ບັນຫາ ຂາດແຄນນ້ຳມັນ ເຊື້ອເພີງ ຮອບສອງ

ຈຳປາທອງ
2022.08.11
ບັນຫາ ຂາດແຄນນ້ຳມັນ ເຊື້ອເພີງ ຮອບສອງ ປະຊາຊົນ ລຽນແຖວ ໃສ່ນ້ຳມັນ ຢູ່ປ້ຳນຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ປັດຈຸບັນ ຊາວນະຄອນຫລວງວຽງຈັນ ຫລາຍຄົນ ຫາຊື້ນໍ້າມັນໃສ່ຣົຖຍາກ, ຕ້ອງໄດ້ເລາະໄປຫາຊື້ ຢູ່ຫລາຍປໍ້າຈຶ່ງໄດ້ ໂດຍສະເພາະນໍ້າມັນແອັດຊັງ ແຕ່ລະປໍ້າຈະຂາຍໝົດໄວ ຍ້ອນວ່າປໍ້ານໍ້າມັນ ຈໍານວນນຶ່ງປິດບໍຣິການຊົ່ວຄາວ ເພາະບໍ່ມີນໍ້າມັນຂາຍ.

ດັ່ງປະ ຊາຊົນຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້ວ່າ:

ໄດ້ຍິນຂ່າວວ່າ ທ້າຍເດືອນນີ້ມັນຈະໝົດນໍ ຢ້ານຈະເປັນແບບນັ້ນຫັ້ນແຫລະ ມື້ວານນີ້ໄປຊອກໃສ່ຫັ້ນນະ ປໍ້າທີ 5 ຈັ່ງຄ່ອຍໄດ້ ນໍ້າມັນແອັດຊັງນະ ມັນໝົດນະ ຄັນວ່າເປັນອີກຄັ້ງນີ້ຫັ້ນ ມັນຈະແຮງກ່ອນຊຸດແລ້ວນີ້ອີກ.
ແລະຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ມີປະຊາຊົນ ຈໍານວນນຶ່ງໄດ້ເຣີ່ມໄປຊື້ນໍ້າມັນ ໃສ່ຕຸກໄວ້ ຍ້ອນໄດ້ຍິນຂ່າວວ່າ ນໍ້າມັນຈະເລິ້ມຂາດແຄນອີກ ແລະທາງການລາວ ກໍໄດ້ເວົ້າຢູ່ໃນກອງປະຊຸມ ສະພາແຫ່ງຊາດວ່າ ຈະສາມາດນໍານໍ້າມັນ ເຂົ້າມາໃຫ້ປະຊາຊົນໃຊ້ຮອດທ້າຍເດືອນສິງຫານີ້.

ເຫັນເຂົາເຈົ້າລົງເຟສ ອີກບໍ່ດົນ ບໍ່ເກີນໝົດເດືອນນີ້ແຫລະ ນໍ້າມັນທີ່ແກ້ໄຂມາ 200 ລ້ານລິດຫັ້ນນະ ມັນຊິໝົດແລ້ວ ເພິ່ນກໍແຈ້ງໄວ້ແລ້ວ ຕອນປະຊຸມສະພາຫັ້ນນໍ ຕໍ່ໄປຫັ້ນເພິ່ນຈະຊອກທາງໃດມາ ກະຄິດວ່າຕ້ອງໄດ້ກູ້ແຫລະ ແຕ່ວ່າບໍຮູ້ ເພິ່ນຈະເອົາຫຍັງໄປຄໍາປະກັນອີກນໍ ເຣື່ອງໝົດນີ້ໝົດແທ້ນໍ ຍັງມີຫລສຍຄົນເດໄປຊື້ມາໄວ້ ຂ້ອຍກະໄປຊື້ມາໄວ້.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າຂອງປໍ້ານໍ້າມັນແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເວົ້າວ່າ ປັດຈຸບັນນີ້ກໍຖືວ່ານໍ້າມັນເຊື້ອເພີງ ຍັງຂາດແຄນຢູ່, ຍ້ອນບາງເທື່ອ ບໍຣິສັດ ນໍ້າມັນບໍ່ມີນໍ້າມັນມາສົ່ງໃຫ້, ບາງເທື່ອກໍຕ້ອງໄດ້ປິດປໍ້ານໍ້າມັນໄປ 2-3 ມື້ ແລະບາງປໍ້າໄດ້ປິດຊົ່ວຄາວ ເພາະບໍ່ມີນໍ້າມັນຂາຍໃຫ້ລູກຄ້າ.

