ຄົນລາວສ່ວນນຶ່ງເຫັນວ່າ ເຂື່ອນ ບໍ່ມີປໂຍດ

ສຸພັດຕາ
2020.11.18
F-Nam-Ou3 ໂຕຢ່າງ ຊາວບ້ານ ທີ່ບ້ານສົບຂີງ, ເມືອງງອຍ ແຂວງຫຼວງພຣະບາງ ທີ່ຍ້າຍມາຢູ່ບ້ານຈັດສັນໃໝ່ ເພື່ອຫຼີກທາງໃຫ້ແກ່ ການກໍ່ສ້າງເຂື່ອນ ນ້ຳອູ 3, ແຕ່ ເຂດບ້ານທີ່ພວກເຂົາອາສັຍຢູ່ ເກີດມີດິນເຈື່ອນ, ດິນແຕກແຫງ ເຮືອນບາງຫຼັງ, ຝາເຮືອນ ແລະ ພື້ນຊີມັງ ກໍແຕກເຫີບ ແລະ ຕາມຫົນທາງ ບາງບ່ອນກໍແຕກຍະ ເປັນຮ່ອງກວ້າງ.
ນັກຂ່າວພົລເມືອງ

ຣັຖບານລາວ ຈະສ້າງເຂື່ອນໄຟຟ້າ ໃຫ້ໄດ້ 100 ແຫ່ງ ພາຍໃນປີ 2030 ຮວມທັງ 13 ແຫ່ງ ທີ່ວ່າຈະສ້າງໃຫ້ແລ້ວ ໃນທ້າຍປີນີ້ ເພື່ອເປັນ ສູນກາງດ້ານພະລັງງານໄຟຟ້າ ຂອງອາຊ້ຽນ, ແຕ່ສໍາລັບຄົນລາວ ພັດເຫັນວ່າ ຍຸທສາດ ດັ່ງກ່າວນີ້ ບໍ່ໄດ້ເຮັດໃຫ້ຄົນລາວ ໄດ້ຮັບຜົລປໂຍດ ຫຍັງເລີຍ ມີແຕ່ຈະທຸກຍາກລົງຕື່ມ, ດັ່ງຊາວລາວ ໃນນະຄອນຫຼວງພຣະບາງ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ພຶສຈິກາ ນີ້ວ່າ:

“ໂອ້ຍບໍ່ໄດ້ຫຍັງນ່າ ມີແຕ່ເສັຍເງິນລູກດຽວ ເພິ່ນບໍ່ແມ່ນເອົາມາໃຫ້ເຮົາໃຊ້ ໂດຍສະເພາະ ໄດ້ຈ່າຍຄືເກົ່າບໍ່ມີແຫຼ້ວ ທີ່ວ່າບໍ່ໄດ້ເສັຍຄ່າໄຟນີ້ ເພາະວ່າ ດຽວນີ້ ຣັຖບານກໍາລັງຝືດເຄືອງເດ້.”

ທ່ານກ່າວຕື່ມວ່າ ຄົນລາວ ບໍ່ສາມາດຮູ້ໄດ້ເລີຍວ່າ ເຂື່ອນ ແຕ່ລະແຫ່ງ ທີ່ ຣັຖບານລາວ ອະນຸຍາດໃຫ້ສ້າງຂຶ້ນມານັ້ນ ໃຜເປັນເຈົ້າຂອງ, ໃຜເປັນ ຜູ້ລົງທຶນ, ສ້າງເຂື່ອນມາແລ້ວ ຄົນລາວຈະໄດ້ຜົລປໂຍດຫຍັງ ເພາະປັດຈຸບັນ ຮູ້ພຽງແຕ່ວ່າ ຣັຖບານລາວຂາດທຶນ ຈາກການສ້າງ ເຂື່ອນໄຟຟ້າ ແລ້ວເກີດໜີ້ສິນ ທີ່ຈະຕ້ອງຈ່າຍໃຫ້ຕ່າງປະເທດ ຈໍານວນມະຫາສານ.

ຂນະທີ່ ຄົນລາວໃນນະຄອນປາກເຊ ແຂວງຈໍາປາສັກ ຜູ້ນຶ່ງກ່າວຕໍ່ວທິຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຄົນລາວ ຈະບໍ່ໄດ້ຮັບຜົລປໂຍດ ຫຍັງຈາກເຂື່ອນໄຟຟ້າ ເພາະເຂື່ອນໄຟຟ້າທຸກແຫ່ງ ມີແຜນຈະແຈ້ງແລ້ວວ່າ ໄຟຟ້າທີ່ຜລິດໄດ້ນັ້ນ ຈະສົ່ງຂາຍໄປຕ່າງ ປະເທດ. ສະນັ້ນ, ຄົນລາວ ກໍຕ້ອງຍອມຮັບສະພາບ ໃນການຈ່າຍຄ່າໄຟຟ້າທີ່ແພງ ຮວມເຖິງຄ່າບໍາລຸງຮັກສາກົງເຕີ້ ໃນແຕ່ລະເດືອນນໍາອີກ:

“ກະຕ້ອງຈ່າຍຕລອດ ຈ່າຍຕາມທີ່ເຮົາໃຊ້ໄຟຟ້າ ຫັ້ນແຫຼະ ກະຢາກໃຫ້ເພິ່ນຫຼຸດຢູ່ໃດ໋ ຣາຍຈ່າຍຈະໄດ້ຫຼຸດລົງ ບໍ່ຟລີ ປັດຈຸບັນນີ້ ເກັບ ຢ່າງດຽວ.”

