ລັດຖະບານ ປະກາດທົ່ວປະເທດ ມີໜຶ່ງລ້ານຄອບຄົວ ພົ້ນທຸກ
2024.06.14
ໃນວາລະການດໍາເນີນກອງປະຊຸມ ສະໄໝສາມັນເທື່ຶຶອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 12 ມິຖຸນາ 2024 ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ ນັັບແຕ່ປີ 2021-2023 ວ່າ ທົ່ວປະເທດມີຄອບຄົວພົ້ນທຸກ 1,026,083 ຄອບຄົວ ກວມເອົາ 83%, ຄອບຄົວບໍ່ພົ້ນທຸກຍັງເຫຼືອ 208,231 ຄອບຄົວກວມເອົາ 16.87% ຂອງຈຳນວນຄອບຄົວທັງໝົດ.
ຕໍ່ກັບບົດລາຍງານດັ່ງກ່າວ ເຈົ້າໜ້າທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 14 ມິຖຸນາ ວ່າ ສະເພາະແຂວງວຽງຈັນ ສາມາດລົບລ້າງບ້ານທຸກຍາກ ໄດ້ເກືອບທັງໝົດແລ້ວໂດຍຄອບຄົວພົ້ນທຸກ ກວມເອົາ 95.28% ເທົ່າກັບ 75,094 ຄອບຄົວ ຂອງຈຳນວນຄອບຄົວ ທັງໝົດ. ແຕ່ປະຈຸບັນ ແຂວງວຽງຈັນກໍ່ຍັງເຫຼືອ ຄອບຄົວທຸກຍາກ ປະມານ 3,720 ຄອບຄົວ ກວມເອົາ 4.72%.
“ມັນກໍ່ຫຼາຍປັດໃຈອັນນ່າ ໃນມາດຕະຖານຄອບຄົວຍັງທຸກຫັ້ນນ່າ ມັນບໍ່ບັນລຸໜຶ່ງຫຼັັກໆ ກໍ່ແມ່ນຖິ່ນຖານຫັ້ນແຫຼະ ເຮືອນຢູ່ຖືວ່າແໜ້ນໜາຖາວອນ ຖືວ່າສາມາດຢູ່ໄດ້ 10-20 ປີ. ຄອບຄົວຍັງທຸກຫັ້ນນ່າ ມັນເປັນເຮືອນຫຍ້າເຮືອນກະທ້ອມ ເຈົ້າທຸກໝົດນ່າເຈົ້າຂາດມາດຕະຖານໃດ ມາດຕະຖານໜຶ່ງ ຍົກຕົວຢ່າງຈັ່ງຊິນ່າຫຼັກໆ ແມ່ນອັນນ່າເນື້ອທີ່ທຳການຜະລິດ ຂອງເຂົາເຈົ້າຫັ້ນແຫຼະມັນມີຈຳກັດ ເພິ່ນກໍ່ອັນນ່າເລັ່ງອັນນ່າຊິແກ້ໄຂ ເພິ່ນວ່າດຽວນີ້ຍັງຄາຢູ່ບ້ານໃດ, ເມືອງໃດ. ບ້ານໃດຫັ້ນນ່າ ເພິ່ນຈະມອບໃຫ້ອຳນາດການປົກຄອງ ເປັນຜູ້ແກ້ຊ່ວຍ.”
ປະຊາຊົນແຂວງວຽງຈັນ ກ່າວວ່າຕໍ່ບັນຫານີ້ວ່າພາກສ່ວນທີ່ກ່ຽວຂ້ອງ ບໍ່ມີດິນເພື່ອໃຫ້ຄອບຄົວທຸກຍາກ ສ້າງເສດຖະກິດ ແລະ ຄໍ້າປະກັນສະບຽງອາຫານຈຶ່ງເຮັດໃຫ້ພວກເຂົາເຈົ້າ ບໍ່ມີດິນທຳກິນ ຈຶ່ງບໍ່ບັນລຸມາດຕະຖານຄອບຄົວພົ້ນທຸກ. ໃນສ່ວນຂອງທາງແຂວງພັດຍັງລາຍງານວ່າ ແຂວງວຽງຈັນພົ້ນທຸກ ແລ້ວແຕ່ຄວາມຈິງແລ້ວ ຍັງທຸກຍາກເຊິ່ງເຫັນໄດ້ຈາກ ມີໂຄງການຈາກອົງກອນສາກົນ ເຂົ້າມາຊ່ອຍເຫຼືອຢູ່ເລື້ອຍໆ.
