ນັກລົງທຶນຈີນ ເຣີ່ມຊື້ດິນ ໃກ້ສະຖານີຣົຖໄຟ ລາວ-ຈີນ

ໄຊຍາ
2022.07.05
ນັກລົງທຶນຈີນ ເຣີ່ມຊື້ດິນ ໃກ້ສະຖານີຣົຖໄຟ ລາວ-ຈີນ ປະກາດຂາຍດິນ ທີ່ຢູ່ດ້ານຫລັງ ຂອງສະຖານີຣົຖໄຟລາວ-ຈີນ ນະຄອນຫລວງວຽງຈັນ ວັນທີ 22 ມີນາ 2022.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນນັກທຸຣະກິຈ ຊາວຈີນອາໄສຢູ່ໃນລາວເຣີ່ມຊື້ທີ່ດິນ ຂອງຄົນລາວ ທີ່ຢູ່ໃກ້ກັບສະຖານີຣົຖໄຟ ລາວ-ຈີນ ບ່ອນຕ່າງໆ ເປັນຕົ້ນທີ່ດິນ ທີ່ຢູ່ໃກ້ກັບສະຖານີຣົຖ ໄຟນະຄອນຫຼວງວຽງຈັນ ເພື່ອໄວ້ລົງທຶນເຮັດທຸຣະກິຈ ໃນອະນາຄົດ ເປັນຕົ້ນໂຮງງານ ແລະໂຮງແຮມ-ເຮືອນພັກ ໂດຍອາໄສຊື່ຄົນລາວໃນການ ຊື້-ຂາຍ ທີ່ດິນເນື່ອງຈາກ ກົດໝາຽລາວບໍ່ອະນຸຍາດໃຫ້ ຄົນຕ່າງປະເທດ ຊື້ທີ່ດິນໃນລາວໄດ້ໂດຍຕຣົງ.

ດັ່ງນາຍໜ້າຊື້-ຂາຍ ທີ່ດິນ ແລະອະສັງຫາຣິມະຊັພ ຍານາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 05 ກໍຣະກະດານີ້ວ່າ:

ກຳລັງສິເຣີ່ມຄຶກຄັກ ຄົນຈີນມາຊື້ຫຼາຍຖ້າເປັນນັກລົງທຶນເນາະ ເຂົາເຈົ້າສິຊື້ໄປເຮັດລົງທຶນ ຖ້າເປັນຄົນຈີນ ເປັນໂຮງງານບໍ່ ເປັນໂຮງແຮມ-ອາຣພາຣ໌ທເມັ້ນທ໌ ອີຫຍັງບໍ່ ແມັດນຶ່ງ 2,500 ບາດ.

ຍານາງກ່າວຕື່ມວ່າ ໂດຍສ່ວນໃຫຍ່ແລ້ວ ການຕັ້ງລາຄາຊື້-ຂາຍທີ່ດິນ ໃນທຸກມື້ນີ້ມັກຕັ້ງໃນອັດຕຣາເງິນໂດລ້າຣ໌ສະຫະຣັຖ ຫຼືເງິນບາດໄທຍ ຍ້ອນຄົນຈີນ ຫຼືຄົນຕ່າງປະເທດ ຈະເຂົ້າໃຈດ້ານລາຄາໄດ້ງ່າຍກ່ວາ ແລະປັດຈຸບັນເງິນກີບກໍເຟີ້ຫຼາຍ ຈຶ່ງບໍ່ມີໃຜຢາກຕັ້ງລາຄາ ເປັນອັດຕຣາເງິນກີບ ແລະ ສຳລັບທີ່ດິນ ທີ່ຍານາງເອງເປັນນາຍໜ້ານັ້ນ ກໍເຫຼືອໜ້ອຍລົງເລື້ອຍໆແລ້ວ ຍ້ອນຄົນຈີນຈຳນວນຫຼາຍພາກັນ ມາກວດຊື້ທີ່ດິນໄປຫຼາຍແລ້ວ.

ໃນຂະນະດຽວກັນ ສຳລັບທີ່ດິນໃກ້ສະຖານີຣົຖໄຟ ລາວ-ຈີນ ອີກຫຼາຍແຫ່ງກໍກຳລັງເປັນທີ່ສົນໃຈ ຂອງນັກທຸຣະກິຈຊາວຈີນ ເຊັ່ນດຽວກັນໂດຍມີເປົ້າໝາຽ ເພື່ອເຮັດກິຈການປະເພດ ທ່ອງທ່ຽວ ແລະຄ້າຂາຍໃນອະນາຄົດ ຊຶ່ງກໍມີຜູ້ທີ່ອາໄສຊື່ຄົນລາວ ເຮັດການຊື້-ຂາຍໄປແລ້ວ ແລະກໍມີທັງຜູ້ທີ່ມາຕິດຕໍ່ ເບິ່ງທີ່ດິນສື່ໆ ແຕ່ກໍບໍ່ທັນຕົກລົງລາຄາ ຊື້-ຂາຍນຳກັນໄດ້.

