ທະນາບັດປອມໃນແຂງ ຫົວພັນ

0:00 / 0:00

ປັຈຈຸບັນ ມີເງິນປອມ ທີ່ໃຊ້ຈ່າຍ ຢູ່ແຂວງ ຫົວພັນ ຊຶ່ງ ທາງການ ກໍໄດ້ ແຈ້ງການ ເຕືອນໃຫ້ ພໍ່ຄ້າ ແມ່ຄ້າ ຫົວໜ່ວຍ ທຸຣະກິດ ແລະ ປະຊາຊົນ ທົ່ວໄປ ໃຫ້ຣະວັງ ເພື່ອບໍ່ໃຫ້ ຖືກຫລອກ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ໃນວັນທີ 3 ມີຖຸນາ 2014:

"ຕົວນີ້ມັນ ເປັນພຽງ ແຕ່ການ ແຈກຈ່າຍ ໃນທ້ອງຕລາດ ເທົ່ານັ້ນເດ໋ ກໍເຫັນມື້ລະ ເລັກມື້ ລະໜ້ອຍ ກໍຕາມ ເງື່ອນໄຂ ການຊື້ຂາຍ ໃນທ້ອງຕລາດ ເປັນບາງຄັ້ງ ບາງຄາວ ແຈ້ງການເຮົາ ກໍຕ້ອງການ ພຽງແຕ່ ໃຫ້ສັງຄົມ ມີສະຕິ ແລະ ກວດກາ ນໍາກັນ".

ທ່ານເວົ້າວ່າ ເງິນປອມ ທີ່ວ່າຣະບາດ ຢູ່ໃນແຂວງ ຫົວພັນນັ້ນ ມີຄົນພົບເຫັນ ໃນຊ່ວງ ເດືອນ ພຶສພາ ແລະ ທາງ ປກສ ກໍໄດ້ອອກ ແຈ້ງການ ໃຫ້ ປະຊາຊົນ ຣະມັດ ຣະວັງ ໃຫ້ເປັນຫູ ເປັນຕາ ໃນ ບັນຫາ ນີ້.

ຕາມຂໍ້ມູລ ຂອງ ປກສ ແຂວງ ຫົວພັນ ເງິນປອມ ທີ່ ພົບເຫັນນັ້ນ ມີທັງ ເງິນກີບ ໃບ 50 ພັນ ແລະ 1 ແສນ ກີບ. ເງິນດົງ ຂອງ ວຽດນາມ ໃບ 1 ແສນ ດົງ ແລະ ເງິນໃບ 1 ຮ້ອຍ ໂດລາ ຂອງ ສະຫະຣັດ. ທາງ ເຈົ້າໜ້າທີ່ ກໍກໍາລັງ ຕິດຕາມ ແລະ ເຊື່ອແນ່ວ່າ ຈະສາມາດ ຈັບຕົວມາ ລົງໂທດໄດ້ ຊຶ່ງ ໃນເບື້ອງຕົ້ນ ເຊື່ອວ່າ ຜູ້ກະທໍາ ດັ່ງກ່າວ ບໍ່ ແມ່ນ ຄົນລາວ.