ຊາວລາວ ຫຼາຍຄອບຄົວ ປະສົບກັບ ບັນຫາຄ່າໄຟຟ້າແພງ ແບບບໍ່ຮູ້ສາເຫດ ທັງໆ ທີ່ໃຊ້ ໄຟໜ້ອຍ ແລະ ປະຢັດ ກວ່າເດືອນຜ່ານໆມາ. ແຕ່ຄ່າໄຟຟ້າ ຍັງສູງຢູ່ ແລະ ບໍ່ໄດ້ຮັບການຊີ້ແຈງ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຕ່ຢ່າງໃດ. ດັ່ງຊາວບ້ານຄົນນຶ່ງ ຜູ້ທີ່ປະສົບກັບ ບັນຫາຄ່າໄຟແພງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 28 ມິຖຸນາປີ 2021ນີ້ວ່າ:
“ຂ້ອຍເບິ່ງຢູ່ ໃນບີຊີອີແອວ (BCEL) ວານນີ້ ເຫັນມັນສົ່ງ ລາຄາແລ້ວ ເຮົາທຽບໃສ່ ລາຄາເດືອນ 5 ຫັ້ນນ່າ ເດຶອນ 6 ສູງກວ່າ ເດືອນ 5 ປະມານ 60 ປາຍເປີເຊັນ ນີ້ແຫຼະ ກະບໍ່ຮູ້ບໍ່ເຂົ້າໃຈຄືກັນ ເປັນຫຍັງວ່າແພງ ເພາະວ່າ ເດືອນ 6 ປົກກກະຕິນີ້ ຝົນຕົກເດ ເຮົາບໍ່ໃຊ້ໄຟ ຫຼາຍປານນັ້ນ ເປັນຫຍັງ ມັນຄືຫຼາຍກວ່າ ຫັ້ນນ່າ.”
ຊາວລາວ ອີກທ່ານນຶ່ງ ຜູ້ທີ່ປະສົບ ບັນຫາໄຟຟ້າແພງ ເໝືອນກັນ ກ່າວວ່າ ສຳລັບ ຄ່າໄຟຟ້າ ໃນເດືອນ 6 ພາຍໃນຄອບຄົວ ຂອງຕົນເອງ ສູງເຖິງ 8 ແສນກີບ ຊຶ່ງຖືວ່າ ແພງເກີນປົກກະຕິ ເນື່ອງຈາກວ່າ ຄອບຄົວ ຂອງຕົນ ບໍ່ໄດ້ໃຊ້ໄຟຟ້າ ຫຼາຍປານໃດ ແລະ ນັບຕັ້ງແຕ່ເດືອນ 4 ເປັນຕົ້ນມາ ຕົນກໍໄດ້ຈ່າຍ ຄ່າໄຟຟ້າ ແພງເກີນຄວາມຈິງມາຕລອດ ຕາມທັມມະດາ ຈ່າຍປະມານ 3-4 ແສນກີບ ຕໍ່ເດືອນ.
“ຢູ່ເຮືອນຂ້ອຍ ບໍ່ໄດ້ໃຊ້ຫຍັງຫຼາຍຂຶ້ນ 8 ແສນກີບ ແລ້ວນ່າ ກະບໍ່ຮູ້ ແບບວ່າ ມັນແຕ່ລະເດືອນເພີ່ມຂຶ້ນໆ ແຕ່ເຮົາ ບໍ່ໄດ້ໃຊ້ຫຍັງຫຼາຍ ປົກກະຕິ ເຮົາກະໃຊ້ປະມານ 3 ຫາ 4 ແສນກີບ ຫັ້ນນ່າ ແຕ່ເດຶອນ 4 ຫາເດຶອນ 6 ນີ້ ຂຶ້ນ 6 ແສນກີບ 7 ແສນກີບ 8 ແສນກີບ.”
ສ່ວນຊາວລາວ ອີກນາງນຶ່ງ ຜູ້ຊຶ່ງປະສົບ ບັນຫາຄ່າໄຟຟ້າແພງ ເໝືອນກັນ ກໍເວົ້າວ່າ ນັບສະເພາະ ຄ່າໄຟຟ້າເດືອນນີ້ ຢູ່ໃນຄອບຄົວ ຂອງຕົນ ມີລາຄາແພງ ຜິດປົກກະຕິ ທັງໆທີ່ ໃນຄອບຄົວ ພຍາຍາມ ປະຫຍັດ ການໃຊ້ໄຟຟ້າ ມາຕລອດ ແຕ່ຄ່າໄຟ ຍັງແພງຢູ່.