“ເຂົາເຈົ້າບໍ່ມີໄຮ່ບໍ່ມີນາ ເພິ່ນມີດິນຈັດສັນໃຫ້ບໍ່ໄຮ່ນາຕາກ້າ ສົມມຸດວ່າ ຄັນເພິ່ນບໍ່ໃຫ້ເຮົາລ້າໆ ຮູ້ແລ້ວເຂົາເຈົ້າທຸກຍາກ ເຂົາເຈົ້າຊິເອົາເງິນໃດໄປຊື້ຫັ້ນນ່າ ແຕ່ວ່າຜ່ານມາເພິ່ນເວົ້າເອົາງາມເອົາງາມວ່າ ບ້ານເຮົາບໍ່ມີແລ້ວຄວາມທຸກຍາກ ແຕ່ວ່າເບິ່ງເຫັນໆ ຍັງມີຢູ່ຄັນຊິເວົ້າມັນກໍ່ຢາກວ່າ ທຸກບ້ານຫັ້ນແຫຼະ ມີທຸກບ້ານແຕ່ລະບ້ານນີ້ ບໍ່ມີແລ້ວຄົນທຸກຍາກຄັນວ່າ ມີໂຄງການຊ່ວຍເຫຼືອຄົນທຸກຍາກເດີ້ ມີລາຍຊື່ແນ ຄັນວ່າໝົດລະແລ້ວການຈັດຕັ້ງ ຄັນຊິເວົ້າແລ້ວ ທຸກຍາກກໍ່ຍ້ອນເຂົາເຈົ້າບໍ່ພໍໃຈ.”
ຄອບຄົວພົ້ນທຸກ ບ້ານໜອງແປນໃຕ້ ເມືອງຫາດຊາຍຟອງ ກ່າວວ່າພາຍໃນບ້ານໜອງແປນໃຕ້ ມີຄອບຄົວທຸກຍາກພຽງ 7-8 ຄອບຄົວນອກນັ້ນເປັນຄອບຄົວພົ້ນທຸກ ຍ້ອນສະມາຊິກພາຍໃນຄອບຄົວ ໄດ້ຮັບການສຶກສາ ຈົບລະດັບມັດທະຍົມຕົ້ນ ມັດທະຍົມປາຍ, ສະມາຊິກພາຍໃນຄອບຄົວ ເຂົ້າເຖິງບໍລິການ ສາທາລະນະ ຂັ້ນພື້ນຖານ, ສະມາຊິກພາຍໃນຄອບຄົວ ມີວຽກເຮັດງານທຳມີລາຍຮັບ ໝັ້ນຄົງ ແລະ ທີ່ຢູ່ອາໃສແໜ້ນໜາ ປອດໄພ ເຊິ່ງທັງໝົດນີ້ແມ່ນເຂົ້າເງື່ອນໄຂ ຂອງບ້ານພົ້ນທຸກ.
“ມີແຫຼ່ງທີ່ຢູ່ອາໃສເນາະ ມີວຽກເຮັດງານທໍາ ມີລາຍຮັບ ສ່ວນຫຼາຍນະຄອນຫຼວງ ເຮົາກໍ່ຖືວ່າຫຼຸດພົ້ນຫັ້ນແຫຼະ. ເວົ້າເລື່ອງລະດັບການສຶກສາເນາະ ບໍ່ມີຄົນທີ່ວ່າບໍ່ເຂົ້າເຖິງການສຶກສາ ວ່າຊັ້ນສະ ຢ່າງຂີ້ຮ້າຍກໍ່ຈົບມັດທະຍົມຕົ້ນ, ມັດທະຍົມປາຍຈັ່ງຊິເດ້. ເຮົາກໍ່ບໍ່ໄດ້ຢູ່ໄກຈາກໂຮງໝໍເມືອງ ປານໃດ ກໍ່ປະມານ 8 ກິໂລແມັດ ຮອດໂຮງໝໍເມືອງ ແລ້ວມັນກໍ່ມີຄລີນິກໃກ້ບ້ານ ປະມານ 2 ກິໂລແມັດ ກໍ່ມີຄລີນິກ.”
