ບໍລິສັດທາງລົດໄຟ ລາວ-ຈີນ ສະເໜີແຜນສ້າງເສັ້ນທາງລົດໄຟ ເຊື່ອມຕໍ່ກໍາປູເຈຍ

ໄຊຍາ
2024.04.02
ບໍລິສັດທາງລົດໄຟ ລາວ-ຈີນ ສະເໜີແຜນສ້າງເສັ້ນທາງລົດໄຟ ເຊື່ອມຕໍ່ກໍາປູເຈຍ ເຈົ້າໜ້າທີ່ລົດໄຟລາວ-ຈີນ ກຳລັງກະກຽມເພື່ອບໍລິການຜູ້ໂດຍສານ. ນະຄອນຫຼວງວຽງຈັນ ເດືອນສິງຫາ ປີ 2022.
RFA

ເມື່ອບໍ່ດົນມານີ້ຄະນະເຈົ້າໜ້າທີ່ ຜູ້ບໍລິຫານຂອງບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ສະເໜີໂຄງການກໍ່ສ້າງ ທາງລົດໄຟລະຫວ່າງລາວເຊື່ອມ ກັບປະເທດກຳປູເຈຍ ຕໍ່ ທ່ານ ຮຸນ ມາເນດ, ນາຍົກລັດຖະມົນຕີ ກຳປູເຈຍ ໃນລະຫວ່າງການເດີນທາງ ຢ້ຽມຢາມລາວ ເມື່ອທ້າຍເດືອນມີມາ ທີ່ຜ່ານມານີ້. ໂດຍ ທ່ານ ຮຸນ ມາເນດ ໄດ້ຂໍໃຫ້ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ມີການເຮັດວຽກຮ່ວມກັນ ກັບການລົດໄຟຫຼວງ ແຫ່ງປະເທດກຳປູເຈຍ ເພື່ອໃຫ້ຮ່ວມກັນເຮັດໂຄງການກໍ່ສ້າງ ທາງລົດໄຟ ລາວ-ກຳປູເຈຍ ໃນອະນາຄົດ. ອີງຕາມການລາຍງານ ໜັງສືພິມ “Khmer Times” ເມື່ອວັນທີ 28 ມີນາ 2024.

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ພ້ອມດ້ວຍກົມທາງລົດໄຟ ທີ່ຂຶ້ນກັບກະຊວງໂຍທາທິການ ແລະຂົນສົ່ງເພື່ອສອບຖາມລາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກໃຫ້ຮູ້ຂໍ້ມູນ ຫຼາຍກ່ວານີ້.

ເຈົ້າໜ້າທີ່ແຂວງຈໍາປາສັກ ກ່າວວ່າ ໂຄງການກໍ່ສ້າງທາງລົດໄຟ ລາວ-ກໍາປູເຈຍ ມີແຜນຈະສ້າງຂຶ້ນຢູ່ເມືອງໂຂງ ແຂວງຈຳປາສັກ ເພື່ອເປັນຈຸດເຊື່ອມຕໍ່ກັບເສັ້ນທາງລົດໄຟ ຂອງປະເທດກຳປູເຈຍ ແຕ່ມາຮອດປັດຈຸບັນ ຍັງບໍ່ຮູ້ແຜນການເທື່ອວ່າ ຈະເລີ້ມລົງມືກໍ່ສ້າງເມື່ອໃດ ຕ້ອງລໍຖ້າຂັ້ນສູນກາງ ເປັນຜູ້ຖະແຫຼງຂ່າວຢ່າງເປັນທາງການກ່ອນ.

ດັ່ງເຈົ້າໜ້າທີ່ ແຂວງຈຳປາສັກທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 02 ເມສາ ນີ້ວ່າ:

“ໂອໂຄງການລົດໄຟກໍາປູເຈຍເບາະ. ໂອ ໂຕນີ້ເຮົາບໍ່ຮູ້ແຜນໂຕຂັ້ນເທິງ ຈັກເພິ່ນຊິວາງແນວໃດ. ເຮົາບໍ່ໄດ້ຮູ້ນໍາເພິ່ນ ເພາະວ່າບໍ່ໄດ້ຮ່ວມປະຊຸມ ຍັງບໍ່ທັນມີເທື່ອ ຍັງບໍ່ທັນເຫັນເທື່ອ.”