“ແຕ່ເດືອນ 3 ເດຶອນ 4 ຄ່າໃຊ້ໄຟຟ້າ ສູງສຸດ ມີແຕ່ 4 ແສນປາຍກີບ ເດືອນນີ້ 6 ແສນປາຍກີບ ອັນນີ້ ກະບໍ່ຮູ້ນ່າ ເພິ່ນປ່ຽນ ກົງເຕີ້ ມາໃຫ້ ຄ່າໄຟຟ້າເດືອນແລ້ວນີ້ 5 ແສນປາຍ ແຕ່ວ່າ ເປັນນຳເປີດແອຣ໌ ຫຼາຍບໍ ແລ້ວເລີຍຫຼຸດລົງ ບໍ່ເປີດແອຣ໌ເປີດຫຍັງ ຫັ້ນນ່າ ເດຶອນນີ້໋ ມັນຄືສູງຂຶ້ນຄືເກົ່າ ເລີຍງົງ.”
ຫຼ້າສຸດນີ້ ພາຍຫຼັງ ມີກະແສສັງຄົມ ຕັ້ງຂໍ້ສົງໄສ ກ່ຽວກັບ ການຄິດໄລ່ ຄ່າໄຟຟ້າ ໃນເດຶອນມິຖຸນາ ຜິດປົກກະຕິ ຣັຖວິສາຫະກິດ ໄຟຟ້າລາວ ຈຶ່ງໄດ້ເປີດ ຈຸດຮັບ ຄຳຮຽກຮ້ອງ ຂອງປະຊາຊົນ ກ່ຽວກັບ ການບໍຣິການໄຟຟ້າ ເປັນຕົ້ນ ການໄລ່ຄ່າໄຟ, ການຈົດເລກນັບໝໍ້ໄຟ ຮ່ວມທັງ ການອອກ ບິນຄ່າໄຟຟ້າ ໂດຍເຣີ່ມເປີດໂຕ໊ະ ຮັບຄຳເຫັນ ແຕ່ວັນທີ 28 ມິຖຸນາ ເປັນຕົ້ນໄປ ຢູ່ສຳນັກຝ່າຍລະບົບຈຳໜ່າຍ ຣັຖວິຫາສະຫະກິດ ໄຟຟ້າລາວ ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຣະຫວ່າງ ວັນຈັນຫາວັນສຸກ ເວລາ 8 ໂມງເຊົ້າຫາ 6 ໂມງແລງ, ຊຶ່ງກໍມີ ຊາວບ້ານ ຈຳນວນຫຼາຍ ເຂົ້າມາຮ້ອງຮຽນເຣື່ອງ ຄ່າໄຟຟ້າແພງ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຢູ່ສຳນັກງານດັ່ງກ່າວ ຜູ້ຂໍສງວນຊື່ ແລະ ສຽງກ່າວ.
ໃນຂນະດຽວກັນ ຊາວບ້ານ ຢູ່ແຂວງສວັນນະເຂດ ອີກທ່ານນຶ່ງ ຜູ້ທີ່ໄດ້ຮັບບິນໄຟຟ້າແພງ ກໍເອົາໃບບິນ ດັ່ງກ່າວໄປຍື່ນ ໃຫ້ຣັຖວິສະຫະກິດ ໄຟຟ້າລາວ ຜແນກ ແຂວງສວັນນະເຂດ ເພື່ອໄປກວດສອບ ແລະ ແກ້ໄຂ ດັ່ງເຈົ້າໜ້າທີ່ ໄຟຟ້າລາວ ສາຂາ ແຂວງສວັນນະເຂດກ່າວວ່າ:
“ເວົ້າເຣື່ອງ ຄ່າໄຟຟ້າແພງນີ້ບໍ ມີຈຳນວນນຶ່ງ ບໍ່ຫຼາຍປານໃດ ໄປແກ້ໄຂ ໄປອະທິບາຍລູກຄ້າ ໄປຊີ້ແຈງ ຮອດເຮືອນ ພຸ້ນແຫລະ.”
