ຊາວລາວ ອຸກໃຈ ນໍາສວນກ້ວຍ ຂອງຈີນ

ພູວົງສ໌
2019.06.12
f-banana ສວນກ້ວຍຈີນ ບໍຣິສັດໂຢງເຊີນ ທີ່ບ້ານກົ້ວ, ເມືອງສັງທອງ ນະຄອນຫຼວງວຽງຈັນ (ຖ່າຍພາບເມື່ອ: ເດືອນພຶສພາ 2019)
RFA/TS

ນັບຕັ້ງແຕ່ເດືອນເມສາ ເປັນຕົ້ນມາ, ນັກລົງທຶນຈີນ ຈຳນວນຫຼາຍ ພວມເລັ່ງເຂົ້າມາທາບທາມຊາວບ້ານ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນຫຼາຍແຂວງຂອງລາວ ຕັ້ງແຕ່ພາກກາງນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະແຂວງບໍຣິຄຳໄຊ ໄປຈົນເຖິງພາກໃຕ້ ແຂວງສະຫວັນ ນະເຂດ ແລະ ແຂວງອັດຕະປື ເພື່ອຂໍສັມປະທານ ຫຼືຂໍເຊົ່າດິນກັບປະຊາຊົນ ມາປູກກ້ວຍສົ່ງໄປຂາຍ ທີ່ປະເທສຈີນ, ເຊິ່ງເປັນປະເທສທີ່ ຕ້ອງການກ້ວຍ ຈຳນວນຫຼາຍເຖິງ 15 ລ້ານ ຕັນຕໍ່ປີ.

ປະຊາຊົນທ້ອງຖິ່ນ ແລະ ເຈົ້າຂອງທີ່ດິນທ້ອງຖິ່ນ ທີ່ມີເນື້ອທີ່ດິນເຫຼືອເປົ່າວ່າງ ກໍໄດ້ເຮັດສັນຍາແບບບໍ່ຖືກຕ້ອງຕາມກົດໝາຍ ໃຫ້ນັກລົງທຶນ ປູກກ້ວຍ ແລະ ຫຼາຍພື້ນທີ່ ກໍພວມຢູ່ໃນໄລຍະປູກກ້ວຍ ຢ່າງເປັນຂະບວນ. ຍ້ອນແນວນັ້ນ, ປະຊາຊົນຜູ້ທີ່ອາໃສ ເຮັດໄຮ່ເຮັດນາ ແລະ ໃຊ້ນ້ຳຈາກຫ້ວຍນ້ຳ ແຫ່ງຕ່າງໆ ພາກັນຮູ້ສຶກອຸກອັ່ງໃຈ ເພາະເປັນກັງວົນວ່າ ເນື້ອທີ່ໄຮ່ນາຮົ້ວສວນຂອງຕົນຈະຖືກສານເຄມີ ຈາກສວນກ້ວຍ ຈີນເຈືອປົນ ເປັນອັນຕະຣາຍ ຕໍ່ສຸຂພາບ ແລະ ຢ້ານວ່າສັດລ້ຽງ ຂອງພວກຕົນຈະຕາຍ ຖ້າຫາກໄປດື່ມນ້ຳຫ້ວຍ ທີ່ມີສານເຄມີ ດັ່ງທີ່ເຄີຍ ເກີດຂຶ້ນ ໃນເຂດອື່ນມາແລ້ວ. ດັ່ງຊາວບ້ານໃນແຂວງວຽງຈັນ ທ່ານນຶ່ງ ທີ່ຢູ່ໃກ້ກັບສວນກ້ວຍຈີນ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີວ່າ:

“ໂອ້! ຊິຫຍຸ້ງໃຈແທ້ເກາະ. ເພາະວ່າເຂົາເຈົ້າໃຊ້ເຄມີ ພວກມີສັດເຂົາຢ້ານສັດຕາຍເດ. ມັນກະພົວພັນໄປໝົດແຫຼະເນາະ ເຣື້ອງກິ່ນອາຍຂອງ ເຄມີ ຂອງນ້ຳມັນກະໄປນຳອາກາດ ນຳນ້ຳ ໄປໝົດຄູ່ລີບແຫຼະ, ມີແຕ່ອັນຕະຣາຍໝົດນ່າ ບໍ່ມີອັນດີດອກ. ສ່ຽງອັນຕະຣາຍເນາະ ເພາະວ່າ ບາງເທື່ອເຮົາ ເປັນບາດເປັນຫຍັງ ໄປຖືກບາດລະໂອ່…ປົວນານເຊົາ. ດີບໍ່ດີກະເຖິງຊີວິຕພຸ້ນແຫຼະເນາະ. ພວກນີ້ປາກະປາຕາຍ ຄັນມັນລົງ ໄປເຖິງແຫຼ່ງນ້ຳ ໂອ້ອັນນັ້ນອັນຕະຣາຍ. ພາໃຫ້ດິນຕາຍດິນແຫ້ງດິນແລ້ງເນາະ ຫຼັງຈາກເຊົາລະ ປູກຫຍັງກະບໍ່ງາມ ແຫຼະ ເລັ່ງເຄມີຫຼາຍ.”