ຊາວບ້ານຢູ່ເມືອງໂຂງກ່າວວ່າ ສໍາລັບໂຄງການກໍ່ສ້າງທາງລົດໄຟ ລາວ-ກໍາປູເຈຍ ກໍມີແຜນຈະເຮັດໃນກ່ອນໜ້ານີ້ ເພື່ອເຊື່ອມຕໍ່ຈາກຊາຍແດນ ລາວ-ກຳປູເຈຍ ຢູ່ເມືອງໂຂງ ແຂວງຈຳປາສັກ ໄປຍັງສີຫານຸວີວປະເທດກຳປູເຈຍ ແຕ່ກໍຍັງບໍ່ທັນໄດ້ເຮັດແບບເປັນທາງການເທື່ອ.

ດັ່ງຊາວເມືອງໂຂງທ່ານກ່າວວ່າ:

“ແຜນເຂົາມີຢູ່ເຂົາມີແຜນຢູ່ໂຕນີ້ ເພິ່ນຊິສ້າງເປັນຕຶກ ເປັນຫຍັງກ່ອນ. ເປັນໂຮງແຮມກ່ອນ ແຕ່ວ່າແຜນມີແລ້ວເລີ້ມເປັນຮູບເປັນຮ່າງໜ້ອຍໜຶ່ງ ແຕ່ວ່າບໍ່ທັນລະອຽດເທື່ອ ບໍ່ທັນແລ້ວວ່າຊັ້ນສາ. ເອີທາງເລກທີ 13 ແລ້ວເຂົາຊິເສື່ອມໄປຮອດ ສີຫານຸວີວ.”

ຊາວບ້ານຢູ່ເມືອງໂຂງ ອີກທ່ານກ່າວວ່າ ສໍາລັບໂຄງການດັ່ງກ່າວ ແລະ ຫຼາຍໆ ໂຄງການທີ່ຈະກໍ່ສ້າງຢູ່ໃນເຂດດັ່ງກ່າວ ກໍລ້ວນແຕ່ເປັນຂອງນັກລົງທຶນຈີນ ແຕ່ຍັງບໍ່ຮູ້ລາຍລະອຽດຄັກແນ່ວ່າ ບໍລິສັດຫຍັງແດ່ເຊິ່ງພວກເຂົາເຈົ້າ ມີແຜນກໍ່ສ້າງຂຶ້ນນີ້ກໍເປັນທີ່ແນ່ນອນວ່າ ຜູ້ໄດ້ຮັບຜົນປະໂຫຍດຫຼາຍສຸດ ກໍແມ່ນນັກລົງທຶນຈີນ ທີ່ເປັນເຈົ້າຂອງໂຄງການ ລວມທັງພາກສ່ວນທີ່ເຊັນສັນຍາ ໃຫ້ເຮັດໂຄງການ, ສ່ວນຊາວບ້ານໃນທ້ອງຖີ່ນກໍຄົງບໍ່ໄດ້ຮັບຜົນປະໂຫຍດແນວໃດ ແລະອາດເສັຍດິນດອນ ໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວ.

ດັ່ງຊາວເມືອງໂຂງອີກທ່ານກ່າວວ່າ:

“ຈີນສຳປະທານໝາຍຄວາມວ່າ ມັນເປັນໄລຍະນ່າບໍ່ໝັ້ນໃຈວ່າ ເຂົາຊິມີທຶນຮ້ອຍ ມາເຮັດໝົດບໍ່ຫັ້ນນ່າເຂົ້າເຈົ້າມີທຶນເຂົາເຈົ້າເຮັດສໍ່າໂຮງແຮມກ່ອນ ດຽວນີ້ເນາະ, ແຕ່ຕໍ່ໄປມັນຊິມີພວກສະໜາມບິນ, ມີທາງລົດໄຟ. ອິຫຍັງເຮັດນີ້ນ່າ.”

ຊາວບ້ານຢູ່ເມືອງໂຂງອີກທ່ານ ກ່າວວ່າສໍາລັບໂຄງການດັ່ງກ່າວ ແລະຫຼາຍໆໂຄງການ ທີ່ຈະສ້າງຢູ່ໃນເຂດດັ່ງກ່າວນີ້ ກໍລ້ວນແຕ່ເປັນຂອງນັກລົງທຶນຈີນ ແຕ່ຍັງບໍ່ຮູ້ລາຍລະອຽດວ່າ ບໍລິສັດຫຍັງແດ່ເຊິ່ງພວກເຂົາເຈົ້າ ມີແຜນຈະກໍ່ສ້າງແຕ່ລະໂຄງການ ໄປແບບເປັນໄລຍະເພື່ອເປັນເຂດພັດທະນາ ເສດຖະກິດ ໄປນໍາດ້ວຍ.

