ຄົນພະມ້າຢູ່ເມືອງຕົ້ນເຜິ້ງ ຕ້ອງການກັບເມືອບ້ານ

ໄຊຍາ
2021.08.09
ຄົນພະມ້າຢູ່ເມືອງຕົ້ນເຜິ້ງ ຕ້ອງການກັບເມືອບ້ານ ເຫດການ ຄົນງານພະມ້າ ຫຼາຍຮ້ອຍຄົນ ພາກັນລັ່ງອອກຈາກ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ພາບຈາກ: ວີດີໂອ ພົລເມືອງ

ວັນທີ 6 ສິງຫາ ທີ່ຜ່ານມາ ເກີດເຫດຄົນງານພະມ້າ ຫຼາຍຮ້ອຍຄົນ ທີ່ເຮັດວຽກ ຢູ່ໃຂເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາກັນເດີນປະທ້ວງ ພາຍໃນເຂດດັ່ງກ່າວ ຍ້ອນບໍ່ພໍໃຈ ມາຕການປ້ອງກັນການແຜ່ຣະບາດ ຂອງເຊື້ອໂຄວິດ-19 ເຊິ່ງ ເຮັດໃຫ້ຄົນງານພະມ້າ ຈຳນວນຫຼາຍຂາດວຽກເຮັດ ແລະຂາດລາຍໄດ້ ໃນໄລຍະທີ່ມີການລ໊ອກດາວ ຢູ່ເຂດດັ່ງກ່າວ ແລະ ຄົນງານ ພະມ້າ ຕ້ອງການເດີນທາງກັບປະເທດ.

ມາຮອດປັດຈຸບັນ ທາງເຈົ້າໜ້າທີ່ ປະຈຳເຂດດັ່ງກ່າວ ສາມາດຄວບຄຸມ ສະຖານະການໄດ້ແລ້ວ ພ້ອມທັງດຳເນີນການ ທະຍອຍສົ່ງ ຄົນງານພະມ້າ ກັບປະເທດ, ດັ່ງຄົນງານລາວ ທີ່ເຮັດວຽກຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ສິງຫາ ວ່າ:

“ສງົບແລ້ວເຈົ້າ ເພາະວ່າເພິ່ນກັບບ້ານລະເນາະ ມື້ນັ້ນເພິ່ນເອົາທະຫານຕຳຣວດ ເຂົ້າມາໄກ່ເກັ່ຽແລ້ວ ສຳລັບບາງຄົນກາຄືແບບເພິ່ນ ແບບບໍ່ໄດ້ເຮັດວຽກແນ່ ແບບບາງຄົນກາເຮັດວຽກກ່ຽວກັບກໍ່ສ້າງ ເປັນວຽກຮ້ານອາຫານ ເພາະວ່າບາງຮ້ານອາຫານ ກາຖືກປິດໂຕ ເນາະ.”

ໃນຂນະທີ່ ຄົນງານລາວ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ອີກຄົນນຶ່ງ ທີ່ເຫັນເຫດການ ຄົນງານພະມ້າປະທ້ວງ ໃນມື້ດັ່ງກ່າວ ໄດ້ ກ່າວວ່າ ສາເຫດທີ່ຄົນງານພະມ້າ ບໍ່ພໍໃຈ ຍ້ອນຖືກກັກ ບໍ່ໃຫ້ອອກຈາກເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລະຫຼາຍຄົນ ກໍບໍ່ໄດ້ເງິນ ຄ່າຈ້າງ ແລະ ບໍ່ໄດ້ຮັບການສນອງ ດ້ານເຂົ້າປາອາຫານ ແລະນໍ້າດື່ມ ຈາກບັນດານາຍຈ້າງໃນໄລຍະ ທີ່ມີການລ໊ອກດາວ ຈຶ່ງພາກັນ ເດີນປະທ້ວງ:

“ເຂົາອອກມາປະທ້ວງເນາະ ເພາະວ່າເຂົາໄດ້ກັກເຂົາ ຢູ່ໃນສາມຫຼ່ຽມຄຳ ເຂົາບໍ່ໃຫ້ອາຫານເນາະ ຫຼືບໍ່ໃຫ້ເຂົ້າໃຫ້ນໍ້າກິນເນາະ ເຂົາຢູ່ ໃນນັ້ນເລີຍ ໂດຍທີ່ວ່າເຂົາຈະບໍ່ໃຫ້ຄ່າຈ້າງເນາະ ເຈົ້າໜ້າທີ່ເນາະ ເຂົ້າມາຫ້າມແລ້ວ.”

