ຄນະຜູ້ນໍາ-ພະນັກງານ ທີ່ສໍ້ໂກງ

0:00 / 0:00

ການສໍ້ຣາສ ບັງຫລວງ ໃນລາວ ມີຄວາມ ຮຸນແຮງ ຫລາຍ ກວ່າເກົ່າ.

ທຸກມື້ນີ້ ຊາວລາວ ເຫັນວ່າ ການສໍ້ຣາສ ບັງຫລວງ ໃນລາວ ນັບມື້ນັບ ຮຸ່ນແຮງ ຂຶ້ນກວ່າເກົ່າ ເຖີງແມ່ນວ່າ ສະພາແຫ່ງຊາດ ຈະອອກກົດຫມາຍ ຕ້ານການ ສໍ້ຣາສ ບັງຫລວງ ຫລາຍປານໃດ ກໍຕາມ. ນັກທຸຣະກິດ ຕ່າງປະເທດ ສ່ວນຫລາຍ ກໍຂາດຄວາມ ເຊື່ອຫມັ້ນ ໃນການປາບປາມ ການສໍ້ຣາສ ບັງຫລວງ ຂອງ ຣັຖບານ. ດັ່ງຊາວລາວ ທ່ານນຶ່ງ ເວົ້າວ່າ:

"ການສໍ້ຣາສ ຕື່ມອີກ ຫນັກກວ່າເກົ່າ ຄັນເຮົາ ບໍ່ໂຈມຕີ ມັນກໍຫນັກຂຶ້ນ ຫນັກໄປເລື້ອຍໆ ແຕ່ວ່າເຮົາ ບໍ່ເວົ້າ ກໍບໍ່ຮູ້ ຄັນເບິ່ງ ປາກົດການ ມານີ້ ເງິນມັນເຂົ້າ ງົບປະມານ ຫລາຍຫນ້ອຍ ປານໃດ ປະຊາຊົນ ກໍບໍ່ຮູ້ ກໍຄືຊີ່ ຫນັກຢູ່ ເບິ່ງປາກົດການ ມານີ້ ຄັນເວົ້າ ປະຊາຊົນ ທຸກ ມັນກໍສະທ້ອນ ໄປຫມົດ".

ບັນຫາ ການສໍ້ຣາສ ບັງຫລວງ ໃນລາວ ຖືວ່າ ເປັນບັນຫາ ທີ່ແກ້ໄຂ ໄດ້ຍາກ ແລະ ກໍບໍ່ເຄີຍ ໄດ້ຮັບການແກ້ໄຂ ແຕ່ຢ່າງໃດ ເຊັ່ນຕົວຢ່າງ ເຣື້ອງ ງົບປະມານ ຂອງ ຣັຖບານ ກໍບໍ່ມີ ການແຈ້ງຕໍ່ ປະຊາຊົນ ຮັບຮູ້ວ່າ ມີຫນ້ອຍຫລາຍ ປານໃດ ແລະ ຫລາຍໂຄງການ ປະຊາຊົນ ກໍບໍ່ມີ ສ່ວນຮ່ວມນຳ ການໃຊ້ ງົບປະມານ ຂອງ ຣັຖບານ ກໍບໍ່ໂປ່ງສັຍ.

ຊາວລາວ ອີກຜູ້ນຶ່ງ ຈາກ ແຂວງ ສວັນນະເຂດ ກໍເວົ້າວ່າ ບັນຫາ ການສໍ້ຣາສ ບັງຫລວງ ໃນລາວ ຈະບໍ່ຫລຸດລົງ ຈັກເທື່ອ ເນື່ອງຈາກວ່າ ເຈົ້າຫນ້າທີ່ ຣັຖ ມີຜົລປໂຍດ ຮ່ວມກັບ ນັກລົງທຶນ ໃນໂຄງການຕ່າງໆ ໃນລາວ:

"ສ່ວນຫລາຍ ເຫັນລວຍ ກໍ່ຍີ່ງລວຍ ເຣື້ອງການ ສໍ້ຣາສບັງຫລວງ ມັນກໍຫລາຍຂຶ້ນ ຍັງເຮັດບໍ່ໄດ້ ມັນກໍຍັງມີ ກຸ່ມຂອງໃຜ ຂອງມັນ".

ອົງການ ຄວາມໂປ່ງສັຍ ສາກົນ ລາຍງານວ່າ ໃນປີ 2012 ສປປລາວ ຕົກຢູ່ ໃນອັນດັບ ທີ 160 ຫລຸດຈາກ ອັນດັບທີ 154 ຂອງ ປີ 2011 ໃນ ຈຳນວນ 174 ປະເທດ ທີ່ມີການ ສໍ້ຣາສ ບັງຫລວງ ລາຍໃຫຍ່ ໃນໂລກ. ການສໍ້ຣາສ ບັງຫລວງ ໃນລາວ ຈະເພີ້ມຂຶ້ນ ໄປເລື້ອຍໆ.