ຫົວໜ້າເອຊຽນເຟັສ ຖືກ ກັກຕົວ

0:00 / 0:00

ເຈົ້າໜ້າທີ່ຕຳຣວດ ປ້ອງກັນຄວາມສງົບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ກັກຕົວ ທ້າວ ຮຸດ ສຸວັນ ປະທານ ບໍຣິສັດຮັບຝາກ ເງິນກິນດອກເບັ້ຽ ເອຊຽນເຟັສ ແລະຜູ້ປຶກສາບໍຣິສັດ ຊຶ່ງເປັນຄົນລາວ ທີ່ບໍ່ເປີດເຜີຍຊື່ ເພື່ອດຳເນີນ ຄະດີໃນຂໍ້ຫາ ບໍ່ມີເງິນຈ່າຍໃຫ້ລູກຄ້າ ທີ່ເອົາເງິນໄປຝາກນຳ ຈຳນວນ 10 ປາຍ ລ້ານໂດລາ ສະຫະຣັຖ ຕາມສັນຍາ ໃນວັນທີ 27 ມິນາ 2017 ນີ້.

ທ້າວ ຮຸດ ສຸວັນ ເປັນຄົນກຳພູຊາ ​ຖືກເຈົ້າໜ້າທີ່ ຍຶດໜັງສືຜ່ານແດນ ຂອງເຂົາເອົາໄວ້, ດັ່ງເຈົ້າໜ້າທີ່ ຕຳຣວດ ປ້ອງກັນ ຄວາມສງົບ ເມືອງຈັນທະບູລີ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 29 ມິນາ ນີ້ວ່າ:

"ຍັງບໍ່ທັນໄດ້ ຣາຍງານໄດ້ດອກ ຍັງສອບບໍ່ທັນແລ້ວ ຍັງສອບສວນ ຍັງເອົາຂໍ້ມູນຢູ່ວ່າ ຣາຍລະອຽດ ເປັນແນວໃດ".

ທ່ານເວົ້າຕື່ມວ່າ ຫາກຄະດີນີ້ ຍັງບໍ່ສາມາດ ຕົກລົງກັນໄດ້ ກໍຈະຮວບຮວມຂໍ້ມູນ ຫລັກຖານທັງໝົດ ສົ່ງໃຫ້ກະຊວງ ອຸດສາຫະກັມ ແລະ ການຄ້າ ເພື່ອແກ້ໄຂ.

ທ້າວ ຮຸດ ສຸວັນ ໄດ້ສເນີວິທີແກ້ໄຂບັນຫາ ໃຫ້ລູກຄ້າ ທີ່ເປັນຜູ້ເສັຽຫາຍ 2 ຢ່າງຄື ແບ່ງທີ່ດິນ ຂອງບໍຣິສັດ ທີ່ຢູ່ບ້ານໜອງພົງ ຕິດກັບ ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຜູ້ເສັຽຫາຍ ແລະ ຝາກເງິນ ກັບບໍຣິສັດ ໂດຍຈະໄດ້ດອກເບັ້ຽ 2 ສ່ວນ​ຮ້ອຍ ຕໍ່ເດືອນ, ແຕ່ລູກຄ້າບໍ່ຍອມ. ລູກຄ້າ ທີ່ເປັນຜູ້ເສັຽຫາຍ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

"ລາວສເນີແຜນຂອງລາວ ແຕ່ວ່າບໍ່ມີໃຜຍອມຮັບ ຍອມຮັບລາວ ປກສ ກໍບໍ່ຍອມຮັບ ບໍ່ມີຕັດສິນໃຈໄດ້ເລີຍ ເຮົາຈຶ່ງຄິດວ່າຈະສົ່ງໄປ ກະຊວງ ກົມໃຫຍ່ ຫລືສະພາກວດກາເບິ່ງ ສິເປັນແນວໃດ".

ບໍຣິສັດຮັບຝາກເງິນກິນດອກເບັ້ຽ ອາຊຽນເຟັສ ໄດ້ດຳເນີນທຸຣະກິດ ແລະເຄີຍຕົ້ມຄົນຢູ່ ປະເທດກຳພູຊາ ມາແລ້ວ ເປັນເງິນຈຳນວນ 10 ລ້ານໂດລາ ສະຫະຣັຖ ໃນປີ 2015. ທາງການ ກຳພູຊາ ບໍ່ໃຫ້ບໍຣິສັດ ເອຊຽນເຟັສ ດຳເນີນ ທຸຣະກິດ ຢູ່ກຳພູຊາ ແລະ ຫ້າມບໍ່ໃຫ້ ທ້າວ ຮຸດ ສຸວັນ ເຂົ້າປະເທດ ກຳພູຊາ ນໍາດ້ວຍ.