ມ.ໂຂງ ຫາປາຍາກຍ້ອນ ເຂື່ອນ

ໄຊຍາ
2018.04.25
F-Donsahong ການກໍ່ສ້າງ ເຂື່ອນ ດອນສະໂຮງ ເມືອງໂຂງ ແຂວງຈໍາປາສັກ
RFA/TP

ຝຸງໝູ່ປານໍ້າຂອງ ໃນເຂດເມືອງໂຂງ ແຂວງຈຳປາສັກ ບໍຣິເວນ ຊາຍແດນລາວ ກັມພູຊາ ໄດ້ຫລຸດລົງຫລາຍ ຫລັງຈາກ ມີການກໍ່ສ້າງ ເຂື່ອນ ດອນສະໂຮງ ເຂດກໍ່ສ້າງໄດ້ປີດທາງນໍ້າ ທີ່ປາຜ່ານຂື້ນໄປວາງໄຂ່ ແລະ ອົພຍົບ.

ການຫລຸດລົງຂອງຈຳນວນປາ ອຳນາດການປົກຄອງບ້ານເວົ້າວ່າ ມັນກະທົບຕໍ່ຣາຍຮັບ ຂອງປະຊາຊົນ ທີ່ອາສັຍຢູ່ເຂດອ້ອມແອ້ມເຂື່ອນ. ດັ່ງເຈົ້າໜ້າທີ່ປະມົງ ບ້ານຫາງສະດຳ ເມືອງໂຂງ ແຂວງຈຳປາວັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 25 ເມສາ ນີ້ວ່າ:

"ຜ່ານມາເບື້ອງຕົ້ນມານີ້ປານໍ້າຂອງ ມັນຊິຫລາຍ ປັດຈຸບັນມັນມີໜ້ອຍ ຍົກຕົວຢ່າງຄືສໄມນັ້ນ ປາຮ້ອຍເປີເຊັນ ຍົກຕົວຢ່າງ ມາດຽວນີ້ຍັງ ຕັ້ງແຕ່ 30 ເປີເຊັນ ຖືວ່າມັນຫລຸດເກີນຂອບເຂດ ຫລຸດມານີ້ 5 ປີ ຜ່ານມານີ້ ຫລຸດມາເລື້ອຍໆ ຕໍ່ມາເລີຍ ແລ້ວປີນີ້ ແຮງຮ້າຍກວ່າແຕ່ກີ້ ເຮົານີ້ໄປຕັກເວລາມັນຂຶ້ນນີ້ ເຮົາກໍ່ສິໄດ້ແລ້ວ ຄອບຄົວນຶ່ງປະມານ ສະເລັ່ຽເປັນເງິນ ຄູ່ມື້ນີ້ກາສິໄດ້ຕໍ່າສຸດ 5 ລ້ານ ກີບຫາ 6 ລ້ານກີບ ແຕ່ດຽວນີ້ສິເອົາ ຊໍ່າກິນກໍ່ຍັງຍາກ."

ສຳລັບຜູ້ທີ່ຖືກຜົນກະທົບ ມີທັງໝົດ 398 ຫລັງຄາເຮືອນ ໃນ 3 ບ້ານ ຄືບ້ານຫາງຄອນ, ບ້ານຫົວຄອນ ແລະບ້ານຫາງສະດຳ. ເມື່ອກ່ອນ ປະຊາຊົນເຄີຍຫາປາໄດ້ມື້ລະ 30 - 50 ກິໂລ ພາຍຫຫຼັງປີ 2015 ກໍຫຼຸດລົງຈາກທີ່ເຄີຍຫາປາ ມາຂາຍໄດ້ຢ່າງຕໍ່າ 6 ລ້ານກີບ ແຕ່ດຽວນີ້ ລ້ານດຽວກໍ່ຍາກ.

ຕລາດນາກະສັງ ເຂດບ້ານຫາງສະດຳ ເປັນຕລາດສົ່ງປາອອກທີ່ໃຫຍ່ທີ່ສຸດ ແລະມີປານໍ້າຂອງຫລາຍທີ່ສຸດ ໃນປະເທດລາວ ຊາວຄ້າຂາຍ ໃນຕລາດ ກ່າວວ່າປັດຈຸບັນ ປາໃນລາວ ແລະກັມພູຊາ ກໍ່ຍັງມີຂາຍຢູ່ຕລາດ ແຕ່ກໍ່ຫລຸດລົງໄປຫຼາຍ:

"ໂອຍແຕ່ກີ້ແຫລະເນາະ ຫລາຍ ຕະກີ້ນະຫລາຍ ແຕ່ປະມານບໍ່ເວົ້າໄປໄກ ເອົາຊໍ່າລະຍະສັ້ນໆ ປະມານ 5 ປີ ຜ່ານມານີ້ ຍັງຫລາຍຢູ່ປາ ແຕ່ຊ່ວງນີ້ມາກໍຫາກມີຢູ່ ແຕ່ວ່າມັນບໍ່ຫລາຍຄືແຕ່ກີ້ ແລ້ວ."

ປັດຈຸບັນ ໂຄງການເຂື່ອນ ດອນສະໂຮງ ຫລືເຂດຜລິດໄຟຟ້າແຫ່ງ ທີ 2 ຂອງແມ່ນໍ້າຂອງມີຄວາມຄືບໜ້າແລ້ວກວ່າ 60% ແລ້ວ ຕອນນີ້ ຢູ່ໃນໄລຍະ ກໍ່ສ້າງປະຕູແຂື່ອນ ແລະຂຸດເຈາະຊ່ອງນໍ້າຮູສະໂຮງ ໃຫ້ກວ້າງອອກ ໃນຂນະທີ່ຜູ້ຖືກຜົນກະທົບ ຕ້ອງຍ້າຍມີທັງໝົດ 22 ຫຼັງຄາ ເຮືອນ ໄປຢູ່ບ້ານຈັດສັນ ເຂື່ອນດອນສະໂຮງ ສຳເຣັດແລ້ວເມື່ອ 2 ປີກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.