ສ່ວນແມ່ຄ້າຂາຍເຄື່ອງຄົນນຶ່ງ ທີ່ອາສັຍຢູ່ໃກ້ກັບເຂດເສຖກິຈພິເສດ ສາມຫຼ່ຽມຄຳ ກ່າວວ່າ ຄົນງານພະມ້າ ທີ່ມາເຮັດວຽກ ຢູ່ໃນເຂດ ເສຖກິຈພິເສດສາມຫຼ່ຽມຄຳ ຫຼາຍຄົນກໍມາເປັນແບບຄອບຄົວ ເຊິ່ງມີທັງພາລູກນ້ອຍຕິດມານຳ ດັ່ງນັ້ນເມື່ອປະສົບບັນຫາ ຂາດລາຍໄດ້ ໃນໄລຍະ ທີ່ມີການລ໊ອກດາວ ເຮັດໃຫ້ບໍ່ມີເງິນລ້ຽງຄອບຄົວ ດັ່ງນັ້ນ ຫຼາຍຄອບຄົວ ຈຶ່ງຢາກກັບປະເທດພະມ້າ:

“ຢູ່ພີ້ ມັນມີການຣະບາດເນາະ ບາງຄົນກາຢາກກັບບ້ານເນາະ ວຽກກາບໍ່ໄດ້ເຮັດ ແລ້ວກໍບາງຄົນກາມີລູກມີເຕົ້າ ລູກນ້ອຍຂະເຈົ້າກາ ຢາກກັບບ້ານແຕ່ກໍບໍ່ໄດ້ ເດີນທາງບໍ່ໄດ້ສະດວກເທື່ອ ເພິ່ນກາຢາກເມືອບ້ານເມືອຊ່ອງເພິ່ນ ເພາະວ່າຢູ່ກໍ ລູກນ້ອຍລູກເຕົ້າຫຼາຍຄົນ.”

ທາງດ້ານເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ທ່ານນຶ່ງ ໄດ້ກ່າວວ່າ ກ່ຽວກັບເຫດການ ທີ່ຄົນງານພະມ້າ ອອກມາປະທ້ວງໃນມື້ດັ່ງກ່າວນັ້ນ ເກີດຂຶ້ນຍ້ອນຄວາມບໍ່ເຂົ້າໃຈກັນ ບໍ່ໄດ້ເປັນບັນຫາໃຫຍ່ ແລະບໍ່ມີການໃຊ້ຄວາມຮຸນແຮງແຕ່ຢ່າງໃດ ເຊິ່ງສາມາດໄກ່ເກັ່ຽກັນໄດ້ແລ້ວ ແຕ່ບໍ່ສາມາດເປີດເຜີຍຈຳນວນ ຂອງຄົນງານພະມ້າໄດ້:

“ໂອ ດຽວນີ້ ບໍ່ມີຫຍັງແລ້ວເດີ້ ເຫດການບໍ່ມີຫຍັງແລ້ວເດີ້ ປົກກະຕິແລ້ວ ເຫດການຫັ້ນນ່າ ຂະເຈົ້າບໍ່ເຂົ້າໃຈກັນນ້ອຍນຶ່ງ ບໍ່ເຂົ້າໃຈ ເຣື່ອງປົກປ້ອງເຂົາເຈົ້າຫັ້ນແຫຼະ ເວົ້າເຣື່ອງເອົາຂະເຈົ້າ ໄປກວດເຊື້ອໂຄວິດຫັ້ນ ມັນມີບັນຫາກັນເລັກນ້ອຍ.”

ທ່ານກ່າວຕື່ມວ່າ ພາຍຫຼັງເຫດການດັ່ງກ່າວ ທາງພາກສ່ວນກ່ຽວຂ້ອງ ກໍມີການປະສານງານ ກັບເຈົ້າໜ້າທີ່ ປະຈຳດ່ານຊາຍແດນ ຂອງພະມ້າ ແລະຈັດສົ່ງຄົນງານພະມ້າ ທີ່ມີຄວາມປະສົງ ຢາກເດີນທາງກັບປະເທດ ໃຫ້ເດີນທາງກັບປະເທດ ຂອງພວກເຂົາເຈົ້າ ໄປແລ້ວ ແຕ່ກໍມີຄົນງານພະມ້າ ອີກຈຳນວນນຶ່ງ ທີ່ຍັງຢາກຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳຕໍ່ໄປ ໂດຍທາງເຈົ້າໜ້າທີ່ ໄດ້ອອກ ຂໍ້ກຳນົດໃຫ້ແຕ່ລະບໍຣິສັດ ໃນເຂດແຫ່ງນີ້ ຕ້ອງເບິ່ງແຍງຄົນງານ ທັງເຣື່ອງອາຫານແລະດ້ານສຸຂພາບ ໃນໄລຍະທີ່ມີການ ລ໊ອກດາວ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ.