ຊາວບ້ານອີກທ່ານນຶ່ງ ໃນແຂວງວຽງຈັນ ກໍຮູ້ສຶກເປັນກັງວົນໃນທຳນອງດຽວກັນ ພາຍຫຼັງໄດ້ຍິນຂ່າວວ່າ ໃນເຂດບ້ານຂອງພວກຕົນກຳລັງ ມີນັກລົງທຶນຈີນ ມາປູກກ້ວຍຫຼາຍເຮັກຕ້າ.

“ສ່ວນຫຼາຍ ກັງວົນກະກັງວົນຕາມເຫັນຂ່າວຫັ້ນແຫຼະ ກັງວົນເຣື້ອງນ້ຳໃຊ້ເນາະ ເພາະວ່າຕາມຂ່າວທີ່ເຫັນມາຫັ້ນ ເຂົາກະໃຊ້ສານເຄມີ ຮຸນແຮງເນາະ ສານເຄມີຫຼາຍຫັ້ນລະ. ເຮັດໃຫ້ດິນເສື່ອມສະພາບ, ນ້ຳມີສານພິດປົນເປື້ອນຊີ້ແຫຼະ ອັນນີ້ຢ້ານຫຼາຍ ໂຕນີ້.”

ຊາວບ້ານແສນດິນ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນ ທີ່ເຜີຍແຜ່ຜ່ານສຳນັກຂ່າວສານປະເທສລາວ ເມື່ອບໍ່ດົນມານີ້ວ່າ ຊາວບ້ານພາກັນເປັນ ກັງວົນ ແລະ ຢາກໃຫ້ພາກສ່ວນກ່ຽວຂ້ອງ ລົງແກ້ໄຂບັນຫານີ້ ກ່ອນທີ່ທຸກຢ່າງຈະຫຼ້າໄປກວ່ານີ້.

“ຊິມາປູກຢູ່ນີ້ແຫຼະ ຢູ່ຂ້າງບ້ານເຮົາ ໄປນີ້ແມ່ນເຂດຫ້ວຍຍອດ ຖືວ່າມັນຕິດກັບເຂດບ້ານນາໜາດ. ນ້ຳເສັຽກະຊິລົງມາໃສ່ຫ້ວຍຫັ້ນແຫຼະ ມາໃສ່ຫ້ວຍກະຖືວ່າເປັນເຂດ ທຳການຜລິຕຂອງບ້ານແສນດິນ ບ່ອນເຮັດໄຮ່ເຮັດນາ ຫັ້ນແຫຼະວ່າຊັ້ນເທາະໄປ໋. ຄຶດວ່າແນ່ນອນແຫຼະ ຜົລກະທົບມັນກະຊິລົງມາໃ ສ່ຫັ້ນໆແຫຼະ, ປູປານານ້ຳ. ມາປູກຢູ່ນີ້ແຫຼະປີນີ້ ກຳລັງເອົາກັນຢູ່ນີ້. ກະຄຶດວ່າຕໍ່ໄປນີ້ ຜົລກະທົບນີ້ກະຈັກຊິ ເປັນແນວໃດ, ໃນນາມຂ້າພະເຈົ້ານີ້ ກະເປັນຫ່ວງ. ແນ່ນອນເນາະມັນກະຕ້ອງໃສ່ເຄມີ ເຣື້ອງການປູກກ້ວຍ ຊັ້ນກະເປັນຫ່ວງ. ກະຢາກ ໃຫ້ຂັ້ນເທິງຫັ້ນແຫຼະ ພາກສ່ວນກ່ຽວຂ້ອງຫັ້ນແຫຼະ ກະຊວງກ່ຽວຂ້ອງເຮົານີ້ ຖ້າວ່າເປັນໄປໄດ້ ຢາກໃຫ້ລົງມາເບິ່ງໂຕຈິງນຳພໍ່ແມ່ປະຊາຊົນນີ້.”