ຄອບຄົວພົ້ນທຸກບ້ານໜອງ ແປນໃຕ້ກ່າວຕື່ມວ່າ ສະມາຊິກພາຍໃນຄອບຄົວ ຍັງສາມາດຊົມໃຊ້ ນໍ້າສະອາດ ແລະ ພະລັງງານໄຟຟ້າ ໄດ້ຢ່າງໝັ້ນຄົງເຊິ່ງກໍ່ເປັນປັດໄຈໜຶ່ງ ທີ່ເຮັດໃຫ້ຄອບຄົວພົ້ນທຸກ.“ເລື່ອງນໍ້າເລື່ອງໄຟນີ້ກໍ່ຖືວ່າທົ່ວເຖິງຫັ້ນແຫຼະ ຜູ້ມີໜ້ອຍກໍ່ຖືວ່າໃຊ້ໜ້ອຍເນາະ ແຫຼ່ງນໍ້າສະອາດນີ້ກໍ່ຖືວ່າໃຊ້ນໍ້າສ້າງ ໃຊ້ນໍ້າບາດານ ແລ້ວກໍ່ມີນໍ້າປະປາແຕ່ວ່າ ນໍ້າປະປາບ້ານເຮົາ ມັນບໍ່ສະດວກດອກ ມັນເປັນບ້ານໂນນ ສ່ວນວ່າໄຟຟ້າຫັ້ນມັນກໍ່ທົ່ວເຖິງກັນໝົດຫັ້ນແຫຼະ ຖືວ່າໄດ້ລົງໄຟກົງເຕີ້ ຖ້າຜູ້ໃດບໍ່ມີຄວາມສາມາດລົງກົງເຕີ້ ກໍ່ແມ່ນໄດ້ດຶງຈາກພີ່ນ້ອງ ໄປນໍາໃຊ້ແຫຼ່ງນໍ້າກິນແທ້ ກໍ່ກິນນໍ້າດື່ມບໍລິສຸດຫັ້ນແຫຼະ ຊື້ເອົາແຫຼະນໍ້າດື່ມ ມັນມີໂຮງງານນໍ້າດື່ມແລ້ວເດ້.”
ຄອບຄົວບໍ່ພົ້ນທຸກ ບ້ານປ່າໄລ່ ເມືອງເຊໂປນ ແຂວງສະຫວັນນະເຂດ ກ່າວວ່າ ທີ່ຄອບຄົວຕົນເອງ ແລະ ອີກຫຼາຍຄອບຄົວ ບໍ່ພົ້ນທຸກກໍ່ຍ້ອນວ່າ ສ່ວນຫຼາຍບໍ່ມີເນື້ອທີ່ເຮັດການຜະລິດ ເປັນຂອງຕົນເອງ ແລະ ພາຍໃນເມືອງບໍ່ມີໂຮງຈັກ ໂຮງງານ ເພື່ອໃຫ້ເຂົາເຈົ້າເຂົ້າໄປເຮັດວຽກ ຍ້ອນເຫດນີ້ ຈຶ່ງບໍ່ມີອາຊີບ, ບໍ່ມີລາຍຮັບທີ່ໝັ້ນຄົງ ຕໍ່ເດືອນບໍ່ກຸ້ມກິນ, ບໍ່ມີຊັບສິນ ແລະ ເຄື່ອງໃຊ້ຕ່າງໆ ທີ່ຈຳເປັນສຳລັບການດຳລົງຊີວິດ, ຍາມເຈັບປ່ວຍ ບໍ່ມີເງິນໄປໂຮງໝໍ, ບໍ່ມີເງິນຊື້ເຄື່ອງນຸ່ງຮົ່ມ.
