ຄ່າຂ້າມຂົວທ່າງ່ອນມີເງື່ອມງໍາ

ສິດນີ
2016.03.17
F-ThaNgone ຂົວທ່າງ່ອນ ນະຄອນຫລວງວຽງຈັນ
RFA/LX

ຊາວລາວ ຜູ້ທີ່ຂັບຣົດ ຜ່ານຂົວ ທ່າງ່ອນ ນະຄອນຫຼວງ ວຽງຈັນ ເປັນປະຈຳ ສົງໄສ ໃນການເກັບ ຄ່າຜ່ານຂົວ ຍ້ອນວ່າ ແຕ່ລະຄັ້ງ ທີ່ທ່ານ ຂັບຣົດຂ້າມ ຂົວ ທ່ານ ຈະຕ້ອງ ເສັຽ ຄ່າທໍານຽມ 5 ພັນກີບ ແຕ່ພັດໄດ້ ປີ້ ທີ່ຈີກແລ້ວ ຂອງປີ 2015 ທັ້ງໆທີ່ເປັນ ປີ 2016 ແລ້ວ. ປັດຈຸບັນ ການເກັບຄ່າ ຂ້າມຂົວ ກໍໃຊ້ຣະບົບ ອັດຕະໂນມັດ ອອກບັດໃຫ້ ເພື່ອ ຫລີກລ່ຽງ ການສໍ້ໂກງ.

ນອກຈາກ ທ່ານເອງ ທີ່ພົບກັບ ບັນຫາ ດັ່ງກ່າວ ກໍຍັງມີ ຄົນຂັບຣົດ ສອງແຖວ ກໍຖືກບັນຫານີ້ ເຊັ່ນກັນ ເປັນປະຈຳ. ດັ່ງ ທ່ານກ່າວ ຕໍ່ ເອເຊັຽເສຣີ ໃນວັນທີ 10 ມິນາ ຜ່ານມາວ່າ:

"ໂຕນີ້ ຂ້ອຍກະເຫັນ ຫຼາຍເທື່ອເນາະ ຊາທີ່ວ່າ ຂ້າມໄປ ຂ້າມາ ຫລືວ່າໃຊ້ ບໍຣິການ ປະຈຳເນາະ ພະນັກງານ ຫັ້ນນ່າ ປົກກະຕິແລ້ວ ເຮັດຣະບົບ ມັນເປັນ ດິຈິໂຕ້ ເນາະ ແຕ່ວ່າ ກະຍັງເຫັນ ພະນັກງານ ຈີກປີ້ເອງ ຫັ້ນນ່າ ຄ້າຍໆວ່າ ເປັນຂໍ້ສົງໄສ ບໍ່ຊັດເຈນ ມັນເປັນຊ່ອງວ່າງ ຊ່ອງໂຫວ່ ນ້ອຍນື່ງ ຫັ້ນ ປະມານນີ້".

ຄົນຂັບຣົດ ທ່ານນີ້ ກ່າວຕື່ມວ່າ ເຈົ້າຫນ້າທີ່ ກ່ຽວຂ້ອງ ຄວນອອກມາ ຊີ້ແຈງ ຕໍ່ ປະຊາຊົນ ຕໍ່ສັງຄົມ ເພາະ ສ່ວນໃຫຍ່ແລ້ວ ໃນ ທ້າຍສັປດາ ຈະມີຄົນ ຂັບຣົດ ມາທ່ຽວ ເຂດ ນ້່ຳງື່ມ ຢ່າງຫຼວງລາຍ ຊຶ່ງ ຈະຈູງໃຈ ໃນການສໍ້ໂກງ ຈີ້ກປີ້ ຄ່າຂ້າມຂົວ.

ຕໍ່ບັນຫານີ້ ເຈົ້າຫນ້າທີ່ ເຮັດວຽກ ເກັບເງິນຂ້າມຂົວ ທ່າງ່ອນ ກ່ໍ ປະຕິເສດ ວ່າເປັນການ ກ່າວຫາ ເຈົ້າຫນ້າທີ່. ດັ່ງ ທ່ານກ່າວວ່າ:

"ບໍ່ໄດ້ມີ ບັນຫາຫຍັງດອກ ມີແຕ່ຂະເຈົ້າ ບໍ່ເຂົ້າໃຈຊື່ໆ ບາງເທື່ອ ຣະບົບ ເຮົາມັນເພ ເຮົາກະຕ້ອງ ໄດ້ໃຊ້ປີ້ ເຫຼືອງເນາະ ປີ້ຈີກຫັ້ນນ່າ ເປັນພຽງຂໍ້ ກ່າວຫາ ຂະເຈົ້າຊື່ໆ ເພາະວ່າ ຣະບົບເຮົາມັນ ເປັນແບບ ກ້ອງວົງຈອນປິດ ແລະ ກໍມີ ເຈົ້າຫນ້າທີ່ ມາກວດເຊັກ ເອົາພາບ ແຕ່ລະງວດ ເຮົາບໍ່ກ້າສ່ຽງ ກັບ ອະນາຄົດ ຂອງເຮົາ ແລະ ຄວາມ ໄວ້ເນື້ອເຊື່ອໃຈ ຂອງພັກ ຂອງຣັດ ກັບເງິນຊໍ່ານີ້ ຫັ້ນນະ ເພາະວ່າຄັນ ເອົາກໍເປັນ ການກິນ ຣະຍະສັ້ນ".

ເຖິງຢ່າງໃດ ກໍຕາມ ຜູ້ໃຊ້ຣົດ ໃຊ້ຖນົນ ໃນເຂດດັ່ງກ່າວ ຕ້ອງການ ຢາກໃຫ້ ຫນ່ວຍງານ ກ່ຽວຂ້ອງ ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ເຣື້ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.