ດັ່ງຊາວບ້ານທີ່ ຂາຍທີ່ດິນໃກ້ສະຖານີ ໂພນໂຮງ ແຂວງວຽງຈັນກ່າວວ່າ:

ເຂົາຢາກຊື້ ແຕ່ວ່າເຂົາຢາກໄດ້ລາຄາຖືກ ກໍເລີຍຍັງບໍ່ໄດ້ຂາຍ ເຮົາກາບໍ່ຂາຍດິນຫັ້ນ ແຕ່ກີ້ມັນ 10 ປາຍເຮັກຕ້າຣ໌ເນາະ ດຽວນີ້ຍັງເຫຼືອຢູ່ປະມານ 9 ເຮັກຕ້າຣ໌ ເຂົາເຈົ້າຢາກຈ່າຍ 3 ແສນບາດ ເພິ່ນຢາກຈຳສໍ່ານັ້ນ ແລ້ວທາງເຮົາລະບໍ່ຕົກລົງ ເຮົາກາເລີຍບໍ່ໄດ້ຂາຍ.

ນອກຈາກນັ້ນ ກໍຍັງມີນັກທຸຣະກິຈ ຊາວຈີນອີກຈຳນວນນຶ່ງ ທີ່ສົນໃຈຢາກເຊົ່າ ຫຼືສັມປະທານທີ່ດິນຊາວບ້ານ ຢູ່ໃກ້ກັບສະຖານີຣົຖໄຟ ລາວ-ຈີນ ແຕ່ບໍ່ຢາກຊື້ຢ່າງຄັກ ແນ່ເພື່ອເຮັດລານ ສຳລັບສຳລັບເກັບແຮ່ທາດ ແຕ່ຊາວບ້ານທີ່ເປັນເຈົ້າຂອງດິນ ກໍບໍ່ຢາກໃຫ້ເຊົ່າ ຫຼືສັມປະທານ ຍ້ອນຢາກຂາຍແບບເດັດຂາດເທົ່ານັ້ນ.

ດັ່ງຊາວບ້ານ ທີ່ຂາຍທີ່ດິນໃກ້ກັບສະຖານີ ວັງວຽງ ແຂວງວຽງຈັນ ກ່າວວ່າ:

ເຄີຍມາຖາມ ມັນກາມີແຕ່ພວກທີ່ວ່າ ວຽກເກັບລານແຮ່ຫັ້ນແຫຼະ ຈີນຫັ້ນເພິ່ນຢາກເຊົ່າ ກາບໍ່ໃຫ້ເຊົ່າ ກາແທບຈະບໍ່ມີດິນແລ້ວນ່າ ມັນກາສ່ວນຫຼາຍກາ ບໍຣິສັດເພິ່ນຊື້ເອົາ.

ທາງດ້ານນັກວິຊາການ ທີ່ຢູ່ໃນວົງການຊື້-ຂາຍທີ່ດິນໃນລາວ ທ່ານນຶ່ງກ່າວວ່າ ນັບແຕ່ຣົຖໄຟລາວ-ຈີນໄດ້ເຣີ່ມ ເປີດໃຫ້ບໍຣິການເປັນຕົ້ນມາ ກໍມີນັກລົງທຶນຈີນ ຈຳນວນຫຼາຍທີ່ໃຫ້ຄວາມສົນໃຈ ກັບທີ່ດິນໃກ້ກັບສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ ໂດຍຫຼາຍກວ່າໝູ່ ແມ່ນສະຖານີ ນະຄອນຫຼວງວຽງຈັນເພາະວ່າໃນອະນາຄົດໝໍ່ໆນີ້ ຈະກາຍເປັນທຳເລ ທີ່ເໝາະສົມ ຕໍ່ການເຮັດທຸຣະກິຈ ປະເພດໂຮງແຮມ-ເຮືອນພັກ, ຮ້ານຄ້າ, ຮ້ານອາຫານ ຫຼືກໍ່ສ້າງຕຶກອາຄານ ສຳລັບປ່ອຍໃຫ້ເຊົ່າ ເພື່ອຮອງຮັບຊາວຈີນ ແລະນັກທ່ອງທ່ຽວ ຕ່າງປະເທດ ທີ່ຈະຫຼັ່ງໄຫຼເຂົ້າມາ.

ດັ່ງທ່ານກ່າວວ່າ:

ເຣື່ອງດິນຢູ່ແຖວສະຖານີ ຕໍ່ໜ້າສະຖານີນີ້ດຽວນີ້ ມັນມີນາຍທຶນຈີນ ເຂົາເຈົ້າເຂົ້າມາເບິ່ງຫຼາຍຢູ່ເນາະ ເພາະວ່າເຂົາເຈົ້າຢາກໄດ້ດິນ ເປັນໂຮງແຮມ ເປັນຕຶກເປັນອາພາຣ໌ທເມັ້ນທ໌ ເປັນຮ້ານອາຫານ ເປັນແມ່ນຫຍັງ. ປະເພດພວກທຳເລ ຢູ່ແຖວສະຖານີ ອ້ອມແອ້ມສະຖານີ ເພາະຣັສໝີ ສະຖານີຣົຖໄຟ ຫາດິນທີ່ບ່ອນເຂົາເຈົ້າສງວນໄວ້ ມັນມີປະມານ 200 ແມັດ.

