ແຜນກໍ່ສ້າງທາງດ່ວນ ນະຄອນຫຼວງ ຫາ ປາກເຊ
2021.06.14
ເມື່ອບໍ່ດົນມານີ້ຣັຖບາລລາວ ໄດ້ອະນຸມັດແຜນການກໍ່ສ້າງທາງດ່ວນ ຣະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນປາກເຊ ທີ່ ບໍຣິສັດ ຜແນກວິສາວະກັມ ຣະຫວ່າງປະເທດ ຂອງ ສະຖາບັນການວາງແຜນ ແລະອອກແບບການສື່ສານ ຂອງແຂວງເຫິໜານ ຫລື HNRBI ຂອງຈີນ ເປັນສເນີນັ້ນແລ້ວ. ທາງສາຍດັ່ງກ່າວຍາວ 578.6 ກິໂລແມັດ, ອີງຕາມການ ຣາຍງານຂອງອົງການຂ່າວ ຊິນຮົວ ຂອງຈີນ ວັນທີ 11 ມິຖຸນາ 2021 ນີ້.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ກ່າວວ່າປັດຈຸບັນ ໂຄງການກໍ່ສ້າງທາງດ່ວນດັ່ງ ກ່າວຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້, ແຕ່ຍັງບໍ່ທັນມີການສໍາຣວດ ພື້ນທີ່ ແລະ ແລວທາງຄັກແນ່ເທື່ອ ແລະຍັງບໍ່ຮູ້ວ່າ ຈະແມ່ນ ບໍຣິສັດໃດ ເປັນຜູ້ຮັບເໝົາກໍ່ສ້າງ, ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ມິຖຸນາ ນີ້ວ່າ:
“ຍັງບໍ່ທັນແມ່ນກອງປະຊຸມ ຕົກລົງ ໄດ້ປຶກສາຫາຣືການກໍ່ສ້າງ ທາງດ່ວນຊື່ໆ ມີຄວາມເປັນໄປໄດ້ແນວໃດ ເອີ້ນວ່າຍັງຢູ່ໃນຂັ້ນຕອນ ສຶກສາຄວາມເປັນໄປໄດ້ ຫັ້ນ່າ. ມີແຕ່ວ່າເຣື່ອງ ເຊັນສັນຍາກັນ ທາງດ່ວນ ແຕ່ວ່າມັນຍັງບໍ່ທັນເຜີຍແຜ່ວ່າ ເປັນແນວໃດ.”
ທ່ານກ່າວຕື່ມວ່າ ຖ້າທາງດ່ວນສາຍນີ້ ຖືກສ້າງສໍາເຣັດ ກໍຈະມີຜົລດີຫລາຍຕໍ່ການເດີນທາງໄປມາ ຣະຫວ່າງ ນະຄອນຫລວງວຽງຈັນ ແລະ ແຂວງພາກໃຕ້ຂອງລາວ ຊຶ່ງຈະເຮັດໃຫ້ ໃຊ້ເວລາໜ້ອຍລົງ. ແຕ່ໃນຂນະດຽວກັນ ທາງໂຄງການກໍຕ້ອງມີການວາງແຜນດ້ານ ຄວາມປອດພັຍແບບຮອບດ້ານ ເປັນຕົ້ນບໍ່ໃຫ້ເກີດບັນຫາສັດລ້ຽງຂອງຊາວບ້ານ ເຂົ້າໄປໃນທາງດ່ວນ ຊຶ່ງຈະເຮັດໃຫ້ເກີດອັນຕຣາຍ ຕໍ່ຄົນໃນຣົດ ທີ່ສັນຈອນໄປມາ ດັ່ງທີ່ໄດ້ເຄີຍເກີດຂຶ້ນ ຢູ່ທາງດ່ວນ ແຕ່ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ.
ເພື່ອຂໍຮູ້ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຜແນກໂຍທາທິການ ແລະຂົນສົ່ງ ແຂວງສາລະວັນ ຊຶ່ງເປັນແຂວງນຶ່ງ ຊຶ່ງ ທາງໂຄງການດັ່ງກ່າວ ມີແຜນທີ່ຈະສ້າງຕັດຜ່ານ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ເຖິງຢ່າງໃດກໍຕາມ ເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງສາລະວັນ ທ່ານນຶ່ງກໍໄດ້ເວົ້າຜ່ານສື່ສັງຄົມ ອອນລາຍ ວ່າການກໍ່ສ້າງທາງດ່ວນສາຍນີ້ ສະເພາະເຂດແຂວງສາລະວັນ ຈະສ້າງຕັ້ງແຕ່ເຂດເຊບັ້ງນວນ ເມືອງລະຄອນເພັງ, ແລວທາງ ຈະລຽບຕາມຕີນພູ ເຊບັ້ງນວນ ຜ່ານເຂດບ້ານໜອງນົກຂຽນ, ບ້ານໜອງແວງ, ບ້ານນາສົ້ມໂຮງ, ບ້ານດົງຕະລຸງ ແລະບ້ານໜອງເທົາ ອອກໃສ່ເສັ້ນທາງເລກທີ 15 ເຂດບ້ານນາກົກຕານ ເມືອງວາປີ ລວມຄວາມຍາວທີ່ຜ່ານແຂວງສາລະວັນ ທັງໝົດ 54 ກິໂລແມັຕ ຊຶ່ງກົມຂົວທາງ ແລະບໍຣິສັດ ພູສີກໍ່ສ້າງພັທນາມະຫາຊົນຈໍາກັດ ໄດ້ຮ່ວມກັນສຶກສາຄວາມເປັນໄປໄດ້ ແລະ ອອກແບບໂຄງການ ຕັ້ງແຕ່ເດືອນກຸມພາ 2021 ມາ.