ຫຼ້າສຸດຄະນະຄຸ້ມຄອງເສຖກິຈພິເສດ ແຂວງບໍ່ແກ້ວ ໄດ້ອອກແຈ້ງການ ໄປຍັງຄົນງານລາວ ທີ່ເຮັດວຽກຢູ່ໃນເຂດເສຖກິຈພິເສດ ສາມ ຫຼ່ຽມຄຳ ທີ່ມີຄວາມປະສົງ ຢາກເດີນທາງກັບບ້ານ ທັງພາຍໃນແຂວງບໍ່ແກ້ວ ແລະຕ່າງແຂວງ ສາມາດຂໍລົງທະບຽນ ເພື່ອຈັດສົ່ງ ກັບ ພູມລຳເນົາຂອງແຕ່ລະຄົນໄດ້ ແບບບໍ່ເສັຽຄ່າໃຊ້ຈ່າຍ ໂດຍເຣີ່ມມີການຈັດສົ່ງຄົນງານກັບບ້ານ ນັບຕັ້ງແຕ່ວັນທີ 16 ສິງຫານີ້ ເປັນ ຕົ້ນໄປ, ດັ່ງເຈົ້າໜ້າທີ່ ໄດ້ກ່າວວ່າ:

“ຄົນລາວ ທີ່ວ່າຢູ່ພາຍໃນແຂວງ ແລ້ວກໍຕ່າງແຂວງຫັ້ນ ລົງທະບຽນກັບບ້ານ ໄດ້ສົ່ງຢູ່ ມີແຕ່ວ່າສອງອາທິດນີ້ ເພິ່ນລ໊ອກດາວ ເພິ່ນ ບໍ່ໄດ້ສົ່ງ.”

ຢ່າງໃດກໍຕາມພາຍຫຼັງເກີດເຫດການດັ່ງກ່າວ ທາງຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງບໍ່ແກ້ວ ຍັງໄດ້ອອກແຈ້ງການ ໃຫ້ບັນດາ ຜູ້ປະກອບການ ທີ່ຢູ່ໃນເຂດດັ່ງກ່າວ ເພີ່ມມາຕການ ປ້ອງກັນພາຍໃນ ແລະ ເພີ່ມມາຕການຄຸ້ມຄອງຄົນງານ ຂອງພວກເຂົາເຈົ້າ ຢ່າງ ເຂັ້ມງວດ.

ເພີ່ມຄວາມເອົາໃຈໃສ່ ດ້ານໂພສະນາການ ແລະດ້ານອື່ນໆ ຮວມທັງຕ້ອງເບິ່ງແຍງ ດູແລດ້ານສຸຂພາບ, ການກິນຢູ່-ພັກເຊົາ ຂອງຄົນ ງານແຕ່ລະຄົນ ໃນໄລຍະທີ່ມີການລ໊ອກດາວເປັນເວລາ 14 ວັນ ເຊິ່ງຖ້າຄົນງານ ບໍ່ໄດ້ຮັບການປົກປ້ອງສິດ ຫຼືບໍ່ໄດ້ຮັບການເບິ່ງແຍງ ຈາກນາຍຈ້າງ ກໍສາມາດຮ້ອງຮຽນ ຕໍ່ໜ່ວຍສະເພາະກິຈໄດ້.

ເມື່ອວັນທີ 8 ສິງຫາຜ່ານມານີ້ ທ່ານພົນຕຣີ ຈັນທອງ ສອນສະອາດ ຮອງຣັຖມົນຕຣີ ກະຊວງປ້ອງກັນປະເທດ ໄດ້ລົງພື້ນທີ່ກວດກາ ສະພາບການ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ພ້ອມກັບໄດ້ໃຫ້ຄຳແນະນຳ ການແກ້ໄຂບັນຫາ ເຫດການຄົນງານພະມ້າປະທ້ວງ ໃຫ້ແກ່ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.