ມັນກໍຂາດໆຢູ່ຫັ້ນແຫລະ ບາງເທື່ອບໍຣິສັດກໍບໍ່ສົ່ງໃຫ້ນໍ ບາງເທື່ອກໍໄດ້ປິດ 2-3 ມື້ ໄດ້ນໍ້າມັນມາຈຶ່ງເປີດຂາຍ. ສ່ວນຫລາຍ ເຂົາເຈົ້າມາຊອກໃສ່ນໍ້າມັນ ວ່າໂອຍໄປປໍ້າໃດກໍປິດ ປໍ້າໃດກໍປິດ ບາງມື້ກໍໝົດກ່ອນ 7 ໂມງແລງ. ນໍ້າມັນໜ້ອຍ ໄດ້ກໍ ໄດ້ເທື່ອ 2 ພັນ, 3 ພັນລິດ ຂາຍໝົດແລ້ວກໍໄດ້ເຊົາ.

ຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການໃນມື້ວັນທີ 29 ກໍຣະກະດາ ທີ່ຜ່ານມາ ກ່ຽວກັບທິດຊີ້ນໍາ ເຣື່ອງການຂໍປະຕິບັດນະໂຍບາຍ ໃຫ້ພະນັກງານ ແລະຣັຖກອນຜັດປ່ຽນກັນ ມາປະຈໍາການ ໂດຍໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລ້ວຣາຍງານຄືນ ຊຶ່ງຕາມຂ່າວວ່າ ເປັນຍ້ອນການຂົນສົ່ງນໍ້າມັນ ຈາກປະເທດຣັສເຊັຽມາລາວ ມີຄວາມຫຍຸ້ງຍາກ ແລະນໍ້າມັນທີ່ຣັຖບານອະນຸມັດເງິນກູ້ ຊື້ນໍ້າມັນຈຳນວນ 200 ລ້ານລິດ ກໍຈະໝົດກຳນົດ ພາຍໃນທ້າຍເດືອນສິງຫານີ້ ແລະຍັງມີບັນຫາຂາດແຄນເງິນຕຣາອີກ ດັ່ງນັ້ນຈຶ່ງມີຄວາມຈຳ ເປັນໃຫ້ໃຫ້ພະນັກງານ-ຣັຖກອນ ສ່ວນໜຶ່ງປະຈຳການ ແລະສ່ວນນຶ່ງເຮັດວຽກຢູ່ບ້ານ, ແຕ່ກໍຍັງບໍ່ທັນມີການຕົກລົງ ປະຕິບັດເທື່ອ.

ດັ່ງເຈົ້າໜ້າທີ່ ຫ້ອງວ່າການ ສໍານັກງານນາຍົກ ຣັຖມົນຕຣີ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ສິງຫານີ້ວ່າ:

ອັນນີ້ເພິ່ນຍັງບໍ່ທັນໄດ້ ເຫັນດີຕົກລົງເທື່ອເດີ. ເພິ່ນໃຫ້ກະຊວງພາຍໃນຄົ້ນຄວ້າ ປະຊຸມປຶກສາຫາລືກັນຢູ່  ແລ້ວຣາຍງານກັບຄືນມາ. ເຣື່ອງວ່ານໍ້າມັນມັນພໍ ຫລືບໍ່ພໍ ອັນນີ້ ທາງກະຊວງກ່ຽວຂ້ອງ ເຂົາເຈົ້າຈະເປັນຄົ້ນແກ້ໄຂ.

