ການປູກເຂົ້າຣະບົບໃໝ່

0:00 / 0:00

ການປູກເຂົ້າ ດ້ວຍກ້າ ຕົ້ນດຽວ ຍັງບໍ່ໄດ້ ຮັບຜົນ ສຳເຣັດ ພໍເທົ່າໃດ ຢູ່່ລາວ.

ຕົວຢ່າງ ຢູ່ແຂວງ ໄຊຍະບຸຣີ ຊາວນາ ຫລາຍຄົນ ກັບໄປ ປູກເຂົ້າ ແບບຫລາຍຕົ້ນ ຄືເກົ່າ ແລະ ກໍຫັນໄປໃຊ້ ປຸຍເຄມີ ຄືເກົ່າ ເພາະພວກເຂົາ ເວົ້າວ່າ ແບບເກົ່າ ໄດ້ຜົນຜລິດ ຫລາຍກວ່າ. ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ໄຊຍະບຸຣີ ທ່ານນຶ່ງ ເວົ້າ ກ່ຽວກັບ ເຣື່ອງນີ້ ຕື່ມວ່າ:

“ປັດຈຸບັນ ເພິ່ນກໍບໍ່ຍັງ ຫລາຍປານໃດ ແລ້ວນະ ປູກເຂົ້າ ແບບນີ້ເນາະ ຂະເຈົ້າ ກໍຫັນມາ ໃຊ້ປຸຍ ໃຊ້ຫຍັງ ຜົນຜລິດ ມັນຈະໄດ້ ນ້ອຍກວ່າ ເຮົາໃສ່ປຸຍ ຫັ່ນນະ ຖືວ່າປະສົບ ຜົນກະແມ່ນ ບໍ່ປະສົບຜົນ ກະແມ່ນ ແຕ່ວ່າ ດຽວນີ້ ຂະເຈົ້າ ກໍຫັນໄປຫາ ທາງເສຖກິດ ຫລາຍຫັ່ນນະ.”

ຊາວນາ ທີ່ ແຂວງ ໄຊຍະບຸຣີ ເວົ້າວ່າ ການປູກເຂົ້າ ດ້ວຍກ້າ ຕົ້ນດຽວ ຊຶ່ງ ເປັນວິທີໃໝ່ ທັນສມັຍ ແລະ ໂດຍບໍ່ໃຊ້ ປຸຍ ວິທຍາສາດ ນັ້ນ ຈະຜລິດເຂົ້າ ໄດ້ພຽງແຕ່ 5 ຕັນ ຕໍ່ນຶ່ງເຮັກຕາຣ໌; ແຕ່ ການປູກ ດ້ວຍວິທີເກົ່າ ໄດ້ຜົນເຖິງ 5 ຕັນ ຕໍ່ນຶ່ງເຮັກຕາຣ໌. ແຕ່ ນັກຊ່ຽວຊານ ກ່ຽວກັບ ການປູກເຂົ້າ ວິທີໃໝ່ ເວົ້າວ່າ ຖ້າຫາກຊາວນາ ເອົາໃຈໃສ່ ບົວຣະບັດ ຮັກສາດີ ການປູກ ວິທີໃໝ່ ຈະໄດ້ ຜົນເຖິງ 6 ຕັນ ຕໍ່ນຶ່ງເຮັກຕາຣ໌ ຫລາຍກວ່າ ວິທີ່ເກົ່າ ເຖິງນຶ່ງຕັນ.

ນັກຊ່ຽວຊານ ສຶກສາຮູ້ວ່າ ປັດຈຸບັນ ຊາວນາລາວ ມັກປູກເຂົ້າ ດ້ວຍວິທີ ໃຊ້ປຸຍ ວິທຍາສາດ ຫລາຍເກີນໄປ. ການປູກ ແບບນີ້ ໄດ້ຜົນຜລິດ ຫລາຍຢູ່ ແຕ່ເປັນການ ທຳຣາຍດິນ ແລະ ປູປາ ນານ້ຳ; ດົນໄປ ດິນຈະເສັຍ ຄຸນນະພາບ ແລະ ຊາວນາ ກໍຈະຈຳເປັນຕ້ອງ ໃຊ້ປຸຍ ເຄມີ ຫລາຍຂຶ້ນ ເລື້ອຍໆ. ປັດຈຸບັນ ການປູກເຂົ້າ ດ້ວຍວິທີໃຊ້ ຕົ້ນກ້າ ຕົ້ນດຽວ ມີແຕ່ຢູ່ ແຂວງ ໄຊຍະບຸຣີ ແລະ ຫລວງພຣະບາງ ພາຍໃຕ້ ໂຄງການ ການຊ່ວຍເຫລືອ ຂອງ ຍີ່ປຸ່ນ.