ຊາວລາວ ໃນແຂວງສວັນນະເຂດ ທີ່ຂໍສງວນຊື່ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ພວກຕົນ ແລະ ໝູ່ເພື່ອນ ໃນຖານະ ຜູ້ປະກອບການ ກິຈການ ຂນາດນ້ອຍ ຍັງຕ້ອງພົບພໍ້ກັບບັນຫາ ເອກສານຊັກຊ້າ ແລະ ການຮຽກຮັບສິນບົນ ຈາກເຈົ້າໜ້າທີ່ ຢູ່ເລື້ອຍໆ ໃນເວລາໃດກໍຕາມທີ່ຕ້ອງມີວຽກ ໄປພົວພັນ ເອກສານ ກັບຫ້ອງການຕ່າງໆ ຂອງເມືອງ ແລະ ແຂວງ, ເຊິ່ງບາງໜ່ວຍງານ ແມ່ນຮຽກເອົາ ເງິນຈຳນວນຫຼາຍໂລດ ຖ້າຫາກຢາກ ໄດ້ເອກສານ ໂດຍໄວ.
" ມັນ ກະ ເປັນ ບາງ ໜ່ວຍ ງານ ເນາະ ກະ ບໍ່ ວ່າ ສ ເມີ ໄປຫັ້ນ ນ່າ ເນາະ . ຄັນ ເຮົາ ໄປ ເຮັດ ກິຈ ກັມຢູ່ ໃສ ຢູ່ ບ່ອນນັ້ນ ບ່ອນນີ້ ທີ່ ແທ້ ຈິງ ເຮົາ ກະ ມີ ປະ ຕັງ ( ໃບ ອະ ນຸ ຍາດ ) ຂອງ ການ ເຄື່ອນ ໄຫວ ເນາະ ເພາະ ວ່າ ທາງ ໜ່ວຍ ງານ ຂອງ ຕ່າງໆ ພາກ ສ່ວນ ທີ່ ກ່ຽວ ຂ້ອງ ເພິ່ນ ອອກ ໃຫ້ , ແຕ່ ຖ້າ ອອກ ໃຫ້ ແລ້ວ ເວ ລາ ອອກ ໄປ ເຊັນ ເອກສານກະ ເອົາ ອີກ , ຫັ້ນ ນ່າ . ເອົາ ພັດ ເອົາ ຫຼາຍ , ຫັ້ນ ນ່າ ."
ຜູ້ປະກອບການ ທຸຣະກິຈ ຂນາດນ້ອຍທ່ານນີ້ ກ່າວຕື່ມວ່າ ໃນໄລຍະຜ່ານມາ ເປັນທີ່ຮູ້ຈັກກັນດີ ໃນກຸ່ມຜູ້ປະກອບການ ຂນາດນ້ອຍ ໃນແຂວງສວັນນະເຂດວ່າ ຖ້າຢາກໄດ້ ເອກສານໄວ ແມ່ນຕ້ອງຈ່າຍເງິນສິນບົນ ຫຼື (ເງິນກິນນ້ຳກິນໃນ) ຕາມທີ່ເຈົ້າໜ້າທີ່ ວ່າໂລດ, ແຕ່ກໍບໍ່ເຄີຍ ຮັບຮູ້ເລີຍວ່າ ຣະບຽບການ ມັນເປັນດັ່ງທີ່ ເຈົ້າໜ້າທີ່ ໄດ້ເວົ້າ ຫຼືບໍ່?
