ພາສີລາວວ່າມີ ບາງຄົນທີ່ສໍ້ໂກງ

0:00 / 0:00

ຫ້ອງການ ພາສີລາວ ຮັບວ່າ ເຈົ້າຫນ້າທີ່ ບາງຄົນ ຂາດ ຄວາມ ຮັບຜິດຊອບ ໃນໜ້າທີ່ ສໍ້ຣາສ ບັງຫລວງ.

ກົມ ພາສີອາກອນ ສປປລາວ ຍອມຮັບ ເຖິງຄວາມ ບໍ່ຮັບຜິດຊອບ ໃນຫນ້າທີ່ ຂອງ ເຈົ້າຫນ້າທີ່ ບາງຄົນ ທີ່ມີການ ລັກໂລບພາສີ ສົມຮູ້ຮ່ວມຄິດ ກັບກຸ່ມ ພໍ່ຄ້າແມ່ຄ້າ ແລະ ເຈົ້າຫນ້າທີ່ ພາສີ ກັນເອງ ໃນການ ລັກລອບ ນຳເຂົ້າ ສິນຄ້າ ເຮັດໃຫ້ລາຍຮັບ ຂອງ ຣັຖບານ ຮົ່ວໄຫລ. ດັ່ງເຈົ້າຫນ້າທີ່ ພາສີ ທ່ານນຶ່ງ ເວົ້າວ່າ:

"ກໍບໍ່ ປະຕິເສດ ໄດ້ ສິ່ງນີ້ ບາງຄົນ ກໍອາດຈະມີ ແຕ່ວ່າມັນ ກໍບໍ່ແມ່ນ ຫລັກການ ທົ່ວໄປ ບາງຄົນ ເຈົ້າຫນ້າທີ່ ໃຫມ່ໆ ກໍບໍ່ທັນຮູ້ ແລະ ເຈົ້າຂອງ ວັດຖຸ ກໍຢາກໃຫ້ ເລັ່ງດ່ວນ".

ນາງເວົ້າ ຕໍ່ໄປວ່າ ສຳລັບ ສິນຄ້າ ທີ່ພະນັກງານ ພາສີ ບາງຄົນ ໄດ້ຊ່ອຍ ກຸ່ມພໍ່ຄ້າ ຫລົບຫລີກ ພາສີນັ້ນ ສ່ວນໃຫຍ່ ຈະເປັນປະເພດ ເຄື່ອງໃຊ້ ໄຟຟ້າ ອຸປກອນ ການ ກະເສດ ແລະ ສິນຄ້າ ປະເພດອຶ່ນໆ ໂດຍຈະ ຊຸກເຊື່ອງໃວ້ ໃນຫໍ່ຂອງ ໃຫຍ່ໆ ເພື່ອ ໃຫ້ຍາກ ໃນການກວດຄົ້ນ ຂອງ ເຈົ້າຫນ້າທີ່ ຕາມດ່ານ ເຂົ້າອອກ. ນອກຈາກນີ້ ແລ້ວກໍແມ່ນ ພະນັກງານ ພາສີ ເປັນຜູ້ເຮັດ ເອກສານ ໃຫ້ເຂົ້າເອງ ໂດຍການສົມຮູ້ ຮ່ວມຄິດ ກັບ ຜູ້ປະກອບການ ລາຍອຶ່ນ ພວກຂະເຈົ້າ ຈະ ຂຽນຈຳນວນ ສິນຄ້າ ລົງໄປໃນ ໃບແຈ້ງການ ບໍ່ຕົງກັບ ຈຳນວນ ໂຕຈິງ ເພື່ອຫລີກເວັ້ນ ການເສັຽ ພາສີ ຫລາຍ. ສຳລັບ ການລົງໂທດ ຜູ້ກະທຳຜິດ ຖ້າຈັບໄດ້ນັ້ນ ນາງວ່າ:

"ຖ້າມີ ກໍຣະນີ ຫນັກ ຈຳນວນ ເປັນມູນຄ່າ ໃຫຍ່ໆ ກໍຕ້ອງໄດ້ ປະຕິບັດ ຕາມກົດຫມາຍ ຕ້ອງໄລ່ອອກ ຖ້າວ່າ ກໍຣະນີ ເບົາ ເຕົ້າໂຮມແລ້ວ ກໍປ່ຽນທີ່ຢູ່ ຍ້າຍທີ່ຢູ່".

ບັນຫາ ດັ່ງກ່າວ ຍັງບໍ່ມີ ການແກ້ໄຂ ຫລື ປາບປາມ ໃຫ້ສິ້ນສຸດ ລົງໄດ້ເທຶ່ອ ຍ້ອນວ່າ ກຸ່ມດັ່ງກ່າວ ເຮັດກັນ ເປັນຂະບວນການ ແລະ ທຸກຄົນ ກໍມີສ່ວນຮ່ວມ ກ່ຽວກັບ ເຣື້່ອງນີ້.