ຣັຖບາລໃຫ້ຂຸດຄຳເມືອງ ພູກູດ

ຣັຖບາລໃຫ້ຈີນຂຸດຄຳເມືອງ ພູກູດ ຣັຖບາລ ອະນຸມັດ ໃຫ້ ນັກລົງທຶນ ລາວແລະຈີນ ສຳຣວດ ບໍ່ຄຳ ຢູ່ ເມືອງພູກູດ ແຂວງຊຽງຂວາງ.

0:00 / 0:00

ເມື່ອບໍ່ດົນມານີ້ ຣັຖບາລ ສປປລາວ ໄດ້ອະນຸມັດ ໃຫ້ ບໍຣິສັດ ຮ່ວມໃຈ ພັທນາ ລາວ-ຈີນ ສຳຣວດບໍ່ຄຳ ຢູ່ເຂດ ບ້ານມ່ວງຄຳ ເມືອງພູກູດ ແຂວງຊຽງຂວາງ. ປັຈຈຸບັນນີ້ ນັກ ວິຊາການ ຂອງຈີນ ກຳລັງ ສຳຣວດ ພື້ນທີ່ ໂດຍມີ ເຈົ້າໜ້າທີ່ ຂອງ ທາງການລາວ ຮວມທັງ ທະຫານ ຮ່ວມຢູ່ນຳ. ດັ່ງ ເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ກ່າວຕໍ່ RFA ໃນ ວັນທີ 4 ພຶສພາ ນີ້ວ່າ:

"ບໍຣິສັດ ຮ່ວມໃຈ ພັທນາ ເພີ່ນໄດ້ຮັບ ໜັງສື ອະນຸຍາດ ຈາກ ຣັຖບາລ ໃນການ ສໍາຣວດ ຊອກຄົ້ນ ເຈົ້າຂອງ ນັ້ນຫັ້ນ ຄົນລາວ ແຕ່ວ່າ ຜູ້ຮ່ວມທຶນ ແມ່ນມີ ຈີນ ແດ່ ພະນັກງານ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ກັບຂແນງ ທໍຣະນີສາດ ໄປປະຈໍາ ຢູ່ນໍາ, ລະກະ ມີທະຫານ ໄປປະຈໍາຢູ່ນໍາ ຂະເຈົ້າ".

ທ່ານເວົ້າວ່າ ການທີ່ມີ ເຈົ້າໜ້າທີ່ ຕິດຕາມຢູ່ນັ້ນ ກໍຍ້ອນ ຢ້ານວ່າ ທາງ ບໍຣິສັດ ອາຈສຳຣວດ ໄປເກີນເຂດ ທີ່ກຳນົດໃຫ້ ຊຶ່ງອາຈມີ ບັນຫາ ຕາມມາ ແລະ ກໍເພື່ອຮັກສາ ຄວາມປອດພັຍ ນຳດ້ວຍ.

ທ່ານກ່າວຕື່ມອີກວ່າ ຕາມຂໍ້ມູນເບື້ອງຕົ້ນ ບໍຣິສັດ ດັ່ງກ່າວ ຈະໃຊ້ ເວລາສຳຣວດ ບໍ່ຄຳນີ້ ເປັນເວລາ 3 ປີ, ແລະ ຈະຣາຍງານ ຜົລການສຳຣວດ ໃຫ້ ຣັຖບາລລາວ ແລະ ຂຸດຄົນແຮ່ ແລະ ສ້າງໂຮງງານ ກັ່ນຄຳ.

ການສຳຣວດ ຂຸດຄົ້ນແຮ່ຄຳ ຢູ່ເມືອງພູກູດ ເປັນຄັ້ງທຳອິດ ແລະວ່າ ຈະເຮັດໃຫ້ ປະຊາຊົນ ມີວຽກເຮັດ ເພີ້ມຂຶ້ນ ຂນະທີ່ ຊາວບ້ານ ໃນເຂດນີ້ ຣາຍງານ ເມື່ອອາທິດ ຜ່ານມາ ວ່າ ບໍຣິສັດ ລົງທຶນຮ່ວມ ລາວ-ຈີນ ໄດ້ລັກ ຂຸດຄົ້ນແຮ່ຄຳ ຈຳນວນນຶ່ງ ໄປແລ້ວ. ແຕ່ ເຈົ້າໜ້າທີ່ ທາງການລາວ ຢືນຢັນວ່າ ເປັນເຣຶ່ອງທີ່ ປະຊາຊົນ ເຂົ້າໃຈຜິດ ຍ້ອນທາງການ ຍັງບໍ່ທັນ ອະນຸຍາດ ໃຫ້ ຂຸດຄົ້ນເທື່ອ.