ດັ່ງທ່ານກ່າວວ່າ:

“ບໍ່ທັນໄດ້ເຮັດນ່າດຽວນີ້ໆ ມັນບໍ່ແມ່ນເຮັດເພື່ອວ່າໃຫ້ປະຊາຊົນ ມີຢູ່ມີກິນໄດ໋. ການເຮັດໄດ້ແຕ່ຜູ້ປະກອບການໄດ້ ແຕ່ຜູ້ທີ່ວ່າເຊັນໜັງສື ຂຽນລາງເທື່ອກາໄດ້ຖືກດິນປະຊາຊົນ. ອັນນັ້ນກາບໍ່ເສັຍເງິນໃຫ້ຊໍ້າ ຄັນວ່າໄປຖືກທາງທຸກໄປອີກ.”

ຜູ້ປະກອບການ ທ່ອງທ່ຽວ ຢູ່ແຂວງຈໍາປາສັກເຫັນວ່າ ຄັນມີເສັ້ນທາງລົດໄຟ ລາວ-ກໍາປູເຈຍ ເກີດຂຶ້ນ ກໍຈະເປັນຜົນດີ ຕໍ່ການທ່ອງທ່ຽວ ແລະຂົນສົ່ງສິນຄ້າ ລະຫວ່າງ ລາວ-ກຳປູເຈຍ ໂດຍສະເພາະດ້ານການທ່ອງທ່ຽວ ເຊິ່ງຈະເຮັດໃຫ້ສາມາດເດີນທາງ ໄປມາດ້ວຍລົດໄຟແທນຍົນທີ່ມີລາຄາປີ້ໂດຍສານ ຂ້ອນຂ້າງສູງ.

ດັ່ງຜູ້ປະກອບການ ທ່ອງທ່ຽວ ທ່ານກ່າວວ່າ:

“ກໍໄດ້ຍີນຄ່າວໆ ວ່າແນວນັ້ນແຫ່ງສະດວກຫຼາຍກ່ວາເກົ່າ. ເພິ່ນມີທາງລົດໄຟຄ່າຍົນ ກາລາຄາສູງຫຼາຍເພາະວ່າ ມັນຊິມີ 2 ກໍລະນີເນາະ. ບາງທີກາເດີນທາງດ້ວຍຍົນ ກາອີກຢ່າງໜຶ່ງ ເຮົາກາໃຊ້ລົດຂ້າມທາງດ່ານ ຢູ່ດ່ານໜອງນົກຂຽນ ທີ່ຈຳປາສັກນີ້ເດີ້.”

ສໍາລັບແຜນການກໍ່ສ້າງ ທາງລົດໄຟ ລາວ-ກໍາປູເຈຍ ໄດ້ມີການຫາລືກັນ ແບບເປັນທາງການເມື່ອເດືອນກຸມພາປີ 2023 ໃນວາລະທີ່ ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ເດີນທາງໄປຢ້ຽມຢາມປະເທດກຳປູເຈຍ ແຕ່ຍັງບໍ່ທັນໃຫ້ຮູ້ແຜນຢ່າງລະອຽດເທື່ອວ່າ ຈະກໍ່ສ້າງເສັ້ນທາງລົດໄຟ ລາວ-ກຳປູເຈຍ ໃນເຂດລາວຄວາມຍາວ ຈັກກິໂລແມັດ ແລະ ຜ່ານເມືອງໃດ ແຂວງໃດແດ່.

ປັດຈຸບັນ ປະເທດກໍາປູເຈຍ ມີເສັ້ນທາງລົດໄຟ ສອງເສັ້ນ ປະກອບດ້ວຍ ພະນົມເປັນ-ປອຍເປດ ແລະ ພະນົມເປນ-ພຣະສີຫະນຸ ລວມຄວາມຍາວທັງໝົດ 612 ກິໂລແມັດ ເຊິ່ງຢູ່ພາຍໃຕ້ການບໍລິຫານ ຈັດການຂອງການລົດໄຟຫຼວງ ແຫ່ງກຳປູເຈຍ. ສ່ວນປະເທດລາວ ມີເສັ້ນທາງລົດໄຟ ລາວ-ຈີນ ຄວາມຍາວ 422 ກິໂລແມັດ ທີ່ບໍລິຫານຈັດການ ໂດຍບໍລິສັດທາງລົດໄຟລາວ-ຈີນ ຈຳກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.