ຈີນ ຢຸດຂຸດຄໍາບ້ານຊຽງກົກ ເມືອງລອງ

0:00 / 0:00

ຈາກ ກໍຣະນີ ທີ່ ມີຂ່າວວ່າ ບໍຣິສັດ ຈີນ ທີ່ເຂົ້າມາ ຂຸດຄຳ ຕາມ ລຳນ້ຳຫ້ວຍ ຢູ່ເຂດບ້ານ ຊຽງກົກເກົ່າ ແລະ ຊຽງກົດໃໝ່ ເມືອງລອງ ແຂວງ ຫຼວງນໍ້າທາ ຊຶ່ງ ເລີ້ມຂຸດ ແຕ່ວັນທີ 15/3/2016 ແຕ່ປັດຈຸບັນ ບໍຣິສັດ ດັ່ງກ່າວ ໄດ້ຢຸດເຊົາ ການຂຸດຄົ້ນ ໄປແລ້ວ. ດັ່ງຊາວບ້ານ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

“ຕາມເຂົາຣາຍງານ ໃຫ້ບ້ານ ແມ່ນມື້ນຶ່ງ ໄດ້ປະມານ 8 ຫາ10 ບາດ ນີ້ແຫຼະ ແຕ່ວ່າຢ້ານ ໄດ້ຫຼາຍກວ່າ ຫັ້ນບໍ່ຮູ້ ແລະ ດຽວນີ້ ເຂົາເຊົາ ແລ້ວ ນໍ້າຢູ່ໃນຫ້ວຍ ກະໃສ ຄືເກົ່າ ຕອນກາງຄືນ ກະບໍ່ມີ ສຽງນັນ ຣົດຈົກເຂົາ ກະໄດ້ງິນວ່າ ຢຸດເຊົາ ຊົ່ວຄາວກ່ອນ ເຂົາຖ້າ ແຂວງ ອະນຸຍາດ ກ່ອນ ແລ້ວຈັ່ງຊິມາ ເຮັດຕື່ມ”.

ຊາວບ້ານ ທ່ານນີ້ ກ່າວວ່າ: ຍ້ອນເຫດຜົນ ທີ່ວ່າ ປະຊາຊົນ ຢູ່ໃນເຂດ ດັ່ງກ່າວ ໄດ້ ຮ້ອງທຸກໄປຍັງ ໜ່ວຍງານ ທີ່ກ່ຽວຂ້ອງ ຂອງແຂວງ ເພາະວ່າ ໄດ້ຮັບ ຄວາມເດືອດຮ້ອນ ໃນການໃຊ້ ນໍ້າ ໃນຊີວິດ ປະຈຳວັນ ພ້ອມດ້ວຍ ການໃຊ້ນໍ້າ ຜລິດ ນໍ້າປະປາ ເພາະວ່າ ນໍ້າສາຍຫ້ວຍ ບ່ອນທີ່ ຂຸດຮ່ອນຄຳ ແມ່ນຂຸ່ນ ຈົນ ໃຊ້ບໍ່ໄດ້.

ມາຮອດວັນທີ 25/4/2016 ທາງໜ່ວຍງານ ທີ່ກ່ຽວຂ້ອງ ຂອງແຂວງ ໄດ້ສັ່ງໃຫ້ ບໍຣິສັດ ດັ່ງກ່າວ ໃຫ້ຢຸດ ການຂຸດຄຳ ໃນເຂດ ດັ່ງກ່າວ ຍ້ອນ ບໍຣິສັດ ບໍ່ທັນມີ ໃບ ອະນຸຍາດ ການຂຸດຄົ້ນ ຈາກ ທາງແຂວງ ຊຶ່ງ ບໍລິສັດ ໄດ້ຮັບ ອະນຸຍາດ ຈາກຂັ້ນເມືອງ ບໍ່ເປັນ ທາງການ ແລະ ໄດ້ເສັຽພັນທະ ໃຫ້ ທາງເມືອງ ຈຳນວນ 100 ລ້ານກີບ ແລະ ເສັຽພັນທະ ໃຫ້ບ້ານ 10 ລ້ານກີບ. ອີງຕາມ ການບອກເລົ່າ ຂອງຊາວບ້ານ.

ຊາວບ້ານ ກ່າວວ່າ ການຂຸດຄຳ ຂອງ ບໍຣິສັດ ດັ່ງກ່າວ ທີ່ຜ່ານມາ ນັບແຕ່ມື້ ເລີ່ມລົງມື ຕາມການ ສອບຖາມ ປະຊາຊົນ ພາຍໃນບ້ານ ໃຫ້ ຂໍ້ມູນວ່າ ຄຳທີ່ເຂົາ ຮ່ອນໄດ້ ໃນແຕ່ລະມື້ ແມ່ນບໍ່ຫລຸດ 10 ບາດຄຳຕໍ່ມື້ ແຕ່ນີ້ເປັນ ການຣາຍງານ ໃຫ້ທາງ ອຳນາດ ການປົກຄອງ ບ້ານ ເທົ່ານັ້ນ ແຕ່ ຄວາມຈີງແລ້ວ ປະຊາຊົນ ຄິດວ່າ ອາດຈະໄດ້ຫຼາຍ ກວ່ານັ້ນ.