ກ່ຽວກັບເຣື່ອງນີ້ ນັກທຸຣະກິດ ແລະຊາວບ້ານ ຫລາຍຄົນຍັງບໍ່ຮູ້ເຣື່ອງ ທາງການລາວໄດ້ອະນຸມັດ ແຜນກໍ່ສ້າງທາງດ່ວນດັ່ງກ່າວ ນັ້ນເທື່ອ. ແຕ່ນາຍໜ້າຊື້-ຂາຍດິນໃນແຂວງ ຈໍາປາສັກ ຈໍານວນນຶ່ງເຊື່ອວ່າ ໂຄງການນີ້ຈະເຮັດໃຫ້ຣາຄາທີ່ດິນ ຕາມແລວທາງດ່ວນ ມີຣາຄາເພີ່ມສູງຂຶ້ນ ໃນອະນາຄົດ ເນື່ອງຈາກທຸກມື້ນີ້ ຣາຄາທີ່ດິນ ຢູ່ນະຄອນປາກເຊ ກໍສູງຂຶ້ນເລື້ອຍໆ ຢູ່ແລ້ວ ດັ່ງນາຍໜ້າຊື້- ຂາຍດິນ ຢູ່ແຂວງຈໍາປາສັກ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະເປັນໄປໄດ້ສູງ ຊ່ວງນີ້ກະມີຈຸດຊື້-ຈຸດຂາຍ. ຂອງໃນໂຕເມືອງປາກເຊນີ້ ຣາຄາມັນກະພຸ່ງຢູ່ທຸກວັນຢູ່ແລ້ວຫັ້ນນ່າ ຣາຄາດິນກະຂຶ້ນ ທຸກວັນນີ້ຢູ່ແລ້ວຫັ້ນນ່າ. ຕ່າງຈາກວ່າຊ່ວງນີ້ ເສຖກິດ ມັນກະຊົບເຊົາໄປແນ່ຫັ້ນນ່າ.”
ແລະນາຍໜ້າຊື້-ຂາຍດິນ ຢູ່ແຂວງຈໍາປາສັກ ອີກນາງນຶ່ງ ກໍເວົ້າວ່າ ຖ້າມີທາງດ່ວນ ຣະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນປາກເຊ ເກີດຂຶ້ນ ກໍເຊື່ອວ່າ ຈະເຮັດໃຫ້ທີ່ດິນ ຢູ່ແຄມທາງ ມີຣາຄາສູງຂຶ້ນ, ແຕ່ຍັງບໍ່ຮູ້ວ່າ ຈະເຮັດໃຫ້ດິນຢູ່ບ່ອນໃດແດ່ ມີຣາຄາສູງຂຶ້ນ ເພາະຍັງບໍ່ທັນຮູ້ລະອຽດວ່າ ແລວທາງດ່ວນນັ້ນຈະຜ່ານເຂດໃດກັນແທ້ ແລະ ໂຄງການດັ່ງກ່າວ ກໍຍັງຈະບໍ່ທັນ ໄດ້ສ້າງຂຶ້ນງ່າຍ ດັ່ງທີ່ນາງກ່າວວ່າ:
“ກະບໍ່ຮູ້ວ່າເພິ່ນສິຕັດ ເສັ້ນໃດຫັ້ນນ່າ. ແຕ່ກະບໍ່ທັນ ຈັກເພິ່ນສິຕັດໃສ່ແບບໃດ ຈັກສິຕັດບ່ອນໃດຫັ້ນນ່າ. ເຮົາກໍບໍ່ຮູ້ ແຜນຄືສິຍາວນານ ເຕີບຢູ່.”