ເຂື່ອນນໍ້າອູ3 ບ້ານສົບຂິງ ແຂວງຫຼວງພຣະບາງ

ສ່ວນຄົນລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຍຸທສາດທີ່ຈະເປັນແບັດເຕີຣີ້ ແຫ່ງອາຊ້ຽນຖືເປັນຄວາມຫຼົ້ມ ແຫຼວທີ່ສຸດ ຂອງຣັຖບານລາວ ເພາະເຂື່ອນໄຟຟ້າທຸກແຫ່ງ ທີ່ຖືກສ້າງ ຂຶ້ນມາເຊັ່ນ: ໂຄງການເຂື່ອນນໍ້າອູ 3, ເຂື່ອນໄຟຟ້າ ເຊປຽນ- ເຊນໍ້ານ້ອຍ ແລະ ເຂື່ອນໄຟຟ້າ ນໍ້າເອົ້ານັ້ນ ມັນເກີດຜົລກະທົບຈະແຈ້ງ ວ່າຄົນລາວ ໃນພື້ນທີ່ ບໍ່ໄດ້ຢູ່ດີກິນດີ ແລະບໍ່ຫຼຸດພົ້ນອອກຈາກ ຄວາມທຸກຍາກໄດ້:

“ຄັນຖ້າຮັບໃຊ້ປະຊາຊົນ ປະຊາຊົນກະຕ້ອງໄດ້ຢູ່ດີກິນດີ ບາດນີ້ ເຮັດແລ້ວໆ ແທນທີ່ປະຊາຊົນ ຊິໄດ້ຢູ່ດີກິນດີ ຫາບ່ອນຊິເຮັດກິນເຂົ້າ ກະຍັງບໍ່ມີ ຄັນຖ້າວ່າ ຈຸດປະສົງ ແມ່ນເພື່ອປະຊາຊົນແທ້ ແລ້ວກະດີຢູ່ ອັນນີ້ ມັນບໍ່ແມ່ນແນວນັ້ນ ປະຊາຊົນບໍ່ໄດ້ຫຍັງດອກ.”

ເມື່ອວັນທີ 12 ພຶສຈິກາ 2020 ນີ້, ທ່ານ ຄໍາມະນີ ອິນທິລາດ ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຣາຍງານຕໍ່ສື່ມວນຊົນລາວ ວ່າ ຣັຖບານໄດ້ວາງຍຸທສາດ ເພື່ອການພັທນາ ອຸດສາຫະກັມ ພະລັງງານ ໄຟຟ້າ ໂດຍສຸມໃສ່ການສ້າງເຂື່ອນ ຈາກແຫຼ່ງນໍ້າ ທັມມະຊາດ ເພື່ອຜລິດ ແລະ ສນອງກະແສໄຟຟ້າ ໃຫ້ພຽງພໍຕໍ່ຄວາມຕ້ອງການ ຂອງຄົນໃນປະເທດ ແລະການສົ່ງອອກ ແລະຄາດວ່າ ໃນທ້າຍປີ 2020 ນີ້ ຈະມີແຫຼ່ງຜລິດໄຟຟ້າ ທີ່ກໍ່ສ້າງສໍາເຣັດ ອີກ 13 ແຫ່ງ ຈະຜລິດໄຟຟ້າໄດ້ 732 ເມກາວັດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 18 ພຶສຈິກາ ນີ້ວ່າ ເຂື່ອນໄຟຟ້າທັງໝົດ 13 ແຫ່ງ ທີ່ມີແຜນຈະສ້າງໃຫ້ສໍາເຣັດ ໃນທ້າຍປີ 2020 ນີ້ ບາງເຂື່ອນ ອາຈບໍ່ສໍາເຣັດຕາມແຜນ ຍ້ອນຕິດບັນຫາ ດ້ານການກໍ່ສ້າງ ໃນໄລຍະການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19:

“ເຂື່ອນພວກນີ້ ແຜນມັນຊິແລ້ວ 2020 ຫັ້ນແຫຼະ ແຕ່ວ່າມັນຊິແລ້ວ ໃນລັກສນະ ສ່ວນຫຼາຍເຮົາໄດ້ 80-90% ຫັ່ນນ່າ ເພິ່ນອາຈເຂົ້າເປັນ ປີນີ້ ເພາະແຜນເພິ່ນປີນີ້.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ເຂື່ອນໄຟຟ້າໃນຈໍານວນ 13 ແຫ່ງ ສ່ວນຫຼາຍເປັນເຂື່ອນຂນາດກາງ ແລະຂນາດນ້ອຍ ທີ່ບໍຣິສັດເອກກະຊົນ ຈາກຈີນ, ວຽດນາມ ແລະໄທຍ ເປັນຜູ້ລົງທຶນ ເປັນຕົ້ນ ເຂື່ອນໄຟຟ້າ ເຊລະນອງ 1 ຂນາດ 70 ເມກາວັດ ຢູ່ແຂວງສວັນນະເຂດ, ເຂື່ອນ ໄຟຟ້ານໍ້າຮຸ່ງ 1 ຂນາດ 15 ເມກາວັດ ຢູ່ແຂວງໄຊຍະບູຣີ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນອີກ 10 ປີ ຕໍ່ໜ້ານີ້ ຍັງຖືເປັນເຣື່ອງ ທີ່ຫຍຸ້ງຍາກສົມຄວນ ທີ່ຄົນລາວ ໃນປະເທດ ຈະໄດ້ໃຊ້ໄຟຟ້າ ໃນຣາຄາຖືກລົງ ເຫດຜົລຍ້ອນວ່າ ເຂື່ອນໄຟຟ້າໃນລາວ ສ່ວນຫຼາຍ ເປັນຂອງເອກກະຊົນ ເຊິ່ງໄດ້ສັມປະທານ ຈາກທາງການລາວ ບໍ່ຕໍ່າກວ່າ 15-20 ປີ ບວກກັບ ປັດຈຸບັນ ຣັຖວິສາຫະກິຈໄຟຟ້າລາວ ຍັງມີໜີ້ສິນ ທີ່ຕ້ອງຊໍາລະຫຼາຍ, ດັ່ງທ່ານກ່າວວ່າG

“ເພາະວ່າ ຜ່ານມາ 10 ປີ ຫຼັງ ຫາກວ່າ ນັບແຕ່ປີ 2018 ຍ້ອນຫຼັງ ຫາປີ 2006 ຂອງເຮົາແຕ່ລະປີ ແຕ່ລະປີ ມີແຕ່ເພີ້ມຂຶ້ນ ເພີ້ມຂຶ້ນໃດ໋, ແຕ່ວ່າ ໃນອີກ 10 ປີ ຂ້າງໜ້ານີ້ ປີຖັດໄປໆ ມັນຕ້ອງປັບລົງເລື້ອຍໆ ແຕ່ວ່່າ ມັນເປັນໄປໄດ້ຍາກ ເຮົາເຮັດຣະບົບປັບຂຶ້ນແຕ່ລະປີ.”

ຕາມຣາຍງານຂອງ ທ່ານ ຄໍາມະນີ ອິທິຣາດ ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ຕໍ່ກອງປະຊຸມ ເປີດກວ້າງ ສະຫຼຸບການຈັດຕັ້ງ ປະຕິບັດແຜນພັທນາວຽກງານພະລັງງານ ແລະບໍ່ແຮ່ 5 ປີ ຄັ້ງທີ VIII ແຕ່ປີ (2016-2020) ໃນວັນທີ 4 ກຸມພາ 2020, ທົ່ວປະເທດ ລາວ ມີແຫຼ່ງຜລິດພະລັງງານ ໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງ ທັງໝົດ 9,972 ເມກາວັດ, ສາມາດຜລິດພະລັງງານໄຟຟ້າໄດ້ເຖິງ 52,211 ລ້ານກິໂລວັດໂມງ ຕໍ່ປີ, ມີໂຄງການໄຟຟ້າ ຖ່ານຫິນ 1 ແຫ່ງ, ໂຄງການພະລັງງານໄຟຟ້າ ຊີວະມວນ 4 ແຫ່ງ ແລະ ໂຄງການ ໄຟຟ້າແສງຕາເວັນ 5 ແຫ່ງ, ໂຄງການພະລັງງານລົມ 4 ໂຄງການ.

ອີງຕາມສັນຍາຊື້-ຂາຍໄຟຟ້າ ຣະຫວ່າງລາວ ກັບປະເທດເພື່ອນບ້ານ ຣະບຸວ່າ ລາວຈະຂາຍໄຟຟ້າໃຫ້ໄທຍ 9 ພັນ ເມກາວັດ ປັດຈຸບັນ ຂາຍແລ້ວ 5,935 ເມກາວັດ, ວຽດນາມ 5 ພັນເມກາວັດ ປັດຈຸບັນ ຂາຍແລ້ວ 570 ເມກາວັດ, ກັມພູຊາ 6 ພັນ ເມກາວັດ ປັດຈຸບັນ ຂາຍແລ້ວ 320 ເມກາວັດ ແລະ ພະມ້າ 100 ເມກາວັດ ປັດຈຸບັນ ຂາຍແລ້ວ 10 ເມກາວັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.