ທ່ານກ່າວຕື່ມອີກວ່າ ສາເຫດທີ່ທີ່ດິນໃກ້ກັບສະຖານີ ນະຄອນຫຼວງວຽງຈັນ ໄດ້ຮັບຄວາມສົນໃຈ ຈາກນັກທຸຣະກິຈຈີນ ຫຼາຍກ່ວາ ທີ່ດິນໃກ້ສະຖານີອື່ນໆ ຍ້ອນສະຖານີ ນະຄອນຫຼວງວຽງຈັນ ຢູ່ກັບໂຄງການເມືອງທັນສມັຍ ສມາຣ໌ທຊີຕີິ້ ທີ່ຈະກໍ່ສ້າງຂຶ້ນໃນເຂດ ເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງເປັນທີ່ຄາດໝາຽວ່າ ຈະມີຄົນຈີນຫຼັ່ງໄຫຼເຂົ້າມາ ເຮັດທຸຣະກິຈ ແລະອາໄສຢູ່ຫຼາຍ ເຂດດັ່ງກ່າວ. ດັ່ງນັ້ນນັກທຸຣະກິຈຈີນ ຈຶ່ງຕ້ອງເລັ່ງຊື້ທີ່ດິນ ໃກ້ກັບສະຖານີນະຄອນຫຼວງວຽງຈັນ ແບບລ່ວງໜ້າ ກ່ອນທີ່ນັກທຸຣະກິຈຈີນ ອີກຫຼາຍຄົນຈະເຂົ້າມາ ໃນລາວ ໄດ້ຕາມປົກກະຕິ ຊຶ່ງອາຈເຮັດໃຫ້ລາຄາທີ່ດິນ ແພງຂຶ້ນຕື່ມ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ລາວ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວວ່າ ກໍຣະນີທີ່ຄົນຈີນ ຫຼືປະເທດອື່ນໆ ທີ່ອາໄສຊື່ຄົນລາວ ຕາງໜ້າສຳລັບການຊື້-ຂາຍ ທີ່ດິນນັ້ນກໍແມ່ນສິທຂອງເຂົາເຈົ້າ ຂໍພຽງແຕ່ຊື້ທີ່ດິນໄປເຮັດທຸຣະກິຈ ທີ່ຖືກຕ້ອງຕາມກົດໝາຽກໍພໍ.

ດັ່ງທ່ານກ່າວວ່າ:

ເອົາເງິນມາແຕ່ໃສກາຢ່າ ແຕ່ວ່າອອກສື່ຄົນລາວຢູ່ພີ້ ມີປື້ມສຳມະໂນຄົວ ມີທະບຽນຄອບຄົວຢູ່ພີ້ ກົດໝາຽ ບໍ່ທັນໄດ້ມີກົດໝາຽຮອງຮັບຫັ້ນນ່າ ແຕ່ວ່າເຂົາຢາກຊື້ນີ້ແມ່ນອອກສື່ຜູ້ອື່ນ ຫຼືວ່າແມ່ນຕ່າງປະເທດມາເຮັດທຸຣະກິຈ ຕ້ອງສັມປະທານ ຫຼືວ່າເຊົ່າສັມປະທານຈາກຣັຖ.

ນອກຈາກນີ້ແລ້ວ ກໍຍັງມີນັກທຸຣະກິຈ ຈາກປະເທດອື່ນໆ ທີ່ສົນໃຈ ທີ່ດິນໃກ້ກັບສະຖານີຣົຖໄຟ ລາວ-ຈີນ ຫຼາຍແຫ່ງເປັນຕົ້ນ ນັກທຸຣະກິຈຈາກປະເທດເກົາຫຼີໃຕ້, ຈາກປະເທດໄທຍ ຫຼື ນັກທຸຣະກິຈຄົນລາວເອງ ແຕ່ກໍຖືວ່າຍັງໜ້ອຍກ່ວາ ນັກທຸຣະກິຈຈີນ.

ສຳລັບສະຖານີຣົຖໄຟ ລາວ-ຈີນ ຫຼາຍແຫ່ງໃນລາວ ຂ້ອນຂ້າງຢູ່ໄກຈາກໂຕເມືອງ ພໍສົມຄວນ ແລະກໍມີທີ່ດິນເປົ່າຫວ່າງ ຂອງຊາວບ້ານຈຳນວນຫຼາຍ ເຮັກຕ້າຣ໌ ທີ່ຢູ່ໃກ້ກັບສະຖານີຣົຖໄຟ ແຕ່ລະແຫ່ງແຕ່ເນື້ອທີ່ ບໍຣິເວນອ້ອມແອ້ມ ສະຖານີຣົຖໄຟ ລາວ-ຈີນ ຫຼາຍແຫ່ງ ກໍຍັງບໍ່ທັນມີການລົງທຶນ ເຮັດທຸຣະກິຈ ປະເພດຕ່າງໆເກີດຂຶ້ນ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.