ເຈົ້າໜ້າທີ່ ແຜນພະລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ເປີດເຜີຍວ່າ ເມືອງດັກຈຶ້ງ ມີແຜນການ ສ້າງເຂື່ອນໄຟຟ້າ 2 ແຫ່ງ ໃນຈໍານວນ 10 ເຂື່ອນ ທີ່ໄດ້ອະນຸມັດ ໃຫ້ ສໍາຣວດແລ້ວ ຈະເປັນເຂື່ອນ ໄຟຟ້າ ຂນາດນ້ອຍ ເພື່ອສນອງ ຄວາມຕ້ອງການ ໄຟຟ້າ ຂອງປະຊາຊົນ ພາຍໃນແຂວງ. ທ່ານກ່າວວ່າ:
"ເຊັນແລ້ວ ມີ 2 ຈຸດ ກໍາລັງສຶກສາ ຄວາມເປັນໄປໄດ້ ເຂດຣອງນ້ອຍ ບ້ານຣອງນ້ອຍ ຂຶ້ນກັບຄູ້ມ ຣັກປຣາ ຫລັກ 20".
ທ່ານວ່າ ເຂື່ອນ 2 ແຫ່ງນັ້ນ ຫາກໍ່ເຊັນສັນຍາ ໃຫ້ບໍຣິສັດ ຈັນຖາວອນ ກໍ່ສ້າງ ແລະ ສ້ອມແປງ ຂົວທາງ ສຶກສາສໍາຣວດ ເມື່ອວັນທີ 25 ມົກຣາ. ເຂື່ອນ 2 ແຫ່ງ ມີກໍາລັງ ການຜລິດ 10 ເມັກກາວັດ ແລະ 14.8 ເມັກກາວັດ ນັ້ນ ຈະຕັ້ງຢູ່ ຫ້ວຍບີ ເມືອງດັກຈຶງ ຈະໃຊ້ເວລາ ໃນການສຶກສາ ສໍາຣວດ 1 ປີ. ຖ້າຫາກມີ ຄວາມເປັນໄປໄດ້ ກໍຄາດວ່າ ຈະລົງມື ກໍ່ສ້າງ ໃນເດືອນທັນວາ 2013 ນີ້. ສ່ວນ ງົບປະມານ ໃນການ ກໍ່ສ້າງນັ້ນ ຍັງບໍ່ໄດ້ມີການ ເປີດເຜີຍເທື່ອ.
ທ່ານກ່າວຕື່ມວ່າ ໃນຊ່ວງ ສົກປີ 2012-2013 ນີ້ ແຂວງເຊກອງ ໄດ້ເຊັນສັນຍາ ເພື່ອໃຫ້ ບໍຣິສັດ ເອກກະຊົນ ເຂົ້າມາສຶກສາ ຄວາມເປັນໄປໄດ້ ໃນການກໍ່ສ້າງ ເຂື່ອນ ຂນາດນ້ອຍ ໃນ ເມືອງລະມາມ ເມືອງກະລຶມ ແລະ ເມືອງດັກຈຶງ ທັງໝົດ 10 ໂຄງການແລ້ວ ໂດຍຫວັງໃຫ້ ບັນລຸແຜນ ຂອງຣັຖບານ ທີ່ຕ້ອງການໃຫ້ ປະຊາຊົນລາວ ມີໄຟຟ້າໃຊ້ ເຖິງ 95 ສ່ວນຮ້ອຍ ໃນທົ່ວປະເທດ ພາຍໃນປີ 2020.
ສໍາລັບເຣື່ອງ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ທີ່ອາສັຍຢູ່ໃກ້ ເຂດກໍ່ສ້າງ ເຂື່ອນນັ້ນ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ ໄດ້ກ່າວໃຫ້ ຄວາມໝັ້ນໃຈວ່າ ທີ່ຕັ້ງ ຂອງໂຄງການ ຮວມທັງ ອ່າງເກັບນໍ້າ ຈະບໍ່ສົ່ງ ຜົນກະທົບ ຕໍ່ບ້ານເຮືອນ ຂອງ ປະຊາຊົນ ແຕ່ຢ່າງໃດ ແລະ ເຊື່ອວ່າ ການກໍ່ສ້າງ ຈະເປັນໄປໄດ້.