ແຕ່ປະຊາຊົນຢູ່ນະຄອນປາກເຊ ທ່ານນຶ່ງ ເວົ້າວ່າ ຕົນຍັງບໍ່ຮູ້ຄັກແນ່ເທື່ອວ່າ ປັດຈຸບັນ ແຜນການກໍ່ສ້າງໂຄງການ ດັ່ງກ່າວ ມີຄວາມ ຄືບໜ້າແນວໃດ ຮວມທັງການສຶກສາຄວາມ ເປັນໄປໄດ້. ແລະວ່າ ຖ້າທາງດ່ວນຫາກຖືກກໍ່ສ້າງຂຶ້ນແທ້ ກໍຈະເປັນຜົລດີຕໍ່ການເດີນ ທາງໄປ ນະຄອນຫລວງວຽງຈັນ, ແຕ່ກໍອາຈຕ້ອງໄດ້ເສັຍຄ່າບໍຣິການທາງ ໃນຣາຄາສູງ, ດັ່ງທີ່ ທ່ານກ່າວວ່າ:
“ປາກເຊ-ວຽງຈັນ ທາງດ່ວນບໍ່ທັນມີ. ກະຍັງບໍ່ທັນແນ່ໃຈເດີ ໂຕນີ້ ຖ້າມີທາງດ່ວນ ກໍໃຊ້ເວລາລົງ ແຕ່ວ່າມັນຈະເສັຽຄ່າທາງດ່ວນ ແຫລະ ມັນແພງ.”
ແລະປະຊາຊົນ ຢູ່ເມືອງລະຄອນເພັງ ແຂວງສະລະວັນ ນາງນຶ່ງ ກໍເວົ້າຄືກັນວ່າ ຕົນຍັງບໍ່ຮູ້ຄັກວ່າ ຈະມີທາງດ່ວນຜ່ານເມືອງຂອງ ຕົນ, ຖ້າຫາກສ້າງຂຶ້ນແທ້ ກໍຈະເປັນຜົລດີຕໍ່ການເດີນທາງ ໄປ ນະຄອນຫລວງວຽງຈັນ ຊຶ່ງຈະບໍ່ຕ້ອງໄດ້ໃຊ້ ເວລາເດີນທາງໄປ ປະມານ 10 ຊົ່ວໂມງ ອີກຕໍ່ໄປ ດັ່ງທີ່ນາງກ່າວວ່າ:
“ເວົ້າເຣື່ອງທາງດ່ວນ ເຮົາກໍບໍ່ໄດ້ວ່າປະສານເຣື່ອງນີ້ຫັ້ນນ່າ. ຈາກນີ້ເມືອຮອດນະຄອນຫຼວງວຽງຈັນ ຄັນເຮົາເດີນຣົດສາຍທາງ ຂຶ້ນຣົດຢູ່ພີ້ ມັນກໍ 9 ໂມງກາງຄືນເນາະ ຮອດພຸ້ນ ມັນກະພໍດີແຈ້ງ ຫັ້ນນ່າ.”
ໂຄງການກໍ່ສ້າງທາງດ່ວນ ຣະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ຍາວ 578.6 ກິໂລແມັດ ຄາດວ່າຈະມີມູນຄ່າ ການກໍ່ສ້າງປະມານ 5.1 ຕື້ໂດລາ ສະຫະຣັຖ.
ກ່ອນໜ້ານີ້ ເມື່ອປີ 2018 ຫລາຍບໍຣິສັດ ຈາກປະເທດຈີນ ຮວມທັງບໍຣິສັດກໍ່ສ້າງຂົວ-ທາງ ແຫ່ງປະເທດຈີນ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກັນ ຫລື MOU ກັບ ຣັຖບາລລາວ ເພື່ອຂໍຮ່ວມກໍ່ສ້າງທາງດ່ວນສາຍນີ້. ແຕ່ເວລາຜ່ານໄປເກືອບ 3 ປີແລ້ວກໍຍັງບໍ່ ທັນເປັນທີ່ຈະແຈ້ງເທື່ອວ່າ ຈະແມ່ນບໍຣິສັດໃດແທ້ ທີ່ຈະໄດ້ຮັບສໍາປະທານ ກໍ່ສ້າງເສັ້ນທາງສາຍ ດັ່ງກ່າວ.
ທາງດ່ວນສາຍນີ້ ຈະຊ່ອຍເຮັດໃຫ້ເວລາເດີນທາງ ຈາກນະຄອນຫລວງວຽງຈັນ ຫາ ນະຄອນປາກເຊຫລຸດຈາກ 10 ປາຍຊົ່ວໂມງໃນ ປັດຈຸບັນ ລົງມາເປັນ 7 ຊົ່ວໂມງ ແລະຄາດວ່າ ທາງດ່ວນສາຍນີ້ ຈະເຊື່ອມໃສ່ທາງດ່ວນ ສາຍນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ໄປເຖິງບໍ່ເຕັນ ແຂວງຫລວງນໍ້າທາ ຊາຍແດນລາວ-ຈີນ.