" ແຕ່ ບາງ ເທື່ອ ຄື ຄວາມ ສະ ບາຍ ຂອງ ເຮົາ ເພື່ອ ທີ່ ແບບ ວ່າ ຢາກ ໄດ້ ດ່ວນ ຢາກ ໄດ້ ໄວ ເຮົາ ກະ ໄດ້ ເສັຽ ຕາມ ເພິ່ນ ເວົ້າ , ຫັ້ນ ນ່າ . ແຕ່ເຮົາ ກະ ບໍ່ ທັນ ຮູ້ວ່າ ຣະ ບຽບ ການ ແທ້ໆ ມັນ ຕ້ອງ ເປັນ ແບບນີ້ ແທ້ບໍ "
ຕໍ່ບັນຫານີ້, ເຈົ້າໜ້າທີ່ຂັ້ນເມືອງ ໃນແຂວງສວັນນະເຂດ ທ່ານນຶ່ງ ກໍໄດ້ຊີ້ແຈງ ຕໍ່ຜູ້ສື່ຂ່າວ ເອເຊັຽ ເສຣີ ເມື່ອດົນມານີ້ ຄືກັນວ່າ ເຣື້ອງການຮຽກ ຮັບສິນບົນ ໃນການແລ່ນເອກສານ ຕາມຫ້ອງການຕ່າງໆນັ້ນ ແມ່ນບໍ່ຂໍໃຫ້ຄວາມເຫັນ ໃນບັນຫານີ້, ແຕ່ເຣື້ອງການຊັກຊ້າ ດ້ານເອກສານ ແມ່ນມີແທ້, ແຕ່ກໍຄົງຂຶ້ນກັບຫຼາຍເງື່ອນໄຂ ທັງເງື່ອນໄຂ ຂອງຜູ້ມາແລ່ນ ເອກສານເອງ ແລະ ເງື່ອນໄຂອື່ນໆ.
" ຄັນ ວ່າ ວຽກ ຂ ແນງ ການ ທີ່ ກ່ຽວ ຂ້ອງ ເຮົາ ກະ ມອບ ມັນ ກະ ມີ ນິ ຕິ ກັມ ມອບ ຕາມ ພາ ຣະ ບົດ ບາດ ຢູ່ ແລ້ວເນາະ . ຄັນ ວ່າ ຊ້າ ມັນ ກະ ມີ ເງື່ອນ ໄຂ ຂອງ ມັນ ດ້ານ ການ ຊັກ ຊ້າ ຍ້ອນ ເງື່ອນ ໄຂ ໂຕ ໃດໆ ມັນ ກະ ມີ ເນາະ . ຄັນ ວ່າ ເອ ກ ສານ ມັນ ຣະ ອຽດ ແລ້ວ ມັນ ກະ ບໍ່ ຊ້າ ເນາະ ບາງ ເທື່ອ ຜູ້ ມາ ໃຊ້ ບໍ ຣິ ການ ຜູ້ ມາປະ ກອບ ການນີ້ ນ່າ ເນາະ ຜູ້ ມາ ແລ່ນ ປະ ກອບ ເອ ກ ສານ ຕ່າງໆ ບາງ ເທື່ອ ກະ ມີ ອັນ ນັ້ນ ອັນ ນີ້ ບໍ່ ຄົບເນາະ . ມັນ ກະ ອາ ຈ ຊິ ກ່ຽວ ພັນ ກັບ ບັນ ຫາ ໂຕ ອື່ນ ."
ເມື່ອສັປດາ ທີ່ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ແຂວງສວັນນະເຂດ ໄດ້ຮຽກຮ້ອງ ແລະ ຂໍຄວາມຮ່ວມມື ກັບເຈົ້າໜ້າທີ່ ທົ່ວແຂວງສວັນນະເຂດ ໃນທຸກຂັ້ນ ໃຫ້ເອົາໃຈໃສ່ ໃນການແກ້ໄຂບັນຫາ ການສໍ້ຣາສບັງຫຼວງ ພາຍໃນແຂວງ ແລະ ເລັ່ງມືແກ້ໄຂ ບັນຫາ ການກົດໜ່ວງຖ່ວງດຶງ ເອກສານ ຕາມຫ້ອງການຕ່າງໆ ພາຍຫຼັງ ທີ່ບັນຫາດັ່ງກ່າວ ຖືກຮ້ອງຮຽນ ຈາກປະຊາຊົນໃນແຂວງສວັນນະເຂດ ເປັນບັນຫາ ອັນດັບທີ 1 ທີ່ຊາວສວັນນະເຂດ ຢາກໃຫ້ທາງການແຂວງຮີບຮ້ອນໃຈແກ້ໄຂ.