ທາງການລາວລາຍງານວ່າ ພົບໄຟໄໝ້ປ່າປະມານ 16,000 ຈຸດ ໃນທົ່ວປະເທດ ນັບແຕ່ຕົ້ນປີ 2026 ແລະ ສະເພາະໃນເດືອນເມສາ ຫຼື ເດືອນ 4 ນີ້ ພົບວ່າໄຟໄໝ້ປ່າ ປະມານ 2,000 ຈຸດ.
ສະເພາະຢູ່ນະຄອນຫລວງວຽງຈັນ ໄຟໄໝ້ປ່າຢູ່ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ແລະ ພູພະນັງ ສ້າງຄວາມເສັຍຫາຍຕໍ່ເນື້ອທີ່ປ່າໄມ້ປະມານປະມານ 3,000 ເຮັກຕາ ອີງຕາມຂໍ້ມູນຈາກທາງການລາວ.
ລັດຖະບານ ໄດ້ລະດົມເຈົ້າໜ້າທີ່ຫຼາຍ 100 ຄົນ ເພື່ອໄປດັບໄຟ ແລະ ສະກັດກັ້ນໄຟປ່າ ລວມທັງການໃຊ້ຍົນໃນການມອດໄຟ.
ນອກຈາກນີ້ ຍັງມີຫຼາຍຫຼາຍແຂວງ ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ປ່າ, ແຕ່ ເຈົ້າໜ້າທີ່ຍັງບໍ່ໄດ້ລາຍງານໂຕເລກຄວາມເສັຍຫາຍທົ່ວປະເທດ. ບັນຫາດັ່ງກ່າວ ເຮັດໃຫ້ເກີດມົນລະພິດທາງອາກາດ ຫຼື ຝຸ່ນ PM2.5 ປົກຄຸມໄປທົ່ວປະເທດລາວ ສົ່ງຜົນກະທົບຕໍ່ສຸຂະພາບປະຊາຊົນ.
ຫລ້າສຸດວັນທີ 20 ເມສາ ຢູ່ ເມືອງໄຊ ແຂວງ ອຸດົມໄຊ ວັດຄ່າສະເລັ່ນມົນລະພິດທາງອາກາດ ໄດ້ 179 AQI, ແຂວງຫລວງພະບາງ 176 AQI, ແຂວງ ຜົ້ງສາລີ ວັດໄດ້ 159 AQI, ແຂວງ ໄຊຍະບູລີ ວັດໄດ້ 151 AQI ສ່ວນວ່າ ຢູ່ນະຄອນ ຫລວງວຽງຈັນ ວັດໄດ້ 124 AQI ເຊິ່ງບໍ່ປອດໄພຫຼາຍຕໍ່ສຸຂະພາບຂອງຄົນ.
ສາເຫດຫຼັກໃນການເກີດໄຟປ່າໃນຄັ້ງນີ້ ມາຈາກຖາງຈູດປ່າຂອງຊາວບ້ານ ເພື່ອເຮັດກະສິກໍາ ແລະ ປະກອບອາກາດຮ້ອນອົບເອົ້າ ມີລົມແຮງ ຈຶ່ງເຮັດໃຫ້ໄຟໄໝ້ລາມປ່າໄດ້ໄວ.
ເຈົ້າໜ້າທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນ ສໍາລັບເດັກນ້ອຍ, ຜູ້ເຖົ້າ ແລະ ຜູ້ທີ່ມີບັນຫາສຸຂະພາບ ຄວນຫຼີກລ້ຽງການເຮັດກິດຈະກໍາກາງແປນ.