“ມັນບໍ່ມີໄຮ່ມີນາດອກພູດອຍນີ້ ເຮັດສວນສວນເຄື່ອນທີ່ຫັ້ນແຫຼະ ໂຮງຈັກໂຮງງານ ບ່ອນຊິເຮັດວຽກ ກໍ່ບໍ່ມີວ່າຊັ້ນສາຫາກິນ ອາໄສທຳມະຊາດຄືເກົ່າ ເປັນປ່າທືບຈັ່ງຊິນ່າກໍ່ເຮັດຫຍັງ ກໍ່ບໍ່ໄດ້ເຂດຫວງຫ້າມ ສົມມຸດມີປ່າໃຫຍ່, ເຄື່ອງໃຊ້ຈຳເປັນມັນກໍ່ແບບລັກສະນະວ່າ ເງິນໃຊ້ເນາະ ຕະຫຼອດເດືອນຫັ້ນນ່າ ກຸ້ມເດືອນ ກຸ້ມກິນວ່າຊັ້ນສາ ມີເງິນຊື້ຢາວ່າຊິເນາະ ຢາສັກ ຢາກິນເປັນໄຂ້ມີເງິນໄປໂຮງໝໍໄດ້ ຫຼືວ່າມີເຄື່ອງນຸ່ງຮົ່ມ ມີເງິນຊື້ເຂົ້າກິນເງື່ອນໄຂນີ້ ຄວາມໝາຍມັນເປັນແນວນີ້. ຄວາມໝາຍກໍ່ວ່າ ບໍ່ມີວຽກເຮັດງານທຳຫັ້ນແຫຼະ ກໍ່ບໍ່ມີລາຍໄດ້ເນາະ ຄັນບໍ່ມີລາຍໄດ້ເວລາເຈັບເປັນ ມາກໍ່ບໍ່ມີເງິນໄປໂຮງໝໍ ບໍ່ມີເງິນໄປສຸກສາລາ ຄັນວ່າລະດູໜາວມາ ກໍ່ບໍ່ມີເງິນຊື້ຜ້າຫົ່ມວ່າຊັ້ນສາ ບໍ່ມີເງິນຊື້ເຄື່ອງນຸ່ງ ກໍຢູ່ໃນເງື່ອນໄຂທີ່ວ່າ ບໍ່ພົ້ນທຸກ.”
ຄອບຄົວຈາກບ້ານປ່າໄລ່ ເມືອງເຊໂປນ ແຂວງສະຫວັນນະເຂດ ກ່າວຕື່ມວ່າ ຕາມການນຳນົດເງື່ອນໄຂພົ້ນທຸກຕ້ອງມີເຮືອນອາໄສ ແໜ້ນໜາປອດໄພ, ແຕ່ເຂດພວກເຮົາຢູ່ ສ່ວນຫຼາຍຈະເປັນພຽງເຮືອນຕູບ ບາງຫຼັງບໍ່ມີຝາ, ການເຂົ້າເຖິງນໍ້າສະອາດ ກໍ່ຍາກຍ້ອນຍັງໃຊ້ນໍ້າຈາກທຳມະຊາດ ຈາກນໍ້າຫ້ວຍ, ນໍ້າຄອງ ເຊິ່ງບາງຫ້ວຍ ນໍ້າກໍ່ຖືກໂຄງການ ພັດທະນາປ່ອຍນໍ້າເປື້ອນລົງໃສ່ ບໍ່ສາມາດນໍ້າໃຊ້ໄດ້, ສະມາຊິກພາຍໃນຄອບຄົວ ບໍ່ໄດ້ຮັບການສຶກສາ ໃນລະດັບມັດທະຍົມ ສ່ວນຫຼາຍຈົບແຕ່ຊັ້ນປະຖົມ.
“ບ້ານເຮືອນທີ່ຢູ່ອາໄສເຂົາເຈົ້າ ກໍ່ຍັງບໍ່ທັນໄດ້ແໜ້ນໜາຖາວອນ ຍັງເປັນເຮືອນເປັນຕູບໄມ້ເຮັ້ຍ ໄມ້ຫຍັງໄປ ຝາເຮືອນບາງເທື່ອ ມັນກໍ່ບາງຫຼັງ ມັນກໍ່ມີ ບາງຫຼັງກໍ່ມີເຄິ່ງໜຶ່ງຈັ່ງຊີ້ນ່າ. ນໍ້າໄຟນີ້ແຮງຍັງ ບໍ່ທັນເວົ້າເຖິງວ່າຊັ້ນສາເນາະ ນໍ້າກໍ່ໃຊ້ສ່ວນຫຼາຍກໍ່ໃຊ້ນໍ້າຈາກທຳມະຊາດ ຫັ້ນແຫຼະ. ນໍ້າຫ້ວຍ, ນໍ້າຄອງ ຄືດຽວນີ້ໂຮງງານຈັກໂຮງງານ ມັນກໍ່ມີເນາະການຂ້າຫຍ້າ ຂ້າຫຍັງຫັ້ນເດ້. ເຂົາເຈົ້າປູກຢາງພາລາ ມັນກໍ່ໄຫຼລົງໄປໃສ່ນໍ້າເປື້ອນ ບາງບ່ອນມັນກໍ່ໃຊ້ບໍ່ໄດ້, ເດັກເລັກ ເດັກນ້ອຍ ບໍ່ໄດ້ຮໍ່າ ບໍ່ໄດ້ຮຽນ ແຕ່ກໍ່ຂາຄູບໍ່ມີໂຮງຮຽນຫຼາຍໝົດບ້ານ ຍັງບໍ່ມີຄົນຮຽນໜັງສື ກໍ່ມີເດ້ ນາຍບ້ານກໍ່ຈົບ ປ.2, ປ.3 ບາງເທື່ອ.”
ຕາມບົດລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ມີບາງຕອນລະບຸຕື່ມວ່າ. ບ້ານພົ້ນທຸກມີ 5,855 ບ້ານ ກວມເອົາ 69.69%, ບ້ານບໍ່ພົ້ນທຸກຍັງເຫຼືອ 2,547 ບ້ານກວມເອົາ 30.31% ຂອງຈຳນວນບ້ານ ໃນຂອບເຂດທົ່ວປະເທດ. ສຳລັບເມືອງພົ້ນທຸກມີ 71 ເມືອງກວມເອົາ 48%, ເມືອງບໍ່ພົ້ນທຸກຍັງເຫຼືອ 77 ເມືອງກວມເອົາ 52% ຂອງຈໍານວນເມືອງ ທັງໝົດໃນທົ່ວປະເທດ. ຄອບຄົວພັດທະນາ ມີ 841,454 ຄອບຄົວ ກວມເອົາ 68.17% ຂອງຈໍານວນ ຄອບຄົວທັງໝົດ. ບ້ານພັດທະນາ ມີ 2,828 ບ້ານກວມເອົາ 33.66% ຂອງຈໍານວນບ້ານທັງໝົດ, ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດມີ 31 ຈຸດ ແລະ ມີເມືອງເຂັ້ມແຂງ ຮອບດ້ານມີ 9 ເມືອງກວມເອົາ 6.08% ຂອງຈຳນວນເມືອງ ທົ່ວປະເທດ.
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວຕອນທ້າຍວ່າ ໃນໄລຍະຜ່ານມາ ລັດຖະບານຈັດສັນງົບປະມານ ເຂົ້າໃສ່ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໃນແຕ່ລະປີຢ່າງຕໍ່ເນື່ອງ. ໃນນີ້ງົບປະມານ ລົງທຶນຂອງລັດປີ 2021, ມີຈຳນວນ 122 ຕື້ກີບ, ປີ 2022, ມີຈໍານວນ 136 ຕື້ກີບ, ປິ 2023, ມີຈໍານວນ 178 ຕື້ກີບ, ການປ່ອຍສິນເຊື່ອ ທະນາຄານນະໂຍບາຍ ໃຫ້ 1,345 ບ້ານ.
ສໍາລັບມາດຕະຖານ ຄອບຄົວພົ້ນທຸກ ອີງຕາມດໍາລັດເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ກໍານົດ ໃນມາດຕາ 4 ວ່າດ້ວຍມາດຕະຖານ ຄອບຄົວພົ້ນທຸກ ປະກອບມີເງື່ອນໄຂດັ່ງເຊັ່ນ ມີທີ່ອາໄສແໜ້ນໜາປອດໄພ, ມີຊັບສິນ ແລະ ເຄື່ອງໃຊ້ຕ່າງໆ ທີ່ຈຳເປັນສຳລັບການດຳລົງຊີວິດ ແລະ ທຳມາຫາກິນ, ມີແຮງງານ ແລະ ມີອາຊີບ ຫຼື ແຫຼ່ງລາຍຮັບທີ່ໝັ້ນຄົງ, ສະມາຊິກໃນຄອບຄົວ ໃນເກນອາຍຸໄດ້ຮັບການສຶກສາ ໃນລະດັບມັດທະຍົມຕົ້ນ, ຊົມໃຊ້ນໍ້າສະອາດ ແລະ ພະລັງງານໝັ້ນຄົງ ແລະ ເຂົ້າເຖິງການບໍລິການສາທາລະນະ ຂັ້ນພື້ນຖານ.