FAO ຊ່ອຍເຫຼືອການກະເສດ ຂອງລາວ

ມະນີຈັນ
2014.07.29
F-FAO ອົງການ ອາຫານໂລກ ເປັນພາກສ່ວນນື່ງ ຂອງສະຫະ ປະຊາຊາຕ ເພື່ອຊ່ວຍເຫຼືອ ປະຊາຊົນ ໃນປະເທດ ກໍາລັງພັທນາ ທີ່ລໍາບາກ ຂາດແຄນ ໃຫ້ຮູ້ຈັກ ວິທີປູກຝັງ ເພື່ອລ້ຽງ ຄອບຄົວ ແລະ ໃຫ້ຮູ້ຈັກ ສະສົມອາຫານ ປ້ອງກັນ ການຂາດແຄນ ໃນລະຍະຍາວ.
FAO

 

ອົງການ ອາຫານ ແລະ ການກະເສດ FAO ໃຫ້ການ ຊ່ອຍເຫລືອ ການກະເສດ ຂອງລາວ ໃນ ໂຄງການ ມູລຄ່າ ເກືອບ 23 ລ້ານ ໂດລາ ສະຫະຣັດ ເພື່ອສົ່ງເສີມ ການຕິດຕາມ ການວິຈັຍ ການ ຕິດຕໍ່ ສື່ສານ ແລະ ການໃຊ້ ຂໍ້ມູລ ທາງດ້ານ ການກະເສດ ອຸຕຸນິຍົມ ວິທຍາ ແລະ ຂໍ້ມູນ ຂ່າວສານ ສໍາລັບ ການ ຕັດສິນໃຈ ເຣື່ອງ ກະສິກັມ ແລະ ການ ຮັບປະກັນ ດ້ານ ອາຫານ ໃນຣະດັບ ປະເທດ ແລະຣະດັບ ແຂວງ.

ພ້ອມດຽວກັນ ກໍເພື່ອ ປັບປຸງ ເຣື່ອງ ການຕິດຕາມ ແລະ ການ ວິຈັຍ ຣະບົບ ການຜລິດ ກະສິກັມ ໂດຍເສີມ ຂຍາຍ ຣະບົບ ຂໍ້ມູລ ຂ່າວ ສານ ແລະ ຣະບົບ ການຄຸ້ມຄອງ ແຫລ່ງ ຊັພຍາກອນ ທີ່ດິນ ແລະເຂດ ກະສິກັມ ນິເວດ ວິທຍາ ເພື່ອ ສນັບສນູນ ນະໂຍບາຍ ດ້ານ ການກະເສດ ແລະ ການປັບປ່ຽນ ໃຫ້ເໝາະ ກັບ ສະພາບການ ປ່ຽນແປງ ຂອງ ດິນຟ້າ ອາກາດ ສໍາລັບ ເຮັດ ການກະເສດ.

FAO ໃຫ້ການ ຊ່ອຍເຫລືອ ລ້າ ທີ່ຈະໃຊ້ ເຂົ້າໃນ ໂຄງການນັ້ນ ມີຈໍານວນ ເກືອບ ເຄິ່ງນຶ່ງ ຂອງ ມູລຄ່າ ທັງໝົດ ຂອງ ໂຄງການ. ສ່ວນທີ່ເຫລືອ ກໍຈະເປັນ ການຮ່ວມທຶນ ກັນ ທີ່ ມີຈໍານວນ ປະມານ 10 ກວ່າ ລ້ານ ໂດລາ.

ໂຄງການນີ້ ຈະແມ່ນ ກະຊວງ ແຫລ່ງ ຊັພຍາກອນ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ວິທຍາ ແລະ ອຸທົກກະສາຕ ກະຊວງ ກະສິກັມ ແລະ ປ່າໄມ້ ກົມແຜນການ ແລະ ການຮ່ວມມື ເປັນຜູ້ ດໍາເນີນການ ແລະ ຈະ ສໍາເຣັດ ໃນວັນທີ 31 ມົກກະຣາ 2018.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.