ຜົ້ງສາລີປູກຢາງແລ້ວ ບໍ່ມີຕລາດ

0:00 / 0:00

ຊາວສວນ ປູກ ຢາງພາລາ ແຂວງ ຜົ້ງສາລີ ເລີ່ມເດືອດຮ້ອນ ຍ້ອນການ ສ້າງຕັ້ງ ໂຮງງານ ຢາງພາລາ ບໍ່ຄືບໜ້າ.

ຊາວສວນ ປູກ ຢາງພາລາ ແຂວງ ຜົ້ງສາລີ ເລີ່ມເດືອດຮ້ອນ ຍ້ອນການ ສ້າງຕັ້ງ ໂຮງງານ ຢາງພາລາ ບໍ່ຄືບໜ້າ.

ປັຈຈຸບັນ ຊາວສວນ ຢາງພາລາ ຈໍານວນ ບໍ່ໜ້ອຍ ໃນ ແຂວງ ຜົ້ງສາລີ ເລີ່ມ ເດືອດຮ້ອນ ຍ້ອນ ແຜນການ ກໍ່ສ້າງ ໂຮງງານ ແປຮູບ ຢາງພາລາ ໃນແຂວງ ບໍ່ມີຄວາມ ຄືບໜ້າ ເຮັດໃຫ້ ຊາວສວນ ບໍ່ສາມາດ ປາດຕົ້ນຢາງ ເອົານໍ້າຢາງ ໄປຂາຍໄດ້ ເພາະ ບໍ່ມີຕລາດ ຮັບຊື້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ຜົ້ງສາລີ ນາງກ່າວວ່າ:

"ຂະເຈົ້າປູກ ຢາງພາລາ ມັນບໍ່ແມ່ນປູກ ໜ້ອຍໆເນາະ ໃນຂອງ ບໍຣິສັດ ທີ່ວ່າມາ ສົ່ງເສີມປູກ ກໍມີ ຕ່າງຫາກ ອີກ ປະຊາຊົນ ເຮັດຕ່າງຫາກອີກ ມັນກໍມີຫລາຍ ມັນຍັງບໍ່ມີ ໂຮງງານ ຮອງຮັບ ຂະເຈົ້າ ກໍບໍ່ໄດ້ປາດ ເພາະວ່າ ປາດມັນ ກໍບໍ່ຮູ້ ວ່າຈະເອົາ ໄປປ້ອນ ໂຮງງານ ຢູ່ໃສ".

ນາງເວົ້າຕື່ມ ເຖິງແຜນການ ສ້າງໂຮງງານ ແປຮູບ ຢາງພາລາ ນັ້ນວ່າທາງ ກະຊວງ ອຸດສາຫະກັມ ແລະ ປ່າໄມ້ ຍັງ ພິຈາຣະນາ ຢູ່ ແລະ ກໍບໍ່ຮູ້ວ່າ ຈະ ອະນຸມັດ ເມື່ອໃດ. ທ່ານວ່າ ທາງແຂວງ ແລະ ຊາວສວນ ຍັງຄອຍ ຖ້າຄໍາຕອບຢູ່. ສ່ວນຊາວຈີນ ທີ່ຈະເຂົ້າມາ ລົງທຶນ ສ້າງໂຮງງານ ຢູ່ແຂວງ ຜົ້ງສາລີ ແລະ ຈະຮັບຊື້ ນໍ້າຢາງພາລາ ຈາກຊາວສວນ ໃນແຂວງ ເພື່ອແປຮູບ ແລ້ວສົ່ງໄປ ຂາຍຢູ່ຈີນ ນັ້ນ ກໍກຽມພ້ອມ ແລ້ວລໍຖ້ແຕ່ ອະນຸມັດ ຂອງ ກະຊວງ ເທົ່ານັ້ນ.

ເມື່ອຕົ້ນປີ 2013 ກໍມີຂ່າວວ່າ ຊາວສວນ ຢາງພາລາ ໃນແຂວງ ຜົ້ງສາລີ ທ່ານໜຶ່ງ ກໍໄດ້ປາດ ນໍ້າຢາງພາລາ ແລ້ວເອົາໄປ ຂາຍ ຢູ່ປະເທດຈີນ ແຕ່ປາກົດວ່າ ພໍ່ຄ້າຈິນ ກົດຣາຄາ ຈື່ງຕ້ອງໄດ້ ຂາຍ ໃນຣາຄາ ທີ່ຕໍ່າກວ່າ ຣາຄາ ທ້ອງຕລາດ. ຕັ້ງແຕ່ ນັ້ນມາ ກໍບໍ່ມີ ຜູ້ໃດ ໄປຂາຍນໍ້າ ຢາງພາລາ ຢູ່ຈີນອີກເລີຍ.