ມີຫລາຍ ໂຄງການ ສັມປະທານ ຢູ່ແຂວງ ສວັນນະເຂດ ບໍ່ຍອມ ປະຕິບັດ ຕາມຂໍ້ ກໍານົດ ຂອງ ທາງການ ຈົນຖືກສັ່ງ ໃຫ້ໂຈະ.
ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ເປິດເຜີຍວ່າ ມີໂຄງການ ສັມປະທານ ຫລາຍໂຄງການ ໃນແຂວງ ສວັນນະເຂດ ບໍ່ຍອມ ປະຕິບັດ ຕາມ ນະໂຍບາຍ ທີ່ຣັຖບານ ວາງອອກ ຄື: ບໍ່ເຮັດ ບົດຣາຍງານ ສິ່ງແວດລ້ອມ ຫຼື ບໍ່ເຮັດ ບົດວິພາກ ເສຖກິດ ສັງຄົມ ເຮັດໃຫ້ຫລາຍ ໂຄງການ ຖືກສັ່ງໂຈະ ຢ່າງບໍ່ມີ ກໍານົດ. ດັ່ງເຈົ້າໜ້າທີ່ ເວົ້າວ່າ:
“ກໍາລັງ ປັບປຸງ ນະໂຍບາຍ ຢູ່ ໂຄງການ ທີ່ ຣັຖບານ ອະນຸຍາດ ໃຫ້ ມາປະຕິບັດ ເນາະ ຖືວ່າ ໂຄງການໃດ ບໍ່ສາມາດ ປະຕິບັດ ໄດ້ ເຮົາກໍ ອອກແຜນການ ໃຫ້ປັບປຸງ ໂຄງການໃດ ປັບປຸງ ຕົນເອງ ບໍ່ສໍາເຣັດ ເຮົາສັ່ງໂຈະ ເປັນສ່ວນໃຫຍ່ ແລ້ວ".
ເຈົ້າໜ້າທີ່ ທ່ານນີ້ ຊີ້ແຈງຕຶ່ມວ່າ ຕາມຄໍາສັ່ງ ເລກທີ່ 13 ຂອງ ນາຍຍົກ ຣັຖມົນຕຣີ ທີ່ສັ່ງໃຫ້ ທີການໂຈະ ໂຄງການ ສັມປະທານ ປູກພຶດ ອຸສາຫະກັມ ແລະ ໂຄງການ ຊອກຄົ້ນ ສໍາຣວດບໍ່ແຮ່ ເພື່ອໃຫ້ ແຕ່ລະ ໂຄງການ ເຮັດການ ສຶກສາ ຜົນກະທົບ ສີ່ງແວດລ້ອມ ໃຫ້ຣະອຽດ.
ທີ່ຜ່ານມາ ພາຍໃນ ແຂວງ ສວັນນະເຂດ ກໍໄດ້ ປະຕິບັດ ຕາມ ໂດຍສັ່ງ ໃຫ້ຫລາຍ ໂຄງການ ໂຈະ ແລະ ສຶກສາ ຕາມຄໍາສັ່ງ ແຕ່ມີຫລາຍ ໂຄງການ ທີ່ບໍ່ຍອມ ປະຕິບັດ ຕາມ ບໍ່ມີ ການຣາຍງານ ຄວາມຄືບໜ້າ ເຮັດໃຫ້ ຕ້ອງຖືກສັ່ງ ໂຈະ ໂຄງການ ເອົາໄວ້.
ປັຈຈຸບັນ ແຂວງ ສວັນນະເຂດ ມີໂຄງການ ທີ່ໄດ້ ຮັບ ອະນຸຍາດ ໃຫ້ ດໍາເນີນ ໂຄງການ ກະສິກັມ ທັງໝົດ 15 ໂຄງການ ມີມູນຄ່າ 537 ລ້ານ ດອນລ່າ ສະຫະຣັຖ ໃນນັ້ນ ແມ່ນໂຄງການ ຕ່າງປະເທດ 14 ໂຄງການ ພາຍໃນ ປະເທດ 1 ໂຄງການ ແລະ ມີໂຄງການ ສັມປະທານ ຊອກຄົ້ນ ບໍ່ແຮ່ 44 ໂຄງການ ໃນມູນຄ່າ 400 ກວ່າລ້ານ ດອນລ່າ ໃນນັ້ນ ແມ່ນໂຄງການ ພາຍໃນ 32 ໂຄງການ ແລະ ໂຄງການ ຕ່າງປະເທດ 12 ໂຄງການ.
ເຈົ້າໜ້າທີ່ ຜແນກ ແຜນການ ແລະ ການລົງທຶນ ເວົ້າວ່າ ຫລັງຈາກ ມີຄໍາສັ່ງ ໂຈະ ການສັມປະທານ ຕາມຄໍາສັ່ງ ເລກ ທີ່ 13 ເຮັດໃຫ້ ຫລາຍແຂວງ ຂາດແຄນ ເງີນ ລົງທຶນ ຈົນຫລາຍແຂວງ ຕ້ອງຫັນມາຫາ ນະໂຍບາຍ ກະຕຸ້ນ ການ ລົງທຶນ ປະເພດອື່ນ ເພື່ອດຶງ ເງີນລົງທຶນ ທົດແທນ ສ່ວນທີ່ ຂາດໄປ.
