ແຕ່ເດືອນມົກກະຣາ ຫາ ເດືອນ ມີນາ 2022 ຣັຖວິສາຫະກິຈ ໄຟຟ້າລາວ ໄດ້ປະຕິບັດວິໄນພະນັກງານໄຟຟ້າ ດ້ວຍການປົດ ຫຼື ໄລ່ອອອກຈາກວຽກ 5 ຄົນ ຍ້ອນລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟຟ້າ ໃນນັ້ນ ຢູ່ນຄອນຫລຽງວຽງຈັນ 2 ຄົນ ແລະ 3 ຄົນ ຢູ່ຕ່າງແຂວງ.
ທັງໝົດ 5 ຄົນ ທີ່ຖືກໄລ່ອອກນັ້ນ ເຄີຍເຮັດຜິດມາຫຼາຍເທື່ອ ສະນັ້ນ ຣັຖວິສາຫະກິຈໄຟຟ້າລາວ ຈຶ່ງບໍ່ຕັກເຕືອນອີກ ແລະ ບໍ່ໃຫ້ໂອກາດແກ້ໂຕ ແລະ ນອກຈາກນີ້ ຜູ້ກະທຳຜິດຍັງຖືກປັບໃໝ ແລະ ໃຫ້ຊົດໃຊ້ຄ່າເສັຽຫາຍຄືນ.
ເຈົ້າໜ້າທີ່ຣັຖວິສາຫະກິຈ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶສພາ ວ່າ:
" ກວດ ພົບ ກວດ ເຫັນ ເນາະ ມັນ ກໍ ຕ້ອງ ໄດ້ ຖືກ ປັບ ໃໝແຫຼະ ໄລ່ ຄືນ ອັນ ຄ່າ ພ ລັງ ງານ ທີ່ ເສັຽ ຫາຍໄປ ຫັ້ນ ຕ້ອງ ໄດ້ ຊົດ ໃຊ້ ຄືນ ເສັຽ ຫາຍ ຫຼາຍ ຜູ້ ກ່ຽວນີ້ ກໍ ເຄີຍ ເຮັດ ປ ວັດ ບໍ່ ດີແດ່ ມີ ຫຍັງ ແດ່ ຫັ້ນ ນ່າ ຫຼາຍ ເທື່ອ ແລ້ວ ກໍ ຍັງ ບໍ່ ຢາກ ຢູ່ ກໍ ບໍ່ ໄຫວ ເອົາ ໄວ້ ແລ້ວ ຄັນ ເປັນ ຫຼາຍ ເທື່ອ ແລ້ວ ກໍ ."
ນອກຈາກນີ້ ໃນປີ 2021 ຫາຕົ້ນປີ 2022 ຣັຖວິສາຫະກິດໄຟຟ້າລາວ ໄດ້ກວດພົບ ພະນັກງານ 26 ຄົນ ໃນທົ່ວປະເທດ ທີ່ໄປພົວພັນເຣື່ອງລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟຟ້າ ເຊິ່ງສ້າງຄວາມເສັຽຫາຍ 19 ຕື້ ກີບ ຈາກການຄິດໄລ່ພລັງງານຄືນຫຼັງປະມານ 9 ລ້ານປາຍ ກິໂລວັດໂມງ ແຕ່ ຝ່າຍ ກວດກາ ຂອງຣັຖວິສາຫະກິຈໄຟຟ້າລາວ ຈະມີການສອບສວນຢ່າງລະອຽດ ແລະ ດຳເນີນການຕາມຣະບຽບກົດໝາຍ ຕາມແຕ່ລະກໍຣະນີໄປ ເຊັ່ນ ຕັກເຕືອນ, ຂຽນໃບສຳຣວດ, ປົດຊັ້ນ ຈົນເຖິງການໄລ່ອອກ, ແຕ່ ຜູ້ກະທຳຜິດຈະຕ້ອງ ໄດ້ໃຊ້ຄ່າເສັຽຫາຍຄືນ ຕາມຣະບຽບ ແລະ ຖ້າບໍ່ຈ່າຍ ກໍຈະຖືກດຳເນີນຄະດີ ອີງຕາມຂໍ້ມູນ ຈາກຣັຖວິສາຫະກິຈໄຟຟ້າລາວ.