ທີ່ຜ່ານມາ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ໄດ້ເວົ້າຢູ່ໃນກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 15 ມິຖຸນາຜ່ານມາວ່າ ຣັຖບານໄດ້ແກ້ໄຂບັນຫາການສນອງນໍ້າມັນ ໃນຂອບເຂດທົ່ວປະເທດ ໂດຍຣັຖບານຕົກລົງ ໃຫ້ສິນເຊື່ອ ຊື້ນໍ້າມັນແກ່ຣັຖວິສາຫະກິຈນໍ້າມັນ ເຊື້ອໄຟລາວ ຈໍານວນ 200 ລ້ານລິດ ເພື່ອໃຊ້ສໍາລັບເດືອນມິຖຸນາ ຫາເດືອນສິງຫາ 2022 ນີ້ ເຮັດໃຫ້ນໍ້າມັນ ບໍ່ຂາດຕລາດຫລາຍ ຄືແຕ່ກ່ອນ ແລະບໍ່ມີການລຽນຄິວຊື້ນໍ້າມັນ ແອອັດຄືທີ່ຜ່ານມາ.

ນໍ້າມັນທີ່ນໍາເຂົ້າມາລາວ ແມ່ນມາຈາກປະເທດໄທຍ, ວຽດນາມ ແລະສິງກະໂປ, ຍັງບໍ່ທັນໄດ້ນໍານໍ້າມັນເຂົ້າມາຈາກປະເທດຣັສເຊັຽເທື່ອ.

ເຣື່ອງບັນຫານໍ້າມັນ ທີ່ອາຈກັບມາຂາດເຂີນ ຄືນຕື່ມອີກ ໃນເດືອນກັນຍາທີ່ຈະມາເຖິງນີ້ນັ້ນ ຈະເກີດຂຶ້ນ ຫລືບໍ່ ແຕ່ກໍຄາດວ່າ ໜ້າຈະຂາດ ແຕ່ຈະບໍ່ຂາດຮຸນແຮງ.

ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ຣັຖມົນຕຣີ ກະຊວງການເງິນນໍ ເພິ່ນກະໄດ້ຢັ້ງຢືນວ່າ ເດືອນ 6-8 ນີ້ ໄດ້ນໍ້າມັນສນອງພຽງພໍ ກັບຄວາມຕ້ອງການ ທົ່ວສັງຄົມ. ມີຫ່ວງຄັງເງິນແຮຣັຖບານ ເພິ່ນສາມາດເທອອກມາຊື້ນໍ້າມັນໂຕນີ້ນະ. ເຄີຍຊື້ຜ່ານມາຫັ້ນແຫລະ ບໍ່ແມ່ນຣັສເຊັຽເດ ແຕ່ວ່າຢູ່ໃນເດືອນ 9-11 ນີ້ ຍັງບໍ່ໄດ້ຍິນເພິ່ນວ່າ ຄິດວ່າຂາດ ແຕ່ກໍບໍ່ຂາດທີ່ວ່າຈະຮ້າຍແຮງດອກ ກະມີວິທີການຂອງຂັ້ນເທິງເພິ່ນນໍ.

ອີງຕາມຣາຍງານ ຂອງໜ່ວຍງານທີ່ກ່ຽວຂ້ອງ ຂອງລາວ ນໍ້າມັນເຊື້ອເພີງ ຖືເປັນສິນຄ້ານໍາເຂົ້າອັນດັບຕົ້ນຂອງປະເທດລາວ ຄືກວມເອົາອັດຕຣາສ່ວນ ສໍາຄັນຂອງສິນຄ້າ ທີ່ນໍາເຂົ້າປະເທດທັງໝົດ, ສະເພາະປີ 2020 ລາວໄດ້ນໍານໍ້າມັນເຊື້ອເພີງ ເຂົ້າມາເປັນມູນຄ່າ ສູງເຖິງ 5,064,425,360 ໂດລ້າຣ໌ສະຫະຣັຖ ຄືກວມເອົາ 9% ຂອງມູນຄ່າສິນຄ້າ ນໍາເຂົ້າທັງໝົດ ແລະໃນປີ 2021​ ເພີ່ມຂຶ້ນເປັນ 5,887,331,437 ໂດລ້າຣ໌ສະຫະຣັຖ ຄືກວມເອົາ 10.2% ຂອງມູນຄ່າສິນຄ້າ ທັງໝົດທີ່ນໍາເຂົ້າມາລາວ. ນໍ້າມັນເຊື້ອເພີງ ສ່ວນຫລາຍ ແມ່ນຖືກນໍາໃຊ້ ກັບຍານພາຫະນະ ທາງບົກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.