ນອກຈາກນີ້, ເຖິງວ່າທາງການລາວຈະອອກມາຢືນຢັນຕລອດວ່າ ຈະບໍ່ອະນຸຍາດໃຫ້ມີການປູກກ້ວຍໃໝ່ ເດັດຂາດ ແລະ ເຖິງຈະມີການປູກ ກໍຈະໃຫ້ເຮັດເປັນການກະເສຕແບບສະອາດ, ແຕ່ຊາວລາວຫຼາຍຄົນ ກໍຍັງຮູ້ສຶກບໍ່ໄວ້ວາງໃຈ ຕໍ່ພາກສ່ວນ ກ່ຽວຂ້ອງ ເພາະໄລຍະຜ່ານມາ ແມ່ນບໍ່ສາມາດຄວບຄຸມການໃຊ້ສານເຄມີ ໃນສວນກ້ວຍໄດ້ ແລະ ຮ້າຍໄປກວ່ານັ້ນ ກົລໄກການໃຫ້ຄວາມຮູ້ ແກ່ປະຊາຊົນ ທີ່ເຮັດວຽກໃນ ສວນກ້ວຍ ກໍຍັງບໍ່ທັນເຂັ້ມແຂງພໍ ເຮັດໃຫ້ປະຊາຊົນທີ່ເຮັດວຽກ ໃນສວນກ້ວຍຈີນ ປະສົພກັບບັນຫາສຸຂພາບ ຢ່າງຮ້າຍແຮງ ເນື່ອງມາຈາກ ການສຳຜັດ ສານເຄມີໃນສວນກ້ວຍ.

ແມ້ແຕ່ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນ້ຳທາ ກໍໄດ້ຢືນຢັນຕໍ່ຜູ້ສື່ຂ່າວທ້ອງຖິ່ນ ແຂວງຫຼວງນ້ຳທາ ກ່ຽວກັບບັນຫານີ້ ເມື່ອບໍ່ດົນມານີ້ວ່າ ພາກສ່ວນກ່ຽວຂ້ອງ ຍັງບໍ່ສາມາດຄຸ້ມຄອງ ການໃຊ້ສານເຄມີໄດ້ດີ:

“ສານເຄມີຈຳພວກນີ້ເຂົ້າມາໃນຫຼວງນ້ຳທານີ້ ກະຖືວ່າເຮັດໃຫ້ພວກເຮົາຄຸ້ມຄອງ ບໍ່ໄດ້ເນາະ ເຂົ້າມາແບບບໍ່ຖືກຕ້ອງຫັ້ນແຫຼະ. ໃນເມື່ອເຂົ້າ ມາແບບ ບໍ່ຖືກຕ້ອງແລ້ວ, ການນຳໃຊ້ບໍ່ຖືກຕ້ອງ ຈຶ່ງວ່າເຮັດໃຫ້ມີຜົລກະທົບ ຕໍ່ຊີວິຕ ແລະ ຊັພສິນຂອງປະຊາຊົນ ຊາວຫຼວງນ້ຳທາ ນີ້ຫຼາຍ. ຄືໃນໄລຍະຜ່ານມານີ້ ຂ້າພະເຈົ້າກໍເຄີຍເຫັນເນາະ ການນຳໃຊ້ຢາຂ້າຫຍ້າ ກໍແມ່ນບ້ານນີ້ໆແຫຼະ, ເອົາຢາຂ້າຫຍ້ານີ້ ເອົາຢາຂ້າຫອຍນີ້ໄປ ປະສົມໃສ່ນ້ຳ ແລະກະໃຊ້ມືຂອງໂຕເອງລົງໄປຄົນເລີຍ. ແບບບໍ່ຄຳນຶງເຖິງວ່າ ພິດ ຂອງສານເຫຼົ່ານັ້ນ ມັນຈະເຂົ້າມາໃນຮ່າງກາຍຂອງ ເຮົາແບບໃດ. ອັນນັ້ນມັນກະຍ້ອນຄວາມບໍ່ຮູ້ ຮູ້ເທົ່າບໍ່ເຖິງການຂອງປະຊາຊົນ.”

ໃນຣະຫວ່າງກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 7 ຂອງສະພາແຫ່ງຊາຕຊຸດທີ 8 ນີ້, ບັນຫາການປູກກ້ວຍໃນລາວ ກໍຖືກຍົກ ຂຶ້ນມາຖົກຖຽງກັນ ພໍສົມຄວນ ເພາະປະຊາຊົນ ຈຳນວນຫຼາຍ ກໍໄດ້ຝາກຄວາມເຫັນຜ່ານຜູ້ແທນ ຂອງຕົນ ເພື່ອຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ມີມາຕການໃນການແກ້ໄຂ.

ຕໍ່ບັນຫາດັ່ງກ່າວ, ທ່ານ ດຣ. ລຽນ ທິແກ້ວ, ຣັຖມົນຕຣີກະຊວງກະສິກັມ ແລະ ປ່າໄມ້ຂອງລາວ ກໍໄດ້ຊີ້ແຈງໃນກອງປະຊຸມສະພາແຫ່ງຊາຕ ທີ່ພວມກຳເນີນໄປຢູ່ນີ້ວ່າ ພາກສ່ວນກ່ຽວຂ້ອງ ກໍໄດ້ຮັບຮູ້ບັນຫານີ້ແລ້ວ ແລະ ພວມຢູ່ໃນຣະຫວ່າງ ການກວດສອບ ແລະ ຫາວິທີແກ້ໄຂ ໃຫ້ກັບປະຊາຊົນ ເພາະສວນກ້ວຍຈີນ ໄດ້ແຜ່ລາມໄປໃນຫຼາຍແຂວງ ທາງພາກໃຕ້ແລ້ວ.

“ລະສ່ວນທີ່ ກໍຣະນີທ່ານຍົກຂຶ້ນນັ້ນ ແມ່ນມີຄວາມຈິງແທ້. ໃນປະຈຸບັນນີ້, ຊາວຈີນຈຳນວນນຶ່ງນີ້ແບບບໍ່ມີການຈັດຕັ້ງ, ເຂົ້າມາເຊົ່າທີ່ດິນກັບ ປະຊາຊົນໂດຍກົງ. ອັນນີ້ຂ້າພະເຈົ້າກະໄດ້ ໄປກວດກາຢູ່ແຂວງວຽງຈັນ, ນະຄອນຫຼວງ ກະໄດ້ສັ່ງຢຸດ. ໄປຢູ່ທາງແສນດິນນີ້, ສັ່ງຢຸດ. ຖືວ່າບໍ່ໄດ້ຮັບອະນຸຍາດເທື່ອ, ແຕ່ວ່າບຸກເບີກດິນໝົດແລ້ວ. ແຕ່ເຂດນັ້ນເປັນເຂດສຳລັບປູກສາລີ ບໍ່ແມ່ນເຂດປູກໝາກກ້ວຍ, ອັນນີ້ນ່າ. ສອງມາແມ່ນເຂດແສນດິນ ຂ້າພະເຈົ້າກະໄດ້ຮັບຟັງ ຄຳຄຶດຄຳເຫັນຂອງປະຊາຊົນ ໂອ່ອັນຕະຣາຍແທ້.

ສະນັ້ນບັນຫາດັ່ງກ່າວນີ້ ກະຢູ່ໃນໄລຍະການ ເຂົາຮ້ອງວ່າການຕິດຕາມດູແລກວດກາ ຈະນຳໃຊ້ມາຕການ. ຖ້າຫາກວ່າຜູ້ໃດບໍ່ຖືກ ຕາມ ມາຕຖານທີ່ໄດ້ວາງອອກນີ້ນ່າ. ນຶ່ງລະແມ່ນວ່າ ຈີນເຂົາກະບໍ່ຮັບເອົາເຂົ້າໄປ. ສອງມາພວກເຮົາ ກະຕ້ອງໃຫ້ຢຸດເຊົາ. ອັນນີ້ຖືວ່າໄດ້ ມີມາຕການນຳກັນແລ້ວ ລະຂ້າພະເຈົ້າຄຶດວ່າວ່າ ຈະມີໂອກາດໄປເຖິງແຂວງສາຣະວັນ ເພື່ອກວດກາ ແລະ ແຂວງອື່ນໆກຳລັງລາມໄປ ທາງໃຕ້ພຸ້ນດຽວນີ້ນ່າ.”

ທີ່ໄດ້ກ່າວມາຂ້າງເທິງນັ້ນ, ແມ່ນສະພາບການຫຼ້າສຸດກ່ຽວກັບການປູກກ້ວຍໃນລາວ, ເຊິ່ງເນື້ອທີ່ການປູກກ້ວຍ ກໍຍັງບໍ່ທັນຈະແຈ້ງວ່າມີ ເທົ່າໃດເຮັກຕ້າແທ້. ນອກຈາກນີ້, ເຖິງວ່າທາງສູນກາງ ໄດ້ມີແຈ້ງການໃຫ້ຍຸດຕິການສັມປະທານປູກກ້ວຍ ແລ້ວກໍຕາມ, ແຕ່ໃນບາງແຂວງ ບາງທ້ອງຖິ່ນ ພັດຍັງສືບຕໍ່ອະນຸຍາດ ໃຫ້ມີການປູກກ້ວຍ ຫຼືມີນັກລົງທຶນເຂົ້າໄປຂໍເຊົ່າດິນ ປະຊາຊົນທ້ອງຖິ່ນ ເພື່ອປູກກ້ວຍ ໂດຍບໍ່ໄດ້ຮັບ ອະນຸຍາດ ຫຼືອັນທີ່ທາງການລາວເອີ້ນວ່າ “ສວນກ້ວຍເຖື່ອນ” ດັ່ງໃນແຂວງວຽງຈັນ ແລະ ອີກຫຼາຍແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.