ເຂື່ອນໄຊຍະບູຣີ ໃຊ້ ເທັກໂນໂລຈີ ໃໝ່

ສິດນີ
2018.01.29
F-Xayaburi ທາງດ້ານຫລັງຂອງ ເຂື່ອນໄຊຍະບູຣີ
Courtesy of FB friend Hoxieng Guesthouse

ກຸ່ມຜູ້ບໍຣິຫານຈັດການ ເຂື່ອນໄຊຍະບູຣີ ຫມັ້ນໃຈວ່າເຂື່ອນໄຊຍະບູຣີ ຈະບໍ່ສົ່ງຜົລກະທົບ ຕໍ່ການຂຶ້ນລົງຂອງປາ ຕາມທີ່ຫລາຍຝ່າຍກັງວົນ ຍ້ອນໃຊ້ເທັກໂນໂລຈີທີ່ທັນສມັຍ ໃນການສ້າງທາງປາຜ່ານ ອີກຍັງຈະຊ່ອຍໃຫ້ປາ ຂຶ້ນລົງໄດ້ຢ່າງສະດວກສະບາຍ ເພື່ອໄປວາງໄຂ່ໃນຍາມ ຣະດູການ. ດັ່ງທ່ານ ເຣວັດ ສຸວັນກິດຕິ ຮອງກັມມະທິການ ຜູ້ຈັດການບໍຣິສັດ ໄຊຍະບູຣີ ພາວເວີ ຈຳກັດ ກ່າວກ່ຽວກັບເຣື້ອງນີ້ວ່າ:

"ເຣື້ອງປາ, ໂຮງໄຟຟ້າໄຊຍະບູຣີ ກໍໄດ້ຄວາມສຳຄັນມາແຕ່ຕົ້ນ ຣັຖບານລາວກໍໄດ້ຈ້າງ ທີ່ປຶກສາມາແຕ່ຢູໂຣບ ມາຊ່ອຍວິເຄາະທາງປາຜ່ານ ທີ່ເຮົາອອກແບບ ແລະກໍໄດ້ຂໍ້ສເນີແນະເພີ້ມຕື່ມ ເຮົາກໍໄດ້ໄປເບິ່ງຕົວຢ່າງ ທັງຈາກຢູໂຣບ ຈາກອາເມຣິກາ ເວລານີ້ ເຮົາກໍສາມາດເວົ້າໄດ້ ເຕັມປາກວ່າ ທາງປາຜ່ານຂອງໂຮງໄຟຟ້າ ໄຊຍະບູຣີນີ້ ດີທີ່ສຸດໃນໂລກ."

ທ່ານກ່າວຕື່ມວ່າ ການອອກແບບທາງປາຜ່ານໃນເຂື່ອນໄຊຍູບຣີນັ້ນ ຈະສາມາດໃຊ້ໄດ້ທຸກພັນປາທຸກຂນາດ ແລະທຸກສະພາບການ, ຕົວຢ່າງ ປາຈະລອຍທວນກະແສນ້ຳ ແລະລອຍຕາມກະແສນ້ຳ ຫລືປາຈະອົພຍົບ ກໍສາມາດລອຍຜ່ານໄດ້ທຸກ ຣະດູການ ໂດຍເທັກໂນໂລຈີທັນສມັຍ ທີ່ໄດ້ເອົາມາໃຊ້ເປັນເທື່ອທຳອິດໃນເອເຊັຽ.

ແຕ່ກຸ່ມອະນຸຮັກຊຽງຂອງ ທ່ານ ສົມກຽດ ເຄືອນຊຽງສາ ນັກວິຊາການ ແລະເປັນຜູ້ກໍ່ຕັ້ງເຄືອຂ່າຍອະນຸຮັກ ແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ເວົ້າວ່າ ຍັງບໍ່ແນ່ວ່າຈະໄດ້ຜົລ ຍ້ອນວ່າໂຄງການ ເຂື່ອນໄຊຍະບູຣີ ຍັງບໍ່ທັນໄດ້ທົດລອງ ເທັກໂນໂລຈີ ດັ່ງກ່າວເທື່ອ ດັ່ງທ່ານກ່າວວ່າ:

"ຕອນນີ້ບໍຣິສັດທີ່ກ່ຽວຂ້ອງ ຂະເຈົ້າໄດ້ນຳສເນີເທັກໂນໂລຈີໃຫມ່ ເຣື້ອງຂອງເສັ້ນທາງປາຜ່ານ ບັນຫາກໍຄືເຣື້ຶ້ອງເຂື່ອນໄຊຍະບູຣີ ກໍຍັງບໍ່ທັນ ເປີດໃຊ້ ກໍຕອບເຮົາເບິ່ງວ່າ ທ່ານໄດ້ເອົາທົດລອງໃຊ້ ຢູ່ໃສແດ່ແລ້ວ ມັນໄດ້ຜົລແນວໃດ ແລ້ວກໍເອົາຂໍ້ໂຕນັ້ນມາ ເຜີຍແຜ່, ບໍ່ແມ່ນວ່າມັນບໍ່ ໄດ້ໃຊ້ ກັບມາບອກວ່າ ປາຜ່ານໄດ້ ມັນຕ້ອງໃຫ້ ເຂື່ອນໄຊຍະບູຣີຜ່ານກ່ອນ ເພາະວ່າຕອນນີ້ ເຂື່ອນໄຊຍະບູຣີ ສ້າງແລ້ວຕ້ອງມາທົດສອບ ກ່ອນ ແນ່ນອນວ່າ ພຽງໃນປີດຽວ ທ່ານບອກວ່າ ປາຂຶ້ນເທົ່ານັ້ນເທົ່ານີ້ ແລ້ວມາບອກວ່າ ປາ ຜ່ານມັນເປັນຄຳຕອບ ທີ່ບໍ່ຖືກຕ້ອງ."

ປັດຈຸບັນເຂື່ອນໄຊຍະບູຣີ ສ້າງສຳເຣັດແລ້ວ 89% ຖືວ່າເປັນເຂື່ອນໄຟຟ້າ ທີ່ໃຫຍ່ທີ່ສຸດໃນອາຊຽນ ເຂື່ອນນີ້ຈະປ່ອຍນ້ຳ ເພື່ອທົດລອງຜລິດ ໄຟຟ້າ ລະຍະທຳອິດ ໃນເດືອນຕຸລາ ປີ 2018 ຈະເລີ້ມຂາຍໄຟຟ້າ ໃນເດືອນຕຸລາ ປີ 2019 ໄຟຟ້າ ສ່ວນໃຫຍ່ຈະຂາຍໃຫ້ໄທ ສ່ວນເຫຼືອ ຈະໃຊ້ໃນລາວ ຈະມີກຳລັງຜລິດເຖິງ 1,285 ເມກາວັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.