ສາເຫດທີ່ຊ້າງປ່າເຂົ້າມາຫາກິນເຂດບ້ານປະຊາຊົນ ແຂວງອັດຕະປື

ແຫຼ່ງອາຫານຂອງຊ້າງ ເປັນບຸກລຸກຫຼາຍ ໂດຍ ມີການໃຫ້ສໍາປະທານທີ່ດິນປູກພືດອຸດສາຫະກໍາຕ່າງໆ

ກໍລະນີ ທີ່ຊາວບ້ານ ພົບຊ້າງປ່າຫຼາຍຕົວ ຢູ່ເຂດບ້ານຮະລາງ ເມືອງສາມັກຄີໄຊ ແຂວງອັດຕະປື ໃນວັນທີ 21 ເມສາ ທີ່ຜ່ານມາ ເຊິ່ງຫ່າງຈາກເທດສະບານແຂວງອັດຕະປື 15 ກິໂລແມັດ.

ສາເຫດທີ່ຊ້າງປ່າເຂົ້າມາຫາກິນເຂດບ້ານປະຊາຊົນ ແຂວງອັດຕະປື ພົບຊ້າງປ່າຫຼາຍຕົວ ຢູ່ເຂດບ້ານຮະລາງ ເມືອງສາມັກຄີໄຊ ແຂວງອັດຕະປື ໃນວັນທີ 21 ເມສາ ທີ່ຜ່ານມາ (RFA Video)

ຊາວບ້ານຢູ່ແຂວງອັດຕະປື ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສລີວ່າ: ສາເຫດທີ່ແທ້ຈິງແມ່ນ ເນື້ອທີ່ປ່າໄມ້ ຢູ່ແຂວງອັດຕະປື ອັນເປັນທີ່ຢູ່ ແລະ ແຫຼ່ງອາຫານຂອງຊ້າງ ເປັນບຸກລຸກຫຼາຍ ໂດຍ ມີການໃຫ້ສໍາປະທານທີ່ດິນປູກພືດອຸດສາຫະກໍາຕ່າງໆ.

ທ່ານ ຈະສັງເກດເຫັນ ຈຸດຢູ່ໃນພາບວີດີໂອ ຖືກບຸກເບີກ ປູກພືດອຸດສາຫະກໍາ ເຊິ່ງແຕ່ກ່ອນປະມານ 15 ປີ ຄືນຫຼັງໄປເຂດດັ່ງກ່າວນີ້ເປັນປ່າໝົດ.

ນອກຈາກນີ້ ພາບຖ່າຍດາວທຽມ ກໍສະແດງໃຫ້ເຫດເຖິງຄວາມແຕກຕ່າງຂອງປ່າໄມ້ ລະຫວ່າງປີ 2010 ແລະ ປີ 2026 ທ່ານ ຈະສັງເກດເຫັນເນື້ອທີ່ປ່າໄມ້ປີ 2010 ຍັງມີຫຼາຍ ແຕ່ ມາເບິ່ງເນື້ອທີ່ປ່າໄມ້ປີ 2026 ຖືກຕັດຈົນກ້ຽງ.

ເຖີງຢ່າງໃດກໍຕາມ ທາງການແຂວງ ກໍແຈ້ງເຕືອນ ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ແລະ ຜູ້ທີ່ສັນຈອນໄປ-ມາ ເພີ່ມຄວາມລະມັດລະວັງໃນການອອກໄປໄຮ່ໄປສວນ, ຫຼີກລ່ຽງການເຂົ້າໃກ້ ຫຼື ການກະທຳທີ່ເຮັດໃຫ້ຊ້າງຕົກໃຈ, ຫາກພົບເຫັນເຫດການຜິດປົກກະຕິ ໃຫ້ຟ້າວແຈ້ງອຳນາດການປົກຄອງບ້ານທັນທີ.

ທີ່ຜ່ານມາ ໃນປີ 2020 ກໍມີຊ້າງປ່າອອກມາກິນພືດສວນຂອງຊາວບ້ານ ຢູ່ເຂດເມືອງຊານໄຊ ແຂວງອັດຕະປື