ກ່ຽວກັບເຣື່ອງນີ້ ໃນຕອນບ່າຍ ຂອງວັນທີ 28 ມິຖຸນານີ້ ທາງເຈົ້າໜ້າທີ່ ຣັຖວິສາຫະກິດ ໄຟຟ້າລາວ ພ້ອມທັງ ເຈົ້າໜ້າທີ່ ຈາກສູນບໍຣິການ ໄຟຟ້າ ສາຂາເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍໄດ້ຈັດ ພິທີຖແລງຂ່າວ ຕໍ່ສື່ມວນຊົນລາວ ເພຶ່ອຊີ້ແຈງ ກໍຣະນີ ຄ່າໄຟຟ້າ ແພງເກີນຄວາມຈິງ ຢູ່ ບ້ານຫ້ວຍນ້ຳເຢັນ ເມຶອງນາຊາຍທອງ ສູງເຖິງ 68 ລ້ານກີບ ແລະ ກໍຣະນີຢູ່ເມືອງ ໄຊທານີ ວ່າ ເປັນຍ້ອນຄວາມຜິດພາດ ຂອງພນັກງານ ຈຳນວນນຶ່ງ ດັ່ງທ່ານ ຄູນ ບົວແພງພັນ, ຮອງຜູ້ອຳນວຍການໃຫຍ່ ໄຟຟ້າລາວ, ກ່າວວ່າ:
“ກໍຣະນີ ເມືອງນາຊາຍທອງ ຫຼື ເມຶອງໄຊທານີ ທີ່ກຳລັງເກີດຂຶ້ນ ຊິບໍ່ຄືກັບ ກໍຣະນີ ຢູ່ໃນສັງຄົມ ພວກເຮົາ ກຳລັງສົນໃຈຢູ່ ອັນນີ້ ແມ່ນຄວາມຜິດພາດແທ້ ໃນກໍຣະນີວ່າ ເອົາໂຕເລກ ຂອງພນັກງານ ເຂົ້າເກີນ ຄວາມເປັນຈິງ ເພາະວ່າ ພນັກງານ ພວກເຮົາ ແທນທີ່ຈະເອົາ ໂຕເລກ ທີ່ມີຢູ່ໃນມີເຕີ້ ມາເຂົ້າໃສ່ຄັ້ງນີ້ ຢູ່ໃນລະບົບ ຜລິດບິນ ຫັ້ນວ່າ 500 ກິໂລວັດໂມງ ເມື່ອຈົດຜິດແລ້ວ ມັນເປັນ 60 ພັນກິໂລວັດໂມງ ເຮັດໃຫ້ມີ ເປັນເອີ້ນວ່າ ຄ່າໄຟຟ້າແພງ.”
ສຳລັບ ບັນຫາ ທີ່ຊາວບ້ານຫຼາຍຄົນ ປະນາມ ກ່ຽວກັບ ຄ່າໄຟຟ້າແພງນັ້ນ ທ່ານ ຄູນ ຊີ້ແຈງວ່າ ບັນຫາດັ່ງກ່າວ ບໍ່ແມ່ນ ເກີດຈາກ ຣັຖວິສາຫະກິດ ໄຟຟ້າລາວ ຂຶ້ນລາຄາເອງ ຕາມລຳພັງ ຍ້ອນມີ ກະຊວງການເງິນ ແລະ ກະຊວງພລັງງານແລະບໍ່ແຮ່ ເປັນຜູ້ຕິດຕາມ ກວດກາ ຢູ່ເລື້ອຍໆ, ຊຶ່ງບັນຫາ ໄຟຟ້າແພງ ອາດເກີິດ ຈາກຫຼາຍຄອບຄົວ ໃຊ້ໄຟຟ້າ ຫຼາຍຂຶ້ນໃນໄລຍະ ລ໊ອກດາວ ເຮັດໃຫ້ຄົນລາວ ຫຼາຍຄົນ ເຮັດວຽກ ຢູ່ບ້ານຮວມທັງ ບັນດາ ນັກຮຽນນັກສຶກສາ ກໍຮຽນໜັງສື ຜ່ານລະບົບ ອ໋ອນລາຍ ຢູ່ເຮືອນ ຈຶ່ງສົ່ງຜົລໃຫ້ມີ ການໃຊ້ໄຟຟ້າ ຫຼາຍຂຶ້ນ ແລະ ຄ່າໄຟຟ້າ ກໍຕ້ອງສູງຂຶ້ນເໝືອນກັນ.
ກ່ອນໜ້ານີ້ ຣັຖວິສາຫະກິດໄຟຟ້າລາວ ໄດ້ອອກແຈ້ງການ ໃຫ້ມີການຫຼຸດຄ່າໄຟຟ້າ 3% ທົ່ວປະເທດ ຕັ້ງແຕ່ ເດືອນພຶສພາ ຫາ ເດືອນກໍຣະກະດາ ປີນີ້ ເພື່ອເປັນ ການຜ່ອນຜົລກະທົບ ຂອງປະຊາຊົນ ຈາກການຣະບາດ ຂອງໂຄວິດບ19 ແຕ່ຊາວລາວຫຼາຍຄົນ ເວົ້າວ່າ ການຜ່ອນ 3% ດັ່ງກ່າວ ບໍ່ຊ່ອຍຫຍັງ ຕໍ່ປະຊາຊົນ.
