ​ວ່າ ພວກ​ຊາວ​ຈີນ ແລະ​ ວຽດ​ນາມ ທີ່​ຢູ່​ໃນ ​ນະ​ຄອນ​ຫລວງ ວຽງ​ຈັນ ກໍ​ລັກ​ຊັບ ​ຕາມ​ເຮືອນ ປະ​ຊາ​ຊົນ ​ນຳ​ອີກ ໂດຍ​ສ່ວນ​ໃຫ່​ຍ ຈະ​ແຝງ​ຕົວ ເປັນ​ພໍ່​ຄ້າ ເລາະ​ຊື້​ ເສດ​ເຫລັກ ແລະ​ ຂອງ​ເກົ່າ ຕາມ​ເຮືອນ​ຄົນ ຖ້າ​ເຮືອນ​ໃດ​ບໍ່​ ມີ​ຄົນ ຢູ່ ກໍ​ຈະ​ເຂົ້າ​ໄປ ​ງັດ​ແງະ ລັກ​ຊັບ​ທັນ​ທີ ຊຶ່ງ​ທີ່​ຜ່ານ​ມາ ເມື່ອ​ເຈົ້າ​ໜ້າ​ທີ່ ຈັບ​ໄດ້ ກໍ​ສົ່ງ​ກັບ​ຄືນ ​ປະ​ເທດ​ຂອງ ​ເຂົາ​ເຈົ້າ ​ໄປ​ແລ້ວ ​ຈຳ​ນວນ​ນຶ່ງ.

ບັນ​ຫາ ​ການ​ຕິດ ​ຢາ​ເສບ​ຕິດ ຂອງ ​ກຸ່ມ​ວັຍ​ລຸ້ນ ກໍ​ເປັນ​ອີກ ສາ​ເຫດ ​ສຳ​ຄັນ ທີ່​ເຮັດ​ໃຫ້​ເກີດ ການ​ລັກ​ຊັບ ຫຼື​ປຸ້ນ​ຈີ້ ເກິດ​ຂຶ້ນ ຜ່ານ​ມາ ຊາວ​ບ້ານ ເຄີຍ​ໃຫ້ ຂໍ້​ມູນ​ວ່າ ຢູ່​ຕາມ ຖ​ນົນ ສາຍ 450 ປີ ພວກວັຍ​​ຣຸ້ນ ຂີ່​ຣົ​ຖ​ຈັກ ມັກ ປຸ້ນ​ຈີ້​ເອົາ​ເງິນ ຊາວ​ບ້ານ ທີ່ ຂີ່​ຣົ​ຖ ໄປ​ມາ ຢູ່​ຕາມ​ທາງ​ຕ່າງໆ ທີ່​ບໍ່​ມີ​ເສົາ​ໄຟ​ຟ້າ ຢູ່​ເລື້ອຍ​ມາ.