ການເຊົ່າ-ສັມປະທານ ພົບການສໍ້ຣາສ ບັງຫຼວງ: ມາຟັງ ນຳກັນ

ໄມ​ຊູ​ລີ ແລະ ໄຊ​ຍາ
2023.08.11
ການເຊົ່າ-ສັມປະທານ ພົບການສໍ້ຣາສ ບັງຫຼວງ: ມາຟັງ ນຳກັນ ແຂວງໄຊສົມບູນ ເປັນແຂວງນຶ່ງ ທີ່ພວມມີການພັທນາ ຮວມທັງ ຂຸດຄົ້ນແຮ່ທາດ, ເດືອນກັນຍາ 2017
Photo: RFA

ອົງການກວດກາ ແຫ່ງຣັຖ ແລະ ກະຊວງຊັພຍາກອນ ທັມມະຊາຕ ຍັງກວດພົບເຫັນ ການເຊົ່າ-ສັມ​ປະທານ ໃຫ້ນັກລົງທຶນ ຕ່າງປະເທດ ເກີດມີການສໍ້ຣາສບັງຫຼວງ ພ້ອມນີ້ ການເກັບາຍຮັບ ຈາກການເຊົ່າ-ສັມປະທານ ບໍ່ໄດ້ ຕາມຄາດໝາຍ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບຂໍຕ້ອນຮັບທ່ານ ເຂົ້າມາສູ່ ຣາຍການ ມາຟັງ ນຳກັນ”, ມາພົບກັນ ເປັນປະຈຳ ທຸກສັປດາ ທາງເພວິທຍຸເອເຊັຽເສຣີ. ຣາຍການນີ້ ພ້ອມເປັນສື່ກາງ ໃນການອອກຂ່າວ ເພື່ອໃຫ້ທ່ານ ໄດ້ຮັບຮູ້ ຂ່າວສານ ທັນເຫດການ ເທົ່າທີ່ ພວກເຮົາ ສາມາດເຮັດໄດ້. ສຳລັບ ຫົວຂໍ້ໃນຣາຍການມື້ນີ້ ແມ່ນ ການເຊົ່າ-ສັມປະທານ ພົບການສໍ້ຣາບັງຫຼວງ.

ໂດຍທາງການ ກໍໄດ້ອອກມາ ຍອມຮັບວ່າ ລາວ ໄດ້ຮັບຜົລປໂຍດ ໜ້ອຍຫຼາຍ ຈາກການເຊົ່າ-ສັມປະທານ ໂດຍສະເພາະ ທີ່ດິນ ແລະ ການຂຸດຄົ້ນແຮ່ທາດ. ພ້ອມນີ້ ຍັງສ້າງຜົລກະທົບ ໃຫ້ປະຊາຊົນທັງໄດ້ຄ່າຊົດເຊີຍ ບໍ່ເປັນທັມ ແລະ ໄດ້ຍ້າຍ ບ່ອນຢູ່ອາສັຍໄປ ເຣີ່ມຕົ້ນໃໝ່ ຈົນເປັນບັນຫາ ມາຮອດປັດຈຸບັນ ຣັຖບານ ຍັງແກ້ໄຂບໍ່ໄດ້. ທ່ານໃດ ມີຄວາມຄິດຄວາມເຫັນ ແນວໃດ ກະຣຸນາ ສົ່ງຄຳເຫັນ ຂອງທ່ານ ລົງໃນຊ່ອງ ຄອມເມັ້ນ ເພື່ອເປັນການແລກປ່ຽນ ຂ່າວສານ ນຳກັນ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ຣັຖບານລາວ ຫວັງເພິ່ງ ການລົງທຶນ ຈາກຕ່າງປະເທດ ໂດຍສະເພາະ ແມ່ນປະເທດຈີນ ທີ່ມີການລົງທຶນ ໃນປະເທດລາວ ກວມເອົາ ທຸກຂແນງການ ຊຶ່ງເປັນອັນດັບນຶ່ງ ຂອງການລົງທຶນ ຈາກຕ່າງປະເທດ ຮອງລົງມາ ແມ່ນໄທຍ, ວຽດນາມ ແລະ ປະເທດອື່ນ.

ຜ່ານມາ ການອະນຸຍາດ ໃຫ້ເຊົ່າ-ສັມປະທານ ໃນຫຼາຍຂແນງການ ແຕ່ຈາກການຣາຍງານ ຂອງທາງການພົບວ່າ ຣັຖບານລາວ ໄດ້ຮັບາຍຮັບ ຈາກການເຊົ່າ-ສັມປະທານນີ້ ໜ້ອຍຫຼາຍ. ນອກຈາກນີ້ ການກວດສອບ ຂອງອົງການກວດກາ ແຫ່ງຣັຖ ຍັງພົບວ່າ ມີພນັກງານ ທີ່ກ່ຽວຂ້ອງກັບ ການສໍ້ຣາບັງຫຼວງໃນໂຄງການ ເຊົ່າ-ສັມປະທານ ເປັນຈຳນວນຫຼາຍ ເຮັດໃຫ້ຣັຖ ເສັຫາຍ ແລະ ເປັນໜີ້ ຈົນຍາກ ຈະແກ້ໄຂ. ສົ່ງຜົລ ໃຫ້ໂຕເລຂ ຄວາມເສັຫາຍ ນັບມື້ນັບເພີ່ມຂຶ້ນ ຈົນມາຮອດ ປັດຈຸບັນ ກໍຍັງແກ້ໄຂ ບໍ່ໝົດ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ລາວທີ່ປະເທດທີ່ສາມ
Aug 14, 2023 02:14 AM

ສບາຍດີ ທ່ານຜູ້ອຳນວຍການອອລາຍການພາສາລາວ ທີ່ນັບຖື - ຂ່າວສານທີ່ທ່ານໄດ້ນຳມາສເນີນັ້ນ ເປັນຂ່າວທີ່ຫນ້າສົນໃຈຂອງປະຊາຊົນລາວໃນທົ່ວໂລກ ແລະ ກໍເປັນຂ່າວທີ່ ສາກົນຕິດຕາມການບໍຣິຫານປະເທດຂອງ ຣັຖບານ ສປປລ ຢ່າງໃກ້ຊິດ. ເປັນທີ່ຊາບກັນດີວ່າ ນະໂຍບາຍການອອກສັປະທານການຂຸດບໍແຮ່ ແລະ ສັປະທານທີ່ດີນໃຫ້ແກ່ຕ່າງຊາດນັ້ນ ກາຍເປັນປະເພນີ ຂອງ ຜູ້ບໍ່ຫັວງດີຕໍ່ອານາຄົດຂອງຊາດຢູ່ແລ້ວ ເພາະຄວາມເຫັນແກ່ຕົວ, ບັນຫາເລົ່ານີ້ ໄດ້ກາຍເປັນປະເພນີ ແລະ ເປັນ ໂລກຊຳເຮື້ອ ທີ່ເກີດຂື້ນໃນດີນລາວ ຈາກ ປີ 1975 ເປັນຕົ້ນມາ ຂໍໃຫ້ພີ່ນ້ອງປະຊາຊົນລາວ ແລະປະຊາຄົມໂລກຈົ່ງຮັບຮູ້ໃນບັນຫານີ້.
ດ້ວຍຄວາມນັບຖື.