ເຈົ້າໜ້າທີ່ຣັຖວິສາຫະ ກິຈຜູ້ດຽວກັນນີ້ ກ່າວວ່າ:
" ມັນ ບໍ່ ໜັກ ແໜ້ນ ມັນ ບໍ່ ຫຼາຍ ມັນ ເລັກໆ ນ້ອຍ ແລ້ວ ກໍ ສຳ ຣວດກວດ ກາ ແລ້ວ ກໍ ຜູ້ ກ່ຽວ ກໍ ຍອມ ຮັບ ຍົກ ໂຕ ຢ່າງ ອັນ ນັ້ນ ນ່າ ຍອມ ຮັບ ແລ້ວ ກໍ ໃຫ້ ຂຽນ ໃບ ສຳ ຣວດ ແລ້ວ ກໍ ຕັກ ເຕືອນ ແຕ່ ວ່າ ຄ່າ ເສັຽ ຫາຍ ຫັ້ນ ມັນ ຕ້ອງ ໄດ້ ຈ່າຍ ."
ປັດຈຸບັນ, ຣັຖວິສາຫະກິຈໄຟຟ້າລາວ ກຳລັງສເນີລາງວັນ ໃຫ້ຜູ້ທີ່ຣາຍງານກ່ຽວກັບການດັດແປງ ໝໍ້ນັບໄຟຟ້າທີ່ຜິດກົດໝາຍ ຫຼື ໃຊ້ໄຟຟ້າແບບສໍ້ໂກງ.
ໜ່ວຍກວດກາ ຂອງຣັຖວິສາຫະກິຈ ໄຟຟ້າລາວ ແຕ່ລະສາຂາ ໄດ້ລົງກວດກາພະນັກງານ ຂແນງໄຟຟ້າຢ່າງຕໍ່ເນື່ອງ ເຊິ່ງຈະບໍ່ກວດສະເພາະປີ 2021 ທີ່ຜ່ານມາ ແລະ 2022 ເພື່ອໃຫ້ບັນຫາການສໍ້ໂກງໝົດໄປ ແລະ ຖ້າຫາກພົບວ່າ ຜູ້ໃດກະທຳຜິດ ກໍຈະຖືກປະຕິບັດວິໄນ ຕາມຣະບຽບການຂອງ ຣັຖວິສາຫະກິຈໄຟຟ້າລາວ.
ການລັກໃຊ້ກະແສໄຟຟ້າ ເປັນຮູບແບບການຕໍ່ໄຟຟ້າ ຈາກສາຍໄຟຟ້າໂດຍຕຣົງ ແລະ ການດັດແປງໝໍ້ນັບໄຟຟ້າ ໃຫ້ບາງຄອບຄົວໄດ້ຈ່າຍຄ່າໄຟຟ້າໜ້ອຍລົງ.
ຊາວບ້ານ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 2 ພຶສພາ ວ່າ:
" ສົມ ຄວນ ຍົກ ໂຕ ຢ່າງ ສົມ ຄວນ ຊິ ເສັຽ 2 ແສນ ກໍ ເຮັດ ໃຫ້ ມັນ ເສັຽ ໜ້ອຍ ລົງ ຊຸມ ໃຊ້ ໄຟ ຫຼາຍ ຖ້າ ວ່າ ເຮົາ ໄປ ເຮັດ ໝໍ້ ນັບ ໄຟຟ້າ ບໍ່ ໃຫ້ ມັນ ປິ່ນ ມັນ ຫຍັງ ມັນ ກໍ ຕ້ອງ ຜິດ ຕໍ່ ຣະ ບຽບ ກົດ ໝາຍ ມີ ຜູ້ ສວຍ ໂອ ກາດ ໄປ ເຮັດ ແນວ ນັ້ນ ກໍ ບໍ່ ດີ ຖ້າບໍ່ ມີ ການ ແກ້ ໄຂ ມັນ ກໍ ຊິ ຍາກ ມັນ ກໍ ຕ້ອງ ໄດ້ ການ ແກ້ ໄຂເດັດ ຂາດ ຕໍ່ ພະ ນັກ ງານ ທີ່ ເຮັດ ຜິດ ຕ້ອງ ເບິ່ງ ເຫດ ຜົ ລ ວ່າ ມັນ ນັກ ຫຼື ເບົາ ຕໍ່ ຣະ ບຽບ ຣັ ຖວິ ສາ ຫະ ກິ ຈ ໄຟ ຟ້າ ລາວ ."
ການລົງໂທດພະນັກງານ ຣັຖວິສາຫະກິຈໄຟຟ້າລາວ ທີ່ກະທຳຜິດ ກໍເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ບໍ່ໃຫ້ພະນັກງານຄົນອື່ນ ກະທຳຜິດອີກ.
ຊາວບ້ານອີກທ່ານນຶ່ງ ໄດ້ກ່າວໃນວັນທີ 2 ພຶສພາ ວ່າ:
" ມັນ ກໍ ດີ ແຫຼະ ເນ າະຄັນ ພັກ - ຣັ ຖ ເພິ່ນ ເຮັດ ນ່າ ປະ ຊາ ຊົນ ຊິ ໄປ ຮູ້ ອີ່ ສັງ ຮູ້ ແຕ່ ເສັຽ ເງິນ ເພິ່ນ ມາ ເກັບ ແລ້ວ ກໍ ຈ່າຍໄປ ໂລດ ເຮັດ ໃຫ້ ສັງ ຄົມ ເຮົາ ໄດ້ ຮັບ ຄວາມ ຮູ້ ແລະ ເຂົ້າ ໃຈ ຕໍ່ ພະ ນັກ ງານ ທີ່ ເຮັດ ບໍ່ ຖືກ ຕ້ອງ ຫັ້ນ ນ່າ ໂດຍ ສະ ເພາະ ກໍ ແມ່ນ ພະ ນັກ ງານ ຫັ້ນ ແຫຼະ ພະ ນັກ ງາ ນ ຕໍ່ ພະ ນັກ ງານ ຜູ້ ເຮັດ ການ ຫັ້ນ ແຫຼະ ຜູ້ ເຮັດ ບໍ່ ດີ ກໍ ເດ້ ເຫັນ ບໍ່ ເພິ່ນ ເອົາ ອອກ ຈັ່ງ ຊີ້ ນ່າ ກໍ ຍັງ ດີ ປະ ຊາ ຊົນ ເຮົາ ຮັບ ຮູ້ ນຳ ."
ຜ່ານມາ ບໍ່ປະກົດມີຂ່າວວ່າ ຣັຖວິສາຫະກິຈໄຟຟ້າລາວ ປະຕິບັດວິໄນພະນັກງານໂຕເອງ, ແຕ່ ຫາກໍ່ມາເປັນຂ່າວໃນປີນີ້ ໂດຍ ສະເພາະ ຣັຖວິສາຫະກິຈໄຟຟ້າລາວ ໄດ້ເນັ້ນການກວດກາພະນັກງານ ທີ່ກະທຳຜິດ ຄືກັນກັບ ຂແນງການອື່ນໆ.
ຊາວບ້ານອີກທ່ານນຶ່ງ ໄດ້ກ່າວວ່າ:
" ດີ ຫັ້ນ ແລ້ວ ເວີຍ ຄັນ ບໍ່ ເຮັດ ຈັ່ງ ຊັ້ນ ກໍ ບໍ່ ເປັນ ບ້ານ ເປັນ ເມືອງແຫຼະເວີຍ ບ້ານ ເມືອງ ກໍ ບໍ່ ຈະ ເຣີນແລ້ວ ມີ ແຕ່ ຄົນ ສໍ້ ຣາ ສ ບັງ ຫຼວງ ບໍ່ ເຊົາ ມັນ ກໍ ເຮັດ ວຽກ ໄປ ບໍ່ ໄດ້ ມັນ ກໍ ຊິ ຄ່ອຍ ໝົດ ໄປ ຫັ້ນ ແລ້ວ ຜູ້ ໃດ ບໍ່ ດີ ເພິ່ນ ກໍ ເອົາ ອອກ ຜູ້ ໃດ ດີ ເພິ່ນ ກໍ ຈົ່ງ ໄວ້ ພະ ນັກ ງານ ທີ່ ດີ ເພິ່ນ ກໍ ເອົາ ໄວ້ ."
ນາຍົກຣັຖມົນຕຣີ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 22/ນຍ ລົງວັນທີ 4 ເມສາ 2022 ເພື່ອປະກາດແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ຈຳນວນ 9 ທ່ານ ເພື່ອຮັບປະກັນ ປົກປ້ອງຊັບສິນຂອງຣັຖ ບໍ່ໃຫ້ຕົກເຮັ່ຽເສັຽຫາຍ, ແກ້ໄຂບັນຫາໜີ້ສິນຄຸມເຄືອ ລວມເຖິງ ວຽກງານປິ່ນອ້ອມຕ່າງໆ ໃຫ້ເປັນໄປ ຕາມທິດຊີ້ນຳຂອງຣັຖບານ ແຕ່ລະໄລຍະໃຫ້ດີຂຶ້ນກວ່